• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສາລະຄະດີ

ຫັນເປັນຫຸ້ນສ່ວນ ເພື່ອພັດທະນາ ແລະ ເຊື່ອມໂຍງ

ການຫັນເປັນຫຸ້ນສ່ວນບັນດາລັດວິສາຫະກິດ ແມ່ນແຜນນະ ໂຍບາຍໃຫຍ່ໜຶ່ງ ຂອງລັດຖະບານ ແນໃສ່ຍົກສູງປະສິດທິຜົນດ້ານເສດຖະກິດ ຂອງບັນດາລັດວິສາຫະກິດ. ນີ້ແມ່ນໜ້າທີ່ຈຸດສຸມຂອງການປັບປຸງໂຄງປະກອບລັດວິສາຫະກິດ ຄືນໃໝ່ ຢູ່ຫວຽດນາມ, ໂດຍສະເພາະ ແມ່ນໃນໄລຍະ ພື້ນຖານ ເສດຖະກິດ ຂອງປະເທດ ເລີ່ມເຊື່ອມໂຍງ ເລິກເຂົ້າໃນພື້ນ ຖານ ເສດຖະກິດໂລກ. 
ຂະບວນວິວັດແຫ່ງການຫັນເປັນຫຸ້ນສ່ວນບັນດາລັດວິສາກະ ກິດແມ່ນເລີ່ມປະຕິບັດທົດລອງໃນປີ 1992 ໂດຍຜ່ານຫຼາຍ ໄລຍະ. ຄິດໄລ່ມາຮອດປັດຈຸບັນ, ພາຍຫຼັງ 20 ປີແຫ່ງການ ຜັນຂະຫຍາຍ, ຜົນສຳເລັດທີ່ເປັນພື້ນຖານທີສຸດ ຂອງຂະ ບວນການ ຫັນເປັນຫຸ້ນສ່ວນແມ່ນໄດ້ສັບຊ້ອນ, ປັບປຸງໃຫ້ກະທັດຮັດລົງຕື່ມລັດວິສາຫະກິດຈໍານວນໜຶ່ງ, ຜ່ານການປັບປຸງນີ້ ຊ່ວຍເຮັດໃຫ້ລັດວິສາຫະກິດມີທຶນຮອນ, ມີການພັດທະນາເປັນປົກກະຕິ, ມີລາຍຮັບ ມີກໍາໄລເພີ່ມຂຶ້ນ ແລະ ອື່ນໆ.

ໃນຂະບວນວິວັດແຫ່ງການປະຕິບັດວຽກງານຫັນເປັນຫຸ້ນສ່ວນ ບັນດາວິສາຫະກິດລັດ, ບໍ່ມີລັດວິສາຫະກິດໃດປົດແຮງງານອອກ. ລາຍຮັບຂອງຜູ້ອອກແຮງງານໄດ້ເພີ່ມຂຶ້ນ ຫຼັງຈາກ ວິສາຫະກິດໄດ້ຫັນເປັນຫຸ້ສ່ວນ. ຊາວຜູ້ອອກແຮງງານ ກາຍ ເປັນຜູ້ຖືຫຸ້ນໃນບັນດາບໍລິສັດຫຸ້ນສ່ວນ ແລະ ແຕ່ລະປີ ກໍ່ໄດ້ ຮັບການແບ່ງປັນຜົນກຳໄລ ຈາກສ່ວນຫຸ້ນ ທີ່ເຂົາເຈົ້າມີຢູ່ໃນບໍລິສັດ. ເກືອບໝົດທຸກລັດວິສາຫະກິດພາຍຫລັງຫັນເປັນຫຸ້ນສ່ວນແລ້ວ ການເຄື່ອນໄຫວຜະລິດທຸລະກິດແມ່ນມີປະສິດທິຜົນດີ, ລາຍຮັບສະເລ່ຍ ເພີ່ມຂຶ້ນ 1,9 ເທົ່າ; ກຳໄລສະເລ່ຍ ເພີ່ມຂຶ້ນ 3,2 ເທົ່າ; ມອບພັນທະເຂົ້າງົບປະມານແຫ່ງລັດ ເພີ່ມຂຶ້ນ 2,5 ເທົ່າ.

