• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດເຈີ່ນດ້າຍກວາງ ຕ້ອນຮັບລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ

      ທ່ານປະທານປະເທດ ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນການພັດທະນາການພົວພັນຮອບດ້ານກັບ ອາເມລິກາ, ຍາມໃດກໍ່ຖື ອາເມລິກາ ແມ່ນໜຶ່ງບົນບັນດາຄູ່ຮ່ວມມືສຳຄັນແຖວໜ້າ 

ທ່ານ  James Mattis ແລະ ທ່ານ ເຈີ່ນດ້າຍກວາງ 
      ຕອນບ່າຍວັນທີ 25 ມັງກອນ, ທີ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ໄດ້ຕ້ອນຮັບທ່ານ  James Mattis, ລັດຖະມົນຕີການຕ່າງປະເທດ ອາເມລິກາ ພວມມີການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຕາມຄຳເຊື້ອເຊີນຂອງທ່ານ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ.
        ທີ່ການຕ້ອນຮັບ, ທ່ານປະທານປະເທດ ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນການພັດທະນາການພົວພັນຮອບດ້ານກັບ ອາເມລິກາ, ຍາມໃດກໍ່ຖື ອາເມລິກາ ແມ່ນໜຶ່ງບົນບັນດາຄູ່ຮ່ວມມືສຳຄັນແຖວໜ້າ ແລະ ປາດຖະໜາຢາກຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານໃນພື້ນຖານເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ລະບອບການເມືອງຂອງກັນ. ທ່ານປະທານປະເທດ ຊົມເຊີຍ ອາເມລິກາ ຢືນຢັນຄຳໝັ້ນສັນຍາເພີ່ມທະວີການຮ່ວມມືຍາວນານ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ມະຫາສະໝຸດ ອິນເດຍ - ປາຊີຟິກ.
        ທ່ານ James Mattis, ລັດຖະມົນຕີການຕ່າງປະເທດ ອາເມລິກາ ຢັ້ງຢືນວ່າ: ອາເມລິກາ ຖືການພົວພັນຄູ່ຮ່ວມມືຮອບດ້ານກັບ ຫວຽດນາມ ເປັນສຳຄັນ, ມານະພະຍາຍາມພ້ອມກັບ ຫວຽດນາມ ພັດທະນາໃນທຸກໆຂົງເຂດຮ່ວມມື. ພ້ອມທັງໃຫ້ຮູ້ວ່າ, ອາເມລິກາ ຈະສືບຕໍ່ຮ່ວມມືກັບ ຫວຽດນາມ ໃນການຊອກຫາຂໍ້ມູນຂ່າວກ່ຽວກັບທະຫານ ຫວຽດນາມ ທີ່ຫາຍສາບສູນໃນປາງສົງຄາມ ກໍ່ຄືໜູນຊ່ວຍການລ້າງທາດພິດ ດີໂອຊິນ ຢູ່ສະໜາມບິນ ບຽນຮ່ວາ.
        ແລະກໍ່ໃນຕອນບ່າຍວັນດຽວກັນ, ທີ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ໄດ້ຕ້ອນຮັບຄະນະຜູ້ແທນກະຊວງປ້ອງກັນປະເທດ ອາເມລິກາ ໂດຍທ່ານ James Mattis, ລັດຖະມົນຕີການຕ່າງປະເທດ ອາເມລິກາ ນຳໜ້າ. 
 (ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top