ເຄື່ອງມືສຳລັບການດື່ມຊາທີ່ເຂັ້ມຄົ້ນໄປດ້ວຍສີສັນຂອງຄົນ ຫວຽດນາມ ໄດ້ຖືກນໍາມາສະເໜີຕໍ່ມວນຊົນພາຍໃນ ແລະ ຕ່າງປະເທດຢູ່ໃນງານວາງສະແດງພາຍໃຕ້ຫົວຂໍ້ທີ່ວ່າ: “ສິລະປະປະຍຸກໃຊ້ ໃນວັດທະນະທຳຊາທາງທິດ ຕາເວັນອອກ” ຊຶ່ງຫາກໍຖືກຈັດຂຶ້ນຢູ່ທີ່ຫໍພິພິທະພັນ ປະຫວັດສາດນະຄອນໂຮ່ຈີມິນໃນມໍ່ໆມານີ້.
ແຕ່ເດິກດໍາບັນມາແລ້ວ, ຊາຖືວ່າເປັນຢາປະເພດໜຶ່ງທີ່ມີ ຄຸນປະໂຫຍດຕໍ່ສຸຂະພາບຂອງມະນຸດຖ້າຫາກວ່າຮູ້ໃຊ້ຢ່າງຖືກວິທີ ແລະ ໂມງເວລາ. ຊາໄດ້ກາຍເປັນເຄື່ອງດື່ມ ປະເພດໜຶ່ງ ແລະ ການດື່ມຊາກໍຄ່ອຍໆຖືກຍົກລະດັບຂຶ້ນ ເໝືອນດັ່ງວັດທະນະທຳທີ່ເປັນເອກະລັກໜຶ່ງຢູ່ບັນດາປະເທດທາງທິດຕາເວັນອອກ. ໃນນັ້ນ, ວັດທະນະທຳຊາຫວຽດ ກໍໄດ້ ກໍາເນີດເກີດຂຶ້ນຕັ້ງແຕ່ຫຼາຍພັນປີມາແລ້ວ ລວມທັງເຄື່ອງມື ສຳລັບການດື່ມຊາເຊັ່ນ: ເຕົ້າຊາ, ບ່ວງ, ຈອກ ແລະ ອື່ນໆ… ພ້ອມກັບສິລະປະດື່ມຊາທີມີລັກສະນະສະເພາະ ບໍ່ຊ້ຳແບບໃຜ.
ໃນຈຳນວນວັດຖຸພັນວາງສະແດງໃນງານວາງສະແດງ “ສິລະປະປະຍຸກໃຊ້ໃນວັດທະນະທຳຊາທາງທິດຕາເວັນອອກ” ນີ້, ກຸ່ມເຄື່ອງມືດື່ມນ້ຳຊາຂອງຄົນຫວຽດນາມປະກອບມີ 122 ວັດຖຸພັນຊຶ່ງໄດ້ສະແດງໃຫ້ເຫັນບັນດາສິ່ງຍອດຍິ່ງທີສຸດ ຂອງວັດທະນະທຳຊາຫວຽດ, ລວມມີ: ຊຸດສະສົມເຄື່ອງປັ້ນ ດິນເຜົາສະໄໝລາຊະວົງຫຼີ(ສະຕະວັດທີ 11-13), ສະໄໝ ລາຊະວົງເຈີ່ນ(ສະຕະວັດທີ 13-15), ເຄື່ອງປັ້ນດິນເຜົາ ຫວຽດນາມສັ່ງຊື້ຈີນຜະລິດ(ສະຕະວັດທີ 19), ບັນດາວັດຖຸພັນ ໃນຮູບຊົງສີສັນຫຼາກຫຼາຍຈາກບັນດາປະເພດ ເຄື່ອງປັ້ນດິນເຜົາມີຊື່ສຽງຂອງຫວຽດນາມເຊັ່ນ: ເຄື່ອງປັ້ນ ດິນເຜົາບາດຈ່າງ, ຈູເດົ້າ, ໄຊງ່ອນ, ລ໋າຍທຽວ ແລະ ອື່ນໆ…
ວັດຖຸພັນຕ່າງໆມີຫລາກຫລາຍສີສັນ ແລະ ຮູບແບບຈາກເຄື່ອງປັ້ນດິນເຜົາທີ່ມີຊື່ສຽງ
ຂອງຫວຽດນາມເຊັ່ນ: ບາດຈ່າງ, ຈູເດົາ, ໄຊງ່ອນ, ລ້າຍທຽວ.
