• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງປະທານສະພາແຫ່ງຊາດ ໂດ້ບ໋າຕິ ຢ້ຽມຢາມ ຈີນ

      ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ນຳໂດຍທ່ານໂດ້ບ໋າຕິ, ຮອງປະທານສະພາແຫ່ງຊາດ, ປະທານກຸ່ມສະມາຊິກລັດຖະສະພາຫວຽດນາມ - ຈີນ, ເປັນຫົວໜ້າຄະນະ ພວມມີການຢ້ຽມຢາມຈີນ ໃນລະຫວ່າງວັນທີ 18 – 22 ທັນວາ.

(ທ່ານ ໂດ້ບ໋າຕິ ຮອງປະທານສະພາແຫ່ງຊາດພົບປະກັບທ່ານປະທານສະພາແຫ່ງຊາດຈີນ ຈາງຕີຈຽງ)
      ການຢ້ຽມຢາມຖືກດຳເນີນຕາມຄຳເຊີນຂອງສະພາແຫ່ງຊາດຈີນ; ປະຕິບັດຂໍ້ຕົກລົງຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ແລະ ຈີນ.
        ທີ່ການຕ້ອນຮັບຄະນະຜູ້ແທນຫວຽດນາມ ໃນຕອນບາຍວັນທີ 19 ທັນວາ, ທ່ານປະທານສະພາແຫ່ງຊາດຈີນ ຈາງຕີຈຽງ ຖືວ່າ, 2 ຝ່າຍຄວນມານະພະຍາຍາມສູ້ຊົນຜັນຂະຫຍາຍການຮ່ວມມືຮອບດ້ານລະຫວ່າງ 2 ພັກ, 2 ລັດ. ກ່ຽວກັບຄວາມບໍ່ລົງລອຍກັນຢູ່ທະເລ, 2 ຝ່າຍຄວນຮັບຮອງເອົາການເຈລະຈາມິດຕະພາບ, ການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດເພື່ອພ້ອມກັນແກ້ໄຂບັນຫາ. ອົງການນິຕິບັນຍັດ 2 ປະເທດຄວນຊຸກຍູ້ບັນດາກົນໄກຮ່ວມມືລະຫວ່າງ 2 ປະເທດ, ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ…
        ສ່ວນທ່ານຮອງປະທານສະພາແຫ່ງຊາດ ໂດ້ບ໋າຕິ ຖືວ່າ, ບັນຫາຄວາມບໍ່ລົງລອຍກັນຢູ່ທະເລ, 2 ຝ່າຍຄວນວາງອອກໃນຍຸດທະສາດໄລຍະຍາວ, ເໝາະສົມກັບກົດໝາຍສາກົນກ່ຽວກັບກົດໝາຍວ່າດ້ວຍທະເລ, ເຄົາລົບຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ແລະ ສ້າງສຳເລັດກົດແຫ່ງການປະພຶດໃນທະເລຕາເວັນອອກ (COC)ໂດຍໄວ, ເຄົາລົບຜົນປະໂຫຍດອັນຊອບທຳຂອງບັນດາປະເທດຢ່າງຄົບຖ້ວນ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top