• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ກິລາ

ເລກວາງລຽມ ຄອງຊະນະເລີດໃນລາຍການ ແຂ່ງຂັນໝາກຮຸກສາກົນ HDBank 2013

ຫຼັງຈາກຜິດຫວັງມາ 2 ເທື່ອ, ແຊມປ້ຽນ ໝາກຮຸກ ເລກວາງລຽມ ຂອງຫວຽດນາມ ໄດ້ຄອງ ຊະນະເລີດໃນລາຍການ ແຂ່ງຂັນໝາກຮຸກສາກົນ HDBank 2013 ທີ່ໄຂຂຶ້ນທີ່ນະຄອນ ໂຮ່ຈີມິນ ແຕ່ວັນທີ 19-24 ມີນາ ເໝືອນດັ່ງຄວາມປາດຖະໜາ ຂອງຜູ້ຊົມໝາກຮຸກ ຫວຽດນາມ.

 

 
ລາຍການແຂ່ງຂັນໝາກຮຸກສາກົນ HDBank 2013 ເປັນລາຍການແຂ່ງຂັນໝາກຮຸກສາກົນມີຂະໜາດໃຫຍ່ທີ່ສຸດຢູ່ຫວຽດນາມ, ຂຶ້ນກັບລະບົບການແຂ່ງຂັນຂອງສະຫະພັນໝາກຮຸກໂລກ (FIDE) ທີ່ໄດ້ຈັດຂຶ້ນໂດຍສະຫະພັນໝາກຮຸກຫວຽດນາມສົມທົບກັບ ສະຫະພັນ ໝາກຮຸກນະຄອນ ໂຮ່ຈີມິນ. ປີນີ້ ລາຍການແຂ່ງຂັນດັ່ງກ່າວ ດຶງດູດການເຂົ້າຮ່ວມຂອງນັກກິລາໝາກຮຸກ 100 ຄົນມາຈາກ 13 ປະເທດ ໃນໂລກຄື: ອົສຕາລີ, ຈີນ, ອິນເດຍ, ສວິສ, ອູແກຼນ, ອາຟຣິກກາໃຕ້…ແລະ ເຈົ້າພາບຫວຽດນາມ. ລາຍການແຂ່ງຂັນດັ່ງກ່າວໄດ້ຮັບການຕີລາຄາສູງດ້ວຍການເຂົ້າຮ່ວມຂອງນັກກິລາໝາກຮຸກຍອດຢ້ຽມ 27 ຄົນ ແລະ ນັກຫຼິ້ນໝາກຮຸກສາກົນ 24 ຄົນ, ໃນນັ້ນ ນັກຫຼິ້ນໝາກຮຸກຫຼາຍຄົນມີຄະແນນ Elo ຂຶ້ນເຖິງ 2700 ຄະແນນ, ຄະແນນປານກາງແມ່ນ 2267 ຄະແນນ. ນັກຫຼິ້ນໝາກຮຸກເກັ່ງຂອງຫວຽດນາມຄື: ເລກວາງລຽມ, ດ່າວທຽນຮາຍ, ຕື່ຮວ່າງທົງ…ແລະ ບັນດານັກຫຼິ້ນໝາກຮຸກສາກົນທີ່ມີຊື່ສຽງຄື: Berkes Ferenc, Yu Yangyi, Zhang Xiaowen…ກໍໄດ້ເຂົ້າຮ່ວມໃນລາຍການແຂ່ງຂັນໝາກຮຸກດັ່ງກ່າວ. 
 

ລາຍການແຂ່ງຂັນໝາກຮຸກສາກົນ HDBank 2013 ດຶງດູດການເຂົ້າຮ່ວມຂອງນັກຫຼິ້ນໝາກຮຸກ 100 ຄົນມາຈາກ 13 ປະເທດໃນໂລກ.

