• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ໂອ້​ລົມ​ສົນ​ທະ​ນາ​ນະ​ໂຍ​ບາຍ​ສິ່ງ​ແວດ​ລ້ອມ ຫວຽດ​ນາມ - ຍີ່​ປຸ່ນ ມຸ່ງ​ໄປ​ສູ່​ເປົ້າ​ໝາຍ​ລວມ​ເພື່ອ​ການ​ພັດ​ທະ​ນາ​ແບບ​ຍື​ນ​ຍົງ

ວັນທີ 25 ສິງຫາ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຫວຽດນາມ ແລະ ກະຊວງສິ່ງແວດລ້ອມ ຍີ່ປຸ່ນ ໄດ້ຈັດຕັ້ງກອງປະຊຸມທາງອອນລາຍຂັ້ນລັດຖະມົນຕີໃນຂອບເຂດກອງປະຊຸມການໂອ້ລົມສົນທະນານະໂຍບາຍສິ່ງແວດລ້ອມຫວຽດນາມ - ຍີ່ປຸ່ນ ຄັ້ງທີ 6.

ການໂອ້ລົມສົນທະນານະໂຍບາຍສິ່ງແວດລ້ອມ ຫວຽດນາມ - ຍີ່ປຸ່ນ ມຸ່ງໄປສູ່ເປົ້າໝາຍລວມເພື່ອການພັດທະນາແບບຍືນຍົງ

ທີ່ກອງປະຊຸມ, ທ່ານ ເຈິ່ນຮົ່ງຮ່າ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຫວຽດນາມ ແລະ ທ່ານ Koizumi Shinjiro ລັດຖະມົນຕີກະຊວງສິ່ງແວດລ້ອມຍີ່ປຸ່ນ ໄດ້ແລກປ່ຽນບາງເນື້ອໃນຮ່ວມມືໃນຂົງເຂດຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມໃນໄລຍະຈະມາເຖິງຄື: ຫຼຸດຜ່ອນ ແລະ ປັບຕົວໃຫ້ແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດ, ຄຸ້ມຄອງສິ່ງເສດເຫຼືອ ແລະ ຂີ້ເຫຍື້ອຢູ່ທະເລ, ປົກປັກຮັກສາສິ່ງແວດລ້ອມຕໍ່ການເຄື່ອນໄຫວທາດເຄມີ… ທ່ານ Koizumi Shinjiro ໃຫ້ຮູ້ວ່າ ຍີ່ປຸ່ນຈະໜູນຊ່ວຍ ຫວຽດນາມໄດ້ສຳຜັດກັບບັນດາຜົນງານການຄົ້ນຄ້ວາວິທະຍາສາດ, ການເງິນ, ເຕັກໂນໂລຢີ, ເພີ່ມທະວີກຳລັງຄວາມສາມາດເພື່ອພັດທະນາບັນດາຂົງເຂດປົກປັກຮັກສາສິ່ງແວ້ດລ້ອມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຄຸ້ມຄອງ ແລະ ຫຼຸດຜ່ອນຂີ້ເຫຍື້ອປລາສຕິກຢູ່ມະຫາສະມຸດ…
(ແຫຼ່ງຄັດຈາກ VOV)

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ໃນ 10 ເດືອນຜ່ານມາ, ນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 6,6 ລ້ານເທື່ອຄົນ, ເພີ່ມຂຶ້ນ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສະເພາະເດືອນຕຸລາ, ນະຄອນດັ່ງກ່າວຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 705.000 ເທື່ອຄົນ, ເພີ່ມຂຶ້ນ 19% ເມື່ອທຽບໃສ່ໄລຍະດຽວກັນ ແລະ ຕ້ອນຮັບແຂກທ່ອງທ່ຽວພາຍໃນປະເທດ 3,9 ລ້ານເທື່ອຄົນ.

Top