• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສາລະຄະດີ

ໂກນດ່າວ-ໜ່ວຍແກ້ວມະນີ ຂອງທະເລ ຕາເວັນອອກ

ໃນເມື່ອກ່ອນ, ໝູເກາະໂກນດ່າວ ໄດ້ຮັບຂະໜານນາມວ່າ ເປັນ “ນາຮົກ ເມືອງຄົນ”. ແຕ່ມາຮອດປັດຈຸບັນ, ດ້ວຍ ທິວທັດ ທຳມະຊາດ ທີ່ສວຍສົດ ງົດງາມ ກັບບັນດາຫາດຊາຍ ທະເລ, ກຸ່ມປາກະລັງ ແລະ ປ່າດົງພົງໄພ ທີ່ ກວ້າງໃຫຍ່ໄພສານ, ໂກນດ່າວ ໄດ້ກາຍເປັນ “ຫນ່ວຍແກ້ວມະນີ” ທີ່ມີ ຄວາມງາມ ສະຫງ່າ ຊຶ່ງດຶງດູດຈັບໃຈ ນັກທ່ອງທ່ຽວ ຢູ່ພາຍໃນ ແລະ ຕ່າງ ປະເທດ ເປັນຈຳນວນຫຼວງຫຼາຍ.
 
ຈາກ “ນາຮົກເມືອງຄົນ” ເຖິງ “ແດນສະຫວັນ” ແຫ່ງການ ທ່ອງທ່ຽວ
ເມືອງເກາະໂກນດ່າວ ເປັນໝູ່ເກາະແຫ່ງໜຶ່ງ ທີ່ຂຶ້ນກັບ ແຂວງ ບ່າເຮ້ຍ-ຫວຸງເຕົ່າ, ຫ່າງຈາກນະຄອນຫວຸງເຕົ່າ 97 ໄມ ແລະ ລວມມີ ເກາະໃຫຍ່, ນ້ອຍ 16 ໜ່ວຍ.

ເນື່ອງຈາກວ່າມີຈຸດທີ່ຕັ້ງ ອຳນວຍຄວາມສະດວກ ບົນ ເສັ້ນທາງທະເລ ເຊື່ອມຕໍ່ ທະວີບອາຊີ-ເອີຣົບ, ດັ່ງນັ້ນ ໂກນດ່າວ ໄດ້ເປັນທີ່ຮູ້ຈັກ ຈາກຊາວຕາເວັນຕົກ ແຕ່ດົນນານ. ເມື່ອປີ 1294, ຂະບວນເຮືອຂອງນັກສຳຫຼວດ Marco Polo, ຊາວ ອີຕາລີ ບົນສາຍທາງເດີນ ກັບເມືອບ້ານ ຈາກ ປະເທດ ຈີນ ໄດ້ປະສົບກັບລົມພາຍຸ ແລະ ຕ້ອງແວ່ອາໄສ ພັກຊົ່ວຄາວ ທີ່ ໂກນດ່າວ.

ປີ 1862, ລະບົບຄຸກທີ່ໂຫດຮ້າຍສາມານແຫ່ງໜຶ່ງ ໄດ້ ຮັບການສ້າງຕັ້ງຂຶ້ນຢູ່ ໂກນດ່າວ ພາຍຫຼັງ ພວກລ່າເມືອງຂຶ້ນ ຝຣັ່ງ ຢຶດເອົາ 3 ແຂວງ ທາງທິດຕາເວັນອອກ ຂອງພາກໃຕ້ ຫວຽດນາມ. ແຕ່ນັ້ນເຖິງປີ 1975, ໃນຕະຫຼອດ 113 ປີ, ໂກນດ່າວ ໄດ້ກາຍເປັນ “ນາຮົກເມືອງຄົນ” ຊຶ່ງເປັນບ່ອນ ກັກຂັງ ບັນດາຜູ້ຄົນທີ່ ຕ້ານຄືນ ລັດທິດລ່າເມືອງຂຶ້ນຝຮັ່ງ ແລະ ລະບອບ ໄຊງ່ອນເກົ່າ. 
 