ອີງຕາມແຜນການສັບຊ້ອນ,  ຫັນເປັນຫຸ້ນສ່ວນບັນດາລັດວິສາຫະກິດທີ່ໄດ້ຮັບອະນຸມັດແລ້ວນັ້ນ, ໃນປີ 2014 ແລະ 2015, ຫວຽດນາມຈະໄດ້ປະຕິບັດການຫັນເປັນຫຸ້ນສ່ວນຈໍາ ນວນ 432 ລັດວິສາຫະກິດ. ໃນຈຳນວນນີ້ ໄລ່ມາຮອດ ເດືອນ ພະຈິກ ປີ 2014 ມີ 348 ວິສາຫະກິດໄດ້ ສ້າງຕັ້ງຄະນະຊີ້ນຳແລ້ວ, 247 ວິສາຫະກິດ ພວມກຳນົດຄຸນຄ່າຂອງວິສາຫະກິດ,  123 ວິສາຫະກິດໄດ້ປະກາດຄຸນຄ່າວິສາຫະກິດຢ່າງເປັນ ທາງການແລ້ວ.

ແລະ ເລື່ອງລາວກ່ຽວກັບຜົນສຳເລັດຂອງສອງວິສາຫະກິດດັ່ງລຸ່ມນີ້ ບໍ່ຫຼາຍກໍ່ໜ້ອຍ ພິສູດໃຫ້ເຫັນວ່າ ເສັ້ນທາງການຫັນເປັນຫຸ້ນສ່ວນ ຂອງບັນດາລັດວິສາຫະກິດ ຢູ່ຫວຽດນາມ ແມ່ນດໍາເນີນໄປຢ່າງຖືກທິດຖືກທາງແລ້ວ.

ຊົງເກິ້ມ ເຊື່ອໝັ້ນຕົນເອງເພື່ອຜ່ານ “ພາຍຸລົມແດງ”

ໃນສະພາບແວດລ້ອມທີ່ບໍ່ແຈ່ມໃສປານໃດ ຂອງຂະແໜງ ການ ຕໍ່ກຳປັ່ນຫວຽດນາມ, ໂດຍສະເພາະແມ່ນຫລັງກໍລະນີ   “ລົມພາຍຸ Vinashin”, ບໍລິສັດຫຸ້ນສ່ວນຕໍ່ກຳປັ່ນຊົງເກິ້ມ (ບໍລິສັດຊົງເກິ້ມ) ຊຶ່ງເປັນ ວິສາຫະກິດເຄື່ອນໄຫວ ຕາມຮູບ ການຫຸ້ນສ່ວນ ແຕ່ປີ 2008 ໄດ້ເສີມຂະຫຍາຍ ທ່າແຮງຂອງ ຫົວໜ່ວຍການຈັດຕັ້ງໜຶ່ງ ທີ່ມີປະຫວັດສາດ ແຫ່ງການຕໍ່ ກຳ ປັ່ນມາແລ້ວກວ່າເຄິ່ງສະຕະວັດ, ປະສານສົມທົບກັບການຂະ ຫຍັນຂັນແຂງ ແລະ ມີຫົວຄິດປະດິດຄິດສ້າງ ເພື່ອບືນຕົວຂຶ້ນ.

ບໍລິສັດຊົງເກິ້ມເດີນຕາມທິດຕໍ່ກຳປັ່ນລຳນ້ອຍ, ປະກອບດ້ວຍ ເຕັກໂນໂລຢີຊັ້ນສູງ ແລະ ພິເສດເອົາໃຈໃສ່ເປັນສຳຄັນເຖິງ ຄຸນນະພາບຂອງຜະລິດຕະພັນ. ທິດເດີນຂອງບໍລິສັດຊົງເກິ້ມ ໄດ້ຮັບການຮັບຮອງຈາກ ກຸ່ມບໍລິສັດ Damen (ປະເທດໂຮນ ລັງ) ຊຶ່ງເປັນກຸ່ມບໍລິສັດແຖວໜ້າຂອງໂລກ ໃນຂົງເຂດ ຕໍ່ກຳປັ່ນ.

