• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕ​ີ​ຊາບ​ຊຶມເປົ້າໝາຍ​ສ​ະ​ກັ​ດ​ກັ້ນ, ຈຳ​ກັດ​ໂລກ​ລະ​ບາດ Covid – 19 ແຜ່​​ລາມ​ອອກ​ສູ່​ວົງ​ຄະ​ນະ​ຍາດ

ຫ້ອງວ່າການລັດຖະບານຫາກໍ່ມີແຈ້ງການສະຫຼຸບຂອງທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກທີ່ກອງປະຊຸມຄະນະປະຈຳລັດຖະບານກ່ຽວກັບການປ້ອງກັນ, ສະກັດກັ້ນ Covid – 19.

ທ່ານນາຍົກລັດຖະມົນຕີຊາບຊຶມເປົ້າໝາຍສະກັດກັ້ນ, ຈຳກັດໂລກລະບາດ Covid – 19  ແຜ່ລາມອອກສູ່ວົງຄະນະຍາດ (ພາບ: chinhphu.vn)

ແຈ້ງການໄດ້ຊີ້ແຈ້ງວ່າວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ໄດ້ກ້າວເຂົ້າສູ່ໄລຍະໃໝ່, ຮຽກຮ້ອງຕ້ອງມີຄວາມຕັດສິນໃຈສູງກ່ວາອີກ, ມີຄວາມສາມັກຄີ, ມີຄວາມຮັບຜິດຊອບສູງກ່ວາຂອງທົ່ວທັງລະບົບການເມືອງຕໍ່ບັນດາມາດຕະການຢ່າງແຮງ ແລະ ຂ້ຽວຂາດກ່ວາອີກ.

        ທ່ານນາຍົກລັດຖະມົນຕີສະເໜີໃຫ້ທຸກຂັ້ນ, ທຸກຂະແໜງການ, ປະຊາຊົນ, ເປັນຕົ້ນແມ່ນບັນດາອົງການຈັດຕັ້ງມະຫາຊົນ, ການເມືອງ- ສັງຄົມເພີ່ມທະວີການຂົນຂວາຍ, ກ່າວເຕືອນແລະປະຕິບັດ ໃນແຕ່ລະອົງການ, ກຸ່ມຊຸມຊົນ, ຄອບຄົວແລະປະຊາຊົນແຕ່ລະຄົນກ່ຽວກັບການປ່ຽນແປງຄວາມຊິນເຄີຍ,  ແບບແຜນການດຳລົງຊີວິດຢ່າງແຮງເພື່ອປັບຕົວໃຫ້ແທດເໝາະກັບຄວາມຮຽກຮ້ອງຕ້ອງການໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19.

 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

“ສົນທິສັນຍາ ຮ່າໂນ້ຍ”, ເອກະສານນິຕິກຳສະບັບທຳອິດຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ທີ່ໄດ້ຮັບຮອງໂດຍສະມັດຊາໃຫຍ່ ສປຊ ໃນວັນທີ 24 ທັນວາ 2024 ແລະ ໄດ້ເປີດພິທີລົງນາມຢ່າງເປັນທາງການ ຢູ່ຮ່າໂນ້ຍໃນວັນທີ 25 – 26 ຕຸລາ 2025, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ເຫດການນີ້ບໍ່ພຽງແຕ່ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເທົ່ານັ້ນຫາກຍັງຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນການແບ່ງປັນຄວາມຮັບຜິດຊອບໃນການປ້ອງກັນຄວາມປອດໄພທາງອິນເຕີເນັດອີກດ້ວຍ.

Top