• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານບູນ “ຕາເວັນອອກ” ໃນດິນແດນມໍລະດົກອ່າວ ຮ້າລອງ

      ງານບູນວັດທະນະທຳ ຍີ່ປຸ່ນ ຕາເວັນອອກໄດ້ໄຂຂຶ້ນໃນວັນທີ 29 ກັນຍາ ແລະ ແກ່ຍາວຮອດວັນທີ 21 ຕຸລາ 2018 ດ້ວຍຂອບຂະໜາດໃຫຍ່ສຸດນັບແຕ່ກ່ອນມາຮອດປັດຈຸບັນຢູ່ນະຄອນ ຮ້າລອງ (ແຂວງ ກວາງນິງ).
ງານບູນ “ຕາເວັນອອກ” ໄດ້ຈັດຕັ້ງຢູ່ສວນ ຍີ່ປຸ່ນ Sun World Halong Complex, ນະຄອນ ຮ້າລອງ ດ້ວຍບັນດາການເຄື່ອນໄຫວທີ່ເປັນເອກະລັກສະເພາະຂອງວັດທະນະທຳ ຍີ່ປຸ່ນ ຄືການແຂ່ງຂັນຕີມວຍປ້ຳ Sumo, ສະແດງຕີກອງ Taiko, ວິທີຊົງຊາ, ອາຫານການກິນ, ຟ້ອນ Yosakoi ພ້ອມດ້ວຍບັນດາການລະຫຼິ້ນພື້ນເມືອງທີ່ດູດດື່ມ. ອ້າຍ ຫງວຽນຮ່ວາງເຟືອງ ແຂກທ່ອງທ່ຽວມາຈາກ ດ່າໜັງ ແບ່ງປັນວ່າ:
       “ຂ້າພະເຈົ້າມີຄວາມເພິ່ງພໍໃຈ ເພາະວ່າມື້ນິ້ ເປັນຄັ້ງທຳອິດໄດ້ມາ ຮ້າລອງ ແລະ ໄດ້ເບິ່ງບັນດານັກປ້ຳ Sumo ແຂ່ງຂັນ. ຂ້າພະເຈົ້າບໍ່ທັນໄດ້ໄປ ຍີ່ປຸ່ນ ແຕ່ຂ້າພະເຈົ້າມານີ້  ກໍ່ເຂົ້າໃຈຕື່ມກ່ຽວກັບວັດທະນະທຳ ຍີ່ປຸ່ນ ຜ່ານງານບຸນນີ້.
      ງານບຸນແມ່ນການເຄື່ອນໄຫວຕອບສະໜອງປີທ່ອງທ່ຽວແຫ່ງຊາດ 2018 ຮ້າລອງ - ກວາງນິງ ແລະ ແມ່ນເຫດການສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຍີ່ປຸ່ນ.
 (ແຫຼ່ງຄັດຈາກ VOV)
 

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top