• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສາລະຄະດີ

ຢ້ຽມຢາມຖິ່ນຂັບລຳພື້ນເມືອງ ວີ໋, ຢ້ຳ

     ເມື່ອວັນທີ 27 ພະຈິກ 2014, ທີ່ນະຄອນຫຼວງປາຣີ, ປະເທດ ຝຣັ່ງ, ຂັບລຳພື້ນເມືອງ ວີ໋, ຢ້ຳ ເງ້ຕິ້ງ ໄດ້ຖືກອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳຂອງສະຫະປະຊາຊາດ ຢູແນັສ ໂກ (UNESCO) ຮັບຮອງເປັນມໍລະດົກວັດທະນະ ທຳທີ່ບໍ່ມີຕົວຕົນຂອງມະນຸດຢ່າງເປັນທາງການ. ນີ້ແມ່ມມໍ ລະດົກວັດທະນະທຳບໍ່ມີຕົວຕົນທີ 9 ຂອງຫວຽດນາມທີ່ໄດ້ ຮັບການເຊີດຊູໃນເວທີສາກົນ. 
«
      ຂັບລຳພື້ນເມືອງ ວີ໋, ຢ້ຳ ແມ່ນແບບຮ້ອງເພງທີ່ ບໍ່ມີດົນຕີ ປະກອບ ຊຶ່ງໄດ້ປະດິດຄິດແຕ່ງຂຶ້ນຈາກຂະບວນວິວັດຂອງ ການອອກແຮງງານ ແລະ ການດຳລົງຊີວິດປະຈຳວັນຕົວຈິງ ຂອງ ປະຊາຊົນແຂວງຮ່າຕິ້ງ ແລະ ແຂວງເງ້ອານ. ເຂົາເຈົ້າ ຂັບລຳ ໃນເວລາກ່ອມລູກນອນ, ເມື່ອເວລາເຮັດວຽກຢູ່ທົ່ງນາ, ພາຍເຮືອ ຫຼື ຂະນະທີ່ຕຳ່ຫູກທໍໄໝ ແລະ ຕຳເຂົ້າ… ດ້ວຍເຫດ ນັ້ນ, ການຂັບລຳແບບນີ້ຈິ່ງໄດ້ໃສ່ຊື່ ຕາມລັກສະນະຂອງການ ອອກແຮງງານ ແລະ ການດຳລົງຊີວິດເຊັ່ນ: ຂັບວີ໋ເຟື່ອງຫວາຍ (ສະມາຄົມ ຜ້າແພ), ວີ໋ເຟື່ອງນ໋ອນ(ສະມາຄົມກຸບ), ສະມາຄົມ ກຸ່ຍ(ສະມາຄົມຟືນ), ວີ໋ແຈ່ວນອນ (ໄຕ່ພູ), ວີ໋ດໍ່ເດືອ (ພາຍເຮືອ), ຢ້ຳຣູ (ກ່ອມ), ຢ້ຳເກ໊(ເລົ່າ), ຢ້ຳຄວຽນ (ບອກສອນ). ການຂັບລຳສອງແບບນີ້ ເຄີຍຮ້ອງປະສານກັນ, ດັ່ງນັ້ນຈຶ່ງ ມີຊື່ ລວມວ່າ ຂັບລຳພື້ນເມືອງວີ໋, ຢ້ຳ. 
»
     ຂັບລຳພື້ນເມືອງ ວີ໋, ຢ້ຳ ມີພະລັງຊີວິດອັນແຮງກ້າ. ມັນບໍ່ພຽງ ແຕ່ຄົງຕົວໃນອະດີດເທົ່ານັ້ນ ຫາກມາຮອດປັດຈຸບັນ ຍັງ ມີ ການພັດທະນາຢ່າງບໍ່ຢຸດຢັ້ງ ໃນດວງໃຈຂອງປະຊາຊົນ ແຂວງ ເງ້ອານ ແລະ ແຂວງຮ່າຕິ້ງ. ນັ້ນກໍເປັນ ເຫດຜົນທີ່ປະ ຊາຊົນ ສອງແຂວງນີ້ ມີຄຳເວົ້າທີ່ລືຊື່ວ່າ: “ເມື່ອໃດຜູ້ຄົນ ເງ້ອານສູນເສຍນ້ຳສຽງຂອງຕົນ ແມ່ນເມື່ອນັ້ນຈິ່ງຈະສູນເສຍ ສຽງຂັບລຳພື້ນເມືອງ ວີ໋, ຢ້ຳ ໄດ້”.

     ພາຍຫຼັງການຂັບລຳພື້ນເມືອງ ວີ໋, ຢ້ຳ ໄດ້ຮັບນາມມະຍົດຈາກ ຢູແນັສໂກ ຢ່າງເປັນທາງການບໍ່ດົນ, ພວກຂ້າພະເຈົ້າໄດ້ໄປ ແຂວງເງ້ອານ, “ຖິ່ນຂັບລຳພື້ນເມືອງ ວີ໋, ຢ້ຳ” ເພື່ອຄົ້ນຫາ ຄຸນລັກສະນະພິເສດຂອງສິລະປະການຂັບລຳດັ່ງກ່າວ. 

