• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມຮັບມືກັບການປ່ຽນແປງຂອງດິນຟ້າອາກາດເພື່ອເປົ້າໝາຍພັດທະນາການທ່ອງທ່ຽວແບບຍືນຍົງ


(ທ່ານ​ນາງ ດັ້ງ​ທິ​ບິ໋ກ​ລຽນ, ຮອງ​ລັດ​ຖະ​ມົນ​ຕີ​
ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່​ອງ​ທ່ຽວກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ)
 
​​      ຕອນ​ເຊົ້າ​ວັນ​ທີ 17/08, ຢູ່​ຮ່​າ​ໂນ້ຍ, ກົມ​ໃຫຍ່​ທ່ອ​ງ​ທ່ຽວ, ກະ​ຊວງວັດ​ທະ​ນະ​ທຳ​ກິ​ລາ ແລະ ທ່ອງ​ທ່ຽ​ວ​ຈັດ​ຕັ້ງກອງ​ປະ​ຊຸມ​ສຳ​ມະ​ນາ “ຫວຽດ​ນາມ: ມຸ່ງ​ໄປ​ເຖິງ​ການ​ທ່ອງ​ທ່ຽວແບບ​ຍືນ​ຍົງ​ໃນສັງ​ກາດປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ” ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທ​ນ 200 ທ່ານ. ກອງ​ປະ​ຊຸມ​​ຖື​ກ​ດຳ​ເນີນດ້ວຍ​ການ​ໜູ​ນ​ຊ່ວຍດ້ານ​ເຕັກ​ນິກ​ຂອງ​ໂຄງ​ການພັດ​ທະ​ນາ​ກຳ​ລັງ​ຄວາມ​ສາ​ມາດ​ດ້​ານ​ການ​ທ່ອງ​ທ່ຽວ​ທີ່ມີ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ສິ່ງ​ແວດ​ລ້ອມ ແລະ ສັງ​ຄົມ (ໂຄງ​ການ EU – ESRT, ໂດຍ​ສະ​ຫະ​ພາ​ບ​ເອີ​ລົບ ອຸ​ປະ​ຖຳ). ​ເປົ້າ​ໝາຍ​ຂອງກອງ​ປ​ະ​ຊຸມ​ແມ່ນ​ເພື່ອ​ແນ​ໃສ່​ເພີ່ມ​ທີ​ຄວາມ​ເອົາ​ໃຈ​ໃສ່ຂອງ​ບັນ​ດາ​​ສຳ​ນັກ​ງານ, ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ສຳ​ລັບ​ການ​ເຄື່ອນ​ໄຫວທ່ອງ​ທ່ຽວ… ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ນາງ ດັ້ງ​ທິ​ບິ໋ກ​ລຽນ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່​ອງ​ທ່ຽວ ໃຫ້​ຮູ້​ວ່າ.
        “​ຂະ​ແໜງ​ທ່ອງ​ທ່ອງ​ທ່ຽວ​ຫວຽດ​ນາມ ຍັງ​ພວມຮັກ​ສາ​ໄດ້​ລ​ະ​ດັບ​ການ​ພັດ​ທະ​ນາ​​ໄວ​​ສົມ​ຄວນຢູ່, ແຕ່​ວ່າ​ຍັງ​ຊ້ອນ​ແຟ້ງ​ສິ່ງ​ທ້າ​ທາຍສຳ​ລັບ​ການ​ພັດ​ທະ​ນາ, ພິ​ເສດ​ແມ່ນ​ກຳ​ລັງ​ຄວາມ​ສາ​ມາດ​ໃນ​ການ​ແກ່ງ​ແຍ້ງ​ຂອງ​ສະ​ຖານ​ທີ່​ທ່ອງ​ທ່ຽວ ແລະ ລັກ​ສະ​ນະ​ຍື່ນ​ຍົງ​ຂອງ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ. ໃນ​ຕົວ​ຈິງ, ການ​ພັດ​ທະ​ນາ​ຂະ​ແໜງ​ທ່ອງ​ທ່ຽວໃນ​ໄລ​ຍະ​ຜ່ານ​ມາ​ໄດ້​ຊີ້​ໃຫ້​ເຫັນ​ວ່າ, ຕ້ອງ​ມີ​ການ​ສົມ​ທົບ​ກັນ​ລະ​ຫວ່າງ​ຂະ​ແໜງ ແລະ ລະ​ຫວ່າງເຂດ. ສະ​ນັ້ນ, ຕ້ອງ​ສ້າງ​ຕັ້ງ​ບັນ​ດາ​ຮູບ​ແບບ​ເຄື່ອນ​ໄຫວ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ເພື່ອ​ແນ​ໃສ່​ສົ່ງ​ເສີມ​ການ​ເຂົ້າ​ຮ່ວມ​ຂອງ​ທົ່ວ​ສັງ​ຄົມ ພາຍ​ໃຕ້​ການ​ຄຸ້ມ​ຄອງ​ເປັນ​ເອ​ກະ​ພາບ​ຂອງ​ລັດ, ປະ​ກອບ​ສ່ວນ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ທາງ​ດ້ານ​ເສດ​ຖະ​ກິດ - ສັງ​ຄົມ, ປົກ​ປັກ​ຮັກ​ສາ​ຊັບ​ພະ​ຍາ​ກອນ ແລະ ສິ່ງ​ແວດ​ລ້ອມ”.
(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top