ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫວຽດນາມຫງວຽນຊວັນຟຸກ ເຂົ້າຮ່ວມກອງປະຊຸມສຸດຍອດ G20 ທາງອອນລາຍ

      ກອງປະຊຸມສຸດຍອດ G20 ທາງອອນລາຍໄດ້ດຳເນີນໃນລະຫວ່າງແຕ່ວັນທີ 21 – 22 ພະຈິກ ໂດຍມີການເຂົ້າຮ່ວມຂອງການນຳ 20 ພື້ນຖານເສດຖະກິດແຖວໜ້າໂລກບາງປະເທດແຂກຖືກເຊີນ ພ້ອມກັບຜູ້ຕາງໜ້າຫຼາຍອົງການຈັດຕັ້ງສາກົນເພື່ອແນໃສ່ສົມທົບນະໂຍບາຍທົ່ວໂລກ ຮັບມືກັບໂລກລະບາດ ໂຄວິດ - 19 ແລະ ຊຸກຍູ້ການຟື້ນຟູເສດຖະກິດແບບຍືນຍົງສົມດຸນແລະ ກວມລວມ.

ທ່ານນາຍົກລັດຖະມົນຕີ ຫວຽດນາມຫງວຽນຊວັນຟຸກ ເຂົ້າຮ່ວມກອງປະຊຸມສຸດຍອດ G20 ທາງອອນລາຍ (ພາບ: VGP) 
      ເຂົ້າຮ່ວມວາລະປຶກສາຫາລືທຳອິດດ້ວຍຫົວຂໍ້ວ່າ “ຜ່ານຜ່າໂລກລະບາດ, ຟື້ນຟູການເຕີບໂຕ ແລະ ວຽກເຮັດງານທຳ” ທີ່ໄດ້ຈັດຂຶ້ນໃນວັນທີ 21 ພະຈິກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເນັ້ນໜັກວ່າ ຕ້ອງເພີ່ມທະວີການສົມທົບນະໂຍບາຍທົ່ວໂລກ, ສາມັກຄີກັນກະທຳ ແລະ ຍົກສູງການຮ່ວມມືຫຼາຍຝ່າຍ ເພື່ອຍູ້ໂລກລະບາດໂຄວິດ - 19 ໃຫ້ຖອຍໄປ, ໃນນັ້ນຕີລາຄາສູງບັນດາໝາກຜົນສຳຄັນໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຂອງບັນດາປະເທດ G20, ເປັນຕົ້ນແມ່ນການຊຸກຍູ້ການສົມທົບນະໂຍບາຍມະຫາພາກໃນການຟື້ນຟູເສດຖະກິດ. ທ່ານນາຍົກລັດຖະມົນຕີ ໄດ້ຢັ້ງຢືນວ່າ: ຫວຽດນາມ ໃນຖານະເປັນປະທານອາຊຽນ 2020, ໄດ້ພ້ອມກັບບັນດາປະເທດອາຊຽນ ແລະ ຄູ່ຮ່ວມມື ເຊີດຊູຈິດໃຈ “ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື”, ປະຕິບັດບັນດາມາດຕະການຮັບມືກັບໂລກລະບາດໂຄວິດ - 19, ຟື້ນຟູເສດຖະກິດ, ຮັກສາທ່າຮ່ວມມືໃນການສ້າງປະຊາຄົມອາຊຽນ 2025 ຢ່າງແຮງ. ທ່ານກໍ່ສະເໜີໃຫ້ບັນດາປະເທດ G20 ສ້າງຂໍ້ຕົກລົງຜະລິດ ວັກຊີນກັບບັນດາຄູ່ຮ່ວມມືໃນທົ່ວໂລກຜ່ານການຖ່າຍທອດເຕັກໂນໂລຢີພ້ອມກັບການປົກປ້ອງ ສິດຊັບສິນທາງປັນຍາ ຜ່ານນັ້ນຍູ້ໄວວິວັດແຫ່ງການຜະລິດ ແລະ ແຈກຢາຍວັກຊີນໃນວົງກ້ວາງ.
 (ແຫຼ່ງຄັດຈາກ VOV)


top