1. ໃນເວລາ 6 ໂມງເຊົ້າ ຂອງວັນໜຶ່ງທີ່ອາກາດໜາວຈັດ, ພວກຂ້າພະເຈົ້າໄດ້ອອກຈາກຮ່າໂນ້ຍ, ເດີນທາງ ໄປຍັງ “ຖິ່ນ ວີ໋, ຢ້ຳ”. ຈຸດໝາຍທຳອິດຂອງພວກຂ້າພະເຈົ້າ ແມ່ນໄປ ຕາແສງ ກິມລຽນ, ເມືອງ ນາມດ່ານ, ແຂວງ ເງ້ອານ ຊຶ່ງເປັນບ້ານເກີດເມືອງນອນ ຂອງທ່ານປະທານ ໂຮ່ຈີມິນ. ສະຖານທີ່ແຫ່ງນີ້ເປັນໜຶ່ງໃນຈຳນວນຖິ່ນ ທີ່ມີຂະບວນການ ຂັບລຳພື້ນເມືອງ ວີ໋, ຢ້ຳ ພັດທະນາ ຢ່າງແຂງແຮງທີ່ສຸດ ທັງເປັນບ່ອນກຳເນີດ ຂອງທຳນອງ ວີ໋ເຟື່ອງຫວາຍ, ຊຶ່ງເປັນ ໜຶ່ງໃນຈຳນວນທຳນອງເພງ ທີ່ມີຊື່ສຽງໂດ່ງດັງຂອງການ ຂັບລຳພື້ນເມືອງ ວີ໋, ຢຳ້ ເງ້ຕິ້ງ.

      ຕ້ອນຮັບຄະນະຂອງພວກຂ້າພະເຈົ້າ ແມ່ນທ່ານ ຈິ້ງຮືງມິນ, ພະນັກງານຮັບຜິດຊອບດ້ານວັດທະນະທຳຂອງເມືອງ ນາມ ດ່ານ. ຜູ້ກ່ຽວເປັນຄົນແຕ່ງເນື້ອເພງ ເກືອບໝົດທຸກບົດຂອງ ບົດເພງພື້ນເມືອງ ວີ໋, ຢ້ຳ ໃຫ້ແກ່ ບັນດາສະໂມສອນ ຢູ່ໃນ ເຂດນັ້ນ . ທ່ານມິນ ໄດ້ພາພວກຂ້າພະເຈົ້າ ໄປເຮືອນບູຮານ ຫຼັງໜຶ່ງ ທີ່ມີອາຍຸເຖິງຮ້ອຍປີ ຊຶ່ງເປັນບ່ອນດຳເນີນຊີວິດ ທາງ ດ້ານວັດທະນຳທຳປະຈຳຂອງສະມາຊິກ ປະມານ 30 ຄົນເຄື່ອນໄຫວ ໃນສະໂມສອນ ວີ໋ເຟື່ອງຫວາຍ ກິມລຽນ(ຢູ່ບ້ານຫວາຍ, ຕາແສງ ກິມລຽນ). 

ສະມາຊິກສອງຄົນຂອງສະໂມສອນເພງພື້ນເມືອງ ວີ໋, ຢ້ຳ ນາມແທງ(ເມືອງນາມດ່ານ, ແຂວງເງ້ອານ) ຄື
ອ້າຍ ເຈີ່ນກົງເຊີນ ແລະ ເອື້ອຍຟ້າມທິຍ່ານ ພວມຮ້ອງລ​ຳ​ແບບ ຖາມຕອບ ກ້ຽວສາລາສີ
ໃນຫຼັງເຮືອນທີ່ເກົ່າແກ່ທີສຸດ ຂອງຕາແສງ ຊຶ່ງເປັນສະຖານທີ່ດຳເນີນຊີວິດເປັນປະຈຳ
ຂອງສະໂມສອນ. ພາບ: ຈ້ອງຈິ໋ງ/VNP


ຈຸດພິເສດຂອງຂັບລຳພື້ນເມືອງ ວີ໋, ຢ້ຳ ແມ່ນສະໜິດຕິດພັນ ຢ່າງໃກ້ຊິດ ກັບການສະແດງອອກ, ດັ່ງນັ້ນ ເມື່ອຮັບຊົມ ການສະແດງສິລະປະນີ້ ທ່ານຜູ້ຊົມບໍ່ພຽງແຕ່ຈະຮູ້ສຶກໄດ້ເຖິງ ຄວາມມ່ວນທີ່ຈັບໃຈ ຂອງເນື້ອເພງ ແລະ ນຳ້ສຽງ ຂອງຜູ້ເປັນ ສິລະປິນເທົ່ານັ້ນ ຫາກຍັງສາມາດເຫັນໄດ້ຮູບພາບຂອງ ການ ອອກແຮງງານໃນຊີວິດປະຈຳວັນຂອງຜູ້ສະແດງອີກດ້ວຍ. ພາບ: ຫວຽດເກື່ອງ/VNP