ນັກທ່ອງທ່ຽວຊອກຮູ້ກ່ຽວກັບປະຫວັດສາດຂອງ ໂກນດ່າວ ທີ່ ຫໍພິພິດທະພັນ ໂກນດ່າວ. ພາບ: ເລມິນ/VNP

ນັກທ່ອງທ່ຽວຢ້ຽມຊົມ “ຄອກເສືອ” ຢູ່ໂກນດ່າວ. ພາບ: ເລມິນ/VNP

ອະນຸສາວະລີ ບັນດານັກຮົບວິລະຊົນ ຜູ້ເສຍສະຫຼະຊີວິດເພື່ອຊາດຢູ່ປ່າຊ້າ ຮ່າງເຢືອງ. ພາບ: ເລມິນ/VNP

ຮ່ອງຮອຍປະຫວັດສາດ ເກົາເຕົາ 914 ຢູ່ ໂກນດ່າວ. ພາບ: ເລມິນ/VNP
 
«
     ມີພາຫະນະສອງປະເພດ ເພື່ອໄປຍັງ ໂກນດ່າວ ແມ່ນ ຍົນ ແລະ ກຳປັ່ນ. ກຸ່ມ ບໍລິສັດການບິນ VASCO(ບໍລິສັດບໍລິການ ການບິນຫວຽດນາມ) ຂຸດຄົ້ນ ສາຍທາງບິນ ລະຫວ່າງ ນະຄອນໂຮ່ຈີມິນ-ໂກນດ່າວ ກັບ 28 ຖ້ຽວ/ທິດໜຶ່ງ; ແລະ ລະຫວ່າງ ເກີ່ນເທີ-ໂກນດ່າວ ກັບ 4 ຖ້ຽວ/ທິດໜຶ່ງ. ແຕ່ລະ 4 ວັນ/ຄັ້ງໜຶ່ງ, ຈະມີ ກຳປັ່ນ 2 ລຳ ຂົນສົ່ງນັກ ທ່ອງທ່ຽວ ໄປຍັງ ໂກນດ່າວ ກັບ 200 ຄົນ/ຖ້ຽວໜຶ່ງ.
»
ຢູ່ທີ່ນີ້, ພວກລ່າເມືອງຂຶ້ນຝຮັ່ງ ໄດ້ກັກຂັງ, ໃສ່ຄາ, ໂສ້ ແລະ ໃຊ້ທຸກວິທີການ ຂ້ຽນຕີ ທໍລະມານ ທີ່ໂຫດຮ້າຍສາມານທີ່ສຸດ ເພື່ອຜິປອງ ເຈດຈຳນົງ ຕໍ່ສູ້ ເພື່ອຄວາມເປັນ ເອກະລາດ, ເສລີພາບ ແລະ ປົດປ່ອຍກູ້ຊາດ ຂອງບັນດານັກຮົບປະຕິວັດ. ຂີດໝາຍ ປະນາມໂທດ ທີ່ແຫຼມຄົມທີ່ສຸດ ໃຫ້ແກ່ ຄວາມ ປ່າເຖື່ອນ ຂອງລະບອບຄຸກ ທີ່ເຂັດຊື່ ເຂັດສຽງດັ່ງກ່າວ ນັ້ນແມ່ນ ເຂດຄຸກທີ່ເອີ້ນວ່າ “ຄອກເສືອ” ມີທີ່ຕັ້ງຢູ່ໂດດດ່ຽວ ໂດຍ ລ່າເມືອງຂຶ້ນຝຣັ່ງກໍ່ສ້າງ ເມື່ອປີ 1940. ເຂດຄຸກ “ຄອກງົວ” ໂດຍອາເມລິກາ ກໍ່ສ້າງ ເມື່ອປີ 1930, ໄດ້ ເປີດກວ້າງຕື່ມອີກ ເມື່ອປີ 1930 ແລະ ຄຸກ ເຕີນບິ່ງ ທີ່ໄດ້ຮັບ ຂະໜານນາມວ່າ ເປັນ “ຄອກເສືອ ແບບອາເມລິກາ” ກໍ່ສ້າງເມື່ອປີ 1971. ປີ 2012, ຄຸກ ໂກນດ່າວ ໄດ້ຮັບຮອງ ວ່າເປັນ “ລະບົບຮ່ອງຮອຍ ປະຫວັດສາດ ຄຸກຢູ່ເທິງເກາະ ມີຂອບຂະໜາດໃຫຍ່ທີ່ສຸດ” ຈາກ ອົງການສະຖິຕິອາຊີ.

