• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫວຽດນາມຫງວຽນຊວັນຟຸກ ເຂົ້າຮ່ວມກອງປະຊຸມສຸດຍອດ G20 ທາງອອນລາຍ

      ກອງປະຊຸມສຸດຍອດ G20 ທາງອອນລາຍໄດ້ດຳເນີນໃນລະຫວ່າງແຕ່ວັນທີ 21 – 22 ພະຈິກ ໂດຍມີການເຂົ້າຮ່ວມຂອງການນຳ 20 ພື້ນຖານເສດຖະກິດແຖວໜ້າໂລກ, ບາງປະເທດແຂກຖືກເຊີນ ພ້ອມກັບຜູ້ຕາງໜ້າຫຼາຍອົງການຈັດຕັ້ງສາກົນ, ເພື່ອແນໃສ່ສົມທົບນະໂຍບາຍທົ່ວໂລກ ຮັບມືກັບໂລກລະບາດ ໂຄວິດ - 19 ແລະ ຊຸກຍູ້ການຟື້ນຟູເສດຖະກິດແບບຍືນຍົງ, ສົມດຸນແລະ ກວມລວມ.

ທ່ານນາຍົກລັດຖະມົນຕີ ຫວຽດນາມຫງວຽນຊວັນຟຸກ ເຂົ້າຮ່ວມກອງປະຊຸມສຸດຍອດ G20 ທາງອອນລາຍ (ພາບ: VGP) 
      ເຂົ້າຮ່ວມວາລະປຶກສາຫາລືທຳອິດດ້ວຍຫົວຂໍ້ວ່າ “ຜ່ານຜ່າໂລກລະບາດ, ຟື້ນຟູການເຕີບໂຕ ແລະ ວຽກເຮັດງານທຳ” ທີ່ໄດ້ຈັດຂຶ້ນໃນວັນທີ 21 ພະຈິກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເນັ້ນໜັກວ່າ ຕ້ອງເພີ່ມທະວີການສົມທົບນະໂຍບາຍທົ່ວໂລກ, ສາມັກຄີກັນກະທຳ ແລະ ຍົກສູງການຮ່ວມມືຫຼາຍຝ່າຍ ເພື່ອຍູ້ໂລກລະບາດໂຄວິດ - 19 ໃຫ້ຖອຍໄປ, ໃນນັ້ນຕີລາຄາສູງບັນດາໝາກຜົນສຳຄັນໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຂອງບັນດາປະເທດ G20, ເປັນຕົ້ນແມ່ນການຊຸກຍູ້ການສົມທົບນະໂຍບາຍມະຫາພາກໃນການຟື້ນຟູເສດຖະກິດ. ທ່ານນາຍົກລັດຖະມົນຕີ ໄດ້ຢັ້ງຢືນວ່າ: ຫວຽດນາມ ໃນຖານະເປັນປະທານອາຊຽນ 2020, ໄດ້ພ້ອມກັບບັນດາປະເທດອາຊຽນ ແລະ ຄູ່ຮ່ວມມື ເຊີດຊູຈິດໃຈ “ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື”, ປະຕິບັດບັນດາມາດຕະການຮັບມືກັບໂລກລະບາດໂຄວິດ - 19, ຟື້ນຟູເສດຖະກິດ, ຮັກສາທ່າຮ່ວມມືໃນການສ້າງປະຊາຄົມອາຊຽນ 2025 ຢ່າງແຮງ. ທ່ານກໍ່ສະເໜີໃຫ້ບັນດາປະເທດ G20 ສ້າງຂໍ້ຕົກລົງຜະລິດ ວັກຊີນກັບບັນດາຄູ່ຮ່ວມມືໃນທົ່ວໂລກຜ່ານການຖ່າຍທອດເຕັກໂນໂລຢີພ້ອມກັບການປົກປ້ອງ ສິດຊັບສິນທາງປັນຍາ ຜ່ານນັ້ນຍູ້ໄວວິວັດແຫ່ງການຜະລິດ ແລະ ແຈກຢາຍວັກຊີນໃນວົງກ້ວາງ.
 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ໃຫ້​ການ​ຕ້ອນ​ຮັບ​ຂ້າຫຼວງ​ໃຫຍ່ EU ແລະ ບັນ​ດາ​ລັດ​ຖະ​ມົນ​ຕີ CPTPP

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ໃຫ້​ການ​ຕ້ອນ​ຮັບ​ຂ້າຫຼວງ​ໃຫຍ່ EU ແລະ ບັນ​ດາ​ລັດ​ຖະ​ມົນ​ຕີ CPTPP

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ສະ​ເໜີ​ໃຫ້ສືບ​ຕໍ່​ສາ​ມັກ​ຄີ, ເສີມ​ຂະ​ຫຍາຍ​ບົດ​ບາດ​ນຳ​ໜ້າ​ໃນ​ການ​ຊຸກ​ຍູ້​ການ​ຄ້າ​ເປີດ, ອີງຕາມຂໍ້​ກຳ​ນົດ​ກົດ​ໝາຍ ແລະ ປັບ​ປຸງ​ລະ​ບົບ​ການ​ຄ້າຫຼາຍ​ຝ່າຍ​ກັບ WTO ຢູ່​ຕຳ​ແໜ່ງ​ໃຈ​ກາງ.

Top