ບັນດາສະມາຊິກຂອງສະໂມສອນຂັບລຳພື້ນເມືອງ ວີ໋, ຢ້ຳ ນາມແທງ ພວມເຝິກແອບລາຍການສະແດງໃໝ່. ພາບ: ຈ້ອງຈິ໋ງ/VNP

ການຂັບລຳພື້ນເມືອງ ວີ໋, ຢ້ຳ ເຄີຍໄດ້ໃສ່ຊື່ ຕາມບັນດາຮູບແບບການອອກແຮງງານ ແລະ ໃຊ້ຊີວິດໃນປະຈຳວັນເຊັ່ນ:   ກ່ອມລູກນອນ, ຕຳ່ຫູກທໍໄໝ, ປູກເຂົ້າ, ການນັດພົບ, ງານບຸນຕ່າງໆ… ພາບ: ຈ້ອງຈິ໋ງ/VNP

ບັນດານັກສິລະປິນຂອງສະໂມສອນ ວີ໋ເຟື່ອງຫວາຍ ກິມລຽນ ພ້ອມກັນກັບພວກນ້ອງນັກຮຽນ ໂຮງຮຽນປະຖົມ ລ່າງແຊນ
ຮ້ອງບົດເພງ “ພາຍເຮືອ”. ພາບ: ຫວຽດເກື່ອງ/VNP


ເອື້ອຍຄູ ເລທິບິກຖຸຍ ແນະນຳໃຫ້ພວກນ້ອງນັກຮຽນໃນ ໂຮງຮຽນປະຖົມ ລ່າງແຊນ ຂັບລຳ ວີ໋, ຢ້ຳ
ໃນໂມງຮຽນນອກຫຼັກສູດ. ພາບ: ຈ້ອງຈິ໋ງ/VNP


ໃນໂມງຮຽນດົນຕີຂອງນັກຮຽນ ມ 3, ໂຮງຮຽນມັດທະຍົມຕອນຕົ້ນ, ເອື້ອຍຄູ ຫງວຽນທິມາຍລານ ສອນ ວິທີຮ້ອງເພງ ວີ໋, ຢ້ຳ ໃຫ້ພວກນ້ອງນັກຮຽນ ແທນບົດເພງສະໄໝໃໝ່. ພາບ: ຫວຽດເກື່ອງ/VNP
      ຢູ່ທີ່ນີ້, ພວກຂ້າພະເຈົ້າໄດ້ພົບນັກສິລະປິນເກົ່າແກ່ ເຈີ່ນວັນຕື. ເຖິງວ່າໃນໄວ 80 ປີ ແລ້ວກໍຕາມ ແຕ່ເພິ່ນຍັງຈົດຈຳ ແຕ່ລະ ຄຳ, ແຕ່ລະປະໂຫຍກ   ໃນບົດເພງ ເກົ່າ ຂອງ ວີ໋ເຟື່ອງຫວາຍ ແລະ ປະຫວັດຄວາມເປັນມາ ຢ່າງຈະແຈ້ງ ແລະ ຊັດເຈນ. ຕາມນັກສິລະປິນ ຕືແລ້ວ, ແຕ່ກ່ອນ, ຊຸມບ່າວສາວ ຂອງ ໝູ່ບ້ານ ຕ່າງກໍ ຂັບ ວີ໋ເຟື່ອງຫວາຍໄດ້ ຍ້ອນວ່າ ມັນຄ້າຍຄື ການຮ້ອງເພງແບບ ໂອ້ລົມກັນ, ຖາມຕອບກັນ ຢ່າງສະຫຼາດ ສະຫຼຽວ ລະຫວ່າງຫມູ່ຍິງ-ຫມູ່ຊາຍ ໃນໝູ່ບ້ານ ຕຳ່ຫູກທໍໄໝ. ເຂົາເຈົ້າທັງເຮັດວຽກ ທັງຮ້ອງເພງ ເພື່ອເພີ່ມຄວາມມ່ວນຊື່ນ ກັບຊີວິດ, ກັບການອອກແຮງງານ ແລະ ມີຄວາມເຊື່ອໝັ້ນ ຕໍ່ອະນາຄົດ. ມີຄູ່ບ່າວສາວຫຼາຍຄົນ ກໍໄດ້ກາຍເປັນຄູ່ ຜົວເມຍ ກັນຈາກ ການຂັບ ວີ໋ເຟື່ອງຫວາຍດັ່ງກ່າວ. 

