• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທະຫານເຂດ 5 ຊີ້ນຳ ບັນດາກົມກອງ ເຂົ້າຮ່ວມ ຄອບງຳຈຳກັດ ຜົນຢ້ອນຫຼັງ ຈາກອຸບັດເຫດ ເຂື່ອນໄຟຟ້າແຕກ ຢູ່ ລາວ

     
 ສົ່ງສິນຄ້າ ຊ່ວຍເຫຼືອພໍ່ແມ່ປະຊາຊົນ ແຂວງ ອັດຕະປີ ຄອບງຳຈຳກັດ ຜົນຜົນຢ້ອນຫຼັງ
ຈາກອຸບັດເຫດ ເຂື່ອນໄຟຟ້າແຕກ ຢູ່ ລາວ
      ຫຼັງຈາກຮັບຂ່າວ ເຂື່ອນໄຟຟ້າ ​ເຊ​ປຽນ-​ເຊ​ນ້ຳ​ນ້ອຍ ແຕກ ຢູ່ ລາວ ບໍ່ດົນ, ກອງບັນຊາການທະຫານເຂດ 5 ໄດ້ຊີິ້ນຳໃຫ້ ບໍລິສັດໜຶ່ງສະມາຊິກ ມິດຕະພາບ ພາກໃຕ້ ລາວຈຳກັດ ສັງກັດທະຫານເຂດ 5 ແຕ່ງຕັ້ງ ນາຍແພດ 10 ຄົນ ແລະ ພະນັກງານ, ລັດຖະກອນນັບຫຼາຍຮ້ອຍຄົນ ເຂົ້າຮ່ວມການຄອບງຳຈຳກັດຜົນຢ້ອນຫຼັງ. 

      ກອງບັນຊາການທະຫານເຂດ 5 ໄດ້ສະໜັບສະໜູນກ້ອນ ເງິນ 200 ລ້ານ ດົ່ງ ເພື່ອການຊື້ເຄື່ອງຂອງຊ່ວຍເຫຼືອເບື້ອງຕົ້ນ; ຊີ້ນຳໃຫ້ກົມກອງ K53 (ກອງບັນຊາການທະຫານ ແຂວງ ກອນຕຸມ) ທີ່ກຳລັງເຮັດໜ້າທີ່ ຢູ່ລາວ ໄປເຖິງສະຖານທີ່ເກີດເຫດ ປະສານສົມທົບ ກັບບັນດາກຳລັງ ຂອງ ລາວ ເພື່ອຈັດຕັ້ງການຊອກຫາຜູ້ຫາຍສາບສູນ ແລະ ຊ່ວຍເຫຼືອ ປະຊາຊົນລາວ ຄອບງຳຈຳກັດ ຜົນເສຍຫາຍເບື້ອງຕົ້ນ. 
      
      ກອງບັນຊາການທະຫານເຂດ 5 ໄດ້ຊີ້ນຳ ໃຫ້ກອງບັນຊາການທະຫານແຂວງ ກອນຕຸມ ກະກຽມກຳລັງ, ພາຫະນະ, ວັດຖຸ ພ້ອມແລ້ວ ຮັບຄຳສັ່ງ ຂອງກອງບັນຊາການ ເພື່ອປະສານສົມທັບກັບບັນດາກຳລັງ ຂອງ ລາວ ໃນການຄອບງຳຈຳກັດຜົນຢ້ອນຫຼັງ ຈາກ ອຸບັດເຫດເຂື່ອນໄຟຟ້າແຕກ. 
ໂດຍ: VNA

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top