ເມື່ອເດືອນ ມີນາປີ 2002, ກຸ່ມບໍລິສັດ Damen ໄດ້ເຊັນສັນ ຍາກັບບໍລິສັດຊົງເກິ້ມ ວ່າດ້ວຍການຜະລິດ ຕໍ່ເຮືອກຳປັ່ນຊອກຄົ້ນ ກູ້ໄພທາງທະເລ ຈໍານວນ 5 ລຳ. ພາຍຫຼັງ 4 ປີ ດໍາເນີນການ, ກຳປັ່ນທັງ 5 ລຳນັ້ນໄດ້ມີການມອບຮັບ ດ້ວຍຄຸນນະ ພາບເທົ່າທຽມກັບຜະລິດຕະພັນ ທີ່ຕໍ່ຢູ່ປະເທດໂຮນລັງ. ຜົນ ສຳເລັດຂອງສັນຍາດັ່ງກ່າວ ໄດ້ກາຍເປັນພື້ນຖານອັນສຳຄັນ, ເປັນຂີດໝາຍແຫ່ງການເຕີບໃຫຍ່ຂອງບັນດານາຍຊ່າງຕໍ່ເຮືອ ກຳປັ່ນຊົງເກິ້ມ.

ໃນຊ່ວງເວລາ 10 ກວ່າຜ່ານມາ, ບໍລິສັດຊົງເກິ້ມ ໄດ້ເຊັນ ສັນຍາ ແລະ ຕໍ່ເຮືອກຳປັ່ນໃໝ່ຮັບໃຊ້ສະເພາະຫລາຍລໍາ ເພື່ອ ສົ່ງອອກໃຫ້ກຸ່ມບໍລິສັດ DAMEN; ກາຍເປັນ ໂຮງງານຕໍ່ ສະເພາະເຮືອກຳປັ່ນລາກແກ່, ກຳປັ່ນໂດຍສານ ແລະ ກຳປັ່ນທ່ອງທ່ຽວ ຊຶ່ງໄດ້ສົ່ງອອກໄປຫຼາຍປະເທດໃນໂລກຄື: ໂຮນລັງ, ອັງກິດ, ເຢຍລະມັນ, ອົສຕາລີ, ເມັກຊີໂກ, ລັດເຊຍ ແລະ ອື່ນໆ. ມູນຄ່າປະລິມານການຜະລິດຂອງບໍລິສັດຊົງເກິ້ມ ໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ແຕ່ 814,5 ຕື້(ປີ 2010) ຂຶ້ນ 1.004 ຕື້(ປີ 2011) ແລະ 1.300 ຕື້(ປີ 2013).

ບໍລິສັດຫຸ້ນສ່ວນຕໍ່ເຮືອກຳປັ່ນຊົງເກິ້ມ(ບໍລິສັດຊົງເກິ້ມ) ມີທ່າ ແຮງໃນຂົງເຂດ ຕໍ່ເຮືອກຳປັ່ນປະເພດນໍາໃຊ້ສະເພາະ ທີ່ ໄດ້ມາດຕະຖານສາກົນເຊ່ັນ:
ກຳປັ່ນລາກແກ່, ກຳປັ່ນກູ້ຊີບ ແລະ ກຳປັ່ນທ່ອງທ່ຽວ. ພາບ: ຮວ່າງຮ່າ

 

ບໍລິສັດຊົງເກິ້ມມີຖັນແຖວພະນັກງານນັກວິສະວະກອນທີ່ໜຸ່ມແໜ້ນ, ຫ້າວຫັນ ແລະ ມີສີມື. ພາບ: ຮວ່າງຮ່າ


ກຳມະກອນຂອງບໍລິສັດຊົງເກິ້ມດຳເນີນການຕິດຕັ້ງ ກິດຈະການຕ່າງໆຢູ່ເທິງກຳປັ່ນ. ພາບ: ຮວ່າງຮ່າ


ບັນດານັກວິສະວະກອນໜຸ່ນຂອງບໍລິສັດຊົງເກິ້ມ ແລກປ່ຽນ ຄວາມຄິດເຫັນ
ດ້ານວິຊາສະເພາະ ກັບຊ່ຽວຊານຕ່າງປະເທດ. ພາບ: ຮວ່າງຮ່າ