     ຈຸດທີ່ພົ້ນເດັ່ນຂອງການຂັບ ວີ໋ເຟື່ອງຫວາຍ ນັ້ນແມ່ນການ ໃຊ້ປັນຍາອັນສຽບແຫຼມ ແລະ ມີຄວາມຮັກທີ່ເລິກຊຶ້ງ ໃນເນື້ອ ເພງ ແລະ ທຳນອງສຽງ. ທ່ານຕືໃຫ້ຮູ້ວ່າ, ແຕ່ຄາວຍັງນ້ອຍ, ລຸງໂຮ່ກໍມັກໄປນຳຜູ້ໃຫຍ່ໃນເຂດ ໄປຟັງ ການຂັບ ວີ໋ເຟື່ອງ ຫວາຍ. ນີ້ແມ່ນ ສິ່ງດົນໃຈ ໃຫ້ນັກດົນຕີ ອານທວຽນ ປະດິດ ແຕ່ງຂຶ້ນບົດເພງ ທີ່ມີຊື່ສຽງໂດ່ງດັງຄື: “ຟັງສຽງ ຂັບລຳພື້ນ ເມືອງໃນຍາມຄຳ່ຄືນຄິດເຖິງລຸງໂຮ່” ຊຶ່ງຕອນ ໜຶ່ງມີເນື້ອເພງ ວ່າ: “ລຸງໄປນຳໝູ່ນັກຮ້ອງ ເພື່ອຟັງຂັບລຳ, ຈ້ອນສົ້ງຂຶ້ນເທິງ ຫົວເຂົ່າ, ຢືນຢູ່ຫົວເດີ່ນບ້ານ…”.

     ປັດຈຸບັນ, ເຖິງວ່າອາຊີບຕຳ່ຫູກທໍໄໝແບບຫັດຖະກຳຢູ່ ນາມ ດ່ານ ບໍ່ຄົງຕົວອີກແລ້ວ ແຕ່ຂັບລຳພື້ນເມືອງ ວີ໋, ຢ້ຳ ຍັງຮັກ ສາໄວ້ຄືເກົ່າ. ເພື່ອເປັນການພິສູດ, ທ່ານມິນໄດ້ພາ ພວກຂ້າ ພະເຈົ້າໄປຢ້ຽມຢາມໂຮງຮຽນ ມັດທະຍົມຕອນຕົ້ນ ກິມລຽນ. ໃນຊົ່ວໂມງຮຽນດົນຕີຂອງພວກນັກຮຽນຫ້ອງ ມໍ 3, ເອື້ອຍຄູ ຫງວຽນທິມາຍລານ ໄດ້ສອນວິທີຂັບລຳວີ໋ ຢ້ຳ ໃຫ້ພວກນ້ອງ ນັກຮຽນ, ແທນທີ່ບົດເພງຂອງສະໄໝໃໝ່. ດ້ວຍເຫດນັ້ນ, ບັນ ດາບົດເພງພື້ນເມືອງ ຈ່ຶງຄ່ອຍໆເຊື່ອມຊືມ ເລິກເຂົ້າໄປໃນ ດວງໃຈຂອງພວກຊາວໜຸ່ມທ້ອງຖິ່ນນັ້ນ. ພວກຂ້າພະເຈົ້າ ກໍຮູ້ແລ້ວວ່າ, ປັດຈຸບັນ,ໂຮງຮຽນທຸກໆແຫ່ງ ຢູ່ນາມດ່ານໄດ້ນຳ ເອົາການ ຂັບລຳພື້ນເມືອງ ເຂົ້າໃນຊົ່ວໂມງຮຽນ ທັງໃນ ແລະ ນອກຫຼັກສູດຮຽນ. 

2.  ວັນທີສອງຂອງການເດີນທາງເຖິງ “ຖິ່ນ ວີ໋, ຢ້ຳ”, ພວກຂ້າພະເຈົ້າໄປເມືອງ ແທງເຈືອງ ຊຶ່ງເປັນສະຖານທີ່ ມີຊື່ ສຽງ ໂດ່ງດັງ ກັບທຳນອງ ວີ໋ເຟື່ອງນ້ອນ ທີ່ເປັນການຂັບ ໃນລັກ ສະນະທົ່ວໄປ, ລຽບງ່າຍ ແຕ່ສ້າງແຫຼ່ງອາລົມທີ່ຂຶ້ນໃຈ.

       ຢູ່ ແທງເຈືອງ ມີສະໂມສອນຂັບລຳ ວີ໋, ຢ້ຳ ຫງອກເຊີນ ຊຶ່ງ ເປັນຫນ່ວຍງານທີ່ມີຜົນງານໃຫຍ່ຫຼວງ ໃນການຟື້ນຟູເວທີ ສະແດງຂອງບັນດາຫມູ່ບ້ານ, ຂັບລຳພື້ນເມືອງ ວີ໋, ຢ້ຳ ເພື່ອ ກະກຽມເອກະສານ ຍື່ນຕໍ່ອົງການ ຢູແນັສໂກ. 

ບົດເພງ “ວີ໋ເມື່ຍເຈົ່າ” ເປັນໜຶ່ງໃນບັນດາທຳນອງເປັນທີ່ນິຍົມ ຂັບ ຫຼາຍຕາມເຂດຕ່າງໆ
ຂອງປະຊາຊົນແຂວງ ເງ້ອານ. ພາບ: ຈ້ອງຈິ໋ງ/VNP


ບັນດາສະມາຊິກໃນສະໂມສອນຂັບລຳພື້ນເມືອງ ວີ໋, ຢ້ຳ ທ່ານງອກເຊີນ ພວມເຝິກແອບລາຍການສະແດງ “ວີ໋ເຟື່ອງນ໋ອນ” ເພື່ອກະກຽມໃຫ້ແກ່ພິທີສະຫລອງຂັບລຳພື້ນເມືອງ ວີ໋, ຢ້ຳ ເງ້ຕິ້ງເປັນ “ມໍລະດົກວັດທະນະທຳທີ່ບໍ່ມີຕົວຕົນ” ຂອງມະນຸດ ຊຶ່ງໄດ້ຈັດຕັ້ງຂຶ້ນໃນວັນທີ 31 ມັງກອນ ປີ 2015. ພາບ: ຫວຽດເກື່ອງ/VNP

