ເນື່ອງໃນໂອກາດນີ້, ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ກໍໄດ້ພົບປະກັບທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີການຕ່າງປະເທດ ລາວ. ສອງຝ່າຍຢັ້ງຢືນວ່າ ຈະນຳເອົາການຮ່ວມມືດ້ານເສດຖະກິດກາຍເປັນເສົາຄ້ຳຂອງການພົວພັນສອງປະເທດຢ່າງແທ້ຈິງ.
ທ່ານ ບຸ່ຍແທັງເຊີນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ພົບປະກັບທ່ານ ມາຣິດ ສະຫງ່ຽມພົງສາ ລັດຖະມົນຕີກະຊວງການຕ່າງປະເທດ ໄທ (ພາບ: chinhphu.vn)
ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດຮ່ວມມືແມ່ນ້ຳຂອງ - ລ້ານຊ້າງ ຄັ້ງທີ 10 (MLC) ຢູ່ ຢຸນໜານ, ປະເທດ ຈີນ, ທ່ານ ບຸ່ຍແທັງເຊີນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ພົບປະກັບທ່ານ Prak Sokhonn ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ກຳປູເຈຍ ແລະ ທ່ານ ມາຣິດ ສະຫງ່ຽມພົງສາ ລັດຖະມົນຕີກະຊວງການຕ່າງປະເທດ ໄທ ຢູ່ນອກກອງປະຊຸມ ໃນລະຫວ່າງວັນທີ 14 – 15 ສິງຫາ.
ໃນການພົບປະກັບທັງສອງຜູ້ຕາງໜ້າ ໄທ ແລະ ກຳປູເຈຍ, ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ລ້ວນແຕ່ປາດຖະໜາວ່າ ໄທ ແລະ ກຳປູເຈຍ ຈະຄວບຄຸມ, ບໍ່ນຳໃຊ້ກຳລັງອາວຸດ, ສ້າງຄວາມໄວ້ເນື້ອເຊື່ອໃຈຄືນໃໝ່ໂດຍໄວ, ຊຸກຍູ້ການເຈລະຈາຊອກຫາມາດຕະການແກ້ໄຂດ້ວຍສັນຕິພາບອັນຍາວນານ, ບົນຫຼັກການພື້ນຖານຂອງກົດໝາຍສາກົນ, ເສີມຂະຫຍາຍບົດບາດເປັນໃຈກາງຂອງ ອາຊຽນ.
ເນື່ອງໃນໂອກາດນີ້, ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ກໍໄດ້ພົບປະກັບທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີການຕ່າງປະເທດ ລາວ. ສອງຝ່າຍຢັ້ງຢືນວ່າ ຈະນຳເອົາການຮ່ວມມືດ້ານເສດຖະກິດກາຍເປັນເສົາຄ້ຳຂອງການພົວພັນສອງປະເທດຢ່າງແທ້ຈິງ; ພ້ອມທັງໃຫ້ຄຳໝັ້ນສັນຍາຈະເພີ່ມທະວີການປະສານສົມທົບ, ສະໜັບສະໜູນເຊິ່ງກັນ ແລະ ກັນບົນເວທີສາກົນ, ພາກພື້ນ ແລະ ອະນຸພາກພື້ນ; ພ້ອມກັບບັນດາປະເທດສະມາຊິກຮັກສາຄວາມສາມັກຄີ, ປັບປຸງບົດບາດເປັນໃຈກາງຂອງ ອາຊຽນ ເພື່ອແນໃສ່ຮັບມືກັບບັນດາສິ່ງທ້າທາຍຢ່າງມີປະສິດທິຜົນ.