• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

ພະລັງຈິດທີ່ເຫຼືອເຊື່ອຂອງຄູມວຍຂາດຽວ

ຍ້ອນຖືກອຸປະຕິເຫດເມື່ອອາຍຸ 21 ປີ ຕ້ອງໄດ້ຕັດຂາເບື້ອງຊ້າຍ ກາຍຫົວເຂົ່າ, ຄິດວ່າທ່ານ ຕ້າແອງຢູ້ງ ຈະຍອມກົ້ມຫົວຕ່ໍຊາຕາ ກຳ, ແຕ່ດ້ວຍເຈດຈຳນົງ ແລະ ພະລັງຈິດທີ່ເຫຼືອເຊື່ອ ຂອງຜູ້ທີ່ມີ ຄວາມຫຼົງໄຫຼກັບກິລາມວຍ, ທ່ານໄດ້ສືບຕ່ໍໄປຕາມ ຄວາມໃຝ່ຝັນ  ແລະ ໄດ້ກາຍເປັນນາຍຄູມວຍຜູ້ໜຶ່ງ ທີ່ສ້າງຊື່ສຽງໃຫ້ແກ່ ຄ້າຍມວຍກິມເກໄຕເຊີນຍ້ານ.
ຄູມວຍ ຕ້າແອງຢຸ້ງ ກຳເນີດຂຶ້ນໃນຄອບຄົວທີ່ມີມູນເຊື້ອ ການ ເຝິກມວຍຢູ່ນະຄອນໂຮ່ຈີມິນ. ພ່ໍຂອງທ່ານແມ່ນຄູມວຍ ຕ້າແອ໋ງ ດັງ ຊື່ລັບແມ່ນ ແອ໋ງສ້າງ ເຄີຍໄດ້ຂຶ້ນສັງວຽນມວຍ ສະໄໝ ລ່າເມືອງຂຶ້ນຝຣັ່ງ. ເມື່ອອາຍຸໄດ້ 4 ປີ, ຕ້າແອງຢຸ້ງ ກໍໄດ້ຮັບຜູ້ເປັນພ່ໍເຝິກທ່າມວຍອັນເປັນພື້ນຖານຕ່າງໆຄື: ໃນທ່າການຈັ້ງ ຕົວ, ການເຄື່ອນຍ້າຍ, ແອບບົດເຝິກມວຍພື້ນຖານ ແລະ ມວຍປະເພນີຫວຽດນາມ.

ເມື່ອເຂົ້າຮຽນປະຖົມ, ທີ່ໂຮງຮຽນເປີດການສອນເທັກກວນໂດ, ທ່ານໄດ້ຈົດທະບຽນເຂົ້າຮຽນນຳ. ຍ້ອນຢາກຊອກຮູ້ຮຽນເພີ່ມ ກ່ຽວກັບຂະບວນທ່າມວຍຈາກຄ້າຍອື່ນເພື່ອຊອກຫາໃຫ້ໄດ້ຈຸດ ດີຈຸດອ່ອນ ກໍຄືວິທີການດັດປັບ ສະນັ້ນເວລາຮຽນຢູ່ຊັ້ນມັດທະ ຍົມຕອນຕົ້ນ, ທ່ານໄດ້ຮຽນເພີ່ມວິຊາມວຍອາກິໂດ(ຍີ່ປຸ່ນ) ແລະ ມວຍ ຖ້ຽວເລີມ(ຈີນ).

ແປວໄຟແຫ່ງຄວາມກະຕືລືລົ້ນທີ່ພວມລຸກຂຶ້ນສູງສຸດ ແຕ່ແລ້ວ ພັດຖືກດັບມອດລົງດ້ວຍອຸປະຕິເຫດຈຳຕ້ອງເສຍຂາໄປເບື້ອງໜຶ່ງໃນໄລຍະທີ່ອາຍຸຍັງໜຸ່ມແໜ້ນ. ຫວນຄິດຄືນອາດີດ, ທ່ານໄຂຄວາມໃນໃຈວ່າ: “ຄວາມມຸ້ງມາດປາຖະໜາ ແລະ ຄວາມຝັນຂອງຂ້າພະເຈົ້າ ຖືກດັບມອດລົງຢ່າງສິ້ນເຊີງ. ການໄປມາ, ການເຄື່ອນໄຫວໃນຊີວິດສ່ວນຕົວດ້ວຍຂາເບື້ອງດຽວກໍຍາກແລ້ວ, ຈະເວົ້າຫຍັງອີກກັບການຮຽນມວຍ”. ແຕ່ດ້ວຍຄວາມມັກຮັກກັບມວຍ ພ້ອມກັບການລະດົມສົ່ງເສີມຂອງຄອບຄົວ ໄດ້ຊ່ວຍໃຫ້ທ່ານຕັ້ງສະຕິຄືນໃໝ່ ແລະ ຄ່ອຍໆຟື້ນຟູສຸຂະພາບແລ້ວສືບຕ່ໍຕາມທາງວິຊາຊີບມວຍດ້ວຍວິທີການທີ່ມີຄວາມຄິດປະດິດສ້າງເພື່ອໃຫ້ເໝາະສົມກັບຈຸດດ້ອຍ ດ້ານຮ່າງກາຍຕົນ.


