• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ລົງ​ທຶນ​ໃຫ້​ເຂດ​ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ ແລະ ເຂດ​ພູ​ດອຍ: ສະ​ແດງ​​ໃຫ້​ເຫັນນະ​ໂຍ​ບາຍ​ຊົນ​ເຜົ່າ​ຢ່າງ​ຈະ​ແຈ້ງ

ກອງປະຊຸມທົ່ວປະເທດສະຫລຸບໂຄງການເປົ້າໝາຍແຫ່ງຊາດ ພັດທະນາເສດຖະກິດ-ສັງຄົມເຂດຊາວຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ ໄລຍະ 2021-2025, ການກຳນົດເນື້ອໃນໄລຍະ 2026-2030 ຫາກໍ່ຈັດຂຶ້ນເມື່ອວັນທີ 13 ສິງຫາຢູ່ ຮ່າໂນ້ຍ ແລະ ເຊື່ອມຕໍ່ທາງອອນໄລກັບບັນດາແຂວງ, ນະຄອນ. ໃນໄລຍະທີ່ຈະມາເຖິງ, ການພັດທະນາເສດຖະກິດ-ສັງຄົມເຂດຊາວຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ ຕ້ອງມີວິທີເຂົ້າເຖິງທົ່ວປວງຊົນ, ຮອບດ້ານ. ການລົງທຶນໃຫ້ແກ່ເຂດຊາວຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍແມ່ນການລົງທຶນໃຫ້ແກ່ການພັດທະນາ.
(ພາບ: VGP)

ຫວຽດນາມ ມີ 53 ຊົນເຜົ່າສ່ວນໜ້ອຍ ດ້ວຍປະຊາກອນກ່ວາ 14.4 ລ້ານຄົນ ໂດຍຢູ່ອາໄສໃນບໍລິເວນ 32 ແຂວງ, ນະຄອນ.

ຄຳໝັ້ນສັນຍາຂອງລັດຖະບານໃນການພັດທະນາແບບຍືນຍົງ

ໂຄງການເປົ້າໝາຍແຫ່ງຊາດ ພັດທະນາເສດຖະກິດ-ສັງຄົມເຂດຊາວຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ ໄລຍະ 2021-2025 ໄດ້ຜັນຂະຫຍາຍຢ່າງເປັນທາງການນັບແຕ່ທ້າຍປີ 2022. ໂຄງການໄດ້ສ້າງພື້ນຖານໃຫ້ແກ່ການພັດທະນາແບບຍືນຍົງຂອງເຂດຊາວຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ  ຊື່ງແມ່ນບໍລິເວນສຳຄັນທີ່ສຸດຂອງປະເທດ.

(ພາບ: VGP)

ບັນດາໂຄງການຍ່ອຍໃນຂອບເຂດໂຄງການນີ້ ໄດ້ຊ່ວຍລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພກ່ວາ 42.000 ຫຼັງໃນບໍລິເວນຕາແສງ, ບ້ານທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດ, ລື່ນກາຍແຜນການ 230% ເມື່ອທຽບກັບເປົ້າໝາຍທີ່ໄດ້ວາງອອກ; ປະກອບສ່ວນພ້ອມກັບທົ່ວປະເທດສຳເລັດເປົ້າໝາຍລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພໃນທ້າຍເດືອນສິງຫານີ້. ຕີລາຄາກ່ຽວກັບປະສິດທິຜົນຂອງໂຄງການ, ທ່ານ ໂດ້ວັນຈຽນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຢືນຢັນວ່າ:

ບໍ່ພຽງແຕ່ແມ່ນໂຄງການເປົ້າໝາຍແຫ່ງຊາດເທົ່ານັ້ນ, ຫາກສູງກ່ວາອີກ, ນັນຍັງແມ່ນຄວາມເອົາໃຈໃສ່ຢ່າງເລິກເຊິ່ງ, ລະອຽດ, ພິເສດແມ່ນຂອງພັກ, ລັດທີ່ມີຕໍ່ ປຊຊ ເຂດຊາວຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ. ວິວັດການສ້າງໂຄງການໄດ້ຮັບການສະໜັບສະໜູນຫຼາຍທີ່ສຸດຈາກບັນດາຄະນະ, ກະຊວງ, ຂະແໜງການ, ທ້ອງຖິ່ນ, ຂອງສະພາແຫ່ງຊາດ, ລັດຖະບານ.

ຕາມທ່ານນາງ Ramla Khalidi,  ຫົວໜ້າຜູ້ຕາງໜ້າໂຄງການພັດທະນາ ສປຊ ປະຈຳ ຫວຽດນາມ ແລ້ວ, ເປັນຄັ້ງທຳອິດທີ່ມີໂຄງການເປົ້າໝາຍແຫ່ງຊາດ ສະຫງວນສະເພາະໃຫ້ແກ່ເຂດຊາວຊົນເຜົ່າສ່ວນໜ້ອຍ ແລະ ນຳມາເຊິ່ງປະສິດທິຜົນອັນຈະແຈ້ງ. ສິ່ງນີ້ສະແດງໃຫ້ເຫັນຄຳໝັ້ນສັນຍາຂອງລັດຖະບານ ຫວຽດນາມ ໃນການພັດທະນາແບບຍືນຍົງ ແລະ ຮັບປະກັນຄວາມຍຸດຕິທຳ, ບໍ່ໃຫ້ໃຜຖືກປະໄວ້ຢູ່ເບື້ອງຫລັງ ຊື່ງໄດ້ພິສູດໃຫ້ເຫັນໃນອັດຕາສ່ວນການຫລຸດຜ່ອນຄວາມທຸກຍາກແມ່ນ 3.2% ແລະ ລາຍຮັບໄດ້ເພີ່ມຂຶ້ນທົບ 3 ເທົ່າເມື່ອທຽບກັບປີ 2020.

