• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກະ​ຊ​ວງ​ສາ​ທາ​ລະ​ນະ​ສຸກ​ກ່າວ​ເຕືອນ​ປະ​ຊາ​ຊົນ​ມີ​ສະ​ຕິ​ລະ​ວັງ​ຕົວ​ຕໍ່​ຂ່າວ​ບໍ່​ມີ​ມູນ​ຄວາມ​ຈິງ​ກ່ຽວ​ກັບ​ ​ໂລກ​ລະ​ບາດ Covid – 19

ກະຊວງສາທາລະນະສຸກ ຫາກໍ່ໄກ້ກ່າວເຕືອນປະຊາຊົນມີສະຕິລະວັງຕົວຕໍ່ຂ່າວບໍ່ມີມູນຄວາມຈິງ. ລາຍລະອຽດ, ໄລຍະມໍ່ໆມານີ້ ໃນສື່ສັງຄົມອອນລາຍ ຫາກໍ່ແບ່ງປັນຂໍ້ມູນຂ່າວສານຂອງ ສາດສະດາຈານ ແບັກ ສະມາຊິກຂອງ ຄະນະຊີ້ນຳການປ້ອງກັນຕ້ານໂລກລະບາດ Covid – 19.

ພາບປະກອບ: TTXVN

ທ່ານ ຫງວຽນດິ່ງແອງ, ຫົວໜ້າກົມສື່ສານ ແລະ ແຂ່ງຂັນຍ້ອງຍໍຊົມເຊຍ, ກະຊວງສາທາລະນະສຸກໄດ້ຢັ້ງຢືນວ່າ ນີ້ແມ່ນຂ່າວບໍ່ມີມູນຄວາມຈິງ, ຍ້ອນວ່າ ບັນດາສະມາຊິກໃນ ຄະນະຊີ້ນຳການປ້ອງກັນ, ຕ້ານໂລກລະບາດແຫ່ງຊາດບໍ່ມີຜູ້ໃດມີຊື່ວ່າ ແບັກ.

ຕາມບັນດານັກຊ່ຽວຊານດ້ານກົດໝາຍແລ້ວ, ນີ້ແມ່ນການກະທຳທີ່ຜິດກົດໝາຍ ແລະ ບັນດາສ່ວນບຸກຄົນ, ອົງການທີ່ໃຫ້ຂ່າວບໍ່ມີມູນຄວາມຈິງນັ້ນ, ແມ່ນອາດຈະຖືກປັບໄໝເງິນຂຶ້ນເຖິງ 50 ລ້ານດົ່ງ.

ໃນໄລຍະໂລກລະບາດ Covid – 19 ພວມມີການຜັນແປຢ່າງສັບສົນຄືໃນປັດຈຸບັນ, ບັນດາຜູ້ນຳໃຊ້ສື່ສັງຄົມອອນລາຍຄວນມີສະຕິສຳລັບປະຊາຄົມຫຼີກລ້ຽງເລື່ອງ ພຽງແຕ່ຢາກດຶງດູດຈຳນວນຜູ້ຕິດຕາມນັ້ນ, ກໍ່ໄດ້ໃຫ້ຂ່າວທີ່ຜິດກົດໝາຍ.

 (ແຫຼ່ງຄັດຈາກ VOV)

ສະຫາຍອເລຂາທິການໃຫຍ່ ໂຕເລີມ: ສຳນັກຂ່າວສານ ຫວຽດນາມ ສືບຕໍ່ຢືນຢັນບົດບາດເປັນອົງການຂ່າວສານຍຸດທະສາດ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງ ພັກ ແລະ ລັດ

ສະຫາຍອເລຂາທິການໃຫຍ່ ໂຕເລີມ: ສຳນັກຂ່າວສານ ຫວຽດນາມ ສືບຕໍ່ຢືນຢັນບົດບາດເປັນອົງການຂ່າວສານຍຸດທະສາດ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງ ພັກ ແລະ ລັດ

ຕອນເຊົ້າວັນທີ 14 ກັນຍາ, ຢູ່ສູນສຳນັກຂ່າວແຫ່ງຊາດ, ເລກທີ 5 ຫຼີເຖື່ອງກຽດ, ຮ່າໂນ້ຍ, ສຳນັກຂ່າວສານຫວຽດນາມ (VNA) ໄດ້ຈັດພິທີມອບຫຼຽນໄຊ ໂຮ່ຈີມິນ (ເປັນຄັ້ງທີ 3) ແລະ ສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອຂອງສຳນັກຂ່າວສານ ຫວຽດນາມ (ວັນທີ 15 ກັນຍາ 1945 - ວັນທີ 15 ກັນຍາ 2025). ສະຫາຍເລຂາທິການໃຫຍ່ ໂຕເລີມ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີ. ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ, ປະທານສະພາແຫ່ງຊາດ ເຈີ່ນແທງເໝີ໊ນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດ໊ວັນຈ໋ຽນ ໄດ້ສົ່ງກະຕ່າດອກໄມ້ ແລະ ຈົດໝາຍອວຍພອນເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອຂອງສຳນັກຂ່າວສານ ຫວຽດນາມ.

Top