• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄົ້ນພົບ

ພິທີໄຫວ້ບູຊາເທວະດາຟ້າແຖນຂອງຊາວບ້ານ ມໂນງ

ພິທີໄຫວ້ບູຊາເທວະດາຟ້າແຖນຊອງຊາວເຜົ່າ ມໂນງ ໄດ້ຈັດຂຶ້ນ ເພື່ອວິງວອນຂໍໃຫ້ຝົນຟ້າອາກາດເອື້ອຍອຳນວຍ, ຜົນລະປູກມາກມາຍ, ຫຼີກລ້ຽງເຄາະບັງເອີນ, ໄພພິບັດ ໃຫ້ແກ່ຊາວບ້ານ. ຕາມປົກກະຕິ, ພິທີດັ່ງກ່າວຈະໄດ້ຈັດຂຶ້ນໃນໄລຍະທ້າຍເດືອນສາມ, ຕົ້ນເດືອນສີ່ຕາມຈັນທະປະຕິທິນ ແລະ ນີ້ເປັນໜຶ່ງໃນບັນດາພິທີດຳລົງຊີວິດ ທີ່ສຳຄັນທີສຸດຂອງຊາວ ມໂນງ ໃນປີ.
ໃນຕອນເຊົ້າ, ຊາວບ້ານທຸກໆ ຄົນໄດ້ເຕົ້າໂຮມກັນ ພ້ອມກັບເຈົ້າບ້ານຫ້າງຫາກະກຽມເຄື່ອງຖະຫວາຍ. ເຄື່ອງຖະຫວາຍເພື່ອໄຫວ້ບູຊາເທວະດາຟ້າແຖນລວມມີ: ເຂົ້າສານ,  ເຂົ້າຕົ້ມ, ດອກໝາກໄມ້, ຊີ້ນ ແລະ ເຫຼົ້າໄຫ. ນອກຈາກນັ້ນ ເຂົາເຈົ້າກໍ່ກະກຽມເຄື່ອງປະຕິບັດພິທີລວມມີ: ທຽນ, ເສືອໂຕໜຶ່ງ ທີ່ເຮັດດ້ວຍໄມ້, ງາຊ້າງຄູ່ໜຶ່ງ, ເຂົາແຮດໜ່ວຍໜຶ່ງທີ່ເຮັດດ້ວຍໄມ້.
 
ຫຼັງຈາກວຽກງານກະກຽມໄດ້ສຳເລັດແລ້ວ, ເຈົ້າບ້ານຈະເປົ່າສະໃນຮວດໜຶ່ງເພື່ອປະກາດວ່າ ພິທີໄຫວ້ບູຊາເທວະດາ ຟ້າແຖນເລີ່ມຕົ້ນແລ້ວ. ເຈົ້າບ້ານຈະພາຊາວບ້ານໝົດທຸກຄົນອອກໄປຫາປະຕູບ້ານເພື່ອປະຕິບັດພິທີສຳຄັນທີ່ສຸດ.ທີ່ນີ້, ຕໍ່ໜ້າຮ້ານບູຊາທີ່ໄດ້ໄວ້ເຄື່ອງຖະຫວາຍ, ເຈົ້າບ້ານຈະ ຕາງໜ້າໃຫ້ຊາວບ້ານໝົດທຸກຄົນ ປະຕິບັດພິທີພາວະນາຮ້ອງຂໍ.

ພິທີໄຫວ້ບູຊາເທວະດາຟ້າແຖນ ໄດ້ເລີ່ມຕົ້ນພາຍຫຼັງການ ເປົ່າສະໃນຮວດໜຶ່ງຂອງເຈົ້າບ້ານ. 
 

ເຈົ້າບ້ານກະກຽມການປະຕິບັດພິທີໄຫວ້ບູຊາເທວະດາຟ້າແທນທີ່ປະຕູບ້ານ. 


ຊາວ ມໂນງ ກະກຽມການປະຕິບັດພິທີສຳຄັນທີ່ສຸດທີ່ ປະຕູບ້ານ. 


ເຈົ້າບ້ານນຳໜ້າວົງການຕີຄ້ອງເປີດສາກໃຫ້ງານບຸນ.


ຕັບໝູໄດ້ນຳໃຊ້ເປັນເຄື່ອງຖະຫວາຍໃຫ້ແກ່ບັນດາເທວະດາຟ້າແຖນ.


ພິທີດັ່ງກ່າວຈະໄດ້ຈັດຂຶ້ນໃນໄລຍະທ້າຍເດືອນສາມ, ຕົ້ນເດືອນສີ່ຕາມຈັນທະປະຕິທິນ.
 

ນອກຈາກບັນດາເຄື່ອງຖະຫວາຍໃຫ້ແກ່ບັນດາເທວະດາຟ້າແຖນ, ບັນດາເຄື່ອງຂອງທ່ີໄດ້ນຳໃຊ້ເພື່ອປະຕິບັດພິທີກໍ່ໄດ້
ຊາວ ມໂນງ ກະກຽມ ແລະ ເອົາມາເຂດດຳເນີນພິທີ. 



ໂຕເສືອທີ່ເຮັດດ້ວຍໄມ້ ໄດ້ນຳໃຊ້ໃນພິທີ ມີຄວາມໝາຍປັດໄລ່ເຄາະບັງເອີນ.


ພິທີໄຫວ້ບູຊາຈະໄດ້ປະຕິບັດຢູ່ຕໍ່ໜ້າຕົ້ນ ເນວ. 


ຍິງສາວເຜົ່າ ມໂນງ ຫຼາຍຄົນພວມສະແດງບັນດາຈັງຫວະຟ້ອນເພື່ອຂໍໃຫ້ຢູ່ດີມີສຸກ.


