• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ສິງກະໂປ ເພີ່ມທະວີການຮ່ວມມືໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19

      ວັນທີ 13 ກັນຍາ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຫງວຽນມິງຫວູ ໄດ້ເຈລະຈາແບບທາງໄກກັບທ່ານເລຂາຜູ້ປະຈຳການຄະນະພັກ ກະຊວງການຕ່າງປະເທດ ສິງກະໂປ  Chee Wee Kiong ເພື່ອແລກປ່ຽນບົດຮຽນກ່ຽວກັບບັນດາມາດຕະການຮັບມືກັບໂລກລະບາດໂຄວິດ - 19 ແລະ ຟື້ນຟູເສດຖະກິດ.
ການເຈລະຈາ ລະຫວ່າງທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຫງວຽນມິງຫວູ ກັບ ທ່ານເລຂາຜູ້ປະຈຳການຄະນະພັກ ກະຊວງການຕ່າງປະເທດ ສິງກະໂປ  Chee Wee Kiong (ພາບ: ກະຊວງການຕ່າງປະເທດ)
      ທີ່ການເຈລະຈາ, ທ່ານຮອງລັດຖະມົນຕີ ຫງວຽນມິງຫວູ ສະແດງຄວາມຂອບອົກຂອບໃຈອີກຄັ້ງໜຶ່ງຕໍ່ການສະໜັບສະໜູນ ແລະ ການຊ່ວຍເຫຼືອຂອງ ສິງກະໂປ ທີ່ມີຕໍ່ ຫວຽດນາມ, ພິເສດ ແມ່ນໄດ້ໃຫ້ການໜູນຊ່ວຍບັນດາວັດຖຸ, ອຸປະກອນການແພດທີ່ຈຳເປັນ ເພື່ອຕ້ານໂລກລະບາດ. ທ່ານຮອງລັດຖະມົນຕີ ຫງວຽນມິງຫວູ ປາດຖະໜາວ່າ ສິງກະໂປ ຈະສືບຕໍ່ໃຫ້ການໜູນຊ່ວຍ ຫຼື ສະໜອງວັກຊິນໃຫ້ແກ່ ຫວຽດນາມ ໄວທີ່ສຸດເທົ່າທີ່ໄວໄດ້.
        ສ່ວນທ່ານ ເລຂາຜູ້ປະຈຳການຄະນະພັກ ກະຊວງການຕ່າງປະເທດ ສິງກະໂປ  Chee Wee Kiong ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການພົວພັນທີ່ໄວ້ເນື້ອເຊື່ອໃຈ ແລະ ສະໜິດຕິດພັນລະຫວ່າງກະຊວງການຕ່າງປະເທດສອງປະເທດ ແນໃສ່ຊຸກຍູ້ສາຍພົວພັນຄູ່ຮ່ວມມືຍຸດທະສາດ ລະຫວ່າງ ສິງກະໂປ - ຫວຽດນາມ ໃນບັນດາຂົງເຂດ, ໃນນັ້ນ ມີການຮັບມືກັບໂລກລະບາດ, ຊຸກຍູ້ການເປີດປະຕູເສດຖະກິດ ແລະ ສະກັດກັ້ນການຕັດຕອນຂອງລະບົບສະໜອງ. ທ່ານກໍເຊື້ອໝັ້ນວ່າ ຫວຽດນາມ ຈະຄວບຄຸມໂລກລະບາດໄດ້ໂດຍໄວ ເພື່ອໃຫ້ສອງຝ່າຍສາມາດເປີດປະຕູ, ສ້າງເງື່ອນໄຂສະດວກໃຫ້ພົນລະເມືອງສອງປະເທດໄປມາຫາສູ່ກັນ.
        ສອງຝ່າຍກໍໄດ້ແລກປ່ຽນກ່ຽວກັບຫຼາຍບົດຮຽນປະສົບການ ແນໃສ່ຄວບຄຸມໂລກລະບາດໄດ້ໂດຍໄວ ມຸ່ງໄປເຖິງການຟື້ນຟູເສດຖະກິດ ແລະ ນຳປະເທດກ້າວເຂົ້າສູ່ສະພາບປົກກະຕິໃໝ່.
(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top