ຕາມບັນດານັກສະມຸດສາດແລ້ວ, ໂກນດ່າວ ແມ່ນບ່ອນ ເຜີຍແຜ່ສິ່ງທີ່ມີຊີວິດ ຈາກສູນຫຼາກຫຼາຍຮູບແບບ ຂອງ ເຂດ ທະເລ ອິນເດຍ-ປາຊີຟິກ ເຖິງເຂດຝັ່ງທະເລ ຫວຽດນາມ. ປີ 1992, ທະນາຄານໂລກ ໄດ້ຈັດໂກນດ່າວ ເປັນຕົວແທນ ທີ່ພົ້ນເດ່ັນ ຂອງບັນດາເຂດ ອະນຸລັກຮັກສາທະເລ ທົ່ວໜ່ວຍພິພົບ.

ພວກຂ້າພະເຈົ້າຂີ່ຍົນ ແຕ່ສະໜາມບິນ ເຕິນເຊີນເຍິດ, ນະຄອນໂຮ່ຈີມິນ ແລະ ພຽງ 45 ນາທີເທົ່ານັ້ນ, ໂກນດ່າວ ໄດ້ ປະກົດຂຶ້ນ ໃນຍ່ານທະເລສີຄາມ. ພວກຂ້າພະເຈົ້າ ລົງຈອດຢູ່ ສະໜາມບິນ ກໍ່ອົ໋ງ ແລະ ໄດ້ມອງເຫັນ ທິວທັດ ທຳມະຊາດ ທີ່ສວຍງາມແບບດັ້ງເດີມ ແລະ ພູເຂົາຫຼາຍສາຍ ທີ່ໃຫຍ່ໂຕມະໂຫຖານ.

ໂດຍເປັນໜຶ່ງໃນ 21 ຈຸດນັດໝາຍແຫ່ງການທ່ອງທ່ຽວຂອງ ຫວຽດນາມ, ໂກນດ່າວ ໄດ້ຮັບຖືວ່າເປັນ ສາຍການທ່ອງທ່ຽວ ທີ່ໜ້າຈັບໃຈ, ເປັນແດນສະຫວັນ ແຫ່ງການຜັກຜ່ອນບຳລຸງສຸຂະພາບ ແລະ ຄົ້ນພົບທຳມະຊາດ ສຳລັບນັກທ່ອງທ່ຽວ ພາຍໃນ ແລະ ຕ່າງປະເທດ. ປີ 2011, ໂກນດ່າວ ໄດ້ຮັບການ ເລືອກເຟັ້ນ ເປັນໜຶ່ງໃນເກາະ 10 ໜ່ວຍ ທີ່ ມີຄວາມ ເລິກລັບ ແລະ ດີທີ່ສຸດໃນໂລກ ຈາກ Lonely Planet-ວາລະສານ ທ່ອງທ່ຽວສະບັບໜຶ່ງ ທີ່ມີຊື່ສຽງຂອງອັງກິດ.

ພວກຂ້າພະເຈົ້າ ໄປຕາມເສັ້ນທາງ ລະອິດລະອ້ຽວ ຜ່ານ ສາຍພູຕ່າງໆ ແລະ ເຖິງໃຈກາງເມືອງ ໂກນດ່າວ, ບ່ອນທີ່ມີ ບັນດາຊາຍຫາດທະເລ ມີຄວາມງາມ ທີ່ໜ້າໄຝ່ຫາ ແລະ ເຂດພັກຜ່ອນ ບຳລຸງສຸຂະພາບ ທີ່ໄດ້ຮັບການອອກແບບ ເປັນ ເອກະລັກ ສະຫງວນໃຫ້ແກ່ ນັກທ່ອງທ່ຽວ. ຢູ່ທີ່ນັ້ນ, ມີເຂດ ຣີຊອດ 5 ດາວ Six Senses ໂກນດ່າວ, ເປັນກຸ່ມ ພັກຜ່ອນ ບຳລຸງສຸຂະພາບ ລວມມີ ຣີຊອດ 50 ຫຼັງ, ກໍ່ດ້ວຍໄມ້ ແລະ ຕັ້ງລຽບຕາມລວງຍາວ 1, 6 ກິໂລແມັດ ຝັ່ງທະເລ ແລະ ຖືກ ອ້ອມຮອບ ດ້ວຍພູເຂົາຫຼາຍໜ່ວຍ. ໂກນດ່າວ ກໍມີ ຊາຍຫາດທະເລ ແລະ ຈຸດທ່ອງທ່ຽວຫຼາຍແຫ່ງ ທີ່ຍັງຮັກສາໄວ້ໄດ້ ເຊິ່ງຄວາມປະຖົມປະຖານ ພວມລໍຖ້າ ນັກທ່ອງທ່ຽວມາຄົ້ນພົບຄື: ຫາດ ເດີ່ມເຈົ່າ, ຫາດ ອານຫາຍ, ຫາດ ຊ໋ວຍນ໋ອງ, ຫາດຍ໋າດ, ອ່າວ ໂກນເຊີນ ເດີ່ມແຈ ແລະ ຈອມ ຕິ່ງອຽວ(ຄວາມຮັກ). 
 

