• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອັດກອງປະຊຸມຄັ້ງທີ 2 ຂອງຄະນະປະຈຳສະພາແຫ່ງຊາດ


ທ່ານນາງ ຫງວຽນທິກິມເງິນ ກ່າວຄຳເຫັນທີ່ວາລະປະຊຸມຄັ້ງທີ 2
      ກ່າວ​ຄຳ​ເຫັນ​ທີ່​ພິທີ​ອັດ​ກອງ​ປະຊຸມ​ໃນ​ຕອນ​ບ່າຍ​ວັນ​ທີ 16/8, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ​ໃຫ້​ຮູ້​ວ່າ: ກອງ​ປະຊຸມ​ຄັ້ງ​ທີ 2, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໄດ້​ປະກອບ​ຄຳ​ເຫັນ​ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການພິທັກ​ຮັກສາ, ຮ່າງ​ກົດໝາຍ​ວ່າ​ດ້ວຍ​ຕຳຫຼວດ​ຂັ້ນ​ຕາ​ແສງ, ​ໃບ​ຍື່ນ​ສະ​ເໜີ​ຂອງລັດຖະບານ​ກ່ຽວຂ້ອງ​ເຖິງ​ການ​ປັບປຸງ​ແຜນການ​ທຶນ​ຕ່າ​ງປະ​ເທດ​ປີ 2016, ປະກອບ​ຄຳ​ເຫັນ​ກ່ຽວ​ກັບ​ໃບ​ຍື່ນ​ສະ​ເໜີ​ຂອງ​ລັດຖະບານ​ກ່ຽວ​ກັບ​ການສະ​ເໜີ​ນຳ​​ໃຊ້​ແຫ​ລ່ງທຶນ​ຈາກ​ພັນທະບັດ​ລັດຖະບານ​ສຳຮອງ​ໄລ​ຍະ 2012 – 2015 ຂອງ​​ໂຄງການ​ໜອງ ຕ໋າ​ແຈກ…
        ກ່ຽວ​ກັບ​ກອງ​ປະຊຸມ​ຄັ້ງ​ທີ 2, ສະພາ​ແຫ່ງ​ຊາດ​ຊຸດ​ທີ 14, ທ່ານ​ນາງປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ​ໃຫ້​ຮູ້​ວ່າ: ຄາດ​ວ່າ, ກອງ​ປະຊຸມ​ຈະ​ດຳ​ເນີນ​ໄປ​ໃນ​ເວລາ 22 ວັນ​ເຄິ່ງ, ​ແຕ່​ວັນ​ທີ 20/10 ຫາ​ວັນ​ທີ 18/11. ​ໃນ​ນັ້ນ, ພິຈາລະນາ​ຮັບຮອງ​ເອົາ​ຮ່າງ​ກົດໝາຍ 4 ສະບັບ, ຮ່າງ​ມະ​ຕິ 1 ສະບັບ. ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ​ເນັ້ນ​ໜັກ​ວ່າ: ຈຸດ​ສຸມ​ໃນ​ກອງ​ປະຊຸມ​ຄັ້ງ​ທີ 2 ນີ້​ແມ່ນ​ວຽກ​ງານ​ກະກຽມ​ປະກອບ​ຄຳ​ເຫັນ​​ໃຫ້​ແກ່​ຮ່າງ​ກົດໝາຍ 14 ສະບັບ.
(ແຫຼ່ງຄັດຈາກ VOV)
                                                                                            

ການ​ພົວ​ພັນ ຫວຽດ​ນາມ ຈີ​ເລ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່, ເລິກ​ເຊິ່ງ, ແທ້​ຈິງ

ການ​ພົວ​ພັນ ຫວຽດ​ນາມ ຈີ​ເລ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່, ເລິກ​ເຊິ່ງ, ແທ້​ຈິງ

ທ່ານ​ José Antonio Kast ປະ​ທາ​ນາ​ທິ​ບໍ​ດີ ຈີ​ເລ ໃຫ້​ຮູ້​ວ່າ ຈີ​ເລ​ ຍິນ​ດີ​ຕ້ອນ​ຮັບ​ບັນ​ດາ​ນັກ​ລົງ​ທຶນ ຫວຽດ​ນາມ; ສະ​ເໜີ​ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ແລະ ຈີ​ເລ​ພ້ອມ​ກັນ​ເປີດກວ້າງ​ບັນ​ດາ​ຮູບ​ແບບ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ອຸດ​ສາ​ຫະ​ກຳ ແລະ ເຕັກ​ໂນ​ໂລ​ຢີ.

Top