• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊູດັງ ປາຖະໜາ ຢາກຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືອັນດີງາມກັບ ຫວຽດນາມ

ຕອນບ່າຍວັນທີ 6 ພະຈິກ, ຢູ່ສຳນັກງານສູນກາງພັກ, ທ່ານ ເຈິ່ນກັວກເວື້ອງ ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ ໄດ້ໃຫ້ການຕ້ອນຮັບທ່ານ Faisal Hasan Ibrahim ຮອງປະທານພັກ ຄອງເກຼດ ຊູດັງ, ຜູ້ຊ່ວຍປະທານາທິບໍດີ ຊູດັງ ທີ່ກຳລັງຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

 ທີ່ການຕ້ອນຮັບ (ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານ ເຈິ່ນກັວກເວື້ອງ ສະເໜີໃນໄລຍະຈະມາເຖິງ, ສອງຝ່າຍຄວນສືບຕໍ່ເພີ່ມທະວີການແລກປ່ຽນ, ການພົບປະຂັ້ນສູງ, ຍົກສູງປະສິດທິຜົນບັນດາກົນໄກຮ່ວມມື; ຍູ້ແຮງການພົບປະແລກປ່ຽນມິດຕະພາບລະຫວ່າງ ປະຊາຊົນ; ຕັ້ງໜ້າສົມທົບ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນບັນດາເວທີປາໄສຫຼາຍຝ່າຍ; ປາຖະໜາວ່າ ຊູດັງ ຈະສະໜັບສະໜູນ ຫວຽດນາມ ດຳລົງຕຳແໜ່ງກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020-2021.

ສ່ວນທ່ານ Faisal Hasan Ibrahim ກໍ່ຢັ້ງຢືນຄວາມປາຖະໜາ ແລະ ຄວາມຕັດສິນໃຈໃນການຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືອັນດີງາມ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດກວ່າອີກ; ສະເໜີສອງຝ່າຍສືບຕໍ່ເສີມຂະຫຍາຍ ແລະ ໝູນໃຊ້ບັນດາກະລະໂອກາດ, ຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງ ເພື່ອຊຸກຍູ້ການຮ່ວມມື ແລະ ພັດທະນາໃນໄລຍະຈະມາເຖິງ.

(ແຫຼ່ງຄັດຈາກ VOV)


ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ​ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ​ຮັກ​ສາ​ທ່າ​ເຕີບ​ໂຕ​ເປັນ​ປົກ​ກະ​ຕິ​ໃນ​ຄວາມ​ຫຍຸ້ງ​ຍາກ​ຈາກ​ໄພ​ພິ​ບັດ​ທຳ​ມະ​ຊາດ

ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ​ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ​ຮັກ​ສາ​ທ່າ​ເຕີບ​ໂຕ​ເປັນ​ປົກ​ກະ​ຕິ​ໃນ​ຄວາມ​ຫຍຸ້ງ​ຍາກ​ຈາກ​ໄພ​ພິ​ບັດ​ທຳ​ມະ​ຊາດ

ຂະແໜງກະສິກຳ ແລະ ສິ່ງແວດລ້ອມຍັງຮັກສາທ່າເຕີບໂຕທີ່ຕັ້ງໜ້າ ເຖິງວ່າຖືກຜົນກະທົບຈາກພາຍຸ, ຝົນຕົກໜັກ ແລະ ການຜັນແປຂອງຕະຫຼາດ.

Top