• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ກິລາ

ວິຊາ ມວຍງູ

ຄວາມຫວຽດ “ຊ່າກວ່ຽນ” ໝາຍຄວາມວ່າແມ່ນວິຊາມວຍງູ . ນີ້ແມ່ນ ມວຍ ປະເພດໜຶ່ງທີ່ໄດ້ມີການຄັດເລືອກ, ຖອດເອົາທັກສະຕ່າງໆ ໃນການ ຫາເຫຍື່ອ ແລະ ຕ່ໍສູ້ຂອງຈຳພວກງູ, ປະ ກອບສ່ວນເຮັດໃຫ້ກິລາປະເພດ ມວຍຂອງຫວຽດນາມອຸດົມ ສົມບູນໄປດ້ວຍໝັດມວຍທີ່ແປກໆ ແລະ ເປັນຕາ ງືດ.

 

ຢູ່ຫວຽດນາມມີຄ້າຍມວຍຫຼາຍແຫ່ງນຳໃຊ້ໄມ້ຕາຍຂອງມວຍງູ. ອາຈານມວຍ ດັ້ງຕາມຖ້ວນ ຂອງສູນເຝິກ ສິດມວຍໜຸ່ມບິ່ງ ດິ້ງຢາ (ຮ່າໂນ້ຍ) ໃຫ້ຊາບວ່າ, ຄ້າຍມວຍຕ່າງໆ ຢູ່ພາກເໜືອ ຫວຽດນາມຄື ນາມຮົ່ງເຊີນ, ເຊີນດົງ, ໂຂງດົ້ງ ແລະ ພິເສດ ແມ່ນ ຢູ່ທາງເຂດພູສູງພາກເໜືອມີ ອາຈານມວຍຫຼາຍຄົນທີ່ ຕວຽນກວາງ, ກາວບັ່ງ, ລ້າງເຊີນມີວິຊາມວຍງູ ທີ່ເປັນ ເອກະລັກທີ່ສຸດ. ສ່ວນຢູ່ ພາກກາງຫວຽດນາມນັ້ນ, ວິຊາມວຍງູ ແມ່ນໜຶ່ງໃນຈຳນວນວິຊາມວຍທີ່ລືຊື່ຂອງຄ້າຍມວຍບິ່ງດິ້ງ. ນັບທັງ ຄ້າຍມວຍ ຢູ່ທາງພາກໃຕ້ກ່ໍຂະຫຍາຍ ວິຊາມວຍງູ ຢ່າງແຂງແຮງ.
ຕາມທັດສະນະຂອງນັກຄົ້ນຄວ້າມວຍວິທະຍາ, ງູຖືກຈັດເຂົ້າ ໃນຈຳພວກສັດທີ່ມີອານຸພາບພິເສດ ຫາກສັດ ປະເພດອື່ນບ່ໍ ສາມາດມີໄດ້. ເມື່ອງູນອນນິ້ງຊອມເຫຍື່ອ ມັນງຽບມີດມີ່ຄືວ່າຕາຍແລ້ວ ແຕ່ຂະນະໂດດຂຶ້ນ ມາຄຸບເຫຍື່ອພັດໄວປານຟ້າ ແມບ ສະແດງໃຫ້ເຫັນເຖິງຄວາມສ້ຽມແຫຼມໃນການເຄື່ອນຍ້າຍ. ງູມີໄມ້ຕາຍ ຕ່າງໆ ໃນການຄຸບເຫຍື່ອເຊິ່ງອາດຖືວ່າແມ່ນທັກສະທີ່ມີລັກສະນະເຕັກນິກກ່ໍເປັນໄດ້ເຊັ່ນ: ການຕອດ, ຄຸບ, ພົ່ນພິດ, ກັດກິນ ຫຼື ແກວ່ງຕົວອອກມາຮັດເຫຍື່ອຈົນແໜ້ນ, ດິ້ນຫາງທັບເຫຍື່ອ. ທັງໝົດນັ້ນລ້ວນແຕ່ ໄດ້ຮັບ ການສະ ຫຼຸບຄັດເລືອກແລ້ວນຳເຂົ້າໃນວິຊາມວຍງູ ໂດຍມີການປະສານ ຢ່າງນີ້ມນວນກັນຢູ່ທັງສາມດ້ານຄື ການເຄື່ອນຍ້າຍ, ການໃຊ້ ເຄື່ອງມືອັນໃດໄປກັບແບບກົນລະຍຸດໃດ.

ທ່າບຸກທີ່ເປັນຕົວແບບທ່າໜຶ່ງຂອງມວຍງູ.

ການບຸກດ້ວຍຕີນໃນມວຍງູ ຄ້າຍຄືຫາງງູກ້ຽວແໜ້ນໃສ່ຕີນຄູ່ຕ່ໍສູ້.

ມວຍງູແມ່ນມວຍປະເພດທີ່ໜັກໄປທາງປ້ອງກັນ ແລະ ບຸກຕີ ໄວ.
ທ່າແຮງຂອງມວຍງູຕົ້ນຕໍແມ່ນຍ້ອນການອອກໝັດຢ່າງກະທັນ ຫັນດ້ວຍການນຳໃຊ້ອົ້ງມື ແລະ ຫົວນີ້ວມື.

ຄວາມຄ່ອງແຄ່ວພິກໄຫວຂອງ ທ່າ “ງູສອງຫົວ”.
ຕາຍາມໃດກ່ໍຕ້ອງມຸ້ງໄປຕາມການເຄື່ອນຍ້າຍຂອງຝາມື.
 
ການປຸກຕີ ໃນມວຍງູ ບ່ໍພຽງແຕ່ໂມ່ງໃສ່ປະເຊີນໜ້າ ຫາກຍັງສາມາດແຊກອອກທາງຂ້າງເພື່ອໂຈມຕີ.

ມວຍງູສາມາດດັບສູນຄູ່ຕ່ໍສູ້ດ້ວຍການອອກລາຍ“ຕອດ”.

ທ່າບຸກຕີດ້ວຍຕີນຢ່າງໜຶ່ງໃນມວຍງູ.

ປາບແພ້ຄູ່ຕ່ໍສູ້ພຽງດ້ວຍການປັດມືລາຍໜຶ່ງ.
ທ່າແຮງຂອງມວຍງູຕົ້ນຕໍແມ່ນການອອກໝັດຢ່າງກະທັນຫັນ ໂດຍໃຊ້ອົ້ງມື ແລະ ຫົວນີ້ວມືຄ້າຍຄືການ ຕອດເຫຍື່ອຂອງງູ. ມວຍງູນຳໃຊ້ຝາມືທັງສອງເໝືອນກັບຫົວງູ ເພື່ອຕອດ, ຜ່າ, ປັກ, ຕຳ,ເກາະ, ຄຸບ, ດຶງ, ຝັ້ນຄູ່ຕ່ໍສູ້. ມວຍງູມີໄມ້ມວຍຫຼາຍ ອັນທີ່ໃຊ້ນີ້ວມືຄື: “ຊ່າເວືອງຊວດດົ້ງ” (ໃຊ້ນີ້ວຊີ້ ແລະ ນີ້ວກາງ ເດ່ອອກ ທາງໜ້າເໝືອນດັ່ງລີ້ນງູເພື່ອຈີ້ເຂົ້າຈຸດອ່ອນຂອງຮ່າງ ກາຍຄື ຕາ, ລຳຄໍ, ສ່ວນນີ້ວຍັງເຫຼືອງັບລົງ), “ແທງຊ່າ ຕ້ວາຖູ” (ນີ້ວມືທັງໝົດພັບເຂົ້າຄືຫົວງູກະບາກຳລັງອ້ຽວໂຕບືນຂຶ້ນ, ຂ້ໍ ສອກໂຄ້ງເຂົ້າ ແລະ ແຂນຢຽດ ອອກໄປທາງໜ້າເໝືອນດັ່ງງູໂຕໜຶ່ງພ້ອມແລ້ວທີ່ຈະຊັດເຂົ້າຕາ, ລຳຄໍ), “ຖຸຍຊ່າເຖື້ອງດຽວ”  (ໃຊ້ຫົວນີ້ວມື ທັງ 5 ຈີ້ໃສ່ຄໍຫອຍ, ຂີ້ແຮ້ຂອງຄູ່ຕ່ໍສູ້)… ຍ້ອນ ເຫດນັ້ນ, ຜູ້ຝຶກມວຍງູຈຳເປັນຕ້ອງດຸໝັ່ນຫັດແອບນີ້ວມື, ຝາມື, ອົ້ງມື, ກະດູກເອນ,ຂ້ໍມືໃຫ້ມີຄວາມແຂງແກ່ນອ່ອນໄຫວຢູ່ສະ ເໝີ.
ມາໃນປັດຈຸບັນ, ເພງມວຍງູໄດ້ຮັບການຖ່າຍທອດຕົ້ນຕໍແມ່ນ ການສອນຕ່ໍປາກເທົ່ານັ້ນ, ຜ່ານໄລຍະເວລາ ເປັນຮ້ອຍປີຍິ່ງຖືກ ສູນຫາຍໄປເປັນສ່ວນໃຫຍ່. ມວຍງູແຕ່ລະເພງໂດຍແມ່ນຄ້າຍ ມວຍໜຶ່ງເປັນຜູ້ຄົ້ນຄວ້າ ແລະ ພັດທະນາຕ່າງຫາກ. ເມື່ອທຽບ ກັບມວຍປະເພດອື່ນໆ ນັ້ນ, ມວຍງູຮຽກຮ້ອງດ້ານເຕັກນິກສູງກວ່າ, “ໃນຄວາມຍານກ່ໍມີລັກສະນະເຄັ່ງ”, “ໃນທ່ານີ້ງແຕ່ກ່ໍມີຄວາມພິກໄຫວທີ່ສຸດ”, ຮ່າງຄີງເຄື່ອນເໜັງ, ວ່ອງໄວ, ຜັນແປຢ່າງເຫັນໄດ້ຍາກ, ຕາແຫຼມຄົມມືໄວ, ປຸກຕີໜີຮັບຢ່າງຂາດຂັ້ນ.
ອີກດ້ານໜຶ່ງ, ການເຝິກເອນ, ກ້າມຊີ້ນ, ຂ້ໍກະດູດ ແລະ ທ່າມວຍຕ່າງໆ ທີ່ໄດ້ຄັດເລືອກມາຈາກຈຳພວກງູ ກ່ໍເໝາະກັບວາດ ຊົງ, ຮ່າງຄີງບ່ໍໃຫຍ່ແຕ່ຄ່ອງແຄ້ວຂອງຊາວອາຊີຕາເວັນອອກ ເວົ້າລວມ ແລະ ຊາວ ຫວຽດນາມເວົ້າສະເພາະ.
ດ້ວຍຂະບວນທ່າຕ່າງໆ, ລາຍລຳເພງໃນມວຍງູມີລັກສະນະວິ ຈິດສິນສູງອັນໄດ້ເຮັດໃຫ້ມວຍງູກາຍເປັນ ເພງມວຍທີ່ເອກະລັກ ຂອງບັນດາຄ້າຍມວຍແຫ່ງຊາດຫວຽດນາມ. ການເຜີຍແຜ່ ແລະ ພົບປະແລກປ່ຽນ ລະຫວ່າງບັນດາຄ້າຍມວຍນຳກັນແມ່ນສິ່ງຈຳເປັນທີ່ສຸດ ເພື່ອຊ່ວຍໃຫ້ພວກເຮົາສາມາດອະນຸລັກຮັກ ສາໄວ້ ເຊິ່ງເພງມວຍທີ່ຫາຍາກນີ້.
ບົດ: ເງິນຮ່າ - ພາບ: ເຕີດເຊີນ
 

bichlien

ຫວຽດນາມ ເປັນເຈົ້າພາບ ຈັດການແຂ່ງຂັນ ເຈັດສກີ ມືອາຊີບ ສາກົນ ຄັ້ງທຳອິດ

ຫວຽດນາມ ເປັນເຈົ້າພາບ ຈັດການແຂ່ງຂັນ ເຈັດສກີ ມືອາຊີບ ສາກົນ ຄັ້ງທຳອິດ

ແມ່ນຈຸດໝາຍປາຍທາງແຫ່ງໃໝ່ ໃນປະຫວັດສາດ ຂອງ ການແຂ່ງຂັນ ເຈັດສກີ ມືອາຊີບສາກົນ (UIM F1H2O World Championship), ແຂວງ ບິ່ງດິ້ງ ໄດ້ເສີມຂະຫຍາຍ ຢ່າງມີປະສິດທິຜົນ ທຸກແຫຼ່ງກຳລັງແຮງ ແລະ ຄວາມສາມາດບົ່ມຊ້ອນ ເພື່ອແນໃສ່ ໂຄສະນາພາບພົດທີ່ສວຍງາມ ແລະ ຕັ້ງໜ້າອອກສູ່ສາຍຕາຊາວໂລກ.

Top