• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສິລະປະ

ສິລະປະພັບໃບໝາກພ້າວ

ແຕ່ໃດໆມາ, ເຄື່ອງຫຼິ້ນທີ່ເຮັດຈາກ ໃບໝາກພ້າວ ໄດ້ ກາຍເປັນ ສ່ວນໜຶ່ງທີ່ບໍ່ສາມາດ ແຍກອອກຈາກກັນ ໃນໄວເດັກ ຂອງຊາວ ທ້ອງຖິ່ນ ຢູ່ເຂດແມ່ນ້ຳລຳເຊ ທາງພາກໃຕ້ ຫວຽດນາມ. ບໍ່ວ່າເດັກນ້ອຍຜູ້ໃດຢູ່ເຂດນີ້ ກໍແມ່ນ “ຊ່ຽວຊານ” ຄົນໜຶ່ງ ໃນການພັບ ໃບ ໝາກພ້າວ ເປັນເຄື່ອງຫຼິ້ນຕ່າງໆ ທີ່ເປັນຕາຮັກ ແລະ ມີລັກສະນະສິລະປະສູງ ຊຶ່ງມາປັດຈຸບັນ ໄດ້ກາຍເປັນ ຜະລິດຕະພັນ ທ່ອງທ່ຽວ ສຳລັບແຂກທາງໄກໄທຕ່າງເມືອງ ເມື່ອມາຢ້ຽມຢາມ ເຂດ ດິນພາກໃຕ້.
 
ຊຸມເດັກນ້ອຍຢູ່ເຂດແມ່ນ້ຳລຳເຊ ທາງທິດໃຕ້ ສຸດທີ່ລຶ້ງເຄີຍ ກັບການພັບໃບໝາກພ້າວ ເປັນເຄື່ອງຫຼິ້ນເດັກນ້ອຍ. ຕ້ອງການ ພຽງໃບໝາກພ້າວ ແລະ ເຄື່ອງມື ແບບງ່າຍໆຈຳນວນໜຶ່ງ ຄື: ມີດ, ມີດຕັດ, ເຄື່ອງໜີບເຈ້ຍ, ສໍນ້ຳສີ… ເຂົາເຈົ້າກໍສາມາດ ເຮັດເປັນ ໂຕຕັກແຕນ, ປາ, ດອກກຸຫຼາບ ຫຼືວ່າ ໂມງປຸກ. ເນື່ອງຈາກວ່າ ນີ້ແມ່ນປະເພດເຄື່ອງຫຼິ້ນທີ່ມີລັກສະນະທົ່ວໄປ, ໃກ້ຊິດ ແລະ ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳ ຂອງເຂດ ບ້ານນາຫວຽດນາມ ດັ່ງນັ້ນມັນໄດ້ ຈັບອົກຈັບໃຈ ນັກທ່ອງທ່ຽວ ຕ່າງປະເທດ ເປັນຈຳນວນຫຼວງຫຼາຍ.

ຮ້ານຄ້າແຫ່ງໜຶ່ງ ຢູ່ຈຸດໄຂ່ວກັນຂອງຖະໜົນ ຫງວຽນຈ໊າຍ-ຫງວຽນເອີນ(ເມືອງ 5, ນະຄອນ ໂຮ່ຈີມິນ) ເປັນບ່ອນ
ວາງສະແດງຜະລິດຕະພັນ ເຄື່ອງຫຼິ້ນທີ່ເຮັດຈາກໃບໝາກພ້າວ ໄດ້ດຶງດູດຄວາມສົນໃຈ
ຂອງນັກທ່ອງທ່ຽວດ້ວຍຈຳນວນຫຼາຍ, ໂດຍສະເພາະ ຢ່າງຍິ່ງແມ່ນໄວໜຸ່ມ.


ພວກເດັກນ້ອຍມີຄວາມຊອບມັກຮູບສັດຕ່າງໆ ທີ່ໄດ້ເຮັດຈາກ ໃບໝາກພ້າວ.

ສຳລັບພວກຊາວໜຸ່ມ, ເຄື່ອງຫຼິ້ນຈາກໃບໝາກພ້າວ ແມ່ນ ຂອງຕ້ອນທີ່ເປັນຕາໜ້າຮັກ

ຄວາມແປກໃໝ່ ແລະ ເປັນເອກະລັກຂອງຮູບດອກກຸຫຼາບ ຈາກໃບໝາກພ້າວ ດຶງດູດຄວາມສົນໃຈຂອງບັນດາຊາວໜຸ່ມ ຢ່າງງ່າຍດາຍ.

ເຄື່ອງຫຼິ້ນທີ່ໄດ້ພັບດ້ວຍໃບໝາກພ້າວ ມີຄວາມສະໜິດຕິດພັນ ກັບຊຸມເດັກນ້ອຍ ຢູ່ເຂດແມ່ນ້ຳລຳເຊຂອງພາກໃຕ້.
ພວກຂ້າພະເຈົ້າມາຢ້ຽມຢາມ ຮ້ານຄ້າແຫ່ງໜຶ່ງ ຂອງ ສະໂມສອນ COS ຕັ້ງຢູ່ຈຸດໄຂ່ວກັນ ຂອງຖະໜົນ ຫງວຽນຈ໊າຍ-ຫງວຽນເອີນ (ເມືອງ 5, ນະຄອນ ໂຮ່ຈີມິນ) ກົງກັບໂອກາດກາງລະດູໃບໄມ້ຫຼົ່ນ. ດ້ວຍເຫດນັ້ນ, ຢູ່ໃນຮ້ານຄ້າ ຂາຍເຄື່ອງຫຼິ້ນພື້ນເມືອງເປັນຈຳນວນຫຼວງຫຼາຍ, ທັງມີໂຄມໄຟນາໆສີສັນ ແລະ ຜະລິດຕະພັນສິລະປະກຳຕ່າງໆ ທີ່ເຮັດຈາກ ໃບໝາກພ້າວ.

ໄດ້ຊົມເບິ່ງພວກຊາວໜຸ່ມພັບໃບໝາກພ້າວກໍແມ່ນ ການຜ່ານ ພຶດຕິກຳຕົວຈິງ ທີ່ມີຄວາມປະທັບໃຈ ເປັນຢ່າງຍິ່ງ. ຫຼັງຈາກ ບາງອະລິຍະບົດ, ໃບໝາກພ້າວ ໄດ້ ພັບເປັນ ດອກກຸຫຼາບ ດອກໜຶ່ງທີ່ສວຍງາມ. ຫຼືວ່າ ກໍພຽງຕ້ອງການ ພັບໃບໝາກພ້າວ ແລະ ກ້ຽວເກາະກັນບາງອະລິຍະບົດ ແລ້ວ ໃຊ້ເຫຼັກໜີບເຈ້ຍ ຫຍິບໃຫ້ ຕິດກັນ ຈຶ່ງສ້າງເປັນຮູບສັດທີ່ເປັນຕາໜ້າຮັກ. ຕື່ມໃສ່ ການຕັດຮອນດ້ວຍມີດຕັດ ແລະ ນ້ຳສີ, ເຂົາເຈົ້າສາມາດ ສ້າງເປັນຜະລິດຕະພັນຕ່າງໆ ສຸດທີ່ງາມຕາ ແລະ ມີຊີວິດຊີວາ.

ທ້າວ ເຈືອງວັນແທງ, ສະມາຊິກສະໂມສອນ COS ໃຫ້ຮູ້ວ່າ, ການພັບໃບໝາກພ້າວບໍ່ຍາກ ແຕ່ຮຽກຮ້ອງຄວາມພິຖີພິຖັນ ແລະ ປະດິດສ້າງ. ໃບໝາກພ້າວ ໃຊ້ສຳລັບການພັບເຄື່ອງຫຼິ້ນ ຕ້ອງເລືອກໃບຢູ່ລະດັບພໍດີ ຈຶ່ງມີຄວາມໝັ້ນໜຽວ ແລະ ມີສີ ເຫຼືອງງາມ. ຖ້າຫາກວ່າ ເລືອກໃບອ່ອນໂພດ ຈະຍາກໃນການ ສ້າງຮູບ, ຖ້າຫາກແກ່ເກີນໄປ ໃບໄມ້ຈະແຂງ ແລະ ຫັກງ່າຍ. ປະຈຸບັນ, ນອກຈາກເຕັກນິກພັບ ແບບມູນເຊື້ອແລ້ວ, ມີຊາວໜຸ່ມຫຼາຍຄົນ ໄດ້ໝຸນໃຊ້ເຕັກນິກ ພັບເຈ້ຍ Origami ຂອງຍີ່ປຸ່ນ ເຂົ້າໃນການພັບ ໃບໝາກພ້າວ ເພື່ອສ້າງເປັນ ບັນດາຜະລິດຕະພັນ ທີ່ເປັນເອກະລັກ ແລະ ແປກໃໝ່. 


ຕັດໃບໝາກພ້າວເພື່ອສ້າງຮູບຜະລິດຕະພັນ.

ການພັບໃບໝາກພ້າວບໍ່ຍາກ ແຕ່ຮຽກຮ້ອງຄວາມພິຖີພິຖັນ ແລະ ປະດິດສ້າງຂອງຜູ້ເຮັດ.

ໃບໝາກພ້າວໃນຮູບຊົງຂອງໂຕນົກຫົງ.

ໃບໝາກພ້າວໃນຮູບຊົງຂອງໂຕຕັກແຕນ.

ໃບໝາກພ້າວໄດ້ພັບເປັນຮູບດອກກຸຫຼາບທີ່ສວຍງາມ.

ໃບໝາກພ້າວໃນຮູບຊົງຂອງໂຕປູ.

ໃບໝາກພ້າວສອງໃບໃນຮູບໂຕຕັກແຕນ ໄດ້ປະກອບເປັນຮູບຖົງຫີ້ວ.

ໃບໝາກພ້າວໃນຮູບຊົງຂອງໂຕນົກຍຸງ.

ໃບໝາກພ້າວໃນຮູບຊົງຂອງໂຕປາຄຳ.
ຢູ່ນະຄອນ ໂຮ່ຈີມິນ ໃນປັດຈຸບັນ ມີຫຼາຍຄົນ ໄດ້ຊອກມາຫາ ສະໂມສອນ ແລະ ຫ້ອງສອນວິທີພັບໃບໝາກພ້າວແຫ່ງຕ່າງໆ ເພາະວ່າ ເຂົາເຈົ້າຢາກຮັກສາ ວິຊາ ສິລະປະໜຶ່ງ ທີ່ມີຄວາມສະໜິດຕິດພັນ ກັບຊ່ວງໄວເດັກຂອງເຂົາເຈົ້າເອງ.
 ບົດ: ເຊີນເງ້ຍ - ພາບ: ຫງວຽນລວນ

bichlien

ກາຈໍ້າ ມັງກອນ ທີ່ເປັນເອກະລັກຂອງບ້ານ ບາດຈ່າງ

ກາຈໍ້າ ມັງກອນ ທີ່ເປັນເອກະລັກຂອງບ້ານ ບາດຈ່າງ

ບັນດານາຍຊ່າງ ຂອງ ໝູ່ບ້ານ ​ເຄື່ອງ​ປັ້ນດິນ​ເຜົາ ​ບາດຈ່າງ (ເມືອງ ຢາເລີມ - ຮ່າ​ໂນ້ຍ) ​ໄດ້​ຮັບ​ແຮງ​ບັນດານ​ໃຈ​ຈາກ​ ກາຈໍ້າ ຮ່ວາງເດ໋ ຈີບ໋າວ  (ກາຈໍ້າ ຂອງ ມະຫາກະສັດ) ທີ່​ຫາ​ກໍ່​ນຳ​ມາ​ຈາກ ຝຣັ່ງ ​ເພື່ອ​ປະດິດ, ສ້າງ​ເປັນ ກາຈໍ້າ ​ມັງ ກອນ ​ຟອກຄຳ ​ທີ່​ເປັນ​ເອກະລັກ​ສະ​ເພາະ ​ເພື່ອ​ຮັບ​ໃຊ້​ຄວາມ​ຕ້ອງການ ​ຂອງ​ ປະຊາຊົນ ​ໃນ​ປີ ມະໂລງ 2024.

Top