ຂ່າວສານ
ປະຊາຊົນມີຄວາມເຊື່ອໝັ້ນຕໍ່ໝາກຜົນກອງປະຊຸມຄັ້ງທີ 15 ຂອງຄະນະບໍລິຫານງານສູນກາງພັກ ຊຸດທີ 12 ຈະປະກອບສ່ວນເຂົ້າໃນຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ

ຕາມອ້າຍ ມາຍແທັງຮ່າ, ປະຊາຊົນຢູ່ເມືອງ 5, ນະຄອນ ໂຮ່ຈີມິນ ແລ້ວ, ນີ້ແມ່ນເຫດການຄັດເລືອກເອົາບັນດາການນຳສູງສຸດຂອງພັກ - ຜູ້ທີ່ຈະສົ່ງຜົນກະທົບເຖິງທົ່ວວິວັດການປະຕິຮູບການບໍລິຫານ ແລະ ກໍ່ສ້າງພັກໃຫ້ປອດໃສ, ໝັ້ນຄົງ, ເຂັ້ມແຂງ.
“ຂ້າພະເຈົ້າຫວັງວ່າ ຜ່ານຄວາມເຫັນດີເປັນເອກະພາບໃນກອງປະຊຸມ ຈະສາມາດຄັດເລືອກໄດ້ບັນດາຜູ້ຮັບສະໝັກ, ການນຳໃນອະນາຄົດທີ່ດີເດັ່ນທີ່ສຸດ ແລະ ບັນລຸໄດ້ຄວາມເຫັນດີເຫັນພ້ອມຢ່າງສູງສຸດຂອງທັງອົງການຈັດຕັ້ງພັກ ກອມມູນິດ ຫວຽດນາມ ແລະ ສັງຄົມ ຫວຽດນາມ”.ປະຊາຊົນໃນທຸກເຂດ, ພາກຂອງປະເທດຊາດ ໃຜໆກໍມີຄວາມກະຕືລືລົ້ນຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ ດ້ວຍຄວາມເຊື່ອໝັ້ນ ແລະ ຄວາມຫວັງກ່ຽວກັບການກຳນົດທິດ, ນະໂຍບາຍທີ່ຖືກຕ້ອງ, ໂດຍສະເພາະແມ່ນນະໂຍບາຍແກ່ຊາວກະສິກອນ ເພື່ອສ້າງບາດກ້າວບຸກທະລຸໃຫ້ແກ່ການພັດທະນາໃນອາຍຸການຈະມາເຖິງ. ເອື້ອຍ ຫງວຽນທິໝີແຫ້ງ ຢູ່ເທດສະບານ 12, ນະຄອນ ຫວູງເຕົ່າ, ແຂວງ ບ່າເຣ໊ຍ - ຫວູງເຕົ່າ ຫວັງວ່າ:
“ຂ້າພະເຈົ້າຫວັງວ່າ ຜູ້ທີ່ໄດ້ຮັບການຄັດເລືອກເຂົ້າໃນຄະນະບໍລິຫານງານສູນກາງພັກ ຊຸດນີ້ ຈະອຸທິດສ່ວນແກ່ການພັດທະນາ ແລະ ວາງອອກບັນດານະໂຍບາຍອັນຖືກຕ້ອງ, ນຳປະເທດຊາດກ້າວຂຶ້ນ, ນຳມາເຊິ່ງຊີວິດການເປັນຢູ່ທີ່ອີ່ມໜຳສຳລານ, ສົມບູນພູນສຸກໃຫ້ແກ່ປະຊາຊົນ. ຂ້າພະເຈົ້າກໍຫວັງວ່າ ບຸກຄົນທີ່ເປັນກຳມະການຄະນະບໍລິຫານງານສູນກາງພັກຄັ້ງທຳອິດ ຈະພ້ອມກັບຄະນະສືບຕໍ່ສ້າງລະບົບການເມືອງໃຫ້ໝັ້ນຄົງ, ເຂັ້ມແຂງ, ສາມັກຄີ ແລະ ພັດທະນາ”.
(ແຫຼ່ງຄັດຈາກ VOV)