• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ກິລາ

Parkour - ສິລະປະຂອງການເຄື່ອນຍ້າຍ

ດ້ວຍການກະໂດດຈາກອາຄານຫຼັງນີ້ ຫາອາຄານຫຼັງອື່ນ, Parkour ກຳລັງກາຍເປັນປະເພດກິລາຫວາດສຽວ ຢູ່ຕາມຖະ ໜົນ ດຶງດູດຄວາມສົນໃຈຂອງວົງການໄວໜຸ່ມຫວຽດນາມ. 
Parkour ແມ່ນປະເພດກິລາຫວາດສຽວ, ກຳເນີດຈາກ ຕ່າງປະເທດ,  ຊຶ່ງໃຊ້ເຕັກນິກການເຄື່ອນຍ້າຍຢ່າງຄ່ອງແຄ້ວ ເພື່ອຂ້າມຜ່ານບັນດາພູມສັນຖານທີ່ສັບສົນ. ກິລາ Parkour ໄດ້ນຳເຂົ້າມາຫວຽດນາມ ແຕ່ປີ 2007,  ໂດຍຜ່ານ ກລິບຕ່າງໆຢູ່ ເທິງ  youtube. ດ້ວຍເຫດນັ້ນ, ຖ້າຫາກ ມີໂອກາດເດີນຜ່ານສວນສາທາລະນະ, ເດີ່ນຫຼິ້ນ ຫລື ເຂດຊຸມຊົນອາໄສຢູ່ຫລາຍຊັ້ນໃນນະຄອນຫລວງຮ່າໂນ້ຍໃນແຕ່ລະແລງ, ກໍ່ອາດເຫັນໄວຫນູ່ມຫຼິ້ນ Parkour  ກຳລັງກະໂດດ ແຕ່ຕຶກອາຄານ ຫຼັງນີ້ ຫາຕຶກອາຄານຫຼັງອື່ນ ຫຼື ປິນຂຶ້ນຝາຜະໜັງຕ່າງໆ ດ້ວຍ ເຕັກນິກຢ່າງຄ່ອງແຄ້ວ, ຕາມຈັງຫວະເໝືອນເຕັ້ນລະບຳ.

ບັນດາຕຶກອາຄານເກົ່າ ແລະ ຖືກປະຮ້າງໄວ້ ແມ່ນສະຖານທີ່ເຝິກແອບດີທີ່ສຸດສຳລັບນັກຫຼິ້ນ Parkour.


Parkour ແມ່ນປະເພດກິລາຫວາດສຽວ, ຮຽກຮ້ອງຜູ້ເຝິກ ຊ້ອມ ຕ້ອງມີສຸຂະພາບທີ່ດີ ແລະ ມີທັກສະພິເສດ. 


ຝຶກຊ້ອມບັນດາທ່າພື້ນຖານ ເພື່ອຍົກສູງກຳລັງແຮງ ແລະ ຄວາມທົນທານໜຽວແໜ້ນ. 
 

ບັນດາສະມາຊິກເກົ່າ ແນະນຳເຕັກນິກພື້ນຖານ ໃຫ້ຜູ້ຮຽນຫຼິ້ນໃໝ່. 


ຍ້ອນຕ້ອງແລ່ນໂດດ ແລະ ແກ່ວງໄກວ ຈັບເກາະຫຼາຍ ດັ່ງນັ້ນເກີບຂອງຜູ້ຫຼິ້ນ Parkour ມັກຈະຂາດໄວ. 


ຝຶກແອບທັກສະໃນການໄປ ແລະ ແລ່ນທ່ຽງຢູ່ເທິງ ລ່ຽມ ຝາປະທາຍສູງ. 
 