ນັກຫຼິ້ນໝາກຮຸກຈັບມືກັນກ່ອນທີ່ຈະເລີ່ມການແຂ່ງຂັນ

ນັກຫຼິ້ນໝາກຮຸກ ເລກວາງລຽມ ຄອງຕຳແໜ່ງຊະນະເລີດໃນປະເພດໝາກຮຸກຊາຍໃນລາຍການແຂ່ງຂັນ ໝາກຮຸກສາກົນ HDBank 2013.

ນາງ Sukandar Irine Kharisma, ນັກຫຼິ້ນໝາກຮຸກ ອິນໂດເນເຊຍ ຄອງຕຳແໜ່ງຊະນະເລີດໃນປະເພດໝາກຮຸກຍິງ.
ແຕ່ຊ້າຍຫາຂວາ: ນາງ Sukandar Irine Kharisma, ນັກຫຼິ້ນໝາກຮຸກ ອິນໂດເນເຊຍ ຄອງຕຳແໜ່ງຊະນະເລີດ
ໃນປະເພດໝາກ ຮຸກຍິງ, ທ້າວ Zhou Jianchao ( ຈີນ) ເປັນອັນດັບ 3, ທ້າວ ເລກວາງລຽມ ຄອງຕຳແໜ່ງຊະນະເລີດ,
ທ້າວ Lu Shanglei ( ຈີນ) ຄອງຕຳແໜ່ງຮອງຊະນະເລີດ.

ແຕ່ຊ້າຍຫາຂວາ: ນາງ Wang Jue, ນັກຫຼິ້ນໝາກຮຸກ ຈີນ ຄອງຕຳແໜ່ງຮອງຊະນະເລີດ, ນາງ Shan Yang, ນັກຫຼິ້ນໝາກຮຸກ ຟີລິບປີນ ເປັນອັນດັບ 4 ແລະ ນາງ ຟ້າມເລຖາວງວຽນ, ນັກຫຼິ້ນໝາກຮຸກ ຫວຽດນາມ ເປັນອັນດັບ 3 ໃນປະເພດໝາກຮຸກຍິງ.