ສະໜາມບິນ ກໍ່ອົ໋ງຢູ່ ໂກນດ່າວ. ພາບ: ເລມິນ/VNP

ເມືອງເກາະໂກນດ່າວ ເປັນໝູ່ເກາະແຫ່ງໜຶ່ງ ຕັ້ງຢູ່​ທາງ​ທິດ​ໃຕ້​ທະ​ເລ​ຕາ​ເວັນ​ອອກ​ຂອງ​ຫວຽດນາມ, ຂຶ້ນກັບ ແຂວງ ບ່າເຮ້ຍ-ຫວຸງເຕົ່າ,
ຫ່າງຈາກນະຄອນຫວຸງເຕົ່າ 97 ໄມ ແລະ ລວມມີ ເກາະໃຫຍ່, ນ້ອຍ 16 ໜ່ວຍ.
ພາບ: ​ເລ​ມິນ/VNP


ເສັ້ນທາງໄປເຖິງໃຈກາງເມືອງເກາະໂກນດ່າວ. ພາບ: ເລມິນ/VNP



ໂກນດ່າວເປັນສະພາບແວດລ້ອມທີ່ດີສຳລັບການໃຊ້ຊີວິດຂອງບັນດາປະເພດສັດປ່າ.
ພາບ: ເອກະສານປະສະຫງວນແຫ່ງຊາດໂກນດ່າວ


ເຕ່ົາທະເລ Chelonia mydas ໃນລະດູເຮັດຮັງ ແລະ ອອກໄຂ່. ພາບ: ເອກະສານປະສະຫງວນແຫ່ງຊາດໂກນດ່າວ

ນົກຍ້ານ(swallows) ຢູ່ໂກນດ່າວ. ພາບ: ເອກະສານປະສະຫງວນແຫ່ງຊາດໂກນດ່າວ

ຕົ້ນຊູ໋ໂດ່ ຢູ່ ໂກນດ່າວ. ພາບ: ເອກະສານປະສະຫງວນແຫ່ງຊາດໂກນດ່າວ

ຕິດເຄື່ອງ Gprs ໃຫ້ແກ່ງົວທະເລຢູ່ ໂກນດ່າວ. ພາບ: ເອກະສານປະສະຫງວນແຫ່ງຊາດໂກນດ່າວ





ທະເລໂກນດ່າວມີລະບົບພືດສາຊາດ ແລະ ສັດທີ່ອຸດົມສົມບູນ, ໃນນັ້ນມີຫຼາຍປະເພດແມ່ນມີຄ່າຫາຍາກ.
ພາບ: ເອກະສານປະສະຫງວນແຫ່ງຊາດໂກນດ່າວ


