• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ພົບປະກັບຜູ້ມີສິດເລືອກຕັ້ງນະຄອນຮ່າໂນ້ຍ


ທ່າ​ນ ຫງວຽນ​ຟູ​ຈ້ອງ ​ເລ​ຂາ​ທິ​ການ​ໃຫຍ່​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ
ເມືອງ​ຮ່​ວານ​ກຽມ ແລະ ບາ​ດີງ

      ຕອນ​ເຊົ້າ​ວັນ​ທີ 6/8 ຢູ່ ຮ່າ​ໂນ້ຍ, ທ່າ​ນ ຫງວຽນ​ຟູ​ຈ້ອງ ​ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ  ໄດ້​ມີ​ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ ເມືອງ​ຮ່​ວານ​ກຽມ ແລະ ບາ​ດີງ ເພື່ອ​ລາຍ​ງານ​ໝາກ​ຜົນ​ກອງ​ປະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ລຶກ ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XIV. ຜູ້​ມີ​ສິດ​ເລືອກ​ຕັ້ງ ຊົມ​ເຊີຍ​ໝາກ​ຜົນ ແລະ ຜົນ​ສຳ​ເລັດ​ຂອງກອງ​ປະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ລຶກ​ຂອງ​ສະ​ພາ​ແຫ່ງ​ຊາດ​ຊຸດ​ໃຫມ່ ແລະ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ການ​ຊີ້​ນຳ​ນຳ​ພາ​ຂອງ​ພັກ, ລັດ. ກ່າ​ວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ຂອບ​ອົກ​ຂອບ​ໃຈ ແລະ ຮັບ​ເອົາ​ຄຳ​ເຫັນ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ​ບາ​ດີງ ແລະ ຮ​ວານ​ກຽມ ແລະ ເນັ້ນ​ຫນັກ​ວ່າ: ວຽກ​ງານ​ພະ​ນັກ​ງານ​ແມ່ນ​ສຳ​ຄັນ​ທີ່​ສຸດ. ພາຍ​ຫລັງ​ກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ, ສູນ​ກາງ ໄດ້​ປະ​ຕິ​ບັດ​ການ​ຊັບ​ຊ້ອນ​ບັນ​ດາ​ຕຳ​ແຫນ່ງ​ການ​ນຳ, ບູ​ລະ​ນະ​ບຸກ​ຄະ​ລາ​ກອນ​ກົງ​ຈັກ​ລັດ ຮັບ​ປະ​ກັນ​ຕາມ​ຫລັກ​ການ, ຂັ້ນ​ຕອນ, ມາດ​ຖານ. ເມື່ອ​ເຕື້ອງ​ເຖິງວຽກ​ງານ​ຕໍ່​ສູ້, ປ້ອງ​ກັນ​ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ເນັ້ນ​ຫນັກ​ວ່າ: ນີ້​ແມ່ນ​ວຽກ​ງານ​ສຳ​ຄັນ ແຕ່​ກໍ​ສັບ​ສົນ​ທີ່​ສຸດ. ສະ​ນັ້ນ ໃນ​ວິ​ວັດ​ການ​ແກ້​ໄຂ ຕ​້ອງ​ປະ​ຕິ​ບັດ​ຢ່າງ​ແຫນ້ນ​ແຟ້ນ, ລະ​ມັດ​ລະ​ວັງ, ມີ​ປະ​ສິດ​ທິ​ຜົນ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ອົງ​ການ​ລັດ ແລະ ພິ​ເສດ ແມ່ນ​ບົດ​ບາດ​ຂອງ​ປະ​ຊາ​ຊົນ.
(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ການສັບສ້ອນ, ຫັນກົງຈັກເປັນກະທັດລັດ, ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແມ່ນລຸລ່ວງໂດຍພື້ນຖານແລ້ວ

Top