ຫວ່າງແລ້ວນີ້, ບັນດາທະນາຄານການລົງທຶນ, ກຸ່ມບໍລິສັດການເງິນທົ່ວໂລກໄດ້ຄາດຄະເນວ່າການເຕີບໂຕທົ່ວໂລກຈະຊັກຊ້າລົງໃນທ້າຍປີ 2025 ຍ້ອນຄວາມຂາດສະຖຽນລະພາບດ້ານເສດຖະກິດດທີ່ເລີ່ມມາຈາກການຄວາມເຄັ່ງຕຶງດ້ານພາສີອາກອນ ແລະ ພູມີສາດການເມືອງ. ເຖິງຢ່າງໃດກໍຕາມ, ກໍ່ມີພື້ນຖານເສດຖະກິດໃຫຍ່ຈຳນວນໜຶ່ງໄດ້ຮັບຮູ້ບັນດາສັນຍານການເຕີບໂຕທີ່ມີຄວາມເປັນໄປໄດ້ສູງ.
ຕາມການຄາດຄະເນໂດຍບັນດາທະນາຄານການເງິນແຖວໜ້າໂລກລວມມີ UBS, Goldman Sachs ແລະ Morgan Stanley ຍົກອອກມາໃນອາທິດຜ່ານມາ, ການເຕີບໂຕທົ່ວໂລກຄາດວ່າຈະເໜັງຕີງແຕ່ 2,5% (ການຄາດຄະເນຂອງ UBS, Goldman Sachs) ຫາ 2,9% (ຂອງ Morgan Stanley) . ຕົວເລກນີ້ຕ່ຳກ່ວາບັນດາການຄາດຄະເນກ່ອນນັ້ນຂອງ ກອງທຶນເງິນຕາສາກົນ(IMF)..
ການຄາດຄະເນທີ່ບໍ່ຕັ້ງໜ້າປານໃດສຳລັບ ອາເມລິກາ ແລະ ເອີລົບ
ອາເມລິກາ, ພື້ນຖານເສດຖະກິດອັນດັບທີໜຶ່ງຂອງໂລກ ໄດ້ຄາດຄະເນມີການເຕີບໂຕແຕ່ 1%-2% ໃນປີນີ້, ຍ້ອນບັນຫາພາສີອາກອນ ເຮັດໃຫ້ລາຄາເພີ່ມຂຶ້ນສູງກ່ວາ, ແຕ່ວ່າ ການເຄື່ອນໄຫວຂອງຕະຫຼາດແຮງງານພວມຫຼຸດລົງ. ຫຸ້ນຂອງອາເມລິກາ ໄດ້ເພີ່ມຂຶ້ນກ່ວາ 30% ນັບແຕ່ທີ່ເວລາຕົກລົງຕ່ຳສຸດເມື່ອເດືອນເມສາ ພາຍຫຼັງທີ່ທ່ານປະທານາທິບໍດີ Donald Trump ປະກາດບັນດາມາດຕະການພາສີອາກອນ ສຳລັບບັນດາປະເທດ ແລະ ເຂດແຄ້ວນໃນໂລກ. ຕາມການຄາດຄະເນຄັ້ງຫຼ້າສຸດຂອງຕົນ, ສອງບໍລິສັດຜູ້ຕິດຕໍ່ປະສານການຊື້ຂາຍຫຼັກຊັບ Wall Street ແມ່ນ Citigroup ແລະ UBS Global Research ລ້ວນແຕ່ຍົກລະດັບການຄາດຄະເນ ກ່ຽວກັບລະດັບດັດຊະນີໃນທ້າຍປີຂອງ S&P 500, ເຊິ່ງສະແດງໃຫ້ເຫັນຄວາມສ່ຽງດ້ານນະໂຍບາຍພວມຄ່ອຍໆຫຼຸດລົງ ແລະ ກຳໄລຂອງວິສາຫະກິດເປັນປົກກະຕິ.