ມຸດນ້ຳຊົມເບິ່ງປາະກາລັງ. ພາບ: ເອກະສານປະສະຫງວນແຫ່ງຊາດໂກນດ່າວ

ນັກທ່ອງທ່ຽວຕ່າງປະເທດຖ່າຍຮູບເປັນທີ່ລະນຶກຢູ່ຫາດຊາດທະເລ ໂກນດ່າວ. ພາບ: ເລມິນ/VNP

ໂກນດ່າວມີຊາຍຫາດທະເລຫຼາຍແຫ່ງທີ່ສວຍງາມ. ພາບ: ເລມິນ/VNP

«    
ຕາມຄະນະກຳມະການ ປະຊາຊົນ ເມືອງ ໂກນດ່າວ, ກົນໄກ ເສດຖະ ກິດ ໃນ ບໍລິເວນເມືອງ ປີ 2013 ບັນລຸ ມາດຕາຖ່ວງ: ບໍລິການ-ທ່ອງ ທ່ຽວ ກວມ 86%, ອຸດສາ ຫະກຳ-ກໍ່ສ້າງ 7,95%, ກະສິກຳ 5,1%. ໃນນັ້ນ, ລາຍຮັບ ຂອງ ວິສາຫະກິດ ຈາກ ບໍລິການ-ທ່ອງ ທ່ຽວ ບັນລຸ 980,03 ຕື້ດົ່ງ. ປີ 2013, ໄດ້ມີນັກທ່ອງທ່ຽວ ກວ່າ 90.000 ເທື່ອຄົນ ມາ ໂກນດ່າວ, ສະເພາະນັກທ່ອງທ່ຽວສາກົນ ກວມ ກວ່າ 17.000 ເທື່ອຄົນ ແລະ ຄາດ ວ່າຈະມີ 94.000 ເທື່ອຄົນ ຈະມາ ໂກນດ່າວໃນປີ 2014.
»
ມາຍັງໂກນດ່າວ, ນັກທ່ອງທ່ຽວກໍມີໂອກາດ ເຂົ້າຮ່ວມ ການທ່ອງທ່ຽວ ເຖິງບັນດາ ໜ່ວຍເກາະນ້ອຍໆ ຕັ້ງຢູ່ໃນລະບົບ ນິເວດ ຂອງປ່າສະຫງວນແຫ່ງຊາດ ໂກນດ່າວ ຄື: ໄບ໋ແກ້ງ, ຮ່ອນຕ່າຍ, ຮ່ອນແຈ, ຮ່ອນຈຶງ, ຮ່ອນຈາກ ແລະ ຮ່ອນເກົາ.

ນີ້ແມ່ນບ່ອນຢູ່ອາໄສ ຂອງພືກສາສາດ 285 ປະເພດ ແລະ ນົກ, ສັດມີນົມທີ່ມີ ຄ່າຫາຍາກ ກວ່າ 100 ປະເພດຄື: ກະຮອກມູນ (finlayson squirrels), ໜູພູ… ພ້ອມກັບ ຊັບສິ່ງຂອງຫຼາຍຢ່າງ ທີ່ມີຄ່າຫາຍາກຄື: ຮັງນົກແອ່ນ, ເຕົ່າທອງ, ເຕົ່າທະເລ, ປີງທະເລ ແລະ ສາຫຼ່າຍ. ທີ່ປ່າ ສະຫງວນແຫ່ງຊາດ ໂກນດ່າວ, ບັນດານັກບູຮານຄະດີ ກໍຍັງຄົ້ນພົບໄດ້ວັດຖຸພັນຫຼາຍຊິ້ນ ຂອງຍຸກຫີນໃໝ່-ຕົ້ນ ຍຸກ ທອງເຫຼືອງ (ຫ່າງຈາກນີ້ປະມານ 3.000 ປີ) ພ້ອມກັບ ຫຼຸມຝັງສົບຫຼາຍຫຼຸມ ຂອງທ້າຍຍຸກວັດທະນະທຳ ຊາຮີ່ວນ-ຕົ້ນ ຈຳ (ຫ່າງຈາກນີ້ປະມານ 2.000 ປີ).

ໂກນດ່າວກໍຍັງຈັບອົກຈັບໃຈແຂກຄົນ ດ້ວຍການທ່ອງທ່ຽວ ດຳນ້ຳຊົມປະກາລັງ ແລະ ຄົ້ນພົບ ບັນດາ ສິ່ງມະຫັດສະຈັນ ຢູ່ທ້ອງມະຫາສະມຸດ. ໃນຍາມລາຕີ, ນັກທ່ອງທ່ຽວ ສາມາດ ໄດ້ເຫັນກັບຕາ ເຕົ່າທະເລ (chelonia mydas) ເຮັດຮັງ ແລະ ອອກໄຂ່ ໃນບັນຍາກາດ ທີ່ສະຫງົບງຽບ ແລະ ສັນຕິສຸກ ຢູ່ແຄມຝັ່ງທະເລເກາະໄບ໋ແກ້ງ.

