• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສື່ມວນຊົນອົດສະຕາລີໄດ້ໃຫ້ຂ່າວຢ່າງຫຼວງຫຼາຍກ່ຽວກັບການຢ້ຽມຢາມຂອງນາຍົກລັດຖະມົນຕີຫງວຽນຊວນຟຸກ

ບັນດາໜັງສືພິມໃຫຍ່ຂອງອົດສະຕາລີ ສະບັບອອກວັນທີ 15 ແລະ 16 ມີນາ ໄດ້ພ້ອມກັນໃຫ້ຂ່າວກ່ຽວກັບການຢ້ຽມຢາມທາງລັດຖະກິດຢູ່ ອົດສະຕາລີ ຂອງທ່ານນາຍົກລັດຖະມົນຕີຫງວຽດນາມ ຫວຽນຊວນຟຸກ ແລະ ພິທີລົງນາມໃນຖະແຫຼງການຮ່ວມກ່ຽວກັບການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດ.
 


ສື່ມວນຊົນອົດສະຕາລີໄດ້ໃຫ້ຂ່າວຢ່າງຫຼວງຫຼາຍກ່ຽວກັບ

ການຢ້ຽມຢາມຂອງນາຍົກລັດຖະມົນຕີຫງວຽນຊວນຟຸກ

(ພາບ: TTXVN)

 

ສຳນັກຂ່າວສານ SBS ໄດ້ສະຫງວນເວລາ 4 ນາທີເພື່ອໃຫ້ຂ່າວທາງວິທະຍຸ, ພ້ອມທັງໄດ້ລົງບົດຂຽນໃນສື່ເອເລກໂຕນິກອອນລາຍກ່ຽວກັບການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ຊີ້ແຈ້ງຂໍ້ມູນຂ່າວກ່ຽວກັບເລື່ອງຫວຽດນາມ ແລະ ອົດສະຕາລີຈະລົງນາມໃນສັນຍາຄູ່ຮ່ວມມືຍຸດທະສາດ, ຍົກລະດັບການພົວພັນທາງການທູດລະຫວ່າງ 2 ປະເທດ.

        ສ່ວນກຸ່ມບໍລິສັດສື່ສານອົດສະຕາລີ ABC ແລະ ໜັງສືພິມປະຈຳອາທິດ “The Courier” ກໍ່ໄດ້ລົງພິມບົດຂຽນກ່ຽວກັບການຢ້ຽມຢາມອົດສະຕາລີ ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ລາຍການເຈລະຈາ, ພິທີລົງນາມໃນເອກະສານລະຫວ່າງການນຳຂັ້ນສູງສຸດຂອງລັດຖະບານ 2 ປະເທດ.

        ຕາມເນື້ອໃນບັນດາບົດຂຽນແລ້ວ, ທ່ານນາຍົກລັດຖະມົນຕີອົດສະຕາລີ Malcolm Turnbull ແລະ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ລົງນາມໃນສັນຍາສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງລັດຖະບານສສ.ຫວຽດນາມ ແລະ ລັດຖະບານອົດສະຕາລີ, ຍົກລະດັບການພົວພັນລະຫວ່າງ 2 ປະເທດໃນບັນດາຂົງເຂດຄື: ການທະຫານ, ການຄ້າ, ການລົງທຶນພັດທະນາ ແລະ ການທ່ອງທ່ຽວ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວເປັນຂີດໝາຍ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງອົດສະຕາລີ ແລະ ຫວຽດນາມ.

(ແຫຼ່ງຄັດຈາກ VOV)


ການ​ພົວ​ພັນ ຫວຽດ​ນາມ ຈີ​ເລ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່, ເລິກ​ເຊິ່ງ, ແທ້​ຈິງ

ການ​ພົວ​ພັນ ຫວຽດ​ນາມ ຈີ​ເລ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່, ເລິກ​ເຊິ່ງ, ແທ້​ຈິງ

ທ່ານ​ José Antonio Kast ປະ​ທາ​ນາ​ທິ​ບໍ​ດີ ຈີ​ເລ ໃຫ້​ຮູ້​ວ່າ ຈີ​ເລ​ ຍິນ​ດີ​ຕ້ອນ​ຮັບ​ບັນ​ດາ​ນັກ​ລົງ​ທຶນ ຫວຽດ​ນາມ; ສະ​ເໜີ​ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ແລະ ຈີ​ເລ​ພ້ອມ​ກັນ​ເປີດກວ້າງ​ບັນ​ດາ​ຮູບ​ແບບ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ອຸດ​ສາ​ຫະ​ກຳ ແລະ ເຕັກ​ໂນ​ໂລ​ຢີ.

Top