ປະຕິບັດຂັ້ນຕອນຂັດເຫຼື້ອມ ແລະ ພົ່ນສີ ກຳປັ່ນລາກແກ່. ພາບ: ຮວ່າງຮ່າ


ພື້ນຖານໂຄງລ່າງຂອງໂຮງງານຕໍ່ເຮືອກຳປັ່ນໄດ້ຮັບການລົງ ທຶນຢ່າງຄົບຊຸດ, ທັນສະໄໝ
ແລະ  ຕອບສະໜອງໄດ້ຕາມ ມາດຕະຖານສາກົນ. ພາບ: ຮວ່າງຮ່າ



ຜະລິດຕະພັນຂອງຊົງເກິ້ມ ຖືກສົ່ງອອກຂາຍໄປຫລາຍປະ ເທດຢູ່ໃນໂລກຄື: ສິງກະໂປ, ອັງກິດ,
ຊູແອດ, ໂຮນລັງ, ສ.ເກົາຫຼີ ແລະ ລັດເຊຍ. ພາບ: ຮວ່າງຮ່າ
 
ທ່ານຟ້າມແມ້ັງຮ່າ, ຜູ້ອຳນວຍການໃຫຍ່ ບໍລິສັດຊົງເກິ້ມ ໃຫ້ຮູ້້ວ່າ, ຊົງເກິ້ມມີຖັນແຖວພະນັກງານ, ກໍາມະກອນພາລະກອນ ທີ່ມີຄວາມຫ້າວຫັນ, ຮັກອາຊີບ, ຂະຫຍັນຂັນແຂງ, ມີ ຫົວຄິດປະດິດສ້າງ, ມີສີມື, ມີລະບຽບວິໄນ ແລະ  ກ້າຄິດ ກ້າ ເຮັດ. ພິເສດ ນັບຕັ້ງແຕ່ຫັນປ່ຽນມາເປັນບໍລິສັດຫຸ້ນສ່ວນ, ການເຄື່ອນໄຫວຂອງບໍລິສັດ ນັບມື້ນັບມີປະສິດທິຜົນສູງ. ດ້ວຍເຫດນັ້ນ, ຊີວິດການເປັນຢູ່ ຂອງພະນັກງານ, ກຳມະ ກອນຂອງບໍລິສັດ 750 ຄົນ ຈຶ່ງໄດ້ຮັບປັບປຸງໃຫ້ດີຂຶ້ນຢູ່ສະ ເໝີ, ມີລາຍຮັບໝັ້ນຄົງ, ບໍ່ມີສະພາບວ່າງງານ ລໍຖ້າມີວຽກເຮັດ. ຫວ່າງແລ້ວນີ້, ທາງບໍລິສັດໄດ້ “ຕ້ອນຮັບ” ພະນັກງານ, ກຳມະກອນ ເກືອບ 500 ຄົນ ຂອງບໍລິສັດ ຕໍ່ເຮືອກຳປັ່ນ ເບ້ນກ່ຽນ ມາຮ່ວມກັບ “ສາຍຄາເຮືອນລວມ ຊົງເກິ້ມ”. ການ ໂຮມບໍລິສັດຕໍ່ກຳປັ່ນ ເບ້ນກ່ຽນ ເຂົ້າໃນບໍລິສັດ ຊົງເກິ້ມ ໄດ້ຊ່ວຍໃຫ້ບໍລິສັດ ຊົງເກິ້ມຫຼຸດຜ່ອນຄວາມກົດດັນ ກ່ຽວກັບ ໜ້າພຽງ, ພື້ນຖານວັດຖຸ, ຄ່າສິ້ນເປືອງອຸປະກອນ ແລະ ອື່ນໆ… ພ້ອມກັນນັ້ນກໍສາມາດຮັກສາໄວ້ໄດ້ວິສາຫະກິດໜຶ່ງ ທີ່ພວມຢູ່ໃນ ໄພອັນຕະລາຍຈາກລົ້ມລະລາຍ.