ປະຈຸບັນ, ສິ່ງທີ່ສຳຄັນສຳລັບ ໂກນດ່າວ ນັ້ນແມ່ນຮັກສາ ສິ່ງແວດລ້ອມ ແລະ ພາບພົດທີ່ສະອາດ ສົດໃສ ເພື່ອສ້າງ ຄຸນຄ່າທ່ອງທ່ຽວທີ່ໝັ້ນຄົງ. ທ່ານເຈືອງຮວ່າງຟູກ, ເລຂາ ພັກເມືອງ ໂກນດ່າວ ໃຫ້ຮູ້ວ່າ, ອຳນາດການປົກຄອງເມືອງ ໂກນດ່າວ ໄດ້ຮຽກຮ້ອງ ວົງຄະນະຍາດ ຮ່ວມແຮງຮ່ວມໃຈກັນ ພັດທະນາການທ່ອງທ່ຽວ, ປົກປັກຮັກສາສິ່ງແວດລ້ອມ ໂດຍຜ່ານແຜນສະເໜີ “ປອດຖົງຢາງ”. ພ້ອມກັນນັ້ນ ລະດົມກຳລັງໃຈປະຊາຊົນ ແລະ ນັກທ່ອງທ່ຽວໃຊ້ລົດຖີບ ເປັນ ພາຫະນະເຄື່ອນຍ້າຍ”.

ຄວາມສາມາດບົ່ມຊ້ອນຢ່າງໃຫຍ່ຫຼວງ ກ່ຽວກັບເສດຖະກິດ ເກາະ, ທະເລ
ຕາມທ່ານສາດສະດາຈານ ເຈີ່ນດຶກແຮ້ງ, ອະດີດຫົວໜ້າ ສະຖາບັນຊັບພະຍາກອນ ແລະ ສິ່ງແວດລ້ອມທະເລ, ໝູ່ເກາະ ໂກນດ່າວ ມີເກາະ 3 ໜ່ວຍ ໄດ້ຮັບເລືອກເປັນ ຈຸດມາດຕະຖານ ເພື່ອສ້າງເສັ້ນຊື່ ຄິດໄລ່ ລວງກວ້າງ ເຂດທະເລ ຂອງ ໄຫຼ່ທະວີບຫວຽດນາມ ແລະ ສ້າງຕັ້ງ ເຂດນ່ານນ້ຳພາຍໃນປະເທດທີ່ກວ້າງໃຫຍ່, ໃນນັ້ນລວມທັງໝົດອ່າງນ້ຳມັນອາຍແກັດ ກືວລອງ.

ໂກນດ່າວ ກໍເປັນເຂດຫາປາ ທີ່ກວ້າງໃຫຍ່ ແລະ ສຸດທີ່ ສະດວກ ໃຫ້ແກ່ ການບໍລິການຈັດຫາທຸກສິ່ງທຸກຢ່າງ ທີ່ຕ້ອງການ, ກໍ່ສ້າງບັນດາ ພື້ນຖານປຸງແຕ່ງສິນທະເລ ເພື່ອ ສົ່ງອອກ. ສະເພາະອ່າວ ເບັ໋ນເດີ່ມ ມີຄວາມເລິກ ແຕ່ 6-18 ແມັດ ແລະ ບັງລົມ, ເປັນບ່ອນຕັ້ງທ່າກຳປັ່ນໃຫຍ່ ຂອງ ເມືອງເກາະ. ທ່າກຳປັ່ນນີ້ ສະໜອງບໍລິການທຸກຢ່າງຄື: ນ້ຳ, ນ້ຳມັນ, ໄຟຟ້າ, ປາ ແລະ ສາງເກັບມ້ຽນເຄື່ອງແຊ່ເຢັນ. ເມືອງໂກນດ່າວ ມີກອງເຮືອໃຫຍ່, ສາມາດຈັບຫາສິນທະເລ ໄດ້ປະມານ 10.000 ໂຕນຕໍ່ປີ. 
 

ສູນເຄື່ອນໄຫວໂຮງງານໄຟຟ້າໂກນດ່າວ. ພາບ: ເລມິນ/VNP

ທ່າກຳປັ່ນເບັ໋ນເດີ່ມໃນອ່າວເບັ໋ນເດີ່ມ. ພາບ: ເລມິນ/VNP

ລ້ຽງຫອຍນາງລົມ ເອົາໄຂ່ມຸກ ຂອງວິສາຫະກິດ ຫງອກຮ່ຽນ ຢູ່ ໂກນດ່າວ. ພາບ: ເລມິນ/VNP

ຄຸນນະພາບໄຂ່ມຸກ ເອົາຈາກຫອຍນາງລົມ ທີ່ລ້ຽງຢູ່ໂກນດ່າວມີຄວາມເຫຼື້ອງາມ ບໍ່ດ້ອຍໄປກວ່າໄຂ່ມຸກຂອງບັນດາປະເທດທີ່ມີຊື່ສຽງຢູ່ໃນໂລກ ກ່ຽວກັບການປູກລ້ຽງຫອຍນາງລົມເອົາໄຂ່ມຸກ. ພາບ: ເລມິນ/VNP

