• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວິຖີຊີວິດ ຂອງ ຄົນ ຫວຽດ

ການຝຶກສະມາທິ ກ່ຽວກັບຮ່າງກາຍ ແລະ ຈິດໃຈ ເຈິ່ນເຍິນຕົງ

ການຝຶກສະມາທິ (ວິທີການປິ່ນປົວພະຍາດ ແລະ ຮັກສາສຸຂະພາບ ທີ່ເປັນເອກະລັກ ຂອງຄົນ ຫວຽດ) ໂດຍເຈົ້າຊີ ວິດ ເຈິ່ນເຍິນຕົງ (1258 -1308) ເປັນຜູ້ກໍ່ຕັ້ງ ໂດຍຕັ້ງຊື່ວ່າ ສະມາທິ ຈຸກເລີມ ອຽນຕື. ນີ້ແມ່ນ ການຝຶກສະມາທິ ເຜີຍແຜ່ສານ ທີ່ວ່າ “ສາສະໜາ ຕິດພັນ ກັບ ຊີວິດ” ຊຶ່ງເປັນຈຸດພິເສດສະເພາະ ໃນວັດທະນະທຳ ຂອງ ຄົນ ຫວຽດ ດ້ວຍທິດສະດີ ມີລັກສະນະ ເປັນລະບົບ ແລະ ໄດ້ໝູນໃຊ້ໃນຊີວິດຕົວຈິງ ເພື່ອ ເພີ່ມ ກຳລັງແຮງ, ປິ່ນປົວພະຍາດ ແລະ ມີອາຍຸຍືນ. 
ປັດຈຸບັນ, ການຮຽນຝຶກສະມາທິ ຮ່າງກາຍ ແລະ ຈິດໃຈ ເຈິ່ນເຍິນຕົງ ໄດ້ສະຖາບັນຄົ້ນຄວ້າ ໝູນໃຊ້ ການແພດ ພື້ນເມືອງ ແລະ ຮັກສາສຸຂະພາບ ເພື່ອອາຍຸຍືນ ຫວຽດ ປະສານສົມທົບກັບ ມະຫາວິທະຍາໄລ ຫງວຽນ ຈ໊າຍ ຄົ້ນຄວ້າ ແລະ ພັດທະນາ ດ້ວຍ ຄວາມມຸ່ງຫວັງ ຊ່ວຍໃຫ້ ຜູ້ຝຶກ ມີສຸຂະພາບແຂງແຮງ, ຈິດໃຈສະຫງົບສຸກ ເພື່ອການປະຕິບັດ ວຽກງານ ທີ່ມີຄຸນປະໂຫຍດ ຕໍ່ສັງຄົມ ແລະ ວົງຄະນາຍາດ. ປອ ຫງວຽນຕ໋ຽນລ້ວນ - ຜູ້ອໍານວຍການ ມະຫາວິທະຍາໄລ ຫງວຽນຈ໊າຍ ໃຫ້ຮູ້ວ່າ ການຝຶກສະ ມາທິ ຮ່າງກາຍ ແລະ ຈິດໃຈ ເຈິ່ນເຍິນຕົງ ປະກອບມີ “ຝຶກແບບງຽບໆ” ແລະ “ຝຶກແບບເຄື່ອນເໜັງ” ຊຶ່ງໄດ້ຮັບການຖ່າຍທອດມາຈາກ ຍາຄູ ຖິກຖ້ຽນເຕິມ, ເຈົ້າອະທິການວັດ ຫວູຮ້າ (ເມືອງ ກິ່ວນຟູ້, ແຂວງ ຖ໋າຍບິ່ງ) ຊຶ່ງເປັນຜູ້ສືບທອດ ຂອງ ການຝຶກສະມາທິ ຈຸກເລີມ ອຽນຕື ຕະ ຫຼອດ ຊ່ວງເວລາ 7 ສະຕະວັດ ທີ່ຜ່ານມາ.

ຫຼັງຈາກຄົ້ນຄວ້າ, ທົດລອງຕົວຈິງ ເປັນເວລາ 2 ປີ, ເດືອນ ເມສາ 2019, ມະຫາວິທະຍາໄລ ຫງວຽນຈ໊າຍ ພ້ອມກັບ ສະຖາບັນຄົ້ນຄວ້າ ໝູນໃຊ້ ການແພດ ພື້ນເມືອງ ແລະ ຮັກສາສຸຂະພາບ ເພື່ອອາຍຸຍືນ ຫວຽດ ໄດ້ລາຍງານ ກັບສະຫະພັນ ບັນດາສະມາຄົມ ວິທະຍາສາດ ແລະ ເຕັກນິກ ຫວຽດນາມ ແລະ ໄດ້ຄະນະນັກວິທະຍາສາດ ຕີລາຄາສູງ. ດ້ວຍການກຳນົດທິດ “ເພື່ອສຸຂະພາບ ແລະ ນໍາຄວາມສຸກ ໃຫ້ແກ່ຄົນຫວຽດ” ບັນ ດາທ່າຝຶກ ກ່ຽວກັບ ສະມາທິ ໄດ້ຮັບການເຜີຍແຜ່ ຢ່າງກວ້າງຂວາງ ໃນມວນຊົນ ເທື່ອລະກ້າວ, ເບື້ອງຕົ້ນ ສຸມໃສ່ ໃນວົງການ ພຸດ ທະສາສະນິກະຊົນ ແລະ ຄົນໄວໜຸ່ມ.



