• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ - ສິງກະໂປ ຮ່ວມມືຍົກສູງກຳລັງຄວາມສາມາດຢູ່ ອະນຸພາກພື້ນ ແມ່ນ້ຳຂອງ

      ທ່ານຮອງນາຍົກລັດຖະມົນຕີ ຟ້າມມິງມິງ ໄດ້ສະແດງຄວາມຊົມເຊີຍເມື່ອສອງຝ່າຍໄດ້ສ້າງຕັ້ງ ແລະ ຜັນຂະຫຍາຍສອງກຸ່ມປະຕິບັດງານກ່ຽວກັບ ການຮັມມືກັບໂລກລະບາດໂຄວິດ - 19 ໂດຍໄວ, ມຸ່ງໄປເຖິງການຢັ້ງຢືນເຊິ່ງກັນແລະກັນ ກ່ຽວກັບໃບຢັ້ງຢືນວັກຊິນ, ການຮ່ວມມືເສດຖະກິດດີຈີຕອນ ເພື່ອແນໃສ່ສ້າງກຳລັງໜູນໃຫ້ແກ່ການ ຟື້ນຟູ ແລະ ພັດທະນາເສດຖະກິດທີ່ເໝາະສົມກັບສະພາບການໃໝ່.
ທ່ານ ຮອງນາຍົກລັດຖະມົນຕີ ຫວຽດນາມ ຟ້າມບິ່ງມິງ ໃຫ້ການຕ້ອນຮັບເຂົ້າຢ້ຽມຂ່ຳນັບຂອງທ່ານລັດຖະມົນຕີກະຊວງການຕ່າງປະເທດ
ສິງກະໂປ
Vivian Balakrishnan
      ວັນທີ 22 ມິຖຸນາ, ຢູ່ສຳນັກງານລັດຖະບານ, ທ່ານ ຮອງນາຍົກລັດຖະມົນຕີ ຫວຽດນາມ ຟ້າມບິ່ງມິງ ໄດ້ໃຫ້ການຕ້ອນຮັບເຂົ້າຢ້ຽມຂ່ຳນັບຂອງທ່ານລັດຖະມົນຕີກະຊວງການຕ່າງປະເທດ ສິງກະໂປ Vivian Balakrishnan  ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ຟ້າມມິງມິງ ໄດ້ສະແດງຄວາມຊົມເຊີຍເມື່ອສອງຝ່າຍໄດ້ສ້າງຕັ້ງ ແລະ ຜັນຂະຫຍາຍສອງກຸ່ມປະຕິບັດງານກ່ຽວກັບ ການຮັມມືກັບໂລກລະບາດໂຄວິດ - 19 ໂດຍໄວ, ມຸ່ງໄປເຖິງການຢັ້ງຢືນເຊິ່ງກັນແລະກັນ ກ່ຽວກັບໃບຢັ້ງຢືນວັກຊິນ, ການຮ່ວມມືເສດຖະກິດດີຈີຕອນ ເພື່ອແນໃສ່ສ້າງກຳລັງໜູນໃຫ້ແກ່ການ ຟື້ນຟູ ແລະ ພັດທະນາເສດຖະກິດທີ່ເໝາະສົມກັບສະພາບການໃໝ່. ທ່ານຮອງນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ສອງຝ່າຍກວດກາຄືນໃໝ່ ແລະ ຊອກຫາບັນດາມາດຕະການຜັນຂະຫຍາຍບັນດາຂົງເຂດການຮ່ວມມືໃນຂອບເຂດສັນຍາເຊື່ອມຕໍ່ເສດຖະກິດ ຫວຽດນາມ ສິງກະໂປຢ່າງມີປະສິດທິຜົນ, ຊຸກຍູ້ການຄ້າພັດທະນາຕາມທິດສະເໝີພາບ ຢ່າງມີປະສິດທິຜົນ, ເປີດກວ້າງຮູບແບບເຂດອຸດສາຫະກຳ ຫວຽດນາມ ສິງກະໂປ (VSIP) ຕາມທິດເຂດອຸດສາຫະກຳອັດສະລິຍະ, ເຕັກໂນໂລຢີສູງ, ປ່ຽນແປງໃໝ່, ມີ ປະດິດຄິດສ້າງ ແລະ ເປັນມິດກັບສິ່ງແວດລ້ອມ. ທ່ານຮອງນາຍົກລັດຖະມົນຕີ ກໍ່ສະເໜີໃຫ້ສິງກະໂປສືບຕໍ່ບັນດາໂຄງການຮ່ວມມືຍົກສູງກຳລັງຄວາມສາມາດຢູ່ເຂດອະນຸພາກພື້ນ ແມ່ນ້ຳຂອງ, ສົມທົບທັດສະນະໃນບັນດາບັນຫາພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີບັນຫາທະເລຕາເວັນອອກ, ຮັບປະກັນການຜັນຂະຫຍາຍຈິດໃຈສາມັກຄີ ແລະ ບົດບາດເປັນໃຈກາງຂອງ ອາຊຽນ.
ສ່ວນທ່ານ Vivian Balakrishnan ໄດ້ຢັ້ງຢືນວ່າ ຈະສົມທົບກັບກະຊວງການຕ່າງປະເທດ ຫວຽດນາມ ຊຸກຍູ້ບັນດາການຢ້ຽມຢາມຂັ້ນສູງ ແລະ ທຸກຂັ້ນ, ຜັນຂະຫຍາຍບັນດາຄຳເຫັນຊີ້ນຳຂອງ ການນຳສອງປະເທດ ຢ່າງມີປະສິດທິຜົນ, ປະກອບສ່ວນເຂົ້າໃນການນຳການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ສິງກະໂປ ພັດທະນາຢ່າງເລິກເຊິ່ງກວ້າງຂວາງ, ແທດຈິງບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະ ຜົນປະໂຫຍດລວມ.
(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top