ຈອກມີຝາ, ຖ້ວຍ, ຈອກນ້ອຍສໍາລັບດື່ມຊາ, ສະໄໝລາຊະວົງລີ-ເຈິ່ນ ສະຕະວັດ 11-14.
ຕົວແບບເຄື່ອງມືສໍາລັບດື່ມຊາຂອງຄົນຍີ່ປຸ່ນ ສະແດງເຖິງສາຍພົວພັນດ້ານວັດຖະນະທໍາຫວຽດນາມ-ຍີ່ປຸ່ນ.
ເຕົ້າຊາເຮັດດ້ວຍເຄື່ອງປັ້ນດິນເຜົາ, ເຄືອບດ້ວຍສີຟ້າຂາວ, ສະຕະວັດທີ 15.
ເຕົ້າຊາເຮັດດ້ວຍໂລຫະ, ສະຕະວັດທີ 17-18.
ຊຸດຈອກນໍ້າຊາ ໂຕ້ງ-ກວັນ ມີຊື່ວ່າ “ຫມີງອັກ” ດິນເຜົາເຄືອບສີຟ້າຂາວ, ສະຕະວັດ 19.
ຈອກມີຝາອັດ, ເຄື່ອງປັ້ນດິນເຜົາເຄືອບສີ, ທ້າຍສະຕະວັດ 19- ລ້າຍທຽວ.
ຈອກມີຝາອັດ ມີຊື່ວ່າ “ມິງມ້າງ” (ດ້ວຍທອງແດງ, ສະຕະວັດທີ 19) ແລະຊຸດຈອກນໍ້າຊາ ໂຕ້ງ-ກວັນ ຊື່ “ ໂນຍຝູ”.
ເຕົ້າຊາເຮັດດ້ວຍດິນເຜົາ, ສະຕະວັດ 19.
ເຕົ້າຊາ, ດິນເຜົາເຄືອບສີ, ສະຕະວັດ 19, ກວາງດຶກ.
ຊຸດເຕົ້າຊາ ແລະຈອກເຮັດດ້ວຍດິນເຜົາເຄືອບສີຟ້າຂາວ, ສະຕະວັດ 19, ຫວຽດນາມສັ່ງຊື້ຈີນຜະລິດ.
ເຕົ້າຊາ, ດິນເຜົາເຄືອບສີ, ຕົ້ນສະຕະວັດທີ 20, ລ້າຍທຽວ.
ຊຸດເຕົ້ານໍ້າຊາເຮັດດ້ວຍດິນເຜົາເຄືອບສີ, ຕົ້ນສະຕະວັດທີ 20, ລ້າຍທຽວ.
ງານວາງສະແດງ “ສິລະປະ ປະຍຸກໃຊ້ ໃນວັດຖະນະທໍາຊາພາກຕາເວັນອອກ” ນໍາມາສະເໜີຕໍ່ມວນຊົນ
ວັດຖຸພັນຕ່າງໆກ່ຽວກັບເຄື່ອງມືສໍາລັບດື່ມຊາທີ່ເປັນເອກະລັກສະເພາະ.