ເຖິງຢ່າງໃດກໍຕາມ, ຕາມນັກຊ່ຽວຊານດ້ານເສດຖະກິດຈຳນວນໜຶ່ງແລ້ວ, ໄລຍະຂາດສະຖຽນລະພາບແກ່ຍາວ, ນັບແຕ່ຕົ້ນເດືອນເມສາຈົນຮອດຕົ້ນເດືອນສິງຫາ, ຍ້ອນນະໂຍບາຍດ້ານພາສີອາກອນໃໝ່ຂອງອຳນາດການປົກຄອງ ທ່ານ Donald Trump ປະທານາທິບໍດີ ອາເມລິກາ ກໍ່ຜົນກະທົບຢ່າງຫຍໍ້ທໍ້ຕໍ່ ສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ ຢູ່ ອາເມລິກາ ແລະ ບັນດາຜົນກະທົບນີ້ຈະຮູ້ສຶກໄດ້ຢ່າງຈະແຈ້ງກວ່າໃນການເຕີບໂຕໃນໄລຍະ 6 ເດືອນທ້າຍປີ. ທ່ານ Gary Hufbauer, ນັກຊ່ຽວຊານສະຖາບັນເສດຖະກິດສາກົນ Peterson (ອາເມລິກາ) ໃຫ້ຂໍ້ສັງເກດວ່າ:
ຂ້າພະເຈົ້າຄິດວ່າເຖິງແນວໃດກໍ່ຕາມ ເສດຖະກິດ ອາເມລິກາ ພວມມີການເຕີບໂຕຊັກຊ້າ, ຍ້ອນວ່າມີຫຼາຍຄອບຄົວພວມແບບຫາບໜິ້ສິນຢູ່ລະດັບສູງທີ່ສຸດ. ກ່ຽວກັບການລົງທຶນຂອງບັນດາວິສາຫະກິດ, ເຖິງວ່າທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ປະກາດຫຼາຍຂໍ້ຕົກລົງກັບບັນດາປະເທດ ແຕ່ສະພາບແວດລ້ອມແຫ່ງການລົງທຶນໃນ 6 ເດືອນຕົ້ນປີນີ້ບໍ່ດີປານໃດ ຍ້ອນວ່າມີວິສາຫະກິດຫຼາຍແຫ່ງບໍ່ຮູ້ວ່າ ສິ່ງໃດຈະເກີດຂຶ້ນສະນັ້ນເຂົາເຈົ້າ ຈຶ່ງໂຈະການລົງທຶນໄວ້ກ່ອນ. ດັ່ງນັ້ນ, ຂ້າພະເຈົ້າຄິດວ່າ ໃນໄລຍະຈະມາເຖິງ, ເສດຖະກິດອາເມລະກາ ຈະກ້າວເຂົ້າສູ່ໄລຍະການເຕີບໂຕທີ່ຊັກຊ້າກ່ວາ, ຊ້ຳບໍ່ໜຳອາດສາມາດມີການຊຸດໂຊມເລັກໜ້ອຍ.
ພ້ອມກັບອາເມລິກາ, ແງ່ຫວັງການເຕີບໂຕຂອງບັນດາປະເທດຂຶ້ນກັບກຸ່ມສະຫະພາບ ເອີລົບ (EU) ກໍ່ບໍ່ຕັ້ງໜ້າ. ຕາມຕົວເລກທີ່ຫາກໍ່ໄດ້ປະກາດໃນວັນທີ 11 ສິງຫາ ຂອງອົງການສະຖິຕິ ສະຫະພາບ ເອີລົບ (Eurostat), ຍອດຜະລິດຕະພັນພາຍໃນປະເທດ (GDP) ຂອງ 20 ປະເທດຂຶ້ນກັບພາກພື້ນນຳໃຊ້ສະກຸນເງິນ ເອີໂຣ ໃນໄຕມາດທີ II ຂອງປີນີ້ເພີ່ມຂຶ້ນພຽງແຕ່ 0,1% ເມື່ອທຽບກັບໄຕມາດກ່ອນນັ້ນ ແລະ ເພີ່ມຂຶ້ນ 1,4% ເມື່ອທຽບກັບໄລຍະດຽວກັນຂອງປີກາຍນີ້. Eurostat ຕີລາຄາແງ່ຫວັງການເຕີບໂຕໃນຊຸມເດືອນຈະມາເຖິງບໍ່ດີປານໃດ, ເມື່ອອາເມລິກາ ຈັດວາງອັດຕາພາສີນຳເຂົ້າ 15% ສຳລັບສິນຄ້າຂອງ ເອີລົບຢ່າງເປັນທາງການ, ຕາມຂໍ້ຕົກລົງດ້ານການຄ້າລະຫວ່າງ ສະຫະພາບ ເອີລົບ ແລະ ອາເມລິກາ ທີ່ໄດ້ປະກາດໃນວັນທີ 27 ກໍລະກົດ. ອັດຕາພາສີນີ້ຄາດວ່າຈະເຮັດໃຫ້ຄ່າໃຊ້ຈ່າຍ ໃນການສົ່ງອອກເພີ່ມຂຶ້ນສູງ, ບັງຄັບໃຫ້ວິສາຫະກິດ ເອີລົບ ຕ້ອງເພີ່ມລາຄາສິນຄ້າທີ່ຂາຍຢູ່ ອາເມລິກາ ຫຼື ຍອມຮັບກຳໄລຖືກຫຼຸດລົງ.
