• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເສດຖະກິດ

ສັນຍາຄູ່ຮ່ວມມືເສດຖະກິດຂ້າມປາຊີຟິກ (TPP) ແລະ ມາດຕາ ການແກ້ໄຂຕໍ່ຂະແໜງການຫຼັກແຫລ່ງ

ຫວຽດນາມມີສາຍພົວພັນການທູດກັບ 170 ກວ່າ ປະເທດ ແລະ ເຂດພາກພື້ນ, ມີການພົວພັນດ້ານການຄ້າກັບ 224/255 ຕະຫຼາດ ຈຳຫນ່າຍສິນຄ້າ ແລະ ເຂດພາກພື້ນ; ໄດ້ລົງນາມສັນຍາສອງຝ່າຍ 86 ສະບັບ, ສັນຍາສົ່ງເສີມ ແລະ ປົກປ້ອງການລົງທຶນ 46 ສະບັບ, ສັນຍາວ່າດ້ວຍການເກັບພາສີ 2 ຄັ້ງກັບບັນດາປະເທດ ແລະ ເຂດ ພາກພື້ນຈຳນວນ 40 ສະບັບ…
ການພົວພັນດ້ານເສດຖະກິດຂອງຫວຽດນາມ ກັບທຸກຄູ່ຮ່ວມມືລາຍ ໃຫຍ່, ມີຄວາມອາດສາມາດບົ່ມຊ້ອນໃນການເປີດກວ້າງ ແລະ ເຂົ້າ ສູ່ລວງເລິກ. ແຕ່ເຖິງຢ່າງໃດກໍ່ດີ, ເມື່ອເຂົ້າຮ່ວມ TPP (ສັນຍາຄູ່ຮ່ວມມືເສດຖະ ກິດຂ້າມປາຊີຟິກ), ພື້ນຖານ ເສດຖະກິດຫວຽດນາມ ໄດ້ຮັບການຕີລາຄາວ່າ ຈະໄດ້ຮັບຜົນກະທົບດ້ານບວກຫຼາຍກວ່າ, ໂດຍສະເພາະແມ່ນຕໍ່ປະເພດສິນຄ້າຫຼັກແຫລ່ງ.

ທ່ານ ດຣ.ຫວໍຮຸ່ງຢຸງ, ຜູ້ອຳນວຍການ ສະພາການຄ້າ ແລະ ອຸດສາ ຫະກຳຫວຽດນາມ (VCCI) ເກີ່ນເທີໄດ້ໃຫ້ວ່າ, ການເຂົ້າຮ່ວມ TPP ຈະເປັນກາລະໂອກາດໃຫ້ບັນດາປະເພດ ສິນຄ້າກະສິກຳ ແລະ ສິນໃນນ້ຳຂອງຫວຽດນາມເຂົ້າເຖິງຕະຫຼາດລາຍໃຫຍ່ພາຍໃນກຸ່ມ TPP ໂດຍໄດ້ຮັບບຸລິມະສິດດ້ານອັດຕາພາສີ ແລະ ກໍເປັນກາລະໂອກາດຮ່ວມມືໃນການເຂົ້າເຖິງເຕັກໂນໂລຊີສູງ, ພັດທະນາພື້ນ ຖານກະສິກຳທັນສະໄໝ.

ຫວຽດນາມເປັນປະເທດທີ່ມີຂົງເຂດການຜະລິດກະສິກຳໃຫຍ່ພໍຄວນ, ສະນັ້ນ, ມີຄວາມຕ້ອງການສູງໃນການຮຽກຮ້ອງຄູ່ຮ່ວມມືເປີດ ຕະຫຼາດຈຳຫນ່າຍສິນຄ້າໃຫ້ແກ່ປະເພດສິນຄ້າກະສິກຳ.  ບັນຫາທີ່ຫຍຸ້ງຍາກໃນທີ່ນີ້ແມ່ນບັນດາປະເທດ TPP ຕ່າງກໍມີທ່າ ອ່ຽງຈຳກັດການເຈລະຈາ, ຮັກສາ ແລະ ປົກປ້ອງຊາວກະສິກອນ ພາຍໃນປະເທດ, ບໍ່ເປີດປະຕູດ້ວຍການນຳໃຊ້ຮົ້ວກັ້ນ ດ້ວຍເຕັກນິກ ທາງການຄ້າ ແລະ ດ້ວຍວິທີການຮັບປະກັນຫຼັກອະນາໄມດ້ານສະ ບຽງອາຫານ.

ເຂົ້າຮ່ວມ TPP, ສິນຄ້າໝາກໄມ້ຈະມີກາລະໂອກາດຫຼວງຫລາຍ ເພື່ອເປີດກວ້າງຕະຫຼາດ ແລະ ຍູ້ແຮງການສົ່ງອອກ. ພາບ: ເຟືອງວີ/VNA

ຕາມທ່ານ ຮອງສາດສະດາຈານ. ດຣ.ຫງວຽນແອງຕ໋ວນ, ຫົວໜ້າ ຄະນະບັນນາທິການວາລະສານຄົ້ນຄ້ວາສາກົນ, ສະຖາບັນ ການ ທູດ, ກະຊວງການຕ່າງປະເທດວ່າ, ເມື່ອເຂົ້າຮ່ວມ TPP, ຫວຽດ ນາມຕ້ອງໄດ້ລົບລ້າງພາສີນຳເຂົ້າຕໍ່ທຸກຜະລິດຕະພັນລວມທັງຜະ ລິດຕະພັນກະສິກຳ 100%, ໃນເມື່ອຮົ້ວກັ້ນ ເຕັກນິກບໍ່ທັນມີ ຫຼື ບໍ່ ທັນສູງ. ການຫຼຸດຜ່ອນພາສີແນ່ນອນຈະພາໄປເຖິງ ກະແສການ ສິນຄ້ານຳເຂົ້າເພີ່ມຂຶ້ນໄວວາຈາກບັນດາປະເທດ TPP ເຂົ້າມາ ຫວຽດນາມໃນລາຄາແກ່ງແຍ້ງແຂ່ງຂັນ.

ສຳລັບຂະແໜງສິນໃນນ້ຳ, ອີງຕາມສະຫະສະມາຄົມປຸງແຕ່ງ ແລະ ສົ່ງອອກສິນໃນນ້ຳຫວຽດນາມ ປະລິມານສິນຄ້າສິນໃນນ້ຳ ຂອງ ຫວຽດນາມສົ່ງອອກໄປບັນດາປະເທດ TPP ປີ 2013 ກວມ 40%; ໃນນັ້ນ, ອາເມລິກາກວມຫລາຍກວ່າ  20%, ຍີ່ປຸ່ນຫລາຍກວ່າ 17%. ຍີ່ນປຸ່ນ ເປັນຕະຫຼາດຕົ້ນຕໍຂອງນັກສົ່ງອອກປາທູນາ ຂອງ ຫວຽດນາມ, ແຕ່ປັດຈຸບັນ, ພາສີນຳເຂົ້າປາທູນາຂອງຫວຽດນາມສົ່ງ ອອກໄປຍີ່ປຸ່ນ ຢູ່ໃນລະດັບ 6,4-7,2% ເທົ່ານັ້ນ.

ປາທູນາແມ່ນສິນຄ້າສົ່ງອອກທີ່ມີຄວາມສາມາດບົ່ມຊ້ອນ ຂອງ ຫວຽດນາມ. ພາບ: ລີຄາ/VNP

ສຳລັບຜະລິດຕະພັນສັດລ້ຽງ,  ຄວາມສາມາດໃນການແຂ່ງຂັນໃນ ຂະແໜງນີ້ຂອງຫວຽດນາມ ທຽບກັບບັນດາປະເທດ TPP ແມ່ນ ຕຳ່ພໍສົມຄວນ. ຄວາມອາດສາມາດການຜະລິດ ແລະ ເຕັກໂນໂລ ຊີຍັງຈຳກັດ, ຕ້ອງປະເຊີນໜ້າກັບບັນຫາພະຍາດຕິດຕໍ່ໃນຝຸງສັດ ລ້ຽງ, ສັດປີກເປັນປະຈຳ. ການລ້ຽງສັດ ຂອງຫວຽດນາມ ປັດຈຸບັນຍັງ ເປັນ ຂະແໜງທີ່ສ້າງວຽກເຮັດງານທຳຫລວງຫຼາຍໃຫ້ແກ່ຊາວກະສິ ກອນ ແຕ່ລາຍຮັບຍັງຕຳ່, ບໍ່ໝັ້ນຄົງ ແລະ ກໍເປັນເປົ້າໝາຍຮັບຜົນ ກະທົບດ້ານລົບໄດ້ງ່າຍ. 
ຄາດຄະເນຄວາມອາດສາມາດແຂ່ງຂັນໃນຂະແໜງການລ້ຽງສັດ ແມ່ນບໍ່ທັນສູງເທົ່າທີ່ຄວນ. ພາບ: ຫວູຊີງ/VNA
 
ສະຫະສະມາຄົມຕຳ່ແຜ່ນຕັດຫຍິບຫວຽດນາມມີຄວາມຫວັງວ່າ TPP ຈະນຳມາໃຫ້ຫວຽດນາມມູນຄ່າສົ່ງອອກສິນຄ້າຕຳ່ແຜ່ນຕັດ ຫຍິບ 30 ຕື້ USD ໃນປີ 2020 ແລະ ຈະບັນລຸໃນລະດັບ 55 ຕື້ USD ໃນປີ 2030.

ໃນຍອດມູນຄ່າເງິນທັງໝົດ 1,3 ຕື້ USD ພາສີນຳເຂົ້າທີ່ບັນດາ ສະມາຊິກ TPP ຕ້ອງມອບໃຫ້ອາເມລິກາແຕ່ລະປີ, ມີປະມານ 1 ຕື້ USD ເປັນສິນຄ້ານຳເຂົ້າຈາກຫວຽດນາມ. ໃນມູນຄ່າ 1 ຕື້ USD ນີ້, ມີປະມານ 80-90% ແມ່ນນັກສົ່ງອອກເຄື່ອງຕ່ຳແຜ່ນຕັດຫຍິບ ແລະ ເກີບເປັນຜູ້ຈ່າຍ.

ປະຈຸບັນ, ພາສີສຳລັບສິນຄ້າຕັດຫຍິບຂອງຫວຽດນາມເຂົ້າສູ່ ອາເມ ລິກາແມ່ນຫລາຍ ກວ່າ 7% ແລະ ພາສີສຳລັບຂະແໜງເກີບແມ່ນ 12 %. ຈາກຕົວຈິງດັ່ງກ່າວ ສາມາດເຫັນໄດ້ຜົນປະໂຫຍດ ໃຫຍ່ ຫຼວງ ຂອງຂະແໜງດັ່ງກ່າວຂອງຫວຽດນາມໃນການຫຼຸດຜ່ອນ ອັດ ຕາພາສີລົງເປັນ 0%.

ຄາດຄະເນວ່າ, ຂະແໜງການຕຳ່ແຜ່ນຕັດຫຍິບຈະມີບາດກ້າວ ຂະຫຍາຍຕົວ ຢ່າງກ້າວກະໂດດຂັ້ນດ້ວຍມູນຄ່າການສົ່ງອອກ
ຄາດຄະເນບັນລຸໄດ້ 30 ຕື້ USD ໃນປີ 2020 ແລະ ບັນລຸໄດ້ໃນລະດັບ 55 ຕື້ USD ໃນປີ 2030. ພາບ: ອານຮ໋ຽວ/VNA

 
ເມື່ອຫວຽດນາມເຂົ້າຮ່ວມສັນຍາ TPP, ທ່າໄດ້ປຽບກ່ອນອື່ນໝົດ ແມ່ນການລົບລ້າງອັດຕາພາສີຂາເຂົ້າຈາກ 3,5-57,4% ໃນເວລານີ້ລົງເປັນ  0% ໃຫ້ແກ່ສິນຄ້າເກີບໜັງຂອງຫວຽດນາມເຂົ້າຕະຫຼາດ TPP.

ດ້ວຍຈຳນວນ 500 ກວ່າຫົວຫນ່ວຍວິສາຫະກິດ, ສ້າງວຽກເຮັດງານ ທຳໄດ້ 600.000 ຄົນ, ຂະແໜງຜະລິດເກີບໜັງໄດ້ນຳຕຳແຫນ່ງ ງານມາໃຫ້ແກ່ແຮງງານສາມັນເປັນຈຳນວນຫຼວງຫຼາຍ. ຄາດວ່າ ເມື່ອສັນຍາ TPP ມີຜົນສັກສິດຈະເພີ່ມຂຶ້ນຕື່ມອີກ 1 ລ້ານກວ່າ ຕຳແຫນ່ງງານໃໝ່ ໃຫ້ແກ່ຂະແໜງອຸດສາຫະກຳເກີບຫວຽດນາມ.


ທ່ານຮອງສາດສະດາຈານ, ດຣ.ຫງວຽນແອງຕ໋ວນ ໄດ້ໃຫ້ຄວາມ ເຫັນວ່າ, ເມື່ອຂະແໜງເກີບໜັງຫວຽດນາມເຂົ້າເຖິງລວງເລິກ ຂອງຕ່ອງໂສ້ມູນຄ່າລວມຂອງທົ່ວໂລກບວກກັບທ່າໄດ້ປຽບ ທາງດ້ານ ແຫຼ່ງຊັບພະຍາກອນມະນຸດ “ຄຳ” ຈະສ້າງເງື່ອນໄຂຈັດຕັ້ງປະຕິບັດ ເປັນຢ່າງດີໃນຂອດການນຳໃຊ້ແຮງງານເປັນຈຳນວນຫຼາຍ.

ເຂົ້າຮ່ວມ TPP, ຫວຽດນາມໄດ້ຖືວ່າເປັນປະເທດ ທີ່ໄດ້ຮັບຜົນປະ ໂຫຍດຫຼາຍ ເມື່ອເພີ່ມການພົວພັນການຄ້າກັບອາເມລິກາ, ຍີ່ປຸ່ນ, ຊຶ່ງເປັນຕະຫຼາດໃຫຍ່ສຸດຂອງ TPP. ໂດຍສະເພາະ, ເມື່ອເຂົ້າຮ່ວມ TPP, ອັດຕາພາສີຫຼຸດລົງຈະຊ່ວຍໃຫ້ຫວຽດນາມ ເພີ່ມການສົ່ງອອກ ຜະລິດຕະພັນສົ້ງ ເສື້ອ, ເກີບ, ສິນຄ້າກະສິກຳ ແລະ ສິນໃນນ້ຳ. ແຕ່ເຖິງຢ່າງໃດກໍ່ດີ, ຜ່ານປະສົບການຕົວຈິງ ພາຍຫຼັງເຂົ້າຮ່ວມອົງການການຄ້າໂລກ WTO, ກໍ່ມີຫລາຍກາລະໂອກາດບົ່ມຊ້ອນແຕ່ແລ້ວ ກໍຍັງປະສົບກັບຄວາມສ່ຽງຫຼາຍປະການ.

ດ້ວຍເຫດນັ້ນ, ຫວຽດນາມຕ້ອງມີວິທີການແບບໃໝ່, ມີມາດຕາການທີ່ເປັນຂໍກະແຈເພື່ອຂຸດຄົ້ນທ່າໄດ້ປຽບຂອງບັນດາລາຍການສິນຄ້າ ຫຼັກແຫລ່ງເມື່ອເຂົ້າຮ່ວມ TPP.
 


ອີງຕາມການຕີລາຄາຂອງບັນດາຊ່ຽວຊານເສດຖະກິດ, ກຸ່ມສິນຄ້າ ສົ່ງອອກຂອງຫວຽດນາມມີເຖິງ 37 ກຸ່ມໃນຈຳນວນ 97 ກຸ່ມ ມີທ່າໄດ້ ປຽບແຂ່ງຂັນແຂງກວ່າ ບັນດາຄູ່ຮ່ວມມືອື່ນ. ໂດຍສະເພາະ,  ໃນກຸ່ມ ດັ່ງກ່າວນີ້ກວມເຖິງ 75% ຂອງມູນຄ່າການສົ່ງອອກຂອງຫວຽດ ນາມ, ເທົ່າກັບ 120 ຕື້ USD, ຊຶ່ງຕົກຢູ່ໃນບັນດາກຸ່ມສິນຄ້າເຊັ່ນ: ເຄື່ອງຕຳ່ແຜ່ນຕັດຫຍິບ, ເກີບ, ສິນໃນນ້ຳ , ກາເຟ... 


ປະຕິບັດໂດຍ: VNA/VNP

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ນະຄອນ​ ຮ່າ​ໂນ້ຍ​ໄດ້​ສືບ​ຕໍ່​ຊຸກຍູ້​ບັນດາ​ຂົງ​ເຂດ​ຜະລິດ​ກະສິກຳ​ແບບ​ລວມສູນ, ສ້າງ​ແຫຼ່ງວັດຖຸ​ດິບ​ທີ່​ມີ​ຜົນຜະລິດສູງ​ເພື່ອ​ຮັບ​ໃຊ້​ການ​ບໍລິ​ໂພ​ກພາຍ​ໃນ​ແລະ ສົ່ງ​ອອກ.

Top