• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະກັບນາຍົກລັດຖະມົນຕີລາວ,ກຳປູເຈຍຢູ່ນອກກອງປະຊຸມສຸດຍອດອາຊຽນ 34

      ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ມີການພົບປະເຮັດວຽກກັບທ່ານນາຍົກລັດຖະມົນຕີລາວ ທອງລຸນ ສິສຸລິດ ແລະ ທ່ານນາຍົກລັດຖະມົນຕີກຳປູເຈຍ Samdech Techo Hunsen.

ນາຍົກລັດຖະມົນຕີ ລາວ-ຫວຽດນາມ-ກຳປູເຈຍ
(ພາບ: TTXVN)
      ວັນທີ 23 ມິຖຸນາ, ຢູ່ນະຄອນຫຼວງ ບາງກອກ, ປະເທດໄທ, ໃນຂອບເຂດການເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 34. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ມີການພົບປະເຮັດວຽກກັບທ່ານນາຍົກລັດຖະມົນຕີລາວ ທອງລຸນ ສິສຸລິດ ແລະ ທ່ານນາຍົກລັດຖະມົນຕີກຳປູເຈຍ Samdech Techo Hunsen.
        ນາຍົກລັດຖະມົນຕີທັງ 3 ທ່ານໄດ້ເຫັນດີກ່ຽວກັບການຮ່ວມມືໃນເຂດ 3 ຫຼ່ຽມພັດທະນາກຳປູເຈຍ - ລາວ - ຫວຽດນາມ (CLV), ອະນຸພາກພື້ນແມ່ນ້ຳຂອງ, ສ້າງແຜນການສັງລວມເຊື່ອມຕໍ່ 3 ພື້ນຖານເສດຖະກິດໂດຍໄວ, ເນັ້ນໜັກເຖິງຄວາມສຳຄັນໃນການດຶງດູດບັນດາແຫຼ່ງການເງິນ, ເຕັກນິກໃຫ້ແກ່ບັນດາໂຄງການຢູ່ອະນຸພາກພື້ນແມ່ນ້ຳຂອງ. ນາຍົກລັດຖະມົນຕີ 3 ທ່ານ ໄດ້ເຫັນດີຊຸກຍູ້ການຄ້າ, ການລົງທຶນ, ເຊື່ອມຕໍ່ເຂດຊາຍແດນ, ຢືນຢັນຄວາມຕັດສິນໃຈສ້າງເຂດຊາຍແດນຂອງ 3 ປະເທດໃຫ້ເປັນເຂດແຫ່ງສັນຕິພາບ, ມິດຕະພາບ ແລະ ພັດທະນາ. ການນຳ 3 ທ່ານກໍ່ເຫັນດີສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ, ຊຸກຍູ້ການສ້າງປະຊາຄົມອາຊຽນ ສາມັກຄີ, ເອກະພາບ, ເຂັ້ມແຂງດ້ວຍຕົນເອງ ແລະ ມີບົດບາດເປັນໃຈກາງ.
        ແລະກໍ່ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫວຽນຊວນຟຸກ ໄດ້ມີການພົບປະກັບທ່ານປະທານາທິບໍດີຟິລິບປີນ Rodrio Duterte. 2 ຝ່າຍໄດ້ແລກປ່ຽນບັນດາມາດຕະການເພື່ອແນໃສ່ຊຸກຍູ້ການພົວພັນ 2 ຝ່າຍ ແລະ ການຮ່ວມມືຢູ່ບັນດາເວທີປາໄສຫຼາຍຝ່າຍກວ່າອີກ. ທ່ານປະທານາທິບໍດີ Rodrio Duterte ໄດ້ສະແດງຄວາມຂອບໃຈຫວຽດນາມ ກ່ຽວກັບເລື່ອງ ກ່ຳປັ່ນຫາປາຂອງຫວຽດນາມ ໄດ້ຊ່ວຍກູ້ຊາວປະມົງຟີລິບປີນ 22 ຄົນທີ່ຖືກປະສົບກັບເຫດຮ້າຍຢູ່ທະເລ ເມື່ອວັນທີ 09 ມິຖຸນາ ຜ່ານມາ; ຢືນຢັນວ່າ ຈະສືບຕໍ່ສະຫງວນການປະພຶດມະນຸດທະທຳໃຫ້ຊາວປະມົງຫວຽດນາມ ບົນຈິດໃຈມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ.
 (ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top