ສະແດງນະໂຍບາຍຊົນເຜົ່າຢ່າງຈະແຈ້ງ

ໃນໄລຍະທີ II (2026-2030), ຫວຽດນາມ ສູ້ຊົນປະຕິບັດສຳເລັດເປົ້າໝາຍທັງໝົດຂອງໂຄງການໃຫ້ທັງໄລຍະ 2021-2030, ປະກອບສ່ວນສຳຄັນເຂົ້າໃນການປະຕິບັດເປົ້າໝາຍລວມ “ຮອດປີ 2030, ຫວຽດນາມ ກາຍເປັນປະເທດພວມພັດທະນາ, ມີອຸດສາຫະກຳທັນສະໄໝ, ລາຍຮັບປານກາງສູງ” ຊື່ງໄດ້ກຳນົດຢູ່ມະຕິກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກ.

ລັດຖະບານກໍ່ຈະປັບປຸງນະໂຍບາຍຜັນຂະຫຍາຍໂຄງການຢ່າງມີໄຫວພິບ ສອດຄ່ອງກັບທ່າໄດ້ປຽບ, ກຳລັງບົ່ມຊ້ອນຂອງແຕ່ລະເຂດ, ພາກ. ບັນດາທ້ອງຖິ່ນຕ້ອງຄົ້ນຄ້ວາລົງທຶນພັດທະນາຢ່າງມີຈຸດສຸມ, ສ້າງເຄື່ອງໝາຍການຄ້າໃຫ້ບັນດາຜະລິດຕະພັນຂອງຊາວຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ; ແນະນຳ; ໜູນຊ່ວຍ ປຊຊ ຍູ້ແຮງການໝູນໃຊ້ວິທະຍາສາດ-ເຕັກໂນໂລຊີເຂົ້າໃນການຜະລິດ, ພັດທະນາຮູບແບບເສດຖະກິດລວມໝູ່, ຮ່ວມສຳພັນກັບບັນດາວິສາຫະກິດເພື່ອສະໜອງສິນຄ້າ, ວັດຖຸ, ການຜະລິດຕິດພັນກັບການຈຳໜ່າຍຜະລິດຕະພັນຂອງ ປຊຊ. ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ຢືນຢັນວ່າ:

ການລົງທຶນໃຫ້ແກ່ເຂດຊາວຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ ແມ່ນການລົງທຶນໃຫ້ແກ່ການພັດທະນາ. ວິວັດການປະຕິບັດຕ້ອງມີການກະທຳຢ່າງຂ້ຽວຂາດ, ຕິດແທດກັບຕົວຈິງ, ປ່ຽນໃໝ່ຈິນຕະນາການ, ມີວີທີສຳຜັດທີ່ເໝາະສົມ, ມີປະສິດທິຜົນ, ມີໄຫວພິບ. ດ້ວຍວິທີເຮັດຄືແນວນີ້, ຂ້າພະເຈົ້າເຊື່ອໝັ້ນວ່າ ໄລຍະທີສອງ ພວກເຮົາຈະເຮັດໃຫ້ດີກ່ວາ ແລະ ບັນລຸໄດ້ເປົ້າໝາຍ: ຊີວິດດ້ານວັດຖຸ ແລະ ຈິດໃຈປີຕໍ່ໄປຕ້ອງດີກ່ວາປີກ່ອນ, ອາຍຸການຕໍ່ໄປຕ້ອງສູງກ່ວາອາຍຸການກ່ອນ, ບໍ່ໃຫ້ໃຜຖືກປະໄວ້ຢູ່ເບື້ອງຫຼັງໃນວິວັດການພັດທະນາຮອບດ້ານ, ວ່ອງໄວ, ຍືນຍົງຂອງປະເທດຊາດ.

ໂຄງການເປົ້າໝາຍແຫ່ງຊາດ ພັດທະນາເສດຖະກິດ-ສັງຄົມເຂດຊາວຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ ສືບຕໍ່ໄດ້ຜັນຂະຫຍາຍຈະຮັດແຄບຊ່ອງວ່າງການພັດທະນາ, ຍົກສູງຊີວິດການເປັນຢູ່ຂອງ ປຊຊ ຊາວຊົນເຜົ່າສ່ວນໜ້ອຍ, ມຸ່ງໄປເຖິງເປົ້າໝາຍພັດທະນາແບບຍືນຍົງຂອງ ຫວຽດນາມ./.

(ແຫຼ່ງຄັດຈາກ VOV)

ໄຂ​ງານ​ມະ​ຫາ​ກຳ​ກິ​ລາ​​ຫຸ່ນ​ຍົນ​ມະ​ນຸດ​ໂລກ 2025

ໄຂ​ງານ​ມະ​ຫາ​ກຳ​ກິ​ລາ​​ຫຸ່ນ​ຍົນ​ມະ​ນຸດ​ໂລກ 2025

ບັນດາການເຄື່ອນໄຫວນີ້ກໍ່ໄດ້ຂາຍປີ້ຄືກັນກັບການແຂ່ງຂັນກິລາຂອງມະນຸດດ້ວຍລາຄາແຕ່ 18-80 USD ຕາມແຕ່ລະນັດແຂ່ງຂັນ.

Top