ຄູມວຍຕ້າແອງຢຸ້ງສະແດງບົດ “ດົກລືເທືອງ”- ໜຶ່ງໃນ ຈຳນວນ ຂະບວນທ່າຫຼັກ 10 ບົດໃນລະບົບມວຍປະເພນີຫວຽດນາມ.


ຄູມວຍຕ້າແອງຢຸ້ງສາມາດຈັ້ງຕົວ ຫຼື ເຄື່ອນຍ້າຍດ້ວຍຂາດຽວ ເປັນເວລາຫຼາຍຊົ່ວໂມງ.


ເຖິງວ່າມີພຽງຂາດຽວແຕ່ທ່ານກໍ່ສາມາດນຳໃຊ້ອາວຸດຍຸດທະພັນ ຫຼາຍປະເພດຕ່າງກັນໄດ້ຢ່າງຊຳນານ.


ແຕ່ລະມື້, ຄູມວຍຕ້າແອງຢຸ້ງຕ້ອງຕື່ນແຕ່ 5 ໂມງເຊົ້າເພື່ອໄປ ສົ່ງໜັງສືພິມເຖິງເມືອງ 5, ເມືອງ 6, ເຂດຕະຫຼາດບິ່ງໄຕ, ເຈີ້ ເລີ້ນເພື່ອຫາລ້ຽງຊີບ.


ທ່ານຢຸ້ງຍາດແຍ່ງເວລາຕອນສວຍເພື່ອເຝິກແອບກາຍະພາບທີ່ ສູນກິລາກາຍຍະເມືອງ 5.


ທ່ານຢຸ້ງປະຕິບັດການເຝິກຊ້ອມທ່າຕ່າງໆ ຊ່ວຍໜູນໃຫ້ແກ່ ກ້າມຊີ້ນແຂນ, ແອວ, ໜ້າ ທ້ອງ… ຢ່າງເປັນແບບແຜນ ແລະ ຊຳນານທີ່ສຸດ.


ຍົກກ້າມເພື່ອເຝິກກ້າມຊີ້ນຂາຂວາ.
 
ເພື່ອຮັກສາຄວາມດຸນດ້ວຍຂາດຽວ, ທ່ານໄດ້ເຝິກແອບດ້ວຍ ການຢືນໃນທ່າຈັ້ງເປັນຫຼາຍຊົ່ວໂມລຽນຕິດ, ເຝິກຂຶ້ນຂັ້ນໄດ ດ້ວຍໄມ້ຄ້ອນເທົ້າ, ແບກຫາບນ້ຳໜັກເມື່ອໄປການ. ນອກນັ້ນ, ທ່ານຍັງຫຼິ້ນປິງປອງເລື້ອຍໆ, ລອຍນ້ຳເພື່ອເຝິກຝົນການຕອບ ຮັບ ກໍຄືກຳລັງແຮງຂອງກ້າມແຂນ.

ດ້ວຍການເຝິກແອບຢ່າງບ່ໍຢຸດບ່ໍເຊົາ, ໃນທີ່ສຸດທ່ານສາມາດເປັນ ເຈົ້າຮ່າງກາຍຂອງຕົນທີ່ມີພຽງຂາທີ່ເຫລືອຂອງຕົນ. ເພື່ອຕາມເສັ້ນທາງອາຊີບເປັນນັກມວຍ, ທ່ານໄປຮຽນວິຊາມວຍກີມ ເກໄຕເຊີນຍ້ານ ຂອງອາຈານ ດັ້ງວັນແອງ. ເນື່ອງຈາກວ່າບ່ໍສາ ອາດນຳໃຊ້ມວຍແບບເຕະ, ສະນັ້ນ ທ່ານຈິ່ງສຸມໃສ່ການ ຊ້ອມ ມວຍດ້ວຍວິທີການຈັ້ງ, ການໃຊ້ມື, ໃຊ້ຈິດຕະ ແລະໃຊ້ ແຂນ ສອກ, ຫົວເຂ່ົາໃຫ້ຖະໜັດ. ຂະນະທີ່ເຝິກຊ້ອມ, ທ່ານຍັງ ຊອກ ຫາວິທີໃຊ້ຈຸດອ່ອນທາງຕີນໃຫ້ກາຍເປັນຈຸດຊັກນຳ ອັນໄດ້ ເຮັດໃຫ້ຄູ່ຕ່ໍສູ້ເຜີຕົວ ແລະ ມີ ຊ່ອງວ່າງແລ້ວ ຫາທາງອອກໝັດ ໃຫ້ເຫມາະສົມ.

ນອກຈາກນັ້ນ, ຄູມວຍຜູ້ນີ້ຍັງປະດິດສ