ນັບຕັ້ງແຕ່ຫັນເປັນຫຸ້ນສ່ວນ ມາຮອດປັດຈຸບັນ, ຊົງເກິ້ມໄດ້ ລົງທຶນຍົກລະດັບຄວາມສາມາດ ຕໍ່ກຳປັ່ນຂອງຕົນ ມາແລ້ວສາມຄັ້ງ ເພື່ອເປີດກວ້າງ ການຮ່ວມມືກັບສາກົນ. ປີ 2014, ຜະລິດຕະພັນໃໝ່ຂອງບໍລິສັດ 100% ລ້ວນແຕ່ເພື່ອສົ່ງອອກ. ບັນຊີ ລາຍຊື່ ບັນດາປະເທດ ທີ່ມີການພົວພັນຮ່ວມມືກັບ  ຊົງ ເກິ້ມ ກ່ຽວກັບການຕໍ່ເຮືອກຳປັ່ນ ລວມມີ: ສິງກະໂປ, ຊູແອດ, ໂຮນລັງ, ສ.ເກົາຫຼີ, ລັດເຊຍ ແລະ ອື່ນໆ… ແລະ ເມື່ອ ເວົ້າເຖິງ ເຮືອກຳປັ່ນລະດັບຂັ້ນສູງໃນປັດຈຸບັນເຊັ່ນ: ກຳປັ່ນກູ້ຊີບ: SAR27, SAR41… ແລະ ບັນດາເຮືອກຳປັ່ນລາກແກ່ ທາງ ທະເລຄື: 5000, 7000 ແຮງມ້າ, ຜູ້ຄົນບໍ່ຫ່ອນທີ່ຈະບໍ່ເອື່ອຍເຖິງຊື່ ຊົງເກິ້ມ.

PLC -ໄດ້ຮັບການຢືນຢັນແມ່ນເຄື່ອງໝາຍການຄ້າໜຶ່ງ

ຜ່ານການເວລາ 20 ປີແຫ່ງການກໍ່ຮ່າງສ້າງຕົວ ແລະ ພັດທະ ນາຂອງຕົນ, ມາຮອດປັດຈຸບັນ ສະຫະບໍລິສັດ ກັ່ນຕອງນ້ຳມັນ Petrolimex (PLC) ບໍ່ພຽງແຕ່ຢືນຢັນໄດ້ ຈຸດທີ່ຕັ້ງທ່າແຮງ ຂອງຕົນໃນຂົງເຂດການຜະລິດ-ດຳເນີນທຸລະກິດນ້ຳມັນເຄື່ອງ, ຈາລະບີ ເທົ່ານັ້ນ ຫາກຍັງໄດ້ປະກອບສ່ວນຫຼາຍສົມຄວນເຂົ້າໃນ ຜົນສຳເລັດລວມໃນການດຳເນີນທຸລະກິດ ຂອງ ກຸ່ມບໍລິສັດນ້ຳມັນເຊື້ອໄຟ ຫວຽດນາມ(Petrolimex); ນຳເອົາ ເຄື່ອງໝາຍການຄ້າ “ນ້ຳມັນເຄື່ອງ Petrolimex” ຂອງ ຫວຽດນາມ ກ້າວໄປສູ່ເບື້ອງໜ້ານັບມື້ນັບໄກບົນເສັ້ນທາງແຫ່ງການເຊື່ອມໂຍງສາກົນ.

ໂດຍແມ່ນໜຶ່ງໃນສອງບໍລິສັດທີ່ເປັນສະມາຊິກຂອງ Petrolimex ທີ່ນໍາໜ້າດໍາເນີນການຫັນເປັນຫຸ້ນສ່ວນ ໃນທ້າຍ ປີ 2003. ມາຮອດປີ 2005, PLC ສືບຕໍ່ມີບາດກ້າວເດີນທີ່ມີ ລັກສະນະປະຫວັດສາດ ເມື່ອຫັນປ່ຽນໄປສູ່ຮູບແບບ “ບໍລິສັດ ແມ່-ບໍລິສັດລູກ” ດ້ວຍການສ້າງຕັ້ງສອງບໍລິສັດລູກຄື: ບໍລິສັດຢາງໝາກຕອຍ Petrolimex ຈຳກັດ ແລະ ບໍລິສັດ ເຄມີ Petrolimex ຈຳກັດ.