|
ພິເສດ, ບັນດານັກສະສົມເອກະຊົນຍັງໄດ້ປະກອບສ່ວນນໍາເອົາຊຸດເຄື່ອງດື່ມຊາຕ່າງໆທີ່ບໍ່ຄ່ອຍເຫັນມາກ່ອນ ມາວາງສະແດງໃນງານເຊັ່ນ: ຊຸດເຕົ້າ ແລະ ຈອກເຮັດດ້ວຍດິນເຜົາເຄືອບສີຟ້າຂາວມີຊື່ວ່າ: “ຕື້ດຶກນຽນຕ້າວ” ຂອງນັກສະສົມ ຫງວຽນຫືວຈ໋ຽດ, ຊຸດຈອກມີຝາອັດເຮັດດ້ວຍທອງແດງເຄືອບມີຊື່ວ່າ: “ມິງມ້າງ” ຂອງນັກສະສົມ ຫງວຽນແທງຕ່ວຽນ… ຄະນະຈັດຕັ້ງງານວາງສະແດງກໍໄດ້ນໍາມາວາງສະແດງຊຸດເຄື່ອງດື່ມຊາໃໝ່ມີຮູບແບບທັນສະໄໝ ປະສົມກັບລາຍດອກແບບບູຮານຊຶ່ງມີຄວາມສະໜິດຕິດພັນກັບວັດທະນະທຳທີ່ເປັນມູນເຊື້ອຂອງ ຫວຽດນາມ.
ນອກນັ້ນ, ວັດທະນະທຳເຄື່ອງມືສຳລັບການດື່ມຊາຫວຽດກໍຍັງສະແດງອອກໂດຍຜ່ານບັນດາວັດຖຸພັນຂອງປະເພດເຄື່ອງປັ້ນດິນເຜົາ Annam Yaki(ດິນເຜົາເຄືອບ ອານາມ) ໃນກຸ່ມເຄື່ອງມືສຳລັບການດື່ມຊາຍີ່ປຸ່ນທີ່ໄດ້ນໍາມາວາງສະແດງຢູ່ທີ່ນີ້. ນັ້ນກໍ່ຄືບັນດາຊຸດດື່ມຊານອນຢູ່ໃນປະເພດດິນເຜົາເຄືອບດອກສີຟ້າຂອງເຕົາເຜົາຈູເດົ້າຢູ່ທາງພາກເໜືອ ສະໄໝລາຊະວົງ ເລ-ມາກ(ສະຕະວັດທີ 16-17) ໄດ້ມີການສົ່ງອອກໄປຍັງຕະຫຼາດຍີ່ປຸ່ນ.ບັນດາວັດຖຸພັນພິເສດດັ່ງກ່າວນີ້ແມ່ນພະຍານຫຼັກຖານທີ່ສໍາຄັນຢັ້ງຢືນເຖິງເຖິງສາຍພົວພັນແລກປ່ຽນວັດທະນະທຳລະຫວ່າງຫວຽດນາມ-ຍີ່ປຸ່ນ, ໃນນັ້ນເຄື່ອງມືດື່ມຊາທີ່ມີຕົ້ນກໍາເນີດ ຈາກຫວຽດນາມໄດ້ເປັນການປະກອບສ່ວນສ້າງໃຫ້ມີຄວາມສຸພາບສາບສວຍຂອງເຄື່ອງມືດື່ມຊາຂອງຄົນຍີ່ປຸ່ນອີກດ້ວຍ.
ໃນງານວາງສະແດງ, ມວນຊົນກໍ່ມີໂອກາດທີ່ດີທີ່ສາມາດຊອກຮູ້ໄດ້ກ່ຽວກັບວັດຖະນະທໍາດື່ມຊາຂອງຄົນຫວຽດນາມ ໂດຍຜ່ານສິລະປະການປຸງ ແລະດື່ມຊາ. ທ່ານ Julian Greenນັກທ່ອງທ່ຽວຊາວອາເມລິກາໃຫ້ຮູ້ວ່າ: “ຂ້າພະເຈົ້າສຸດທີ່ດີໃຈເມື່ອມາທ່ຽວຫວຽດນາມ ບັງເອີນໄດ້ມີໂອກາດຊອກຮູ້ກ່ຽວກັບວັດຖະນະທໍາຊາຂອງພວກທ່ານ. ສິ່ງດັ່ງກ່າວນີ້ແມ່ນວັດຖະນະທໍາທີ່ດີງາມອັນໜຶ່ງຂອງຄົນຫວຽດ ແລະມັນກໍ່ນໍາມາສູ່ແຂກຄົນຊາວຕ່າງປະເທດຫລາຍສິ່ງຫລາຍຢ່າງທີ່ໜ້າປະທັບໃຈ”
ບົດ ແລະ ພາບ: ຫງວຽນຫວູແທ່ງດາດ