ທ້າວ Wei Yi, ນັກຫຼິ້ນໝາກຮຸກ ຈີນ ໄດ້ຮັບລາງວັນນັກຫຼິ້ນໝາກຮຸກໜຸ່ມດີເດັ່ນ.
ລາຍການແຂ່ງຂັນໝາກຮຸກສາກົນ HDBank 2013 ສິ້ນສຸດລົງຢ່າງຈົບງາມໃນຕອນເຊົ້າຂອງວັນທີ 24 ມີນາພາຍຫຼັງການແຂ່ງຂັນຢ່າງ ເຄັ່ງຕຶງໃນ 6 ວັນ. ພິເສດ, ລາຍການແຂ່ງຂັນໝາກຮຸກດັ່ງກ່າວ ເປັນການແຂ່ງຍາດບັນດາອັນດັບແຖວໜ້າຂອງນັກຫຼິ້ນໝາກຮຸກມາຈາກ ບັນດາປະເທດຕ່າງໆ ໃນໂລກຄື: ຫວຽດນາມ, ຟີລິບປີນ ແລະ ຈີນ. ສຸດທ້າຍ, ນັກຫຼິ້ນໝາກຮຸກອັນດັບໜ່ຶງຂອງຫວຽດນາມ-ເລກວາງລຽມ ກໍຄອງຕຳແໜ່ງຊະນະເລີດຫຼັງຈາກສະເໝີກັບທ້າວ Berkes Ferenc, ນັກຫຼິ້ນໝາກຮຸກ ຮຸງກາຣີ ມີຄະແນນ elo 2702 ຄະແນນ ໃນນັດສຸດທ້າຍ, ບັນລຸໄດ້ 7,5 ຄະແນນຫຼັງຈາກ 9 ນັດ (ຊະນະ 6, ສະເໝີ 3). ນັກຫຼິ້ນໝາກຮຸກ Lu Shanglei ຄອງຕຳແໜ່ງ ຮອງຊະນະເລີດດ້ວຍ 7 ຄະແນນ, ມີ 7 ຄົນບັນລຸໄດ້ 6,5 ຄະແນນແຕ່ນັກຫຼິ້ນໝາກຮຸກ Jianchao ຄອງຕຳແໜ່ງເປັນອັນດັບທີ 3 ຍ້ອນ ມີນະແນນສຳຮອງຫຼາຍກວ່າໝູ່.
ນີ້ເປັນເທື່ອທຳອິດ, ນັກຫຼິ້ນໝາກຮຸກຂອງປະເທດເຈົ້າພາບສາມາດຄອງຕຳແໜ່ງຊະນະເລີດໃນລາຍການແຂ່ງຂັນໝາກຮຸກສາກົນ HDBank ພາຍຫຼັງການຄອງຕຳແໜ່ງຊະນະເລີດຂອງນັກຫຼິ້ນຫມາກຮຸກ ຈີນ ໃນ 2 ລາຍການຢ່າງຕໍ່ເນື່ອງ. ຈຸດເດັ່ນຂອງ ການຄອງຕຳແໜ່ງຊະນະເລີດ ຂອງ ເລກວາງລຽມ ໃນນັດທີ 7, ລາວເອົາຊະນະນັກຫຼິ້ນໝາກຮຸກ ຈີນ Jianchao, ຜູ້ທີ່ກຳລັງແຂ່ງຍາດອັນດັບໜຶ່ງກັບເລກວາງລຽມ. ການເອົາຊະນະແຊມໝາກຮຸກສາກົນ HDBank 2013 ນຳຈຳນວນເງິນ 10.000 ໂດລາ ສະຫະລັດມາໃຫ້ ເລກວາງລຽມ. ແຕ່ສິ່ງສຳຄັນ ແມ່ນຫຼັງຈາກນັ້ນ, ລຽມ ຈະໄດ້ບວກຄະແນນ Elo 7,8 ຄະແນນເຂົ້າຕາຕະລາງຄະແນນຂອງ FIDE ເພື່ອບັນລຸໄດ້ຄະແນນ Elo 2.717 ຄະແນນ.
ແຊມປ້ຽນໝາກຮຸກ ເລກວາງລຽມ ໃຫ້ຮູ້ວ່າ ເປົ້າໝາຍຕໍ່ໄປຂອງລາວແມ່ນມີໜ້າໃນ Top ນັກຫຼິ້ນໝາກຮຸກ 4 ຄົນນຳໜ້າທີ່ລາຍການແຂ່ງຂັນ ໝາກຮຸກອາຊີ ຈະໄຂຂຶ້ນຢູ່ ຟີລິບປີນ ໃນເດືອນພຶດສະພາ 2013, ສິ່ງດັ່ງກ່າວມີຄວາມໝາຍຄ້າຍຄືວ່າ ລາວຈະໄດ້ເຂົ້າຮ່ວມໃນລາຍການ ແຂ່ງຂັນໝາກຮຸກໂລກ.

ການແຂ່ງຂັນລະຫວ່າງນັກຫຼິ້ນໝາກຮຸກຫວຽດນາມ ຟ້າມເລຖາວງວຽນ (ເບື້ອງຊ້າຍ)
ແລະ ນັກຫຼິ້ນໝາກຮຸກ ອິນໂດເນເຊຍ Sukandar Irine Kharisma.

ການແຂ່ງຂັນລະຫວ່າງນັກຫຼິ້ນໝາກຮຸກຍອດຢ້ຽມ 2 ຄົນ Berkes Ferenc ມາຈາກ ຮຸງກາຣີ ແລະ ເລກວາງລຽມ.

ນັກຫຼິ້ນໝາກຮຸກ ເລກວາງລຽມ ໃນການແຂ່ງຂັນນັດໜຶ່ງ.