ສາມາດເວົ້າໄດ້ວ່າ, ການດໍາເນີນຫັນເປັນຫຸ້ນສ່ວນ ແລະ ຫັນປ່ຽນໄປສູ່ຮູບແບບບໍລິສັດ “ແມ່-ລູກ” ໄດ້ສ້າງພື້ນຖານໃຫ້ແກ່ບາດກ້າວພັດທະນາທີ່ປະທັບໃຈທີ່ສຸດຂອງ PLC.   ພົ້ນ ເດັ່ນທີ່ສຸດແມ່ນມາຮອດປີ 2006, PLC ໄດ້ແຈ້ງປະກາດ ໃບຫຸ້ນຢູ່ໃນຕະຫຼາດຫຼັກຊັບຮ່າໂນ້ຍ(HNX) ຢ່າງເປັນທາງ ການ ດ້ວຍເລກລະຫັດຫຼັກຊັບ PLC. ປີ 2007, PLC ຈ່າວ ຂາຍຫຸ້ນເພື່ອເພີ່ມທຶນຕາມກົດລະບຽບຈາກ 150 ຕື້ດົ່ງ ຂຶ້ນເປັນ 161 ຕື້ດົ່ງ. ຕໍ່ຈາກນັ້ນມາ, ທຶນຕາມກົດລະບຽບຂອງ PLC ເພີ່ມຂຶ້ນຢ່າງລຽນຕິດໃນແຕ່ລະປີ, ມາຮອດປັດຈຸບັນ ໄດ້ຈະເລີນເຕີບໂຕຂຶ້ນເປັນ 702.608 ຕື້ດົ່ງ, ໃນນັ້ນກຸ່ມ ບໍລິສັດ ນ້ຳມັນເຊື້ອໄຟຖື 79,07% ຂອງຈຳນວນທຶນທັງໝົດຕາມກົດລະບຽບ, ບັນດາຜູ້ຖືຫຸ້ນອື່ນໆກວມ 20,93%. ລວມຍອດລາຍຮັບທັງໝົດຂອງ PLC ປີ 2009 ບັນລຸ 3.769 ຕື້ດົ່ງ ແລະ ມາຮອດປີ 2013 ໄດ້ເພີ່ມຂຶ້ນ 6.223 ຕື້ດົ່ງ.

ລະບົບສາງນ້ຳມັນເຊື້ອໄຟ ຍ່າແບ່, ເມືອງ ຍ່າແບ່, ນະຄອນ ໂຮ່ຈີມິນ. ພາບ: ຮວ່າງຮ່າ


ກວດກາຄວາມຄືບໜ້າການກໍ່ສ້າງຢູ່ໂຮງງານນ້ຳມັນເຊື້ອໄຟ ຍ່າແບ່, ນະຄອນໂຮ່ຈີມິນ. ພາບ: ຮວ່າງຮ່າ


ລະບົບທ່າກຳປັ່ນ, ທໍ່ສົ່ງອອກ ແລະ ນຳເຂົ້າ ນ້ຳມັນເຊື້ອໄຟ ຂອງສາງນ້ຳມັນເຊື້ອໄຟ ຍ່າແບ່. ພາບ: ຮວ່າງຮ່າ


ສາຍໄຍການປິດຝາຟຸ່ຍນ້ຳມັນເຄື່ອງ Petrolimex ທີ່ສາງ ນ້ຳມັນເຊື້ອໄຟ ຍ່າແບ່,
ເມືອງຍ່າແບ່, ນະຄອນໂຮ່ຈີມິນ. ພາບ: ຮວ່າງຮ່າ



ຫ້ອງບັນຊາການປຸງແຕ່ງນ້ຳມັນເຄື່ອງ ທີ່ໂຮງງານນ້ຳມັນເຄື່ອງ ເຖື້ອງລີ ຢູ່ນະຄອນຫາຍຟ່ອງ. ພາບ: ຮວ່າງຮ່າ


ອຸປະກອນກຳນົດປະລິມານນ້ຳ Karl-Fischer ຂອງບໍລິສັດ Metrohm (ສະວິດ)
ທີ່ໂຮງງານນ້ໍາມັນເຄື່ອງ ເຖື້ອງລີ, ນະຄອນຫາຍຟ່ອງ. ພາບ: ຮວ່າງຮ່າ