ເອື້ອຍ ຟຸ່ງທິຕິ່ງ, ຫວໍທີມາຍ, ຫວໍທິເວີນ ຂອງສະໂມສອນຂັບລຳ ພື້ນເມືອງ ວີ໋, ຢຳ້ ຫງອກເຊີນ(ຕາແສງຫງອກເຊີນ, ເມືອງແທງເຈືອງ, ແຂວງເງ້ອານ) ສະແດງທຳນອງຂັບ ວີ໋, ຢ້ຳ ຢູ່ທົ່ງສາລີ. ພາບ: ຈ້ອງຈິ໋ງ/VNP
 
«
          ປະຈຸບັນ, ຂັບລຳພື້ນເມືອງ ວີ໋ຢ້ຳ ກຳລັງໄດ້ຮັບການແຜ່ຂະ ຫຍາຍຢ່າງກວ້າງຂວາງ ຢູ່ສອງແຂວງ ເງ້ອານ ແລະ ຮ່າຕິ້ງ. ປະຈຸບັນທັງສອງແຂວງມີກວ່າສະໂມສອນຂັບລຳ ວີ໋, ຢ້ຳ100, ແຫ່ງ, ມີນັກສິລະປິນ 803 ຄົນ ແລະ ສະມາຊິກ 2000 ກວ່າ ຄົນເຂົ້າຮ່ວມເຄື່ອນໄຫວໃນສະໂມສອນ. 
»
       ພວກຂ້າພະເຈົ້າມາສະໂມສອນ ກົງກັບຊ່ວງເວລາ ບັນດາ ນັກ ຮ້ອງ ກຳລັງສຸມໃສ່ກັບການເຝິກສ້ອມກະກຽມພິທີຮັບ ໃບຮັບ ຮອງຂັບລຳພື້ນເມືອງ ວີ໋, ຢ້ຳ ເປັນມໍລະດົກ ວັດທະນະທຳ ທີ່ບໍ່ມີຕົວຕົນຂອງມະນຸດ ຈາກ ຢູແນັກໂກ ຊຶ່ງໄດ້ຮັບການຈັດ ຂຶ້ນ ໂດຍອຳນາດການປົກຄອງແຂວງ ເງ້ອານ ແລະ ຮ່າຕິ້ງ ໃນວັນທີ 31 ມັງກອນຜ່ານມາ. ທ່ານນາງ ຫວໍທິເວີນ, ຜູ້ຮັບ ຜິດຊອບສະໂມສອນໃຫ້ຮູ້ວ່າ, ລາວເອງ ແລະ ທ່ານ ຫວູຈ້ອງ ຖິ່ນ, ເປັນນັກດົນຕີຂອງສະໂມສອນ ຮັບຜິດຊອບ ດ້ານກະ ກຽມລາຍການສະແດງໂດຍກົງ, ເລີ່ມແຕ່ການຈັດເວທີ ຕະ ຫຼອດຮອດການຂຽນເນື້ອເພງໃໝ່ອີກດ້ວຍ.

     ເຖິງແມ່ນວ່າຫາກໍໄດ້ຮັບການສ້າງຕັ້ງ ເປັນເວລາ 5 ປີ, ແຕ່ມາ ຮອດປັດຈຸບັນ, ສະໂມສອນ ໄດ້ມີສະມາຊິກ 40 ກວ່າຄົນ ແລະ ຮັກສາການເຄື່ອນໄຫວ 2 ຄັ້ງ ຕໍ່ອາທິດ. ເມື່ອປີ 2014, ທ່ານນາງ ຫວໍທິເວີນ ໄດ້ຮັບຮອງເປັນນັກສິລະປິນດີເດັ່ນ ເນື່ອງຈາກມີການປະກອບສ່ວນຫຼວງຫຼາຍ ໃນຂະບວນ ການພັດທະນາ ຂັບລຳ ພື້ນເມືອງ ວີ໋, ຢ້ຳ ຂອງທ້ອງຖິ່ນ.

     ທ່ານນາງເວີນໄດ້ລົມກັບພວກຂ້າພະເຈົ້າ ດ້ວຍຄວາມ ສະ ອື້ນ ໃຈວ່າ: “ຜ່ານການລໍຄອຍມາເປັນເວລາ ຫຼາຍປີ, ເມື່ອໄດ້ ຮັບຂ່າວ ການຂັບລຳພື້ນເມືອງ ວີ໋, ຢ້ຳ ຂອງບ້ານຕົນເອງ ໄດ້ ຮັບຮອງເປັນມໍລະດົກໂລກ, ຂ້າພະເຈົ້າອົດກັ້ນນ້ຳຕາ ບໍ່ໄດ້ ຍ້ອນມີຄວາມດີໃຈ ແລະ ມີຄວາມສຸກຫລາຍທີ່ສຸດ. 

