• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມຖືເປັນສຳຄັນໃນການພັດທະນາການພົວພັນຄູ່ຮ່ວມມືຮອບດ້ານກັບອາເມລິກາ

      ວັນທີ 28 ມິຖຸນາ, ເມື່ອຕອບສຳພາດນັກຂ່າວກ່ຽວກັບບັນຫາກ່ຽວຂ້ອງເຖິງປະຕິກິລິຍາຂອງຫວຽດນາມ ຕໍໍ່ໜ້າບັນດາຄຳກ່າວປາໄສຫວ່າງມໍ່ໆມານີ້ຂອງທ່ານປະທານາທິບໍດີອາເມລິກາ Donald Trump ກ່ຽວກັບການພົວພັນດ້ານເສດຖະກິດ - ການຄ້າລະຫວ່າງຫວຽດນາມ - ອາເມລິກາ

ທ່ານນາງໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທຸຮັ່ງ
(ພາບ: TTXVN)
      ທ່ານນາງໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທຸຮັ່ງ ຢືນຢັນວ່າ: ຫວຽດນາມ ຖືເປັນສຳຄັນການພັດທະນາການພົວພັນຄູ່ຮ່ວມມືຮອບດ້ານກັບອາເມລິກາ. ໃນໄລຍະຜ່ານມາ, ການພົວພັນລະຫວ່າງ 2 ປະເທດໄດ້ເຫັນປະຈັກຕາບັນດາບາດກ້າວຂະຫຍາຍຕົວດີງາມທີ່ສຸດໃນທຸກຂົງເຂດ, ໃນນັ້ນພິເສດແມ່ນທາງດ້ານເສດຖະກິດ - ການຄ້າ - ການລົງທຶນ.
        ດ້ວຍທັດສະນະທີ່ວ່າ 2 ພື້ນຖານເສດຖະກິດອາດສາມາດເພີ່ມເຕີມໃຫ້ກັນ, ຫວຽດນາມ ມີແຜນນະໂຍບາຍຊຸກຍູ້ການພົວພັນທາງດ້ານເສດຖະກິດ - ການຄ້າ - ການລົງທຶນ ຕາມທິດເສລີ, ຍຸຕິທຳ ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ. ບົນຈິດໃຈນັ້ນ, ຫວຽດນາມ ໄດ້ມີຄວາມມານະພະຍາຍາມຫຼາຍຢ່າງເພື່ອປັບປຸງຄວາມດຸ່ນດ່ຽງດ້ານການຄ້າລະຫວ່າງ 2 ປະເທດ, ຊຸກຍູ້ການນຳເຂົ້າບັນດາປະເພດສິນຄ້າເຊິ່ງອາເມລິກາ ມີທ່າແຮງ ແລະ ຫວຽດນາມ ມີຄວາມຕ້ອງການ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ…
        ຫວຽດນາມ ຜັນຂະຫຍາຍມາດຕະການຫຼາຍຢ່າງເພື່ອຄວບຄຸມ, ຕ້ານການສໍ້ໂກງ ການຄ້າ, ສິນຄ້າຕ່າງປະເທດທີ່ຄິດເຄື່ອງໝາຍການຄ້າຂອງຫວຽດນາມ ໃສ່ ແລ້ວສົ່ງອອກໄປຍັງຕະຫຼາດທີ 3. ຫວຽດນາມ ແລະ ອາເມລິກາ ໄດ້ແລກປ່ຽນເປັນປະຈຳຜ່ານບັນດາກົນໄກທີ່ມີຢູ່ແລ້ວ ຄືສັນຍາແມ່ວ່າດ້ວຍການຄ້າ ແລະ ການລົງທຶນ ເພື່ອສ້າງຍຸດທະສາດຮ່ວມມືຍາວນານ ແລະ ຮອບດ້ານ, ເພີ່ມທະວີການພົວພັນດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ 2 ຝ່າຍ, ແກ້ໄຂບັນດາບັນຫາທີ່ເກີດຂຶ້ນໄດ້ຢ່າງທັນການ.
 (ແຫຼ່ງຄັດຈາກ VOV)

ການ​ພົວ​ພັນ ຫວຽດ​ນາມ ຈີ​ເລ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່, ເລິກ​ເຊິ່ງ, ແທ້​ຈິງ

ການ​ພົວ​ພັນ ຫວຽດ​ນາມ ຈີ​ເລ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່, ເລິກ​ເຊິ່ງ, ແທ້​ຈິງ

ທ່ານ​ José Antonio Kast ປະ​ທາ​ນາ​ທິ​ບໍ​ດີ ຈີ​ເລ ໃຫ້​ຮູ້​ວ່າ ຈີ​ເລ​ ຍິນ​ດີ​ຕ້ອນ​ຮັບ​ບັນ​ດາ​ນັກ​ລົງ​ທຶນ ຫວຽດ​ນາມ; ສະ​ເໜີ​ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ແລະ ຈີ​ເລ​ພ້ອມ​ກັນ​ເປີດກວ້າງ​ບັນ​ດາ​ຮູບ​ແບບ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ອຸດ​ສາ​ຫະ​ກຳ ແລະ ເຕັກ​ໂນ​ໂລ​ຢີ.

Top