• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມ​ທະ​ວີ​ການ​ປະ​ສານ​ສົມ​ທົບ, ນຳ​ການ​ຮ່ວມ​ມື ແມ່​ນ້ຳ​ຂອງ - ລ້ານ​ຊ້າງ​ ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່

ເນື່ອງໃນໂອກາດກອງປະຊຸມລັດຖະມົນຕີການຕ່າງປະເທດຮ່ວມມື ແມ່ຂອງ - ລ້ານຊ້າງ ຄັ້ງທີ 10 ຢູ່ແຂວງ ຢຸນໜານ, ປະເທດຈີນ ໃນວັນທີ 14 ສິງຫາ, ທ່ານ ບຸ່ຍແທັງເຊິນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ສົນທະນາກັບທ່ານ ຫວາງອີ ລັດຖະມົນຕີການຕ່າງປະເທດ ຈີນ.
ທ່ານ ບຸ່ຍແທັງເຊີນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ແລະ ທ່ານ ຫວາງອີ ລັດຖະມົນຕີການຕ່າງປະເທດ ຈີນ (ພາບ: ກະຊວງການຕ່າງປະເທດ)

ໃນການສົນທະນາ, ທ່ານ ບຸ່ຍແທັງເຊີນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ສະເໜີໃຫ້ສອງຝ່າຍສືບຕໍ່ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການຄ້າ, ຊຸກຍູ້ການຮ່ວມມືວິທະຍາສາດເຕັກໂນໂລຢີກາຍເປັນຈຸດພົ້ນເດັ່ນໃໝ່; ຍົກສູງຄຸນນະພາບ, ປະສິດທິຜົນການຮ່ວມມືໃນບັນດາຂົງເຂດ, ໃນນັ້ນ, ໃຫ້ບຸລິມະສິດແຖວໜ້າການຮ່ວມມືທາງລົດໄຟ, ລົງມືກໍ່ສ້າງເສັ້ນທາງລົດໄຟ ລາວກາຍ - ຮ່າໂນ້ຍ -ຫາຍຟ່ອງ ໃນປີ 2025… ທ່ານຢັ້ງຢືນວ່າ ຫວຽດນາມ ຖືການຮ່ວມມືແມ່ຂອງ - ລ້ານຊ້າງ ເປັນສຳຄັນ; ສະເໜີໃຫ້ບັນດາຝ່າຍເພີ່ມທະວີການຮ່ວມມືຄຸ້ມຄອງແຫຼ່ງຊັບພະຍາກອນນ້ຳ ແມ່ນ້ຳຂອງ - ລ້ານຊ້າງ ແບບຍືນຍົງ ແລະ ປະສິດທິຜົນ.

ບັນຍາກາດການໂອ້ລົມສົນທະນາລະຫວ່າງສອງຝ່າຍ (ພາບ: ກະຊວງການຕ່າງປະເທດ)

ສ່ວນທ່ານລັດຖະມົນຕີການຕ່າງປະເທດ ຫວາງອີ ເນັ້ນໜັກວ່າ ຈີນ ກຽມພ້ອມທີ່ຈະສົມທົບກັນຢ່າງແໜ້ນແຟ້ນ ເພື່ອເປີດກວ້າງການນຳເຂົ້າສິນຄ້າຂອງ ຫວຽດນາມ, ຍູ້ແຮງການເຊື່ອມຕໍ່ພື້ນຖານໂຄງລ່າງຄົມມະນາຄົມ, ເພີ່ມທະວີການລົງທຶນທີ່ມີຄຸນນະພາບສູງ, ເປີດກວ້າງການຮ່ວມມືກ່ຽວກັບວິທະຍາສາດເຕັກໂນໂລຢີ, ປັນຍາປະດິດ, ເສດຖະກິດດີຈີຕອນ…

ກ່ຽວກັບບັນຫາຢູ່ທະເລ, ສອງຝ່າຍເຫັນດີຄວບຄຸມຄວາມບໍ່ລົງລອຍກັນໃຫ້ເປັນຢ່າງດີ, ຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ສະ​ເໜີ 3 ຍຸດ​ທະ​ສາດປາຍ​ແຫຼມ ໃຫ້​ແກ່​ການ​ຮ່ວມ​ມື MLC ໃນ​ທົດ​ສະ​ວັດ​ທີ່ຈະ​ມາ​ເຖິງ

ຫວຽດ​ນາມ ສະ​ເໜີ 3 ຍຸດ​ທະ​ສາດປາຍ​ແຫຼມ ໃຫ້​ແກ່​ການ​ຮ່ວມ​ມື MLC ໃນ​ທົດ​ສະ​ວັດ​ທີ່ຈະ​ມາ​ເຖິງ

ກອງປະຊຸມ ມີການເຂົ້າຮ່ວມຂອງລັດຖະມົນຕີກະຊວງການຕ່າງປະເທດບັນດາປະເທດສະມາຊິກ MLC, ລວມມີ: ໄທ, ລາວ, ກຳປູເຈຍ, ມຽນມາ, ຈີນ ແລະ ຫວຽດນາມ. ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ.

Top