ຂ່າວສານ

ງານບູນ “ຕາເວັນອອກ” ໃນດິນແດນມໍລະດົກອ່າວ ຮ້າລອງ

      ງານບູນວັດທະນະທຳ ຍີ່ປຸ່ນ “ຕາເວັນອອກ” ໄດ້ໄຂຂຶ້ນໃນວັນທີ 29 ກັນຍາ ແລະ ແກ່ຍາວຮອດວັນທີ 21 ຕຸລາ 2018 ດ້ວຍຂອບຂະໜາດໃຫຍ່ສຸດນັບແຕ່ກ່ອນມາຮອດປັດຈຸບັນຢູ່ນະຄອນ ຮ້າລອງ (ແຂວງ ກວາງນິງ).
ງານບູນ “ຕາເວັນອອກ” ໄດ້ຈັດຕັ້ງຢູ່ສວນ ຍີ່ປຸ່ນ Sun World Halong Complex, ນະຄອນ ຮ້າລອງ ດ້ວຍບັນດາການເຄື່ອນໄຫວທີ່ເປັນເອກະລັກສະເພາະຂອງວັດທະນະທຳ ຍີ່ປຸ່ນ ຄືການແຂ່ງຂັນຕີມວຍປ້ຳ Sumo, ສະແດງຕີກອງ Taiko, ວິທີຊົງຊາ, ອາຫານການກິນ, ຟ້ອນ Yosakoi ພ້ອມດ້ວຍບັນດາການລະຫຼິ້ນພື້ນເມືອງທີ່ດູດດື່ມ. ອ້າຍ ຫງວຽນຮ່ວາງເຟືອງ ແຂກທ່ອງທ່ຽວມາຈາກ ດ່າໜັງ ແບ່ງປັນວ່າ:
       “ຂ້າພະເຈົ້າມີຄວາມເພິ່ງພໍໃຈ ເພາະວ່າມື້ນິ້ ເປັນຄັ້ງທຳອິດໄດ້ມາ ຮ້າລອງ ແລະ ໄດ້ເບິ່ງບັນດານັກປ້ຳ Sumo ແຂ່ງຂັນ. ຂ້າພະເຈົ້າບໍ່ທັນໄດ້ໄປ ຍີ່ປຸ່ນ ແຕ່ຂ້າພະເຈົ້າມານີ້  ກໍ່ເຂົ້າໃຈຕື່ມກ່ຽວກັບວັດທະນະທຳ ຍີ່ປຸ່ນ ຜ່ານງານບຸນນີ້.”
      ງານບຸນແມ່ນການເຄື່ອນໄຫວຕອບສະໜອງປີທ່ອງທ່ຽວແຫ່ງຊາດ 2018 ຮ້າລອງ - ກວາງນິງ ແລະ ແມ່ນເຫດການສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຍີ່ປຸ່ນ.
 (ແຫຼ່ງຄັດຈາກ VOV)
 


top