3.   ວັນທີສາມ, ພວກຂ້າພະເຈົ້າໄດ້ກັບຄືນນະຄອນ ວິງ ເພື່ອ ສືບຕໍ່ການເດີນທາງກັບມາ “ຖິ່ນ ວີ໋, ຢ້ຳ” ຂອງຕົນ.

      ຢູ່ນະຄອນ ວິງ, ພວກຂ້າພະເຈົ້າ ໄດ້ພົບ ນັກສິລະປິນປະຊາ ຊົນຊື່ ຮົ່ງລື້ວ, ຮອງຜູ້ອຳນວຍການສູນອະນຸລັກ ແລະ ພັດທະ ນາ ຂັບລຳພື້ນເມືອງເຂດ ເງ້ອານ. ທ່ານ ຮົ່ງລື້ວ ເປັນໜຶ່ງ ໃນ ຈຳນວນນັກສິລະປິນ ທີ່ມີຜົນງານຫຼວງຫຼາຍ ໃນ ການ ອະນຸ ລັກຮັກສາ ແລະ ພັດທະນາການຂັບລຳພື້ນເມືອງ ວີ໋, ຢ້ຳ.

     ຕາມທ່ານ ຮົ່ງລື້ວແລ້ວ, ການນຳເພງຂັບລຳພື້ນເມືອງ ວີ໋, ຢ້ຳ ເຂົ້າໃນເວທີສະແດງ ແມ່ນທິດທາງທີ່ ມີຄວາມໝາຍສຳຄັນ ເປັນຢ່າງຍິ່ງ. ຍັງຈຳໄດ້ວ່າ, ເມື່ອປີ 1970, ບົດລະຄອນລຳ ທີ່ໃສ່ຊື່ວ່າ: “ບໍ່ແມ່ນຂ້າພະເຈົ້າ” ຂອງຄະນະສິລະປະຂັບລຳ ພື້ນເມືອງ ເງ້ຕິ້ງ ອອກສູ່ສາຍຕາ ໃນໝູ່ມະຫາຊົນ ເປັນຄັ້ງ ທຳອິດ ໄດ້ຮັບການສະໜັບສະໜູນຢ່າງສຸດໃຈ ຈາກທ່ານ ຜູ້ຊົມ, ເປັນຂີດໝາຍ ການກຳເນີດຂອງລະຄອນແບບໃໝ່ ຊຶ່ງໄດ້ປັບປຸງ ຈາກເພງ ວີ໋, ຢ້ຳ  ໃຫ້ກາຍເປັນ ບົດລະຄອນລຳ. ຫລັງຈາກນັ້ນມາ, ມີບົດລະຄອນລຳທີ່ ມີຊື່ສຽງໂດ່ງດັງອີກ ຫຼາຍບົດ ໄດ້ສືບຕໍ່ ຈັດເວທີ ແລະ ສະແດງ ຄື: “ນາງສາວ ແມ່ນ້ຳ ລາມ”, “ຄຳເວົ້າຂອງເພິ່ນ, ຄຳເວົ້າຂອງປະເທດຊາດ ບ້ານເມືອງ”… ໃນນັ້ນ, ບົດລະຄອນລຳ: “ຄຳເວົ້າຂອງຄົນ, ຄຳເວົ້າຂອງປະເທດຊາດບ້ານເມືອງ” ໄດ້ຮັບການສະແດງເຖິງ 1000 ກວ່າຄັ້ງ ຢູ່ທີ່ຫຼາຍແຫ່ງ ທັງພາຍໃນແຂວງ ແລະ ຕ່າງ ແຂວງ  

ລີລາຕ່າງໆທີ່ພັນລະນາວຽກງານຂອງຊາວກະສິກອນ ຄື: ສະນ້ຳ, ວຽກໄຮ່ການນາ… ໄດ້ຊ່ວຍໃຫ້ລາຍການສະແດງ “ວີ໋ເຟື່ອງໄກ໋” ຂອງສະໂມສອນຂັບລຳພື້ນເມືອງ ວີ໋, ຢ້ຳ ວິງເຕິນ (ນະຄອນ ວິງ, ເງ້ອານ) ສ້າງຄວາມປະທັບໃຈເປັນພິເສດຕໍ່ທ່ານຜູ້ຊົມ ເວລາເຂົ້າຮ່ວມງານມະໂຫລານສິລະປະມະຫາຊົນ ຂອງແຂວງ. ພາບ: ຫວຽດເກື່ອງ/VNP


ໃນວຽກງານອະນຸລັກຮັກສາ ແລະ ເສີມຂະຫຍາຍ ຂັບລຳພື້ນເມືອງ ວີ໋, ຢ້ຳແລ້ວ, ຄຽງຄູ່ກັບເນື້ອໃນຂອງບົດເພງ, ຮູບພາບ ແລະ ສິ່ງແວດລ້ອມ ການສະແດງ ກໍໄດ້ຖືວ່າເປັນໜຶ່ງໃນບັນ ດາປັດໃຈທີ່ສຳຄັນທີ່ສຸດ. ພາບ: ຈ້ອງຈິ໋ງ/VNP

