• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງ​ປະ​ທານຜູ້​ປະ​ຈຳ​ການ​ສະ​ພາ​ແຫ່ງ​ຊາດ ອວຍ​ພອນ​ຜູ້​ມີ​ຍົກ​ສັກ​ຕຳ​ແໜ່ງ​ທາງ​ສາ​ສະ​ໜາ​ພຸດ ຫວຽດ​ນາມ ເນື່ອງ​ໃນ​ໂອ​ກາດ​ວັນ​ບຸນ​ວິ​ສາ​ຂະ​ບູ​ຊາ

ທ່ານຮອງປະທານຜູ້ປະຈຳການ ສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ໄປຢ້ຽມຢາມ, ອວຍພອນ ພະມະຫາອາຈານ ທິກແທັງຫຍຽວ, ຮອງປະທານຜູ້ປະຈຳການສະພາບໍລິຫານງານ ສະມາຄົມພຸດທະສາສະໜາ ຫວຽດນາມ ເນື່ອງໃນໂອກາດວັນບຸນວິສາຂະບູຊາ າ ພສ.2565 ແລະ ສະເຫຼີມສະຫຼອງວັນສ້າງຕັ້ງສະມາຄົມພຸດທະສາສະໜາ ຫວຽດນາມ ຄົບຮອບ 40 ປີ.

ຕອນເຊົ້າວັນທີ 19 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານຮອງປະທານຜູ້ປະຈຳການ ສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ໄປຢ້ຽມຢາມ, ອວຍພອນ ພະມະຫາອາຈານ ທິກແທັງຫຍຽວ, ຮອງປະທານຜູ້ປະຈຳການສະພາບໍລິຫານງານ ສະມາຄົມພຸດທະສາສະໜາ ຫວຽດນາມ ເນື່ອງໃນໂອກາດວັນບຸນວິສາຂະບູຊາ າ ພສ.2565 ແລະ ສະເຫຼີມສະຫຼອງວັນສ້າງຕັ້ງສະມາຄົມພຸດທະສາສະໜາ ຫວຽດນາມ ຄົບຮອບ 40 ປີ.

        ທ່ານຮອງປະທານ ຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ຮັບຮູ້ ແລະ ຕີລາຄາສູງການປະກອບສ່ວນສຳຄັນ ແລະ ມີຄວາມໝາຍຂອງ ສະມາຄົມພຸດທະສາສະໜາ ຫວຽດນາມ ໃນໄລຍະຜ່ານມາ, ໂດຍສະເພາະ ແມ່ນວຽກງານສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ການປະຕິບັດບັນດາຂໍ້ກຳນົດໃນການປ້ອງກັນ, ສະກັດກັ້ນໂລກລະບາດ ໂຄວິດ - 19, ປະຕິບັດວຽກງານການກຸສົນໄດ້ເປັນຢ່າງດີ, ຕັ້ງໜ້າເຂົ້າຮ່ວມ ໂຄງການ ທົ່ວປະເທດຮ່ວມແຮງຮ່ວມໃຈເພື່ອຄົນທຸກຍາກ… ອັນໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາຂອງສັງຄົມ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ຈີນ ເຮັດ​ໃຫ້​ການ​ພົວ​ພັນ​ຢ່າງ​ແທ້​ຈິງ​ໃນ​ບ​ັນ​ດາ​ຂົງ​ເຂດ​ເລິກ​ເຊິ່ງ​ກ່​ວາ​ອີກ

ຫວຽດ​ນາມ ແລະ ຈີນ ເຮັດ​ໃຫ້​ການ​ພົວ​ພັນ​ຢ່າງ​ແທ້​ຈິງ​ໃນ​ບ​ັນ​ດາ​ຂົງ​ເຂດ​ເລິກ​ເຊິ່ງ​ກ່​ວາ​ອີກ

ທ່ານ He Wei ເອກອັກຄະລັດຖະທູດ ຈີນ ຢັ້ງຢືນວ່າ ຈີນ ພ້ອມແລ້ວທີ່ຈະພ້ອມກັບ ຫວຽດນາມ ເຮັດໃຫ້ການຮ່ວມມືຢ່າງແທ້ຈິງໃນບັນດາຂົງເຂດເລິກເຊິ່ງກ່ວາອີກ, ສືບຕໍ່ຜັນຂະຫຍາຍບັນດາການເຄື່ອນໄຫວຂອງປີພົບປະແລກປ່ຽນວັດທະນະທຳມະນຸດ ຈີນ - ຫວຽດນາມ

Top