ຕ່າງກັບປະເພດກິລາອື່ນໆ, Parkour ບໍ່ມີຄວາມຮຽກຮ້ອງສິ້ນເປືອງໃສ່ອຸປະກອນຝຶກຊ້ອມ ພຽງມີເກີບກິລາຄູ່ໜຶ່ງ ນ້ຳໜັກເບົາໆ, ມີຄວາມທົນທານ ແລະ ເກາະຕິດດີກໍ່ພໍແລ້ວ. Parkour ສາມາດຫຼິ້ນຢູ່ບ່ອນໃດກໍ່ໄດ້, ພິເສດ ແມ່ນຢູ່ເຂດ ຕຶກອາຄານຫຼາຍຊັ້ນທີ່ຖືກປະຖິ້ມວ່າງເປົ່າ ຈະເປັນບ່ອນດີທີ່ສຸດສຳລັບຜູ້ຫຼິ້ນ Parkour. ກິລາ Parkour  ນັບມື້ນັບ ດຶງດູດ ຄວາມສົນໃຈ ຂອງຊາວໜຸ່ມຫຼາຍຄົນ ເນື່ອງຈາກວ່າ ມັນມີ ການປະສົມປະສານຂອງ ຫຼາຍປະເພດກິລາ ທີ່ແຕກຕ່າງກັນ ເຊັ່ນ: ມວຍ, ເຕັ້ນລະບຳ, hip hop, breakdance ແລະ ກາຍຍະບໍລິຫານ.

ທ້າວ ຫງວຽນແຄ້ງຢຸຍ, ສະມາຊິກຂອງກຸ່ມ Joker Parkour ຮ່າໂນ້ຍ ໃຫ້ຮູ້ວ່າ, Parkour ຖືວ່າເປັນວິຊາສິລະປະດ້ານ ການເຄື່ອນຍ້າຍ. ດ້ວຍຫຼາຍພູມສັນຖານ ແລະ ສິ່ງກີດ ຂວາງຫຼາຍຢ່າງ, ເຂົາເຈົ້າມີຫຼາຍວິທີ ເພື່ອຂ້າມຜ່ານ ຄື ແລ່ນ, ກະໂດດ, ແມ້ກະທັ້ງຄານ, ພຽງຖືກຮັບຮອງວ່າແມ່ນ Parkour ເມື່ອ ການເຄື່ອນໄຫວນັ້ນ ນຳໄປເຖິງຈຸດທີ່ຫມາຍຢ່າງໄວວາ ແລະ ປອດໄພທີ່ສຸດ.

ບໍ່ມີກົດລະບຽບລວມໃດໆ ໃຫ້ແກ່ຜູ້ຫຼິ້ນ Parkour ແຕ່ຕາມ ທຳມະດາ, ຜູ້ຫຼິ້ນຕ້ອງມີຄວາມຊຳນານ ທັງ 4 ທັກສະ ພື້ນຖານ. ນັ້ນແມ່ນ “Rolling”: ປ້ອມຕົວເຂົ້າ ເພື່ອຫຼີກລ່ຽງ ການກະທົບ ແລະ ລົດຜ່ອນກຳລັງດັນ ຂອງຮ່າງກາຍ; “Dismount”: ເກາະຫ້ອຍວັດຖຸໃດໜຶ່ງ ຄືແທ່ງເຫຼັກ, ຝາປະທາຍ, ປິ່ນ 180 ອົງສາ ແລະ ລົງແທດດິນ “Reverse vault” ກະໂດດຂ້າມສິ່ງເປັນອຸປະສັກ; “Landing”  ລົງແທດດິນດ້ວຍນີ້ວຕີນ, ພັບຕົວເຂົ້າ ເພື່ອລົດຜ່ອນຄວາມດັນ ແລະ ອື່ນໆ… ນອກຈາກນັ້ນ, ຫຼັງຈາກກຳແໜ້ນບັນດາ ທັກສະພື້ນຖານ ແລະ ມີປະສົບການ ໃນເວລາ ເຝິກຊ້ອມແລ້ວ, ຜູ້ຫຼິ້ນກໍ່ສາມາດ ປະດິດສ້າງ ເຕັກນິກການ ເຄື່ອນຍ້າຍອື່ນໆ ສະເພາະໃຫ້ແກ່ຕົນເອງ.

