ຂ່າວສານ
ສື່ມວນຊົນສາກົນ: ເປີດເຜີຍຂໍ້ມູນຂ່າວສານ ແລະ ຄວາມເຫັນດີເຫັນພ້ອມຂອງປະຊາຊົນ ໄດ້ປະກອບສ່ວນເຂົ້າໃນຜົນສໍາເລັດຂອງການປ້ອງກັນ ໂລກລະບາດໂຄວິດ - 19 ຂອງຫວຽດນາມ

ຄວາມເຫັນດີເຫັນພ້ອມຂອງປະຊາຊົນ ໄດ້ປະກອບສ່ວນເຂົ້າໃນຜົນສໍາເລັດໃນວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19 ຂອງຫວຽດນາມ.(ພາບ: VnExpress)
ບົດຂຽນດັ່ງກ່າວ ໄດ້ຍົກໃຫ້ເຫັນ 4 ເຫດຜົນທີ່ສ້າງຜົນສໍາເລັດຂອງຫວຽດນາມ. ທີໜຶ່ງແມ່ນ, ລັດຖະບານຫວຽດນາມ ໄດ້ຍົກອອກບັນດາມາດຕະການຄວບຄຸມຢ່າງວ່ອງໄວ; ທີສອງແມ່ນ, ຫວຽດນາມ ແມ່ນໜຶ່ງໃນຈໍານວນໜ້ອຍປະເທດທີ່ປະຕິບັດການສືບສວນປະຫວັດການສໍາຜັດຂອງຜູ້ຕິດເຊື້ອ ແລະ ການວິໄຈຫາເຊື້ອມີລະດັບຊັດເຈນສູງ. ທີສາມແມ່ນ ຫວຽດນາມ ຕອບສະໜອງຂໍ້ມູນໄດ້ຢ່າງຈະແຈ້ງ, ເປີດເຜີຍ. ທີສີ່ແມ່ນຄວາມສາມັກຄີ, ຄວາມເຫັນດີເຫັນພ້ອມຂອງປະຊາຊົນ.
ໃນຂະນະນັ້ນ, ກ່າວຄໍາເຫັນທີ່ພິທີມອບຜ້າອັດປາກຂອງລັດຖະບານຫວຽດນາມ ໃຫ້ ສະມາຄົມຊາວຫວຽດນາມ ອາໄສ ຢູ່ ສະວິດ ແລະ ສະມາຄົມມິດຕະພາບ ສະວິດ - ຫວຽດນາມ ຢູ່ນະຄອນ Zurich ໃນວັນທີ 16 ມິຖຸນາ, ທ່ານນາງ Anjuska Weil ປະທານ ສະມາຄົມມິດຕະພາບ ສະວິດ - ຫວຽດນາມ ໄດ້ສະແດງຄວາມປະທັບໃຈຕໍ່ບັນດາຄວາມມານະພະຍາຍາມຂອງລັດຖະບານຫວຽດນາມ ໃນການຮັກສາສຸຂະພາບ, ປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ບໍ່ພຽງແຕ່ສໍາລັບປະຊາຊົນຫວຽດນາມເທົ່ານັ້ນ ຫາກຍັງນັບທັງຊາວຕ່າງປະເທດທີ່ພວມພັກອາໄສ, ເຮັດວຽກ ຫຼື ໄປທ່ອງທ່ຽວ ຢູ່ຫວຽດນາມ ອີກດ້ວຍ.
(ແຫຼ່ງຄັດຈາກ VOV)