• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ: ວິສາຫະກິດຄວນສືບຕໍ່ປະກອບສ່ວນເຂົ້າໃນວິວັດການສ້າງສາປະເທດຊາດ

      ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢາກໃຫ້ນັກທຸລະກິດ ສືບຕໍ່ຮ່ວມເດີນທາງ ພ້ອມກັບປະເທດຊາດ, ມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ, ຍູ້ພະຍາດໂຄວິດ - 19 ໃຫ້ຖອຍໄປ, ຟື້ນຟູ, ພັດທະນາເສດຖະກິດສັງຄົມ ໃຫ້ສຳເລັດ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳຫັນທີ່ການພົບປະ
      ກ່າວຄຳຫັນທີ່ການພົບປະກັບນັກທຸລະກິດດີເດັ່ນ ເນື່ອງໃນໂອກາດວັນນັກທຸລະກິດ ຫວຽດນາມ ຄືວັນທີ 13 ຕຸລາ, ເຊິ່ງໄດ້ດຳເນີນໃນຕອນເຊົ້າວັນທີ 12 ຕຸລາ ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢາກໃຫ້ນັກທຸລະກິດ ສືບຕໍ່ຮ່ວມເດີນທາງ ພ້ອມກັບປະເທດຊາດ, ມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ, ຍູ້ພະຍາດໂຄວິດ - 19 ໃຫ້ຖອຍໄປ, ຟື້ນຟູ, ພັດທະນາເສດຖະກິດສັງຄົມ ໃຫ້ສຳເລັດ; ທ່ານໄດ້ຢັ້ງຢືນເຖິງບົດບາດສຳຄັນຂອງຖັນແຖວນັກທຸລະກິດ, ວິສາຫະກິດ ໃນວິວັດການພັດທະນາປະເທດຊາດ. ຍາມໃດພັກ, ລັດກໍ່ເອົາໃຈໃສ່ແລະ ຕີລາຄາສູງຕໍ່ບົດບາດຂອງ ຖັນແຖວນັກທຸລະກິດ ແລະ ປະຊາຄົມວິສາຫະກິດ ຫວຽດນາມ. ທ່ານກ່າວວ່າ:
      ພວກຂ້າພະເຈົ້າ ຮຽກຮ້ອງໃຫ້ມີຄວາມຮ່ວມແຮງຮ່ວມໃຈ, ຕັດສິນໃຈເສີມຂະຫຍາຍຄຸນຄ່າຊັບສົມບັດອັນລ້ຳຄ່າຂອງຊາດ ນັ້ນແມ່ນ ຈິດໃຈມະຫາສະມັກຄີ ທົ່ວປວງຊົນ, ຈິດໃຈຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ເພື່ອໃຫ້ພວກເຮົາຖືເອົາສິ່ງນັ້ນ ເປັນກຳລັງໜູນເພື່ອສູ້ຊົນບືນຕົວຂຶ້ນ, ເຮັດໃຫ້ຕົນເອງມີຄວາມແຂງແຮງກ່ວາ, ນັບມື້ນັບສົມບູນກ່ວາ, ເພື່ອໃຫ້ພວກເຮົາປະກອບສ່ວນປະຕິບັດເປົ້າໝາຍກໍ່ສ້າງປະເທດຊາດໃຫ້ເຂັ້ມແຂງແຮງກ້າ ແລະ ວັດທະນາຖາວອນ, ນຳເອົາຄວາມຜາສຸກ, ຄວາມອີ່ນໜຳສຳລານ ມາໃຫ້ປະຊາຊົນ. ຂ້າພະເຈົ້າຂໍຂອບອົກຂອບໃຈ ແລະ ສະແດງຄວາມຮູ້ບຸນຄຸນຢ່າງຈິງໃຈ ມາຍັງສະຫະສະມາຄົມ ວິສາຫະກິດ, ນັກທຸລະກິດ ທີ່ຍາມໃດກໍ່ໄດ້ຮ່ວມເດີນທາງ, ຕອບສະໜອງພ້ອມກັບພັກ, ລັດ ໃນພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດ ຫວຽດນາມ ສັງຄົມນິຍົມ ຂອງພວກເຮົາ ແລະ ພ້ອມກັນປະຕິບັດຄວາມຄາດຫວັງໃນການກໍ່ສ້າງປະເທດຊາດ ໃຫ້ເຂັ້ມແຂງ ແຮງກ້າ  ແລະ ວັດທະນາຖາວອນ.
(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top