ໂກນດ່າວມີຊື່ສຽງໂດ່ງດັງ ກັບຜະລິດຕະພັນໄຂ່ມຸກ. ພາບ: ເລມິນ/VNP
ໃນໄລຍະຈະມາເຖິງ, ອຳນາດການປົກຄອງເມືອງ ໂກນດ່າວ ຈະສຳເລັດວຽກງານ ຍົກລະດັບ ສະໜາມບິນ ກໍ່ອົ໋ງ, ກໍ່ສ້າງ ທ່າກຳປັ່ນການຄ້າ ບໍລິການ ການເດີນເຮືອທະເລ ທີ່ເບັ໋ນເດີ່ມ ຍາວ 336 ແມັດ ຊຶ່ງຕອບສະໜອງ ການທຽບທ່າໃຫ້ແກ່ ກຳປັ່ນ ມີນ້ຳໜັກ 2.000 ໂຕນ. ພ້ອມກັນນັ້ນ, ບັນດາທ່າກຳປັ່ນ ທ່ອງທ່ຽວ ຢູ່ໃຈກາງເມືອງເກາະ ກໍໄດ້ຮັບການສ້ອມແປງ ຄືນໃໝ່ ແລະ ບັນດາທ່າກຳປັ່ນ ຢູ່ຕາມບັນດາໜ່ວຍເກາະ ນ້ອຍໆ, ທ່າກຳປັ່ນ ບ໊າຍອົງດຸ້ງ ແລະ ທ່າກຳປັ່ນໂດຍສານ ສຳລັບກຳປັ່ນມີນ້ຳໜັກບັນທຸກ 50.000-70.000 GRT ກໍໄດ້ຮັບການກໍ່ສ້າງໃໝ່.

ປະຈຸບັນ, ໂກນດ່າວມີ ສະຖານທີ່ປະມານ 10 ແຫ່ງ ທີ່ ສາມາດຊອກຫາໄດ້ຮັງນົກແອ່ນທະເລ ແລະ ລ້ຽງ ຫອຍນາງລົມ ເອົາໄຂ່ມຸກ. ໄຂ່ມຸກເອົາຈາກຫອຍນາງລົມ ທີ່ລ້ຽງຢູ່ໂກນດ່າວ ໄດ້ຮັບຕີລາຄາວ່າ ມີຄຸນນະພາບລື່ນກວ່າ ເມື່ອທຽບກັບ ໄຂ່ມຸກ ເອົາຈາກຫອຍນາງລົມ ທີ່ລ້ຽງຢູ່ແຫ່ງອື່ນ. ມັນເຫຼື້ອມງາມບໍ່ດ້ອຍໄປກວ່າ ໄຂ່ມຸກ ຂອງບັນດາປະເທດ ທີ່ເຄີຍມີ ຊື່ສຽງໂດ່ງດັງໃນໂລກ ກ່ຽວກັບການລ້ຽງ ຫອຍນາງລົມ ເອົາໄຂ່ມຸກ.