ທ່ານນາງ Franziska Palmas ຫົວໜ້ານັກເສດຖະກິດພາກພື້ນ ເອີລົບຂອງ ບໍລິສັດທີ່ປຶກສາເສດຖະກິດສາກົນ Capital Economics ຄາດວ່າລະດັບພາສີ 15% ຈາກອາເມລິກາ ອາດສາມາດເຮັດໃຫ້ GDP ຂອງ Eurozone ຫຼຸດລົງປະມານ 0,2%, ເຮັດໃຫ້ການເຕີບໂຕທັງປີ 2025 ຫຼຸດລົງລະດັບຕ່ຳ. ທ່ານນາງ Palmas ກໍ່ໃຫ້ຂໍ້ສັງເກດວ່າ, ເຢຍລະມັນພື້ນຖານເສດຖະກິດອັນດັບທີ 1 ຂອງເອີລົບ ຈະຖືກຜົນກະທົບ ຈາກຮົ້ວກີດຂວາງດ້ານພາສີອາກອນຂອງອາເມລິກາຢ່າງແຮງກ່ວາເມື່ອທຽບໃສ່ກັບບັນດາພື້ນຖານເສດຖະກິດໃຫຍ່ຕ່າງໆ. ໃນໄຕມາດທີ II, ເສດຖະກິດເຢຍລະມັນກໍ່ຫຼຸດລົງ 0,1% ແລະ ພື້ນຖານເສດຖະກິດຂອງປະເທດນີ້ປັດຈຸບັນ ຫາກໍ່ກັບຄືນມາໃກ້ກັບຂອບຂະໜາດຂອງປີ 2019, ໃນສະພາບການຂົງເຂດການຜະລິດ ແລະ ສົ່ງອອກຂອງປະເທດນີ້ນັບມື້ນັບຖືກແກ້ງແຍ້ງກ່ວາ.
ແງ່ຫວັງທີ່ເປັນໜ້າປະເອີບໃຈສຳລັບ ຈີນ, ອັງກິດ
ຕ່າງກັນກັບການຄາດຄະເນທີ່ບໍ່ປະເອີບໃຈສຳລັບເສດຖະກິດ ອາເມລິກາ ແລະ EU, ມີພື້ນຖານເສດຖະກິດໃຫຍ່ຈຳນວນໜຶ່ງພັດໄດ້ຮັບການຕີລາຄາທີ່ຕັ້ງໜ້າກ່ວາ. ສຳລັບຈີນ, ພື້ນຖານເສດຖະກິດໃຫຍ່ອັນດັບທີ ສອງຂອງໂລກ, ກອງທຶນເງິນຕາສາກົນ (IMF) ເມື່ອທ້າຍເດືອນກໍລະກົດ ໄດ້ປະກາດ “ບົດລາຍງານແງ່ຫວັງເສດຖະກິດໂລກ” ສະບັບອັບເດັດ, ຕາມນັ້ນແລ້ວ ໄດ້ຍົກ ລະດັບການຄາດຄະເນຄວາມໄວໃນການເຕີບໂຕເສດຖະກິດຂອງ ຈີນໃນປີ 2025 ຫຼາຍພໍສົມຄວນ ແຕ່ລະດັບ 4% ທີ່ໄດ້ຍົກອອກໃນໃນເດືອນເມສາ ຂຶ້ນລະດັບ 4,8%. ບັນດາທະນາຄານໃຫຍ່ຄື UBS, Goldman Sachs, Deutsch Bank……… ກໍ່ຄາດຄະເນເສດຖະກິດຂອງຈີນ ຈະມີການເຕີບໂຕຢູ່ລະດັບ 4,5%-4,7% ໃນປີນີ້.
