• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ຫງວຽນຟູ້ຈ້ອງໃຫ້ການຕ້ອນຮັບເອກອັກຄະລັດຖະທູດຝະລັ່ງ

ຕອນບ່າຍວັນທີ 12 ກຸມພາ, ທີ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດຝະລັ່ງປະຈຳຫວຽດນາມ Bertrand Lortholary ເຂົ້າຢ້ຽມຄຳນັບ

ທ່ານເລຂາທິການໃຫຍ່ຫງວຽນຟູ້ຈ້ອງຕ້ອນຮັບເອກອັກຄະລັດຖະທູດຝະລັ່ງ 

ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ຫງວຽນຟູ້ຈ້ອງ ໄດ້ຢືນຢັນວ່າ ຫວຽດນາມຖືເປັນສຳຄັນທີ່ຕັ້ງບົດບາດຂອງຝະລັ່ງຢູ່ເອີລົບ, ອາຊີ ແລະ ທົ່ວໂລກ, ສະແດງຄວາມຫວັງຢາກເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືກັບຝະລັ່ງໃນໄລຍະທີ່ຈະມາເຖິງ. ທ່ານເລຂາທິການໃຫຍ່ຫງວຽນຟູ້ຈ້ອງເນັ້ນໜັກວ່າ ປີ 2018 ແມ່ນປີສະເຫຼີມສະຫຼອງ 45 ປີແຫ່ງວັນ 2 ປະເທດສ້າງຕັ້ງສາຍພົວພັນທາງການທູດ ແລະ 5 ປີແຫ່ງວັນສ້າງການພົວພັນຄູ່ຮ່ວມມືຍຸດທະສາດ, ດັ່ງນັ້ນ 2 ຝ່າຍຈົ່ງຊຸກຍູ້ການພົວພັນຮ່ວມມືລະຫວ່າງບັນດາຂະແໜງການຂັ້ນຕ່າງໆ , ນຳການພົວພັນ 2 ຝ່າຍໃຫ້ບັນລຸບາດກ້າວພັດທະນາໃໝ່.

    ສ່ວນທ່ານເອກອັກຄະລັດຖະທູດຝະລັ່ງປະຈຳຫວຽດນາມ Bertrand Lortholary ກໍສະແດງສະແດງຄວາມຫວັງ ຢາກເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືກັບຫວຽດນາມໃນໄລຍະທີ່ຈະມາເຖິງ, ພ້ອມທັງຍູ້ແຮງການພົວພັນໃນບັນຫາຍຸດທະສາດ, ການຮ່ວມມືເສດຖະກິດ, ການບິນ, ຄົ້ນຄ້ວາຈັກກະວານ, ການປ້ອງກັນຊາດ, ວັດທະນະທຳ…..

 (ແຫຼ່ງຄັດຈາກ VOV)


ຫວຽດ​ນາມ ແລະ ຈີນ ເຮັດ​ໃຫ້​ການ​ພົວ​ພັນ​ຢ່າງ​ແທ້​ຈິງ​ໃນ​ບ​ັນ​ດາ​ຂົງ​ເຂດ​ເລິກ​ເຊິ່ງ​ກ່​ວາ​ອີກ

ຫວຽດ​ນາມ ແລະ ຈີນ ເຮັດ​ໃຫ້​ການ​ພົວ​ພັນ​ຢ່າງ​ແທ້​ຈິງ​ໃນ​ບ​ັນ​ດາ​ຂົງ​ເຂດ​ເລິກ​ເຊິ່ງ​ກ່​ວາ​ອີກ

ທ່ານ He Wei ເອກອັກຄະລັດຖະທູດ ຈີນ ຢັ້ງຢືນວ່າ ຈີນ ພ້ອມແລ້ວທີ່ຈະພ້ອມກັບ ຫວຽດນາມ ເຮັດໃຫ້ການຮ່ວມມືຢ່າງແທ້ຈິງໃນບັນດາຂົງເຂດເລິກເຊິ່ງກ່ວາອີກ, ສືບຕໍ່ຜັນຂະຫຍາຍບັນດາການເຄື່ອນໄຫວຂອງປີພົບປະແລກປ່ຽນວັດທະນະທຳມະນຸດ ຈີນ - ຫວຽດນາມ

Top