• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟ​ຸກ ພົບ​ປະກັບ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ ມຽນ​ມາ

ຕອນເຊົ້າວັນທີ 17 ທັນວາ, ພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ຢ່າງເປັນທາງການໄດ້ຈັດຂຶ້ນ ຢູ່ ທຳນຽບປະທານາທິບໍດີ ມຽນມາ ດ້ວຍພິທີການສູງສຸດທີ່ສະຫງວຽນໃຫ້ແກ່ການຢ້ຽມຢາມຢ່າງເປັນທາງການຂອງການນຳ ລັດຖະບານ. 

ທ່ານ U Win Myint ປະທານາທິບໍດີ ມຽນມາ ແລະ ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ 

ທີ່ການພົບປະເຈລະຈາ ກັບທ່ານ U Win Myint ປະທານາທິບໍດີ ມຽນມາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນທີ່ສຸດ ແລະ ຍາມໃດກໍ່ປາດຖະໜາຢາກເພີ່ມທະວີການພົວພັນກັບ ມຽນມາ. ສ່ວນທ່ານ U Win Myint ໄດ້ສະໜັບສະໜູນການຍູ້ແຮງການຮ່ວມມືໃນບັນດາຊ່ອງທາງທັງໝົດ, ນັບທັງທາງຝ່າຍ ພັກ ແລະ ສະພາແຫ່ງຊາດ, ແລະ ໃນຫຼາຍຂົງເຂດ, ມານະພາຍາຍາມບັນລຸໄດ້ຜົນສຳເລັດທີ່ມີຄວາມໝາຍສຳຄັນຫຼາຍຢ່າງ ແລະ ແທດຈິງ, ມຸ່ງໄປສູ່ການສະເຫຼີມສະຫຼອງ 45 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງສອງປະເທດໃນປີ 2020. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກໄດ້ສະເໜີໃຫ້ ທ່ານປະທານາທິບໍດີ U Win Myint ສືບຕໍ່ຊີ້ນຳ, ຕອບສະໜອງບັນດາຄວາມມຸ່ງມາດປາດຖະໜາທີ່ຊອບທຳຂອງວິສາຫະກິດ ຫວຽດນາມ ທີ່ພວມມີການລົງທຶນຢູ່ ມຽນມາ.

ກ່ຽວກັບບັນດາບັນຫາຢູ່ພາກພື້ນ ແລະ ສາກົນ, ການນຳສອງທ່ານໄດ້ເຫັນດີເປັນເອກະພາບສະໜັບສະໜູນກັນຢູ່ບັນດາເວທີປາໄສສາກົນ ແລະ ພາກພື້ນ. ກ່ຽວກັບບັນຫາທະເລຕາເວັນອອກ, ການນຳສອງທ່ານໄດ້ເຫັນດີເປັນເອກະພາບວ່າ ໂດຍເປັນສະມາຊິກຂອງ ອາຊຽນ, ຫວຽດນາມ ແລະ ມຽນມາພ້ອມກັບບັນດາປະເທດອາຊຽນຄວນສືບຕໍ່ສະໜັບສະໜູນຫຼັກໝັ້ນລວມຂອງອາຊຽນ ກ່ຽວກັບບັນຫາ ທະເລຕາເວັນອອກ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ.

ແລະ ກໍ່ໃນຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ພົບປະກັບທ່ານປະທານສະພາແຫ່ງຊາດມຽນມາ T Khun Myat.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top