ການຝຶກສະມາທິ ຊ່ວຍບໍາລຸງຈິດໃຈ ຢູ່ເມືອງ ບາວີ່, ຮ່າໂນ້ຍ. 


ປັດຈຸບັນ, ສະຖາບັນຄົ້ນຄວ້າ ໝູນໃຊ້ ການແພດ ພື້ນເມືອງ ຫວຽດ ມີ 3 ຊຸດຮຽນໂດຍພື້ນຖານ ສຳລັບຜູ້ທີ່ມີຄວາມຕ້ອງການຮຽນຝຶກສະມາທິ. 


ການຮຽນຝືກ ສະມາທິ ບໍ່ແມ່ນເລື່ອງ ທ່ີສັບສົນເກີນໄປ, ນັກຮຽນຈະຕ້ອງໝັ່ນຝຶກຝົນ ເພື່ອປັບປຸງສຸຂະພາບຂອງຕົນໃຫ້ດີຂຶ້ນ. 


ອາຈານ ແມ້ງຮຸ່ງ ແນະນຳໃຫ້ນັກຮຽນ ໃນການຮຽນຝຶກສະມາທິ. 


ຫຼັກສູດ ການຮຽນຝຶກ ສະມາທິ ຈະເລືອກບ່ອນ ທີ່ມີບັນຍາກາດ ທີ່ປອດ ໂປ່ງ ສົດໃສ ຊຶ່ງເໝາະກັບ ຮູບແບບຝຶກສະມາທິ. 


ທ່າໜຶ່ງ ໃນຈຳນວນຫຼາຍທ່າ ຝຶກສະມາທິ. 


ບັນດາບົດຮຽນຝຶກສະມາທິ ເພື່ອປັບປຸງຄວາມສົມດຸນດ້ານຮ່າງກາຍ ເພື່ອສຸຂະພາບ. 


ການທໍາສະມາທິ ແມ່ນຈຸດພິເສດ ຂອງ ວັດທະນະທຳ ຕາເວັນອອກ. 


ນັບແຕ່ມື້ເລີ່ມຕົ້ນ, ນັກຮຽນ ຈະໄດ້ການສິດສອນ, ຊ່ວຍເຫຼືອ ການຝຶກ ແອບ ໃຫ້ຖືກວິທີ. 


ຄົນຕ່າງປະເທດ ທ່ີເຂົ້າຮ່ວມໃນການຮຽນຝຶກສະມາທິ, ທັງປັບປຸງສຸຂະ ພາບ ແລະ ເຂົ້າໃຈ ຄວາມງົດງາມ ຂອງ ວັດທະນະທຳ ຫວຽດ. 


ໂດຍການໃຊ້ຊີວິດຢ່າງຕັ້ງໜ້າ, ຈິດໃຈສະແຫວງຫາ ຄວາມສຸກ, ຄິດແຕ່ສິ່ງດີໆ, ນັກຮຽນ ທ່ີຮຽນຝຶກສະມາທິ
ມີຄວາມປາຖະໜາ ທ່ີຈະໄດ້ຮັບພະ ລັງງານໃນທາງບວກ ເພື່ອສຸຂະພາບ ຂອງມະນຸດ. 

