• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ - ຈຸດພົ້ນເດັ່ນໃນສະພາບເສດຖະກິດ ອາຊີ 2019

      ດ້ວຍທ່າເຕີບໂຕເສດຖະກິດສູງກ່ວາ 6% ຢ່າງລຽນຕິດໃນ 2 ປີຜ່ານມາ, ຫວຽດນາມ ຄືດັ່ງແມ່ນຈຸດພົ້ນເດັ່ນທີ່ຫາຍາກໃນສະພາບການເສດຖະກິດ ອາຊີ 2019. ນີ້ແມ່ນຂໍ້ສັງເກດຂອງທ່ານນາງ Wendy Cutler ຮອງປະທານສະຖານບັນ Asia Society ທີ່ມີສຳນັກງານຕັ້ງຢູ່ນະຄອນ ນິວຢອກ, ອາເມລິກາ.
      ທ່ານນາງ Cutler ຖືວ່າ: ຫວຽດນາມ ພວມກາຍເປັນສະຖານທີ່ດູດດື່ມສຳລັບບັນດານັກລົງທຶນໃນສະພາບສົງຄາມການຄ້າຄືປັດຈຸບັນ. ທ່ານນາງ Cutler ກໍ່ເນັ້ນໜັກເປັນພິເສດເຖິງ ບັນດາກາລະໂອກາດ ເຊິ່ງສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ຈະນຳມາໃຫ້ ຫວຽດນາມ.
        ກ່ອນນັ້ນ, ໃນກາງເດືອນ ພະຈິກ ຜ່ານມາ, ອົງການໃຫ້ຄຳປຶກສາດ້ານເສດຖະກິດ Conference Board ກໍ່ໄດ້ຄາດຄະເນວ່າ ຫວຽດນາມ ຈະແມ່ນຈຸດພົ້ນເດັ່ນໃນສະພາບເສດຖະກິດທົ່ວໂລກ ແລະ ມີຫລາຍຂົງເຂດເພື່ອຊຸກຍູ້ການເຕີບໂຕເສດຖະກິດໃນປີ 2019. ອົງການນີ້ ຄາດຄະເນວ່າ ເສດຖະກິດ ຫວຽດນາມ ຈະບັນລຸລະດັບເຕີບໂຕ 7% ໃນປີຈະມາເຖິງ.
 (ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top