ສາຍໄຍການອັດກະປອ່ງນ້ຳມັນເຄື່ອງ Petrolimex ທີ່ໂຮງງານນ້ຳມັນເຄື່ອງ ເຖື້ອງລີ, ນະຄອນຫາຍຟ່ອງ. ພາບ: ຮວ່າງຮ່າ


ກຳມະກອນໂຮງງານນ້ຳມັນເຄື່ອງ ເຖື້ອງລີ ກວດກາຂັ້ນຕອນ ຈອດປິດຝາ
ກະປ່ອງນໍາມັນເຄື່ອງຢູ່ສາຍໄຍການຜະລິດ. ພາບ: ຮວ່າງຮ່າ

 

ສາງເກັບມ້ຽນຜະລິດຕະພັນນ້ຳມັນເຄື່ອງສຳເລັດຮູບ ຂອງ ໂຮງງານນ້ຳມັນເຄື່ອງ ເຖື້ອງລີ. ພາບ: ຮວ່າງຮ່າ


ສາງເກັບມ້ຽນຜະລິດຕະພັນນ້ຳມັນເຄື່ອງສຳເລັດຮູບ ຂອງໂຮງງານ ນ້ຳມັນເຄື່ອງ ເຖື້ອງລີ. ພາບ: ຮວ່າງຮ່າ


ການເຄື່ອນໄຫວສົ່ງ-ມອບສິນຄ້າທີ່ສາງນ້ຳມັນເຊື້ອໄຟ ເຖື້ອງລີ, ນະຄອນ ຫາຍຟ່ອງ. ພາບ: ຮວ່າງຮ່າ
 
ພາຍຫຼັງຫຼາຍປີທີ່ໄດ້ສ້າງ ເຄື່ອງໝາຍການຄ້າ ນ້ຳມັນເຄື່ອງ, ຈາກເຄື່ອງໝາຍການຄ້າ PLC ໃນເບື້ອງຕົ້ນ, ມາໃນປີ 2010, PLC ໄດ້ຮັບອະນຸຍາດຈາກກຸ່ມບໍລິສັດ ນ້ຳມັນເຊື້ອໄຟ ໃຫ້ນຳໃຊ້ເຄື່ອງໝາຍການຄ້າ Petrolimex ໂດຍກົງ ສໍາລັບ ບັນດາຜະລິດຕະພັນ ນ້ຳມັນເຄື່ອງທີ່ PLC ຜະລິດ. ດ້ວຍຍຸດທະສາດດຳເນີນ ທຸລະກິດຢ່າງມີແບບແຜນ ແລະ ອີງໃສ່ພື້ນ ຖານ ຂອງເຄື່ອງໝາຍການຄ້າໜຶ່ງ ທີ່ເຂັ້ມແຂງ, ມາຮອດປັດຈຸບັນ ບັນດາຜະລິດຕະພັນນ້ຳມັນເຄື່ອງທີ່ມີເຄື່ອງໝາຍການຄ້າ Petrolimex ຂອງ PLC ໄດ້ກາຍເປັນທີ່ຄຸ້ນເຄີຍທີ່ສຸດ ສໍາລັບຜູ້ບໍລິໂພກໃນທົ່ວປະເທດ. ຜະລິດຕະພັນນ້ຳມັນເຄື່ອງ ຂອງ PLC ໄດ້ຮັບການນຳໃຊ້ຢ່າງກວ້າງຂວາງໃນຫຼາຍຂົງ ເຂດ, ນັບແຕ່ເຄື່ອງຈັກອຸດສາຫະກຳໜັກ ຮອດເຮືອກຳປັ່ນ, ລົດໂອໂຕ, ລົດຈັກ…