ຜູ້ຫຼິ້ນ Parkour ສະແດງການຂ້າມກຳແພງ ດ້ວຍທ່າທີທີ່ວ່ອງໄວ ແລະ ງາມຕາ. 


ການພຸ່ງຕົວຢ່າງງາມຕາ ດັ່ງໃນໜັງ.


ການທະຍານແຕ່ຫຼັງຄາເຮືອນຫຼັງນີ້ ໄປສູ່ຫຼັງຄາເຮືອນຫຼັງອື່ນ.


ຜູ້ຫຼິ້ນ Parkour ຫລາຍປີ ສາມາດປະຕິບັດທ່າໝູນຕົວ ຢ່າງງາມຕາ ຢູ່ກາງຫາວ. 


ການລົງແທດດິນ ທີ່ເຕັມໄປດ້ວຍຄວາມຫວາດສຽວ ຈາກຫຼັງຄາເຮືອນ ຂອງນັກຫຼິ້ນ Parkour ຜູ້ໜຶ່ງ. 


ເມື່ອໄດ້ມີການຝຶກຊ້ອມຢ່າງຊຳນິຊຳນານແລ້ວ, ນັກຫຼິ້ນ Parkour ສາມາດປະຕິບັດບັນດາ
ຈັງຫວະເຕັກນິກການເຄື່ອນຍ້າຍຢ່າງຄ່ອງແຄ້ວ ແລະ ມີສິລະປະ.

 
ມາຮອດປັດຈຸບັນ, Parkour ໄດ້ແຜ່ຂະຫຍາຍອອກສູ່ ບັນດາ ແຂວງ, ນະຄອນຕ່າງຂອງຫວຽດນາມ ເພີ່ມຈຳນວນ ຂຶ້ນເຖິງ 12 ກຸ່ມ. ພິເສດ, ໃນຂອບການຊິງລາງວັນ ກິລາປະເພດຜ່ອນຄາຍສະຫນອງສາກົນ ນະຄອນໂຮ່ຈີມິນ ເປີດປີ 2013, Parkour ໄດ້ກາຍເປັນຫນຶ່ງໃນຈຳນວນ  4 ປະເພດ ກິລາການແຂ່ງຂັນ ຢ່າງເປັນທາງການຮ່ວມກັບ: hip hop, roller sports  ແລະ  beatbox. 
ບົດ: ເງີນຮ່າ - ພາບ: ວັນກວ່ຽນ-ຫງອກໝີ໊

bichlien

ຫວຽດນາມ ເປັນເຈົ້າພາບ ຈັດການແຂ່ງຂັນ ເຈັດສກີ ມືອາຊີບ ສາກົນ ຄັ້ງທຳອິດ

ຫວຽດນາມ ເປັນເຈົ້າພາບ ຈັດການແຂ່ງຂັນ ເຈັດສກີ ມືອາຊີບ ສາກົນ ຄັ້ງທຳອິດ

ແມ່ນຈຸດໝາຍປາຍທາງແຫ່ງໃໝ່ ໃນປະຫວັດສາດ ຂອງ ການແຂ່ງຂັນ ເຈັດສກີ ມືອາຊີບສາກົນ (UIM F1H2O World Championship), ແຂວງ ບິ່ງດິ້ງ ໄດ້ເສີມຂະຫຍາຍ ຢ່າງມີປະສິດທິຜົນ ທຸກແຫຼ່ງກຳລັງແຮງ ແລະ ຄວາມສາມາດບົ່ມຊ້ອນ ເພື່ອແນໃສ່ ໂຄສະນາພາບພົດທີ່ສວຍງາມ ແລະ ຕັ້ງໜ້າອອກສູ່ສາຍຕາຊາວໂລກ.

Top