ບັນດານັກສິລະປິນຂອງສູນອະນຸລັກຮັກສາ ແລະ ພັດທະນາການຂັບລຳພື້ນເມືອງແຂວງ ເງ້ອານ
ສະແດງທຳນອງ “ວີ໋ແມ່ນ້ຳລາມ” ທີ່ສາຍແມ່ນ້ຳລາມ. ພາບ: ສີມິນ




ງານມະໂຫລານ “ຂັບລຳພື້ນເມືອງ ວີ໋, ຢ້ຳ ແຂວງເງ້ອານ ເປັນວັນບຸນປາງໃຫຍ່, ໄດ້ຮັບການຈັດຕັ້ງຂຶ້ນໃນແຕ່ລະປີ ຈາກແຂວງເງ້ອານ ແລະ ຮ່າຕິ້ງ ແນໃສ່ເພື່ອເຊີດຊູຄຸນຄ່າຂອງຂັບລຳພື້ນເມືອງ ວີ໋, ຢ້ຳ. ພາບ: ສີມິນ
       ໄປພ້ອມໆກັບການດັດແປງທຳນອງຂັບລຳພື້ນເມືອງ ວີ໋, ຢ້ຳ ມາເປັນຮູບແບບ ລະຄອນລຳ ສະແດງເທິງເວທີແລ້ວ, ອຳ ນາດການປົກຄອງ ຂອງສອງແຂວງ ເງ້ອານ ແລະ ຮ່າຕິ້ງ ຍັງປະສານສົມທົບກັນ ຈັດຕັ້ງຫຼາຍຮູບແບບ ໃນການອະນຸລັກ ຮັກສາ ແລະ ພັດທະນາ ຂັບລຳພື້ນເມືອງ ວີ໋, ຢ້ຳຄື: ຈັດ ຕັ້ງງານແຂ່ງຂັນຮ້ອງເພງ ພື້ນເມືອງ ວີ໋, ຢ້ຳ; ນຳເອົາຂັບ ລຳພື້ນເມືອງ ເຂົ້າຫລັກສູດໃນໂຮງຮຽນ; ຈຳໜ່າຍ ວາລະ ສານ, ປຶ້ມ, ເທບ ກ່ຽວກັບຂັບລຳພື້ນເມືອງ ເພື່ອຈຸດປະສົງ ໂຄສະນາ ເຜີຍແຜ່.

        ເໝືອນກັນກັບວ່າ, ວິຖີການດຳລົງຊີວິດ ຢ່າງຂະມັກ ຂະ ເຫມັ້ນ ຢູ່ຕົວເມືອງ ຈະເຮັດໃຫ້ຜູ້ຄົນບໍ່ສົນໃຈເຖິງສິລະປະການຮ້ອງ, ການຂັບລຳພື້ນເມືອງ, ແຕ່ຢູ່ນະຄອນ ວິງ ຍັງມີ ສະໂມສອນຂັບລຳພື້ນເມືອງ ວີ໋, ຢ້ຳ  ຊຶ່ງໄດ້ຮັບການພັດ ນະນາຢ່າງຕັ້ງຫນ້າທີ່ສຸດ. ຕົວຢ່າງເຊັ່ນ: ສະໂມສອນຂັບລຳ ພື້ນເມືອງ ບ້ານ ວິງເຕີນ ມີສະມາຊິກປະມານ 40 ກວ່າຄົນ ແລະ ໃນນັ້ນ ສ່ວນຫຼາຍແມ່ນລັດຖະກອນ, ໃນເວລາສະແດງ ລະຄອນລຳ, ເຂົາເຈົ້າແຕ່ງຕົວເປັນຊາວກະສິກອນ ດັ່ງຜູ້ມີ ຄວາມຊຳນານ ກັບວຽກໄຮ່ການນາ.

        ເບິ່ງຊຸມຜູ້ບ່າວຜູ້ສາວ ເປືອຍຕີນຂາວນວນ ລຸ້ຍຕົມ ດຳນາ, ໄຖ ນາ ຢ່າງວ່ອງໄວເປັນຈັງຫວະຕາມທຳນອງ ຂັບ ລຳພື້ນ ເມືອງ ວີ໋ເຟື່ອງໄກ໋ ບໍ່ຕ່າງຫຍັງກັບຊາວນາຕົວຈິງ ຈຶ່ງເຫັນໄດ້ວ່າ ຄວາມມັກຮັກຫມົດຈິດຫມົດໃຈ ຂອງ ຊາວນະຄອນວິງ ທີ່ມີຕໍ່ ການຂັບລຳພື້ນເມືອງ ວີ໋, ຢ້ຳ.