ເຄື່ອງເສບດົນຕີຂອງແມ່ຍິງເຜົ່າ ມໂນງ ສະແດງທີ່ງານບູນ.


ຊາວບ້ານທຸກຄົນພາກັນດື່ມເຫຼົ້າໄຫ.

ກ່ອນອື່ນໝົດ, ເຈົ້າບ້ານຈະປະສົມເລືອດໝູກັບເຫຼົ້າແລ້ວສັກຕັບໝູ 3 ປ່ຽງໃສ່ໄມ້ສຽບໄມ້ໜຶ່ງແລ້ວປັກຂຶ້ນໄຫເຫຼົ້າ. ໃນເວລາທີ່ເຄັ່ງຂຶ້ນທີ່ສູດ, ໝົດທຸກຄົນຍົກມືຂຶ້ນໃນສຽງຮ້ອງຂໍຂອງ ເຈົ້າບ້ານ. ຄຳພາວະນາຮ້ອງຂໍໃຫ້ຝົນຟ້າອາກາດເອື້ອຍອຳນວຍ, ຜົນລະປູກມາກມາຍ, ຫຼີກລ້ຽງເຄາະບັງເອີນ, ໄພພິບັດໃຫ້ແກ່ຊາວບ້ານທຸກໆ ເວລາຂອງປີ.
 
ພາຍຫຼັງພິທີໄຫວ້ບູຊາເທວະດາຟ້າແຖນທີ່ປະຕູບ້ານ, ຊາວບ້ານໝົດທຸກຄົນຈະກັບໄປຫາເດີ່ນບ້ານທີ່ມີຕົ້ນ ເນວ. ສຳລັບຊາວເຜົ່າ ມໂນງ, ຕົ້ນ ເນວ ແມ່ນຂົວເຊື່ອມຕໍ່ລະຫວ່າງໝູ່ບ້ານກັບເທວະດາຟ້າແຖນທຸກທ່ານ. ຊາວບ້ານໝົດທຸກຄົນຈະຢືນອ້ອມຮອບຕົ້ນ ເນວ ແລະ ພ້ອມກັນປະຕິບັດພິທີໄຫວ້ບູຊາເທວະດາຟ້າແຖນອີກເທື່ອໜຶ່ງ. ຫຼັງຈາກນັ້ນ ເຂົາເຈົ້າຈະເອົາເຫຼົ້າປະສົມກັບເລືອດໝູ ທາໃສ່ຫຼັງຄາເຮືອນ, ຝາຜະໜັງ ຂອງເຮືອນໝົດທຸກຄົນຢູ່ໃນບ້ານ. ພິທີດັ່ງກ່າວມີຄວາມໝາຍວ່າເພື່ອປັດໄລ່ເຄາະບັງເອີນມາຍັງຊາວບ້ານໝົດທຸກຄົນໃນໝູ່ບ້ານແຫ່ງນີ້.

ຈົບພິທີດັ່ງກ່າວແມ່ນຈະມາເຖິງພາກສ່ວນງານບຸນ. ບັນດາຄູ່ບ່າວສາວຊາວ ມໂນງ ພາກັນຟ້ອນລຳພາຍໃຕ້ ສຽງຄ້ອງທີ່ຄືກຄັກມ່ວນຊື່ນ. ບັນດາຈັງຫວະຟ້ອນດັ່ງກ່າວ ໄດ້ເປີດສາກໃຫ້ແກ່ບັນດາການເຄື່ອນໄຫວທີ່ຟົດຟື້ນໃນງານບຸນ ຈະແກ່ຍາວຈົນໝົດມື້ ໝົດຄືນຂອງວັນບຸນໄຫວ້ບູຊາເທວະດາຟ້າແຖນຂອງຊາວເຜົ່າ ມໂນງ.

ປະຕິບັດໂດຍ: ຫວຽດເກື່ອງ

ເທດສະການ ນາງຮາຍ ຂອງ ຊາວເຜົ່າ ໄຕ່

ເທດສະການ ນາງຮາຍ ຂອງ ຊາວເຜົ່າ ໄຕ່

ຕັ້ງຢູ່ທາງພາກເໜືອຂອງ ຫວຽດນາມ, ກາວບັ່ງ ມີຄວາມ ພາກພູມໃຈ ໄດ້ເປັນດິນແດນ ທ່ີອະນຸລັກຮັກສາຄຸນຄ່າ ທາງວັດທະນະທຳ ພື້ນເມືອງ ທີ່ເປັນເອກະລັກຫຼາຍຢ່າງ ຂອງ ວົງຄະນາຍາດ ບັນດາເຜົ່າສ່ວນໜ້ອຍ. ໃນຈຳນວນນັ້ນ, ເທດສະການ ນາງຮາຍ (ນາງ ພະຈັນ) ຢູ່ຕາແສງ ຕຽນແທ່ງ, ແຂວງ ກາວບັ່ງ ແມ່ນຈຸດພົ້ນເດັ່ນ ເນື່ອງຈາກວ່າ ມີລັກສະນະ ທີ່ເຕັມໄປດ້ວຍ ສີສັນວັດທະນະທຳ ທີ່ເປັນເອກະລັກ ຂອງ ຊາວເຜົ່າ ໄຕ່. ເທດສະການ ໄດ້ຈັດຂຶ້ນ ເພື່ອສະແດງຄວາມຮູ້ ບຸນຄຸນ, ເຄົາລົບທຳມະຊາດ ແລະ ອະທິດຖານ ໃຫ້ພືດຜົນລະປູກ ອຸດົມສົມບູນ. 

Top