• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສິລະປະ

ວັດ ແລະ ພຸດທະສາສະໜາ ໃນພາບແຕ້ມຂອງ ເຟື້ອງຮົ່ງ

ປະຈຸບັນ, ຈິດຕະກອນເຟື້ອງຮົ່ງ ແມ່ນຜູ້ຄວ້າສະຖິຕິແຫ່ງຊາດ ໃນການປະດິດ ແຕ້ມພາບ ກ່ຽວກັບພຸດທະສາສະໜາ ຫຼາຍ ກວ່າໝູ່ ຢູ່ຫວຽດນາມ ດ້ວຍຈຳ ນວນ ພາບແຕ້ມ 5.000 ສະບັບ ນັບແຕ່ປີ 1965 ມາຮອດປະຈຸບັນ. ພາບ ແຕ້ມຂອງ ຈິດ ຕະກອນເຟື້ອງຮົ່ງ ປຽບເໝືອນຊ່ວງໜຶ່ງ ຂອງການມີຊີວິດໃນ ໂລກຈັກກະວານ ອັນ ໃຫຍ່ໂຕມະໂຫລານ ທີ່ທ່ານ ຈ່ອງດຶງໄວ້ໃນແຕ່ລະຊົ່ວ ວິບຕາ ເພື່ອບັນລະຍາຍເຖິງສິ່ງ ທີ່ເປັນຕົວຂອງຕົວເອງຕາມທັດສະນະ ຂອງ ສາສະໜາພຸດ.
 
ຈິດຕະກອນເຟື້ອງຮົ່ງເກີດປີ 1949 ຢູ່ຍາຈາງ ແຂວງແຂ໋ງ ຮ່ວາ. ເມື່ອອາຍຸ 14 ປີ, ດ້ວຍການຊີ້ແນະບອກສອນຂອງພ່ໍ ແລະ ການໃຫ້ກຳລັງໃຈ ຢ່າງສຸດຂີດ ຂອງແມ່, ເຟື້ອງຮົ່ງ ໄດ້ຈັບ ຟອຍແຕ້ມ “ກວາດ” ບາດກ້າວທຳອິດເທິງເຈັ້ຍສາ. ຫຼັງ ຈາກນັ້ນບ່ໍທັນເຖິງປີ, ທ່ານໄດ້ມີການວາງສະແດງຄັ້ງແລກ ດ້ວຍຫົວເລື່ອງ “ພະພຸດທະເຈົ້າ ໃນໂລກອ້ອມຂ້າງ” ຢູ່ ສະ ມາຄົມ ພຸດທະ ສາສະໜາແຂວງແຂ໋ງຮ່ວາ(1964) ອັນໄດ້ສ້າງ ສຽງດັງໃນວົງການສິລະປິນຢູ່ແຫ່ງນີ້. ຜົນໄດ້ຮັບ ໃນຄັ້ງນີ້ ແມ່ນພື້ນຖານຊ່ວຍ ໃຫ້ທ່ານສືບຕ່ໍເສີມສ້າງຄວາມ ສາມາດ ທີ່ມີຢູ່ຂອງຕົນກາຍ ເປັນແບບສະບັບສະເພາະ ໃນພາບແຕ້ມ ພາຍລຸນມາ.

ພາບແຕ້ມ ພະໂບເດດາດມາ ຜ່ານຟອຍແຕ້ມຂອງຈິດຕະ ກອນເຟື້ອງຮົ່ງ.

ຈິດຕະກອນເຟື້ອງຮົ່ງ ເຄີຍແຕ້ມພາບສີເທິງເຈັ້ຍສາ ແລະ ຜ້າແພ ເປັນຕົ້ນຕໍ.
 
«
          ປະຈຸບັນ, ຈິດຕະກອນ ເຟື້ອງຮົ່ງ ແມ່ນສະມາ ຊິກ ສະຖາ ບັນ ຄົ້ນຄວ້າພຸດທະ ວິທະຍາຫວຽດນາມ, ລົງ ເລິກບັນຫາວິຈິດ ຕະກຳ ພຸດທະສາສະໜາ. ແຕ່ລະປີ, ທ່ານ ລ້ວນແຕ່ ເຂົ້າຮ່ວມ ການ ວາງສະແດງ ພາບ ແຕ້ມ ເນື່ອງໃນມື້ບຸນມື້ງານທາງສາສະໜາ ພຸດຢູ່ ພາຍໃນກ່ໍຄື ຕ່າງປະເທດ ເປັນປະ ຈຳ.
  