      ທ່ານນາງ ຫງວຽນແທງເວີນ, ຜູ້ຮັບຜິດຊອບສະໂມສອນ ວິງເຕີນ ໃຫ້ຮູ້ວ່າ, ເຖິງແມ່ນວ່າຫາກໍຮັບການສ້າງຕັ້ງຂຶ້ນ ເມື່ອ ປີ 2011 ກໍຕາມ ແຕ່ສະໂມສອນໄດ້ມີສະມາຊິກ 40 ກວ່າ ຄົນ, ຜູ້ມີອາຍຸນ້ອຍສຸດແມ່ນ ສາວນ້ອຍ ຈ່າມີອາຍຸ 7 ປີ ແລະ ຜູ້ມີ ອາຍຸສູງສຸດແມ່ນ ພະນັກງານຜູ້ໜຶ່ງໄດ້ອອກກິນເບ້ຍບຳ ນານແລ້ວ ປີນີ້ອາຍຸ 70 ກວ່າປີແລ້ວ.

     ເຖິງແມ່ນວ່າ ຢູ່ ເງ້ອານ, ບ້ານເກີດຂອງ ທຳນອງຂັບລຳ ພື້ນເມືອງ ວີ໋, ຢ້ຳ ໄດ້ພຽງສາມວັນກໍຕາມ ແຕ່ ພວກຂ້າພະເຈົ້າ ສາມາດເຫັນໄດ້ ຄວາມຮັກຫອມພິເສດ ຂອງຜູ້ຄົນຊາວທ້ອງ ຖິ່ນ ທີ່ຍັງສະຫງວນ ມູນມໍລະດົກພິເສດດັ່ງກ່າວນີ້ໄວ້. ນີ້ຄືຫລັກຖານທີ່ເຮັດໃຫ້ ພວກຂ້າພະເຈົ້າເຊື່ອໝັ້ນວ່າ, ພ້ອມ ກັນກັບແມ່ນ້ຳລາມ, ພູຮົ່ງ, ສຽງຂັບລຳພື້ນເມືອງ ວີ໋, ຢ້ຳ ຈະຍືນຍົງເປັນຄູ່ຄຽງກັບ ຊາວແຂວງເງ້ອານ ແລະ ຮ່າຕິ້ງ ຕະຫຼອດໄປ. 

9 ມໍລະດົກວັດທະນະທຳທີ່ບໍ່ມີຕົວຕົນຂອງມະນຸດ ຂອງຫວຽດນາມ

1. ຂັບລຳພື້ນເມືອງ ວີ໋, ຢ້ຳ ເງ້ຕິ້ງ(ປີ 2014).

2. “ເດ່ີນກາຕ່າຍຕື໊ພາກໃຕ້” (ປີ 2013).

3. ຄວາມເຊື່ອຖືໃນການສັກກະລະບູຊາເຈົ້າຊີວິດຮຸ່ງເວືອງ (ປີ 2012).
4. ຂັບຊວານຝູ໋ຖໍ້(ປີ 2011).

5. ປາງບຸນຢ໋ອງ ຢູ່ວິຫານ ຟູ່ໂດງ ແລະ ວິຫານ ຊ໋ອກ(ປີ 2010).
6. ຂັບກາຈູ່(ປີ 2009).

7. ຂັບກວານຫໍ້(ປີ 2009).

8. ພາບວັດທະນະທຳກົ່ງຈຽງ ໄຕງວຽນ(ປີ 2008).

9. ດົນຕີໃນລາຊະວັງ ເຫວ້. (ປີ 2008).
 
ບົດ: ຖາວວີ - ພາບ: ຈ້ອງຈິ໋ງ, ຫວຽດເກື່ອງ, ສີມິນ
 

bichlien

ດ້ຽນບຽນ - ສູນການທ່ອງທ່ຽວແຫ່ງໃໝ່ ຂອງ ພາກ ຕາເວັນຕົກສ່ຽງເໜືອ

ດ້ຽນບຽນ - ສູນການທ່ອງທ່ຽວແຫ່ງໃໝ່ ຂອງ ພາກ ຕາເວັນຕົກສ່ຽງເໜືອ

ເມື່ອ 70 ປີກ່ອນ, ຊື່ ດ້ຽນບຽນ ໄດ້ປະກົດຂຶ້ນ ຢ່າງສະຫວ່າງສະໄຫວ ໃນແຜນທີ່ໂລກ ດ້ວຍໄຊຊະນະ ປະຫວັດສາດ ດ້ຽນບຽນຝູ ທີ່ “ສະໜັ່ນຟ້າ ສະເທືອນດິນ” (ວັນທີ 07/5/1954 – ວັນທີ 07/5/2024). ປັດຈຸບັນ, ດ້ຽນບຽນ ເປັນທ່ີຮູ້ວ່າ ແມ່ນສູນການທ່ອງທ່ຽວ ທີ່ພົ້ນເດັ່ນແຫ່ງໃໝ່ ຂອງ ພາກຕາເວັນຕົກສ່ຽງເໜືອ ດ້ວຍທ່າແຮງ ດ້ານການທ່ອງທ່ຽວ ປະຫວັດສາດ-ວັດທະນະທຳທາງໃຈ, ທ່ອງທ່ຽວຊີວະພາບ, ສຳຫຼວດທິວທັດທຳມະຊາດ ແລະ ທ່ອງທ່ຽວ ພັກຜ່ອນເພື່ອ ສຸຂະພາບ, ບັນເທິີງ ແລະ ການດູແລສຸຂະພາບ.

Top