• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເບິ່ງແຍງດູແລຜູ້ອອກແຮງງານ, ຄອບຄົວທຸກຍາກ, ເດັກນ້ອຍປະສົບກັບຄວາມຫຍຸ້ງຍາກໃນຍາມບຸນເຕັດ


ເບິ່ງ​ແຍງ​ດູ​ແລ​​ຜູ້​ອອກ​ແຮ​ງງານ, ຄອບຄົວ​ທຸກ​ຍາກ, ​
ເດັກນ້ອຍ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ໃນ​ຍາມ​ບຸນ​ເຕັດ
(ພາບ: laodong.com)

      ເນື່ອງ​ໃນ​ໂອກາດ​ບຸນ​ເຕັດ​ປີ​ລະກາ 2017, ນະຄອນ ຫາຍ​ຟ່ອງ ​ໄດ້​ສະຫງວນ 1,2 ຕື້​ດົ່ງ ​ແນ​ໃສ່​ໜູນ​ຊ່ວຍກຳມະກອນ​ຜູ້​ອອກ​ແຮງ​ງານ​ໃນ​ບໍລິ​ເວນນະຄອນ. ​ເຂດ​ເສ​ດຖະກິດ​ນະຄອນ ຫາຍ​ຟ່ອງ ​ໄດ້​ມອບ​ຂອງຂວັນ​ໃຫ້​ຜູ້​ອອກ​ແຮງ​ງານ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງ​ຍາກກ່ວາ 3.500 ພູດ ​ແລະ ລົດ 40 ຖ້ຽວ​ໂດຍ​ບໍ່​ເສຍ​ຄ່າ​​ເພື່ອຂົນ​ສົ່ງ​ຜູ້ອອກ​ແຮງ​ງານ​ກັບ​ເມືອ​ບ້ານ​ຕ້ອນຮັບ​ບຸນ​ເຕັດ​. ສະຫະພັນ​ແຮງ​ງານ​ນະຄອນ ຫາຍ​ຟ່ອງ ​​ໄດ້ມອບ​ຂອງຂວັນ​ໃຫ້​ຜູ້​ອອກ​ແຮງ​ງານ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ໃນ​ບໍລິ​ເວນ​ນນະ​ຄອນ​ດ້ວຍ​ຍອດຈຳນວນ​ເງິນ 1,4 ຕື້​ດົ່ງ.
        ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ແຂວງ ກວາງ​ຈີ້ ​ໄດ້ສົມທົບ​ກັບ​ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ ພ້ອມ​ດ້ວຍ​ບັນດາ​ຄະນະ, ຂະ​ແໜງ​ການ, ອົງການ​ຈັດ​ຕັ້ງ​ມະຫາຊົນພາຍ​ໃນ​ແຂວງ​​ໄດ້ຈັດ​ຕັ້ງ​ພິທີ​ມອບ​ຂອງຂວັນ​ບຸນ​ເຕັດ​ຂອງ​ປະທານ​ປະ​ເທດ​​ໃຫ້​ຜູ້​ມີ​ຄຸນງາ​ມຄວາມດ​ີຕໍ່ການ​ປະຕິວັດ, ບັນດາ​ຄອບ​ຄົວ​ເປົ້າ​ໝາຍ​ນະ​ໂຍບາຍ​ໃນ​ບໍລິ​ເວນ​ແຂວງເກືອບ 33.000 ພູດ ດ້ວຍ​ຍອດ​ມູນ​ຄ່າ​ເກືອບ 6,7 ຕື້​ດົ່ງ. ພ້ອມ​ກັນ​ນັ້ນ ອຳນາດ​ການ​ປົກຄອງ​ແຂວງ ກວາງ​ຈີ້ ກໍ່ໜູນ​ຊ່ວຍ​ເຂົ້າສານ​ເກືອບ 1.500 ​ໂຕນ​ໃຫ້​ແກ່ 30.000 ຄອບຄົວ​ທີ່​ປະສົບ​ກັບຄວາມ​ຫຍຸ້ງ​ຍາກ​ພິ​ເສດ​ເນື່ອງ​​ໃນ​ໂອກາດ​ບຸນ​ປີ​ໃໝ່​ປະຈຳ​ຊາດ.
(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ການສັບສ້ອນ, ຫັນກົງຈັກເປັນກະທັດລັດ, ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແມ່ນລຸລ່ວງໂດຍພື້ນຖານແລ້ວ

Top