ປັດຈຸບັນ, ຫຼັກສູດການຝຶກ ສະມາທິ ມີ 3 ຂັ້ນພື້ນຖານ ຊຶ່ງລວມມີ: ຊຸດຝຶກຂັ້ນພື້ນຖານ 10 ວັນ (ບໍ່ເສຍຄ່າ); ຊຸດຝຶກຂັ້ນສູງ ມີສິນລະປະຕໍ່ສູ້ການປ້ອງກັນຕົວ 30 ວັນ; ຊຸດບຳລຸງສ້າງຄູ ກ່ຽວກັບການຝຶກສະມາທິ 100 ວັນ. ຫຼັງຈົບຊຸດຝຶກ ແຕ່ລະຄັ້ງ, ຜູ້ຈັດຕັ້ງ ຈະອອກໃບຢັ້ງຢືນ ໃຫ້ແກ່ນັກຮຽນ. ທ່ານໝໍ ສະເພາະຂະແໜງ 2 ຟ້າມຮຶງກຸ໊ງ, ອະດີດຫົວໜ້າກົມ ການແພດພື້ນເມືອງ (ກະຊວງ ສາທາລະນະສຸກ), ຮອງຫົວໜ້າສະຖາບັນ ການແພດພື້ນເມືອງ ແລະ ຮັກສາສຸຂະພາບ ເພື່ອອາຍຸຍືນ ຫວຽດ ໃຫ້ຮູ້ວ່າ: “ຜູ້ທ່ີມາຝຶກສະມາທິ ຮັກສາ ສຸຂະພາບເພື່ອອາຍຸຍືນ ຈະມີປອດທ່ີສະອາດ, ຜີວໜັງ ກໍ່ງາມ ແລະ ເຕັມໄປດ້ວຍກຳລັງວັງຊາ, ຍິ່ງກວ່ານັ້ນແມ່ນເກືອບທຸກຄົນ ຕ່າງກໍມີໃບໜ້າ ທ່ີໜຸ່ມກວ່າອາຍຸ. ນັ້ນແມ່ນການ ຕອບສະໜອງເຊິ່ງກັນ ແລະ ກັນ ຂອງ ຮ່າງກາຍ ລະຫວ່າງ ພາຍໃນ ແລະ ທາງນອກ ຊຶ່ງການແພດ ຕາເວັນອອກ ເອີ້ນວ່າ ປອດສະອາດ ຜີວໜັງກໍ່ງາມ”.

ມີນັກຮຽນຫຼາຍຄົນ ພາຍຫຼັງເຂົ້າຮ່ວມຊຸດຮຽນ ໄດ້ມີຄວາມຮູ້ຍິ່ງຂຶ້ນ ກ່ຽວ ກັບ ບັນດາຈຸດຄວາມງາມດ້ານວັດທະນະທຳ ຂອງ ການຝຶກສະມາທິ, ຊຶ່ງນຳມາເຊິ່ງກຳລັງແຮງໃຫ້ແຕ່ລະຄົນ. ທ່ານ ຫງວຽນ ຖ໋າຍຮ່າ ມາຈາກ ສະຖາບັນຄົ້ນຄວ້າ ໝູນໃຊ້ ການແພດ ພື້ນເມືອງ ແລະ ຮັກສາສຸຂະພາບເພື່ອອາຍຸຍືນ ຫວຽດ ໃຫ້ຮູ້ວ່າ: “ທາງສະຖາບັນ ຈະເຜີຍແຜ່ການຝຶກສະ ມາທິ ຜ່ານການສອນທາງໄກ ເພື່ອໃຫ້ ທຸກຄົນສາມາດເຂົ້າເຖິງ ແລະ ມີຄວາມເຂົ້າໃຈຍິ່ງຂຶ້ນ ກ່ຽວກັບ ວັດທະນະທຳ ອັນດີງາມ ຂອງ ການຝຶກສະມາທິນີ້. ປັດຈຸບັນ, ສະຖາບັນໄດ້ມີ ນັກຮຽນເຂົ້າຮ່ວມ ການຮຽນຝຶກສະມາທິ ເກືອບ 2000 ຄົນແລ້ວ”.
ບົດ: ບິກເວິນ-ພາບ: ຫວຽດເກື່ອງ

ອາຊີບຕ່ຳຫູກ ຂອງ ຊາວເຜົ່າ ລື້

ອາຊີບຕ່ຳຫູກ ຂອງ ຊາວເຜົ່າ ລື້

ຕັ້ງຫຼາຍເຊ່ັນຄົນມາແລ້ວ, ຊາວເຜົ່າ ລື້ ຢູ່ຕາແສງ ບ້ານຮອນ, ເມືອງ ຕາມເດື່ອງ, ແຂວງ ລາຍເຈົາ ໄດ້ຖືອາຊີບ ຕໍ່າຜ້າພື້ນເມືອງ ເປັນສິ່ງວັດແທກຄວາມຄ່ອງແຄ້ວ ແລະ  ເກັ່ງວຽກບ້ານການເຮືອນ ຂອງແມ່ ຍິງ. ເພາະສະນັ້ນ, ກີ່ຕໍ່າຜ້າພື້ນເມືອງ ຈຶ່ງແມ່ນເຄື່ອງ ໃຊ້ທີ່ສຳຄັນ ແລະ ຂາດບໍ່ໄດ້ໃນຄອບຄົວຊາວເຜົ່າ ລື້. 

Top