ນັກຫຼິ້ນໝາກຮຸກ ອິນໂດເນເຊຍ Sukandar Irine Kharisma ໃນການແຂ່ງຂັນນັດໜຶ່ງ.

ຄວາມຕັ້ງໃຈຂອງນັກຫຼິ້ນໝາກຮຸກຍິງ ອິນເດຍ ໃນການແຂ່ງຂັນກັບນັກໝາກຮຸກມາຈາກ ຈີນ.

ນັກຫຼິ້ນໝາກຮຸກ ຫງວຽນງອກເຈື່ອງເຊີນ ຂອງຫວຽດນາມ ເປັນມື 4 ໃນລາຍການແຂ່ງຂັນໝາກຮຸກສາກົນ HDBank 2013

ລາຍການແຂ່ງຂັນໝາກຮຸກສາກົນ HDBank 2013
ໄດ້ຮັບການຕີລາຄາສູງໃນດ້ານວິຊາສະເພາະ.


ບັນດານັກຫຼິ້ນໝາກຮຸກ ຈົດການແຂ່ງຂັນຂອງຕົນໄວ້ຢ່າງລະອຽດ.

ບັນດານັກຫຼິ້ນໝາກຮຸກຖ່າຍຮູບຮ່ວມກັນ.
ນອກຈາກການຄອງຕຳແໜ່ງຊະນະເລີດຂອງນັກຫຼິ້ນໝາກຮຸກ ເລກວາງລຽມ, ໃນ Top ນັກຫຼິ້ນໝາກຮຸກຊາຍ 20 ຄົນນຳໜ້າລາຍການ ແຂ່ງຂັນ ໝາກຮຸກສາກົນ HDBank 2013, ໝາກຮຸກຫວຽດນາມ ມີນັກຫຼິ້ນໝາກຮຸກ ເຈື່ອງເຊີນ (ອັນດັບ 12), ມິງຮຸຍ (ອັນດັບ 13) ແລະ ຕວນມິນ (ອັນດັບ 17). ຢູ່ປະເພດໝາກຮຸກຍິງ, ນາງ ຟ້າມເລຖາວງວຽນ, ນັກໝາກຮຸກອັນດັບໜຶ່ງຂອງຫວຽດນາມ ຍາດໄດ້ອັນດັບທີ 3 ເມື່ອມີ 5 ຄະແນນຫຼັງຈາກການແຂ່ງຂັນໃນ 9 ນັດ, ໜ້ອຍກວ່າ ຜູ້ຄອງຕຳແໜ່ງຮອງຊະນະເລີດ 0.5 ຄະແນນ.
ບົດ: ຫງວຽນຫວູແທ່ງດາດ - ພາບ: ເລມິນ

bdLao

ຫວຽດນາມ ເປັນເຈົ້າພາບ ຈັດການແຂ່ງຂັນ ເຈັດສກີ ມືອາຊີບ ສາກົນ ຄັ້ງທຳອິດ

ຫວຽດນາມ ເປັນເຈົ້າພາບ ຈັດການແຂ່ງຂັນ ເຈັດສກີ ມືອາຊີບ ສາກົນ ຄັ້ງທຳອິດ

ແມ່ນຈຸດໝາຍປາຍທາງແຫ່ງໃໝ່ ໃນປະຫວັດສາດ ຂອງ ການແຂ່ງຂັນ ເຈັດສກີ ມືອາຊີບສາກົນ (UIM F1H2O World Championship), ແຂວງ ບິ່ງດິ້ງ ໄດ້ເສີມຂະຫຍາຍ ຢ່າງມີປະສິດທິຜົນ ທຸກແຫຼ່ງກຳລັງແຮງ ແລະ ຄວາມສາມາດບົ່ມຊ້ອນ ເພື່ອແນໃສ່ ໂຄສະນາພາບພົດທີ່ສວຍງາມ ແລະ ຕັ້ງໜ້າອອກສູ່ສາຍຕາຊາວໂລກ.

Top