• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະມາຊິກສະພາສູງJohn McCain ແມ່ນສັນຍາລັກແຫ່ງການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ

ສະມາຊິກສະພາສູງ ອາເມລິກາ John McCain ໄດ້ເຖິງແກ່ມໍລະນະກຳໃນເວລາ 16 ໂມງ 28 ນາທີ ຂອງວັນທີ 25 ສິງຫາ ( 3 ໂມງເຊົ້າວັນທີ 26 ສິງຫາຕາມເວລາຮ່າໂນ້ຍ). 

ທ່ານ John McCain ເກີດປີ 1936 ແມ່ນອະດີດສະມາຊິກສະພາສູງຂອງອາເມລິກາມາເປັນເວລາຫລາຍປີ ແລະ ໄດ້ຮັບການສະເຫນີຈາກພັກ ສາທາລະນະມາ ອອກສະຫມັກຮັບເລືອກຕັ້ງເປັນປະທານາທິບໍດີ ອາເມລິກາ ໃນການເລືອກຕັ້ງປະທານາທິບໍດີ ເມື່ອປີ 2008.

ກ່ອນທີ່ກາຍເປັນສະມາຊິກສະພາສູງ, ທ່ານJohn McCain  ໄດ້ຮັບໃຊ້ໃນກອງທັບເປັນເວລາຫລາຍປີ ແລະ ເຂົ້າຮ່ວມສົງຄາມຫວຽດນາມ ໂດຍກົງ. ເດືອນ ຕຸລາປີ 1967 ໃນບັ້ນຮົບບຸກໂຈມຕີທາງອາກາດຢູ່ ນະຄອນຫລວງຮ່າໂນ້ຍ, ທ່ານ John McCain  ເວລານັ້ນ ແມ່ນພັນຈັດຕະວາກອງທັບອາກາດ ຖືກທະຫານຫວຽດນາມ ຈັບຕົວ. ປີ 1973 ທ່ານໄດ້ປ່ອຍຕົວໃນກໍລະນີຝ່າຍຫວຽດນາມ ໄດ້ມອບສົ່ງຊະເລີຍເສີກໃຫ້ອາເມລິກາ. ພາຍຫລັງກັບຄືນເມືອ ອາເມລິກາ ທ່ານ ໄດ້ຕັ້ງຫນ້າເຂົ້າຮ່ວມເວທີການເມືອງ ກາຍເປັນຜູ້ນຳຫນ້າໃນການຂົນຂວາຍສ້າງການພົວພັນລະຫວ່າງຫວຽດນາມ ແລະ ອາເມລິກາ ໃຫ້ເປັນປົກກະຕິ. ປີ 1994 ສະພາສູງ ອາເມລິກາ ໄດ້ຮັບຮອງເອົາມາດຕະການ ໂດຍທ່ານ John McCain ເປັນຜູ້ຮ່ວມໃນການປົກປ້ອງ, ຮຽກຮ້ອງຢຸດຕິການຂວ້ຳບາດເສດຖະກິດຕ້ານ ຫວຽດນາມ, ກະກຽມໃຫ້ເລື່ອງສ້າງການພົວພັນເປັນປົກກະຕິລະຫວ່າງສອງປະເທດຫລັງຈາກນັ້ນຫນຶ່ງປີ. ເນື່ອງໃນໂອກາດນີ້ ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ອາເມລິກາ ຮ່າກີມງອກ ໄດ້ເນັ້ນຫນັກວ່າ:

        “ຂ້າພະເຈົ້າຄິດວ່າ ທ່ານສະມາຊິກສະພາສູງ John McCain ແມ່ນຜູ້ພະຍານປະຫວັດສາດ. ອາດຈະເວົ້າໄດ້ວ່າ ທ່ານແມ່ນສັນຍາລັກແຫ່ງວິວັດການໄກ່ເກ່ຍປອງດອງຂອງການພົວພັນລະຫວ່າງ ຫວຽດນາມ ແລະ ອາເມລິກາ. ທ່ານກໍ່ແມ່ນຫນຶ່ງໃນບັນດາຜູ້ນຳຫນ້າໃນວິວັດທະນາການສ້າງການພົວພັນລະຫວ່າງສອງປະເທດໃຫ້ເປັນປົກກະຕິ ແລະຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ອາເມລິກາ.”

 

ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ອາເມລິກາ ຮ່າກີມງອກ

ພາບ:Vietnam+

ບໍ່ພຽງແຕ່ປະກອບສ່ວນຢ່າງຕັ້ງຫນ້າໃຫ້ແກ່ການພົວພັນລະຫວ່າງຫວຽດນາມ ແລະ ອາເມລິກາ ໃນແງ່ມູມລັດຖະບານເທົ່ານັ້ນ ຫາກສະມາຊິກສະພາສູງJohn McCain  ຍັງແມ່ນເພື່ອນສະຫນິດສະຫນົມຂອງຫວຽດນາມ ອີກດ້ວຍ .

 (ແຫຼ່ງຄັດຈາກ VOV)


ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top