ພວກຂ້າພະເຈົ້າມີໂອກາດໄດ້ໄປຢ້ຽມຢາມ ວິສາຫະກິດ ໄຂ່ມຸກ ຫງອກຮ່ຽນ ແລະ ໄດ້ຮັບຮູ້ ກ່ຽວກັບວິທີລ້ຽງ ຫອຍນາງ ລົມແບບຄົບວົງຈອນ ດ້ວຍ ເຕັກໂນໂລຢີ ທີ່ທັນສະໄໝ, ແຕ່ການເລືອກເຟັ້ນແນວພັນ, ລ້ຽງ ຫອຍນາງລົມເຖິງເມື່ອ ເປັນ ຜະລິດຕະພັນສຳເລັດຮູບ. ຮູ້ ແລ້ວວ່າ, 75% ໄຂ່ມຸກໃນຈຳນວນທັງໝົດ ທີ່ໄດ້ຜະລິດຈາກ ວິສາຫະກິດຫງອກຮ່ຽນ ໄດ້ຮັບການສ່ົງອອກໄປຫຼາຍປະເທດ ຢູ່ໃນໂລກ, ນັບທັງບັນດາປະເທດນຳໜ້າ ກ່ຽວກັບໄຂ່ມຸກຄື: ຍີ່ປຸ່ນ ແລະ ສ.ເກົາຫຼີ. ເລື່ອງໂກນດ່າວ ຂະຫຍາຍເຊື້ອພັນ ຫອຍນາງລົມທຽມ ປະສົບຜົນສຳເລັດ ບໍ່ພຽງແຕ່ ຕອບ ສະໜອງໄດ້ ຕາມຄວາມ ຮຽກຮ້ອງຕ້ອງການ ໃນການຜະລິດ ຢ່າງຍາວນານເທົ່ານັ້ນ, ຫາກຍັງກໍເຮັດລະບົບນິເວດ ສິ່ງແວດລ້ອມທະເລໃຫ້ມີຄວາມ ດຸ່ນດ່ຽງອີກດ້ວຍ. ຍິ່ງກວ່າອີກ, ຄວາມສາມາດບົ່ມຊ້ອນ ກ່ຽວກັບໄຂ່ມຸກ ກໍຍັງປະກອບສ່ວນ ສ້າງວຽກເຮັດງານທຳ ແລະ ແຫຼ່ງລາຍຮັບຄົງທີ່ ໃຫ້ແກ່ ຊາວທ້ອງຖິ່ນ ເປັນຈຳນວນ ຫຼວງຫຼາຍ.

ປະຈຸບັນ, ທ່ານນາຍົກລັດຖະມົນຕີ ໄດ້ຕົກລົງອະນຸມັດຜ່ານ ການປັບປຸງແຜນສັງລວມ ກໍ່ສ້າງ ໂກນດ່າວ ເຖິງປີ 2030, ແນໃສ່ຈຸດໝາຍ ຮັບປະກັນ ການພົວພັນ ຢ່າງປະສົມກົມກຽວ ກັນ ລະຫວ່າງ ການພັດທະນາເສດຖະກິດ ກັບການອະນຸ ລັກ ຮັກສາ ຮ່ອງຮອຍປະຫວັດສາດ, ວັດທະນະທຳ, ປົກປັກ ຮັກສາລະບົບນິເວດປ່າ-ທະເລ, ຮັບປະກັນ ການ ປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ຕາມທິດພັດທະນາທັນສະໄໝ ແລະ ໝັ້ນຄົງຍາວນານ. 
 
ບົດ: ຫງວຽນຫວູແທ່ງດາດ - ພາບ: ເລມິນ ແລະ ເອກະສານປ່າສະຫງວນແຫ່ງຊາດໂກນດ່າວ

bichlien

ດ້ຽນບຽນ - ສູນການທ່ອງທ່ຽວແຫ່ງໃໝ່ ຂອງ ພາກ ຕາເວັນຕົກສ່ຽງເໜືອ

ດ້ຽນບຽນ - ສູນການທ່ອງທ່ຽວແຫ່ງໃໝ່ ຂອງ ພາກ ຕາເວັນຕົກສ່ຽງເໜືອ

ເມື່ອ 70 ປີກ່ອນ, ຊື່ ດ້ຽນບຽນ ໄດ້ປະກົດຂຶ້ນ ຢ່າງສະຫວ່າງສະໄຫວ ໃນແຜນທີ່ໂລກ ດ້ວຍໄຊຊະນະ ປະຫວັດສາດ ດ້ຽນບຽນຝູ ທີ່ “ສະໜັ່ນຟ້າ ສະເທືອນດິນ” (ວັນທີ 07/5/1954 – ວັນທີ 07/5/2024). ປັດຈຸບັນ, ດ້ຽນບຽນ ເປັນທ່ີຮູ້ວ່າ ແມ່ນສູນການທ່ອງທ່ຽວ ທີ່ພົ້ນເດັ່ນແຫ່ງໃໝ່ ຂອງ ພາກຕາເວັນຕົກສ່ຽງເໜືອ ດ້ວຍທ່າແຮງ ດ້ານການທ່ອງທ່ຽວ ປະຫວັດສາດ-ວັດທະນະທຳທາງໃຈ, ທ່ອງທ່ຽວຊີວະພາບ, ສຳຫຼວດທິວທັດທຳມະຊາດ ແລະ ທ່ອງທ່ຽວ ພັກຜ່ອນເພື່ອ ສຸຂະພາບ, ບັນເທິີງ ແລະ ການດູແລສຸຂະພາບ.

Top