ໃນຈຳນວນປະລິມານການຜະລິດທັງໝົດຂອງ PLC, ປະລິ ມານສົ່ງອອກຕ່າງປະເທດກວມເອົາ 13-18%. ຜະລິດຕະພັນນ້ຳມັນເຄື່ອງຂອງ PLC ໄດ້ຖືກສົ່ງອອກໄປສູ່ຕະຫລາດຕ່າງປະເທດເຊັ່ນ: ຮົງກົງ, ໄຕ້ຫວັນ, ມາກາວ, ຈີນ, ລາວ, ກຳປູເຈຍ. ປະຈຸບັນ PLC ກໍພວມສຳຫຼວດ, ສືບຕໍ່ຄົ້ນຄວ້າ ເພື່ອຂະຫຍາຍກວ້າງອອກສູ່ຕະຫຼາດແຫ່ງໃໝ່ຈຳນວນໜຶ່ງ. ນອກນັ້ນ, PLC ກໍໄດ້ເຊັນສັນຍາກັບກຸ່ມບໍລິສັດ JX Nippon Oil ຂອງຍີ່ປຸ່ນ ເພື່ອປຸງແຕ່ງປະເພດນ້ຳມັນເຄື່ອງສໍາລັບຜະ ລິດຕະພັນຂອງບໍລິສັດການຄ້າຕ່າງໆຄື: Honda, Yamaha, Suzuki, Kubota, Lexus…

ປະຈຸບັນ, ດ້ວຍເຄື່ອງໝາຍການຄ້າ ນ້ຳມັນເຄື່ອງ Petrolimex ໄດ້ຮັບການຢືນຢັນກ່ຽວກັບທີ່ຕັ້ງຂອງຕົນຢູ່ໃນຕະຫຼາດການຄ້າ, PLC  ມີຄວາມເຊື່ອໝັ້ນຕົນເອງເພື່ອກ້າວໄປຢ່າງໜັກແໜ້ນ ບົນເສັ້ນທາງ ເຊື່ອມໂຍງທີ່ ນັບມື້ນັບກວ້າງຂວາງ ເລິກເຊິ່ງຂອງພື້ນຖານເສດຖະກິດໂລກ. ນີ້ກໍແມ່ນຜົນສຳເລັດ ຂອງລັດວິສາຫະກິດໜຶ່ງ ຫຼັງຈາກດຳເນີນການປັບປຸງ ໂຄງປະກອບ ການຈັດຕັ້ງຄືນໃໝ່ ດ້ວຍການຫັນເປັນ ຫຸ້ນສ່ວນ.
 
ບົດ ແລະ ພາບ: ຮວ່າງກວາງຮ່າ

bichlien

ດ້ຽນບຽນ - ສູນການທ່ອງທ່ຽວແຫ່ງໃໝ່ ຂອງ ພາກ ຕາເວັນຕົກສ່ຽງເໜືອ

ດ້ຽນບຽນ - ສູນການທ່ອງທ່ຽວແຫ່ງໃໝ່ ຂອງ ພາກ ຕາເວັນຕົກສ່ຽງເໜືອ

ເມື່ອ 70 ປີກ່ອນ, ຊື່ ດ້ຽນບຽນ ໄດ້ປະກົດຂຶ້ນ ຢ່າງສະຫວ່າງສະໄຫວ ໃນແຜນທີ່ໂລກ ດ້ວຍໄຊຊະນະ ປະຫວັດສາດ ດ້ຽນບຽນຝູ ທີ່ “ສະໜັ່ນຟ້າ ສະເທືອນດິນ” (ວັນທີ 07/5/1954 – ວັນທີ 07/5/2024). ປັດຈຸບັນ, ດ້ຽນບຽນ ເປັນທ່ີຮູ້ວ່າ ແມ່ນສູນການທ່ອງທ່ຽວ ທີ່ພົ້ນເດັ່ນແຫ່ງໃໝ່ ຂອງ ພາກຕາເວັນຕົກສ່ຽງເໜືອ ດ້ວຍທ່າແຮງ ດ້ານການທ່ອງທ່ຽວ ປະຫວັດສາດ-ວັດທະນະທຳທາງໃຈ, ທ່ອງທ່ຽວຊີວະພາບ, ສຳຫຼວດທິວທັດທຳມະຊາດ ແລະ ທ່ອງທ່ຽວ ພັກຜ່ອນເພື່ອ ສຸຂະພາບ, ບັນເທິີງ ແລະ ການດູແລສຸຂະພາບ.

Top