ຕາມ IMF ແລ້ວ, ການປັບປຸງການຄາດຄະເນເພີ່ມລະດັບການເຕີບໂຕເສດຖະກິດຂອງຈີນ ສ່ວນຫຼາຍໄດ້ຮັບການຊຸກຍູ້ຍ້ອນຄວາມຕ້ອງການພາຍໃນປະເທດ, ການສົ່ງອອກ ແລະ ນະວັດຕະກຳ. ກ່ຽວກັບຄວາມຕ້ອງການພາຍໃນປະເທດ, ໃນ 6 ເດືອນຕົ້ນປີນີ້, ຄວາມຕ້ອງການພາຍໃນປະກອບສ່ວນຂຶ້ນເຖິງ 68,8% ເຂົ້າໃນການເຕີບໂຕ GDP ຈີນ, ເຊິ່ງສະແດງໃຫ້ເຫັນນີ້ແມ່ນກຳລັງໜູນຫຼັກໃຫ້ແກ່ການເຕີບໂຕດ້ານເສດຖະກິດ. ກ່ຽວກັບການສົ່ງອອກ, ເລື່ອງອຳນາດການປົກຄອງອາເມລິກາ ຫາກໍ່ແກ່ຍາວເວລາຕື່ມອີກ 90 ວັນເພື່ອສືບຕໍ່ເຈລະຈາຂໍ້ຕົກລົງສະບັບໃໝ່ກັບຈີນ ກ່ຽວກັບບັນຫາພາສີອາກອນນັ້ນກໍ່ຊ່ວຍຫຼຸດຜ່ອນກຳລັງກົດດັນຕໍ່ບັນດາວິສາຫະກິດສົ່ງອອກຂອງປະເທດນີ້, ພິເສດແມ່ນໃນໄລຍະທ້າຍປີ ເຊິ່ງແມ່ນຈຸດເວລາບໍລິໂພກສຳຄັນທີ່ສຸດໃນປີ ຢູ່ ອາເມລິກາ ແລະ ບັນດາປະເທດ ຝ່າຍຕາເວັນຕົກ.
ອັງກິດ, ພື້ນຖານເສດຖະກິດໃຫຍ່ອັນດັບທີ 6 ໃນໂລກ, ກໍ່ຢັ້ງຢືນການເຕີບໂຕທີ່ເປັນໜ້າຊື່ນຊົມ. ຕົວເລກໂດຍຫ້ອງວ່າການສະຖິຕິແຫ່ງຊາດ ອັງກິດ (ONS) ປະກາດໃນວັນທີ 14 ສິງຫາສະແດງໃຫ້ເຫັນການເຕີບໂຕເສດຖະກິດຂອງ ປະເທດນີ້ໃນໄຕມາດທີ II ປີນີ້ບັນລຸ 0,3%,ສູງກ່ວາຫຼາຍພໍສົມຄວນເມື່ອທຽບໃສ່ກັບຕົວເລກ 0,1% ທີ່ໄດ້ຄາດຄະເນໃນເມື່ອກ່ອນ, ຜ່ານນັ້ນ ກໍ່ນຳອັງກິດກາຍເປັນພື້ນຖານເສດຖະກິດມີການເຕີບໂຕຢ່າງແຮງທີ່ສຸດໃນກຸ່ມ 7 ປະເທດອຸດສາຫະກຳພັດທະນາ (G7) ໃນໄຕມາດທີ II. ທ່ານນາງ Rachel Reeves ລັດຖະມົນຕີກະຊວງການເງິນ ອັງກິດ ໃຫ້ຮູ້ວ່າ:
ການເຕີບໂຕອີງຕາມ ບັນດາປັດໄຈສັງລວມຂອງ 6 ເດືອນທ້າຍປີນີ້, ດ້ວຍການເພີ່ມການເຄື່ອນໄຫວໃນຂົງເຂດການຜະລິດ ແລະ ການບໍລິການ, ບັນດາຂົງເຂດໃຫຍ່ທີ່ສຸດຂອງເສດຖະກິດອັງກິດ, ກໍ່ຄືໃນຂົງເຂດກໍ່ສ້າງ, ປັດໄຈສ່ອງແສງນະໂຍບາຍຈຸດສຸມຂອງລັດຖະບານອັງກິດໃນການຊຸກຍູ້ປະຊາຊົນກໍ່ສ້າງຫຼາຍກ່ວາອີກ.
ເຖິງຢ່າງໃດກໍຕາມ, ວົງການສັງເກດການຖືວ່າ ເສດຖະກິດອັງກິດຍັງປະສົບກັບສິ່ງທ້າທາຍຫຼາຍຢ່າງໃນ 6ເດືອນທ້າຍປີ. ທ່ານນາງ Ruth Gregory ນັກເສດຖະກິດຢູ່ Capital Economics ໄດ້ໃຫ້ຂໍ້ສັງເກດວ່າ ເສດຖະກິດອັງກິດ ຈະປະສົບກັບຄວາມຫຍຸ້ງຍາກໃນການຮັກສາລະດັບຄວາມໄວໃນການເຕີບໂຕນີ້ໃນໄຕມາດທີ III, ຍ້ອນການເຕີບໂຕເສດຖະກິດທົ່ວໂລກອ່ອນ ແລະ ບັນດາຜົນກະທົບຢ່າງຮອບດ້ານຂອງບັ້ນເພີ່ມອັດຕາພາສີເມື່ອເດືອນເມສາ ຕໍ່ການເຄື່ອນໄຫວລົງທຶນດຳເນີນທຸລະກິດ.