• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ກິລາ

ປະທັບໃຈມວຍປຳ້ພື້ນເມືອງ

ຈາກການລະຫຼິ້ນພື້ນເມືອງປະເພດໜຶ່ງທີ່ໄດ້ຮັບການນິຍົມຝຶກເພື່ອໃຫ້ມີສຸຂະພາບປົກປ້ອງບ້ານເກີດເມືອງນອນ, ຜ່ານການ ຜັນແປຂອງເວລາ, ປະເພດມວຍປຳ້ພື້ນເມືອງ ຫວຽດນາມ ຍັງຮັກສາໄດ້ຈຸດພິເສດທີ່ເປັນສັນຍາລັກຂອງຕົນ. 
ຈຸດແຕກຕ່າງກັນລະຫວ່າງມວຍປຳ້ພື້ນເມືອງ  ຫວຽດນາມ ກັບປະເທດຕ່າງໆ ແມ່ນສຽງກອງ. ຫຼັງຈາກທີ່ໄດ້ຍິນສຽງກອງ ສົ່ງສັນຍານເລີ່ມຕົ້ນການແຂ່ງຂັນມວຍປຳ້, ຜູ້ເຂົ້າຮ່ວມຈະເຕົ້າໂຮມກັນຢູ່ເວທີເພື່ອຊົມເບິ່ງບັນດານັກມວຍປຳ້ແຂ່ງຂັນ. ສຽງກອງຈະໄດ້ດັງກ້ອງກັງວານໃນຕະຫຼອດໄລຍະເວລາຂອງ ການແຂ່ງຂັນ. ຜູ້ຮັບຜິດຊອບການຕີກອງຕ້ອງແມ່ນຜູ້ທີ່ມີປະສົບການໃນການແຂ່ງຂັນມວຍປຳ້. ຂຶ້ນກັບການເຄື່ອນ ໄຫວຕົວຈິງເທິງເວທີສະແດງມວຍປຳ້, ຜູ້ຮັບຜິດຊອບການຕີກອງຈະຕີກອງຕາມຫຼາຍຈັງຫວະຄື: ສຽງກອງໃນເວລາ ເລີ່ມຕົ້ນການແຂ່ງຂັນ, ເວລາກະກຽມ, ເວລາແຂ່ງຂັນ ແລະ ເວລາມີຜູ້ໄດ້ຮັບໄຊຊະນະ... ສຽງກອງ ປະສານສົມທົບກັບສຽງຮ້ອງໂຮ, ສຽງຕົບມືຊົມເຊຍຂອງບັນດາກອງເຊຍ ສ້າງຂຶ້ນບັນຍາກາດທີ່ຟົດຟື້ນໃນເວທີສະແດງມວຍປຳ້.

ຕາມຮີດຄອງປະເພນີ,  ຍົກທຳອິດໃນການແຂ່ງຂັນ ມວຍປຳ້ ພື້ນເມືອງຈະແມ່ນພິທີການໄຫວ້ບູຊາ. ຕາມທຳມະດາຈະມີ ນັກມວຍປຳ້ 2 ຄົນທີ່ມີຊື່ສຽງ, ມີປະສົບການຫຼາຍກວ່າໝູ່ ຈະຂຶ້ນເວທີເພື່ອປະຕິບັດພິທີການ. ເຂົາເຈົ້າຈະສະແດງບັນດາ ທ່າມວຍພິເສດ, ຍອດຢ້ຽມທີ່ສຸດຂອງມວຍປຳ້ ເພື່ອໃຫ້ບັນດາ ທ່ານຜູ້ຊົມອາດສາມາດມີຄວາມເຂົ້າໃຈເພີ່ມເຕີມກ່ຽວກັບປະເພດມວຍປຳ້ພື້ນເມືອງຂອງ ຫວຽດນາມ. ນີ້ບໍ່ແມ່ນຍົກແຂ່ງຂັນມວຍປຳ້ເພື່ອຊີງເອົາໄຊຊະນະ,  ນີ້ແມ່ນພິທີການ ຈຳເປັນຕ້ອງເພື່ອລາຍງານສູ່ເຈົ້າຖິ່ນເຈົ້າຖານ, ບັນພະບຸລຸດ ຕໍ່ເລື່ອງ ລູກຫຼານຈັດຕັ້ງການແຂ່ງຂັນມວຍປຳ້ ແລະ ຂໍຈະໄດ້ຮັບຄວາມ ສະດວກໃນທຸກປະການ. 


ນັກກິລາມວຍປຳ້ຈະນຸ່ງກະຕ່ຽວ ແລະ ຖືສາຍຮັດແອວ ໃນເວລາເຂົ້າຮ່ວມການແຂ່ງຂັນ.


ບັນດານັກກິລາມວຍປຳ້ ໄດ້ທຳພິທີການຂຶ້ນເວທີ ກ່ອນຈະ ເລີ່ມການແຂ່ງຂັນ.


ບັນດາຈັງຫວະ, ການເຄື່ອນເໜັງຂອງມື ແລະ ຕີນຂອງບັນດານັກກິລາມວຍປຳ້ ເມື່ອທຳພິທີການຂຶ້ນເວທີ
ມີຄວາມແຕກຕ່າງກັນ, ມັນຈະຂຶ້ນກັບທ້ອງຖິ່ນ ແຕ່ເຄົາລົບຕາມກົດລະບຽບຂອງ
ການແຂ່ງຂັນມວຍປຳ້ພື້ນເມືອງ.



ບັນດາກຳມະການໃນການແຂ່ງຂັນມວຍປຳ້ພື້ນເມືອງສຳລັບໄວໜຸ່ມທົ່ວປະເທດ ຄັ້ງທີ 20 ພວມທຳພິທີການເປີດສາກ
ການແຂ່ງຂັນຕາມຮີດຄອງປະເພນີ້.



ຜ່ານການຜັນແປຂອງເວລາ, ມວຍປຳ້ພື້ນເມືອງຍັງຮັກສາໄດ້
ຈຸດພິເສດທີ່ເປັນສັນຍາລັກຂອງຕົນ.



ຜູ້ຮັບຜິດຊອບການຕີກອງຈະຕີກອງຕາມການເຄື່ອນໄຫວຕົວ
ຈິງຂອງການແຂ່ງຂັນມວຍປຳ້.



ບັນດານັກກິລາມວຍປຳ້ ຈະແຂ່ງຂັນພາຍໃຕ້ການບັນຊາ ແລະ ຄວບຄຸມຂອງກຳມະການ.


ການແຂ່ງຂັນມວຍປຳ້ພື້ນເມືອງ ຈະໄຂຂຶ້ນຢ່າງວ່ອງໄວ ແລະດຸເດືອດ, ສະນັ້ນ ບັນດານັກກິລາ
ມວຍປຳ້ ເຂົ້າຮ່ວມການແຂ່ງຂັນດ້ວຍຄວາມລະມັດລະວັງ.



ການແຂ່ງຂັນມວຍປຳ້ພື້ນເມືອງຈະມີ 2 ຍົກ, ຍົກໜຶ່ງ  5 ນາທີ.


ຕາມກົດລະບຽບຂອງການແຂ່ງຂັນ, ນັກກິລາມວຍປຳ້ ຈະເສຍ
ຊະນະ ເມື່ອຕີນຖືກຍົກອອກຈາກເວທີ  ຫຼື ປຳ້ລົງເວທີ. 



ສາຍຮັດແອວ ແມ່ນຈຸດອ່ອນຂອງບັນດານັກກິລາມວຍປຳ້
ໃນການແຂ່ງຂັນມວຍປຳ້ພື້ນເມືອງ.



ໃນການແຂ່ງຂັນມວຍປຳ້ພື້ນເມືອງ, ຫ້າມບໍ່ໄດ້ນຳໃຊ້ບັນດາທ່າຕີໂຫດຮ້າຍສາມານ.


ບັນດາທ່າມວຍພິເສດ, ປ່ຽນໄປເຮັດໃຫ້ການແຂ່ງຂັນມວຍປຳ້ໄຂຂຶ້ນຢ່າງວ່ອງໄວ ແລະ ດຸເດືອດ,
ສິ່ງດັ່ງກ່າວ ໄດ້ສ້າງຄວາມຈັບໃຈຂຶ້ນມາໃຫ້ແກ່ປະເພດມວຍປຳ້ພື້ນເມືອງ. 

ຫຼັງຈາກພິທີການສິ້ນສຸດ, ບັນດານັກກິລາມວຍປຳ້ບໍ່ໃສ່ເສື້ອ,​ ຖືກະຕ່ຽວ, ມັດສາຍຮັດແອວຈະຂຶ້ນເວທີເລີ່ມຕົ້ນການ ແຂ່ງຂັນ. ຕາມກົດລະບຽບຂອງການແຂ່ງຂັນ, ນັກກິລາ ມວຍປຳ້ ຈະເສຍຊະນະ ເມື່ອຕີນຖືກຍົກອອກຈາກເວທີ  ຫຼື ປຳ້ລົງ ເວທີ. ຟັງກໍ່ຖືວ່າເລື່ອງງ່າຍດາຍ, ແຕ່ຄວາມຈິງການແຂ່ງຂັນມວຍປຳ້ ຈະໄຂຂຶ້ນຢ່າງດຸເດືອດ. ເຖິງວ່າ ເປັນນັກກິລາມວຍປຳ້ທີ່ມີປະສົບການ, ແຕ່ຖ້າບໍ່ລະມັດລະວັງກໍ່ຈະເສຍຊະນະ ຍ້ອນທ່າຕີໜ້າເກ່ັງຂາມຂອງຄູ່ຕໍ່ສູ້. ແຕ່ເຖິງຢ່າງໃດກໍ່ຕາມ, ການແຂ່ງຂັນມວຍປ້ຳພື້ນເມືອງ ຫ້າມບໍ່ໃຫ້ໄດ້ນຳໃຊ້ບັນດາທ່າຕີໂຫດຮ້າຍສາມານ, ຍ້ອນມັນຈະຜິດກັບນຳ້ໃຈມັກມວຍລາຍຂອງຄົນ ຫວຽດນາມ.

ອາດຈະແມ່ນຍ້ອນຍັງຮັກສາໄດ້ຈຸດພິເສດດັ່ງກ່າວນັ້ນ, ກິລາພື້ນເມືອງປະເພດນີ້ ຈຶ່ງບໍ່ຖືກເສື່ອມເສຍໄປຕາມເວລາ, ຍັງຈັບໃຈທ່ານຜູ້ຊົມຫຼາຍຄົນ.
 
ບົດ ແລະ ພາບ: ຫວຽດເກື່ອງ

Pickeball - ກິລາໃໝ່ ທີ່ດຶງດູດຊາວ ຫວຽດນາມ

Pickeball - ກິລາໃໝ່ ທີ່ດຶງດູດຊາວ ຫວຽດນາມ

Pickeball ເປັນປະເພກິລາ ທີ່ມີຕົ້ນກໍາເນີດຈາກ ສ ອາເມລິກາ, ຫຼັງຈາກນັ້ນ ໄດ້ຂະຫຍາຍໄປຍັງປະເທດຕ່າງໆ ໃນໂລກ. ເມື່ອ​ມໍ່ໆ ​ມາ​ນີ້, ມັນ​ໄດ້​ກາຍ​ເປັນ​ປະເພດກິລາ​ໃໝ່ ​ທີ່​ມີ​ຄວາມ​ນິຍົມ​ຢູ່​ ຫວຽດ ນາມ ​ເມື່ອ​ເຮັດ​ໃຫ້​ຜູ້​ຫຼິ້ນ​ ມີ​ປະສົບ​ການ​ທີ່​ປະທັບໃຈ ​ແລະ ຄວາມ ທົດສອບຫຼາຍຢ່າງ.

Top