                  »
ໄລຍະຕ່ໍມາ, ທ່ານໄດ້ ນອນດິນກິນກາງທາງ ໄປເຖິງທຸກບ່ອນ ທີ່ຕົນຄາດຈະໄດ້ ເພື່ອ ປະດິດ ແຕ້້ມພາບຢ່າງສົມປະສົງ. ສຳພາລະເດີນທາງຂອງເພິ່ນ ມີພຽງຟອຍແຕ້ມ ກັບກ່ອງມືກສອງສາມກ່ອງ, ບາງເທື່ອລາວຂຶ້ນພູ, ບາງຄາວລົງທະເລ, ເມື່ອອ່ອນເພຍ ພັດເຂົ້າວັດບວດ ແລະ ຮຽນວິປັດສະນາ… ດ້ວຍເຫດນັ້ນ, ເນື້ອໃນພາບແຕ້ມຂອງ ທ່ານຕ່າງກ່ໍເລັ່ງໃສ່ເລື່ອງພະເລື່ອງວັດ.

ຈິດຕະກອນເຟື້ອງຮົ່ງໃຫ້ຊາບວ່າ, ພະເຈົ້າໃນສາສະໜາໜຸດບ່ໍແມ່ນອີຫຍັງ ທີ່ໄກແສນ ໄກ ຫຼື ເຄ່ັງຂືມ, ພະເຈົ້າແມ່ນຢູ່ໃນດວງໃຈເຮົາ, ໂດຍແມ່ນເຮົາເອງເປັນຜູ້ສ້າງສັນ ແລະ ມີສະຕິຕື່ນຕົວ. ສຳລັບທ່ານ, ພະພຸດທະເຈົ້າປະກົດຕົວຢູ່ທົ່ວທຸກແຫ່ງ, ບ່ໍວ່າສິ່ງໃດໃນທຳມະຊາດ, ນັບແຕ່ສັດສາວາສິ່ງ ຈົນເຖິງມວນມະນຸດ ລ້ວນແຕ່ ມີສາມະນາທຳ ຂອງພະພຸດທະເຈົ້າ ຊ້ອນແຝງໄວ້. ດ້ວຍເຫດນັ້ນ, ອັນທີ່ເອີ້ນວ່າສະມະຖະໃນພາບແຕ້ມທີ່ແທ້ ມັນແມ່ນ ການທຸ້ມເທກຳລັງໃຈ ຂອງ ສະມະນະເພດ ເຂົ້າໃນພາບ ຜ່ານນັ້ນຈະນຳສົ່ງສິ່ງທີ່ເປັນ ຄວາມສຸຈະລິດ ຕາມວິຖີພຸດ ໄປ ເຖິງຜູ້ຊົມ.

ຈິດຕະກອນເຟື້ອງຮົ່ງ ເຄີຍແຕ້ມພາບດ້ວຍວັດຖຸພັນແມ່ນນ້ຳສີ ເທິງເຈັ້ຍສາ ແລະ ຜ້າແພ ເປັນຕົ້ນຕໍ. ນັ້ນອາດຈະແມ່ນຮູບ ພາບຂອງນົກໂຕນ້ອຍໆ ບິນໄປຢ່າງເສລີ ແລະ ສະຫວາດສະ ເຫວີຍກາງເວຫາ, ແມ່ນຊາຕາທີ່ລົ້ມລຸຄຸກຄານຂອງຄົນ ເຮົາ ຕ່ໍ ໜ້າການຜັນປ່ຽນນາໆປະການຂອງດິນຟ້າ, ແມ່ນຄວາມລຽບ ງ່າຍຂອງພະນາໄພ, ດວງຕາເວັນ, ແສງເດືອນ… ໂລກໃນພາບແຕ້ມຂອງເຟື້ອງຮົ່ງ ມີລັກສະນະຟົດເຟືອນໃນຄວາມນີ້ງ ແລະ ມີຊີວິດຊີວາ ຫຼື ກົງກັນຂ້າມແມ່ນຂຶ້ນກັບ ສະ ຕິຈິດໃຈຂອງກະໂຕເພິ່ນເອງ. ຜົນການປະດິດແຕ້ມຂອງເພິ່ນມີໂສມ ໜ້າອັນເປັນຂອງສະເພາະ, ນັ້ນແມ່ນຄວາມລຽບ ງ່າຍແຕ່ເລິກ ເຊິ່ງກ້ຽວກອດ ໃນຄວາມງາມມາກມາຍສີສັນ ຂອງທຳມະຊາດ, ສັດສາວາສິ່ງໃນໜ່ວຍປັດຕະພີ.

ນອກນັ້ນ, ເຟື້ອງຮົ່ງຍັງແຕ້ມພາບສີຂັດມັນ, ສີນ້ຳມັນ, ສໍສີ… ເຖິງຈະໃຊ້ວັດຖຸພັນແນວໃດ, ພາບແຕ້ມຂອງເພິ່ນກ່ໍມີລົດນິ ຍົມອ່ຽງອ່ວາຍໄປທາງສຸຈະລິດຂອງພຸດທະສາສະໜາ, ສາຍ ພົວພັນລະຫວ່າງທຳມະຊາດ ແລະ ມະນຸດ. ນັ້ນຄືຄວາມໃນ ໃຈ, ຄວາມຮູ້ບຸນຄຸນຂອງເພິ່ນຕ່ໍຊີວິດ, ຕ່ໍສາສະໜາພຸດທີ່ໄດ້ລໍ່ ລ້ຽງເຝິກຊ້ອມໃຫ້ເພິ່ນໄດ້ເປັນດັ່ງປັດຈຸບັນ. ຍ້ອນການ ມຸ້ງໄປ ເຖິງສິ່ງດີງາມ, ພາບແຕ້ມຂອງເຟື້ອງຮົ່ງ ໄດ້ເຮັດໃຫ້ຜູ້ຊົມມີຈິດ ໃຈ ສະຫວ່າງ ເບົາສະຫງົບຊຸ່ມເຢັນເປັນສຸກ.

ຕະຫຼອດຊີວິດຂອງຕົນ, ຍາມໃດ ຈິດຕະກອນເຟື້ອງຮົ່ງ ກ່ໍຈົມຢູ່ ໃນຄວາມຫຼົງໄຫຼ ກັບການແຕ້ມ ແລະ ສະມາທິວິທະຍາ. ໃນໄວ 66, ເພິ່ນຍັງໝົກໝຸ່ນກັບການແຕ້ມ ຢ່າງບ່ໍພັກບ່ໍເຊົາ, ແຕ້ມທັງ ໃນເວລາເຈັບເປັນ, ແຕ້ມຈົນກະທັ້ງລືມກິນ, ລືມນອນ, ແຕ້ມ ຮອດເມື່ອໃດບ່ໍອາດແຕ້ມໄດ້ຈຶ່ງປະຟອຍແຕ້ມ. ພາບແຕ້ມ ຂອງເພິ່ນໄດ້ນຳໄປວາງ ສະແດງ  ຢູ່ແຂວງ ຕ່າງໆ ເກືອບທັງໝົດແຂວງ ນະຄອນພາຍໃນປະເທດ ແລະ ຍັງໄດ້ສົ່ງໄປວາງ ສະແດງຢູ່ອາເມລິກາ, ອົສຕາລີ, ການາດາ, ຮົງກົງ, ລັດເຊຍ, ຍີ່ປຸ່ນ, ສະວິດ… ແລະ ເຂົ້າຮ່ວມການວາງສະແດງຢູ່ລາວ, ກຳປູເຈຍ, ໄທ… ອາດເວົ້າໄດ້ວ່າ, ນັ້ນແມ່ນການເດີນທາງທີ່ບ່ໍມີ ຍາມສິ້ນສຸດ ຂອງມະໂນຈິດ. ຫຼັງການວາງສະແດງແຕ່ລະຄັ້ງ, ເພິ່ນມັກສະຫງວນລາຍຮັບ ເປັນສ່ວນໃຫຍ່ໃຫ້ແກ່ກິດຈະການກຸສົນຕ່າງໆ .
 
ຜົນການແຕ້ມແຕ່ງທີ່ໂດດເດັ່ນຈຳນວນໜຶ່ງ ຂອງຈິດຕະ ກອນເຟື້ອງຮົ່ງ:















 
ບົດ: ໂດ້ວັນ - ພາບ: ຫງວຽນລວນ

bichlien

ກາຈໍ້າ ມັງກອນ ທີ່ເປັນເອກະລັກຂອງບ້ານ ບາດຈ່າງ

ກາຈໍ້າ ມັງກອນ ທີ່ເປັນເອກະລັກຂອງບ້ານ ບາດຈ່າງ

ບັນດານາຍຊ່າງ ຂອງ ໝູ່ບ້ານ ​ເຄື່ອງ​ປັ້ນດິນ​ເຜົາ ​ບາດຈ່າງ (ເມືອງ ຢາເລີມ - ຮ່າ​ໂນ້ຍ) ​ໄດ້​ຮັບ​ແຮງ​ບັນດານ​ໃຈ​ຈາກ​ ກາຈໍ້າ ຮ່ວາງເດ໋ ຈີບ໋າວ  (ກາຈໍ້າ ຂອງ ມະຫາກະສັດ) ທີ່​ຫາ​ກໍ່​ນຳ​ມາ​ຈາກ ຝຣັ່ງ ​ເພື່ອ​ປະດິດ, ສ້າງ​ເປັນ ກາຈໍ້າ ​ມັງ ກອນ ​ຟອກຄຳ ​ທີ່​ເປັນ​ເອກະລັກ​ສະ​ເພາະ ​ເພື່ອ​ຮັບ​ໃຊ້​ຄວາມ​ຕ້ອງການ ​ຂອງ​ ປະຊາຊົນ ​ໃນ​ປີ ມະໂລງ 2024.

Top