• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ລົງພົບປະກັບຜູ້ມີສິດເລຶອກຕັ້ງເມືອງ ດຶກຮ່ວາ ແຂວງລອງອານ

ວັນທີ 17 ມີຖຸນາ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມ ເຈືອງຮ່ວາບີງ ພ້ອມດ້ວຍຄະນະສະມາຊິກສະພາແຫ່ງຊາດແຂວງ ລອງອານ ໄດ້ລົງພົບປະກັບຜູ້ມີສິດເລຶອກຕັ້ງເມືອງ ດຶກຮ່ວາ ແຂວງລອງອານ.

ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມ ເຈືອງຮ່ວາບີງ

ທີ່ການພົບປະ,  ຜູ້ມີສິດເລຶອກຕັ້ງເກືອບທັງໝົດຖືວ່າ ທີ່ກອງປະຊຸມສະໄໝສາມັນເທື່ອທີ 7 ສະພາແຫ່ງຊາດຫວຽດນາມຊຸດທີ 14 ນັ້ນ, ບັນດາວາລະຊັກຖາມ ແລະ ຕອບຄຳຊັກຖາມໄດ້ດຳເນີນໃນບັນຍາກາດປະຊາທິປະໄຕ, ດຶງດູດຄວາມສົນໃຈຂອງບັນດາ ຜູ້ມີສິດເລຶອກຕັ້ງ.

    ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມ ເຈືອງຮ່ວາບີງ ຢືນຢັນວ່າ ລັດຖະບານ ຈະສືບຕໍ່ນຳບັນດາປະມວນກົດໝາຍ, ມະຕິ, ດຳລັດ, ຄຳສັ່ງ…ເຂົ້າສູ່ຊີວິດຕົວຈິງ. ບັນດາຮ່າງກົດໝາຍທີ່ໄດ້ຮັບການປະກອບຄຳເຫັນ ທີ່ກອງປະຊຸມສະໄໝສາມັນເທື່ອທີ 7 ສະພາແຫ່ງຊາດຫວຽດນາມຊຸດທີ 14 ນັ້ນ ແມ່ນມີຄວາມໝາຍສຳຄັນໃນຊີວິດສັງຄົມ, ຮັບໃຊ້ຂະບວນວິວັດແຫ່ງການພັດທະນາ ແລະ ເຊື່ອມໂຍງສາກົນຂອງປະເທດຊາດ.

(ແຫຼ່ງຄັດຈາກ VOV)

ການ​ພົວ​ພັນ ຫວຽດ​ນາມ ຈີ​ເລ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່, ເລິກ​ເຊິ່ງ, ແທ້​ຈິງ

ການ​ພົວ​ພັນ ຫວຽດ​ນາມ ຈີ​ເລ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່, ເລິກ​ເຊິ່ງ, ແທ້​ຈິງ

ທ່ານ​ José Antonio Kast ປະ​ທາ​ນາ​ທິ​ບໍ​ດີ ຈີ​ເລ ໃຫ້​ຮູ້​ວ່າ ຈີ​ເລ​ ຍິນ​ດີ​ຕ້ອນ​ຮັບ​ບັນ​ດາ​ນັກ​ລົງ​ທຶນ ຫວຽດ​ນາມ; ສະ​ເໜີ​ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ແລະ ຈີ​ເລ​ພ້ອມ​ກັນ​ເປີດກວ້າງ​ບັນ​ດາ​ຮູບ​ແບບ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ອຸດ​ສາ​ຫະ​ກຳ ແລະ ເຕັກ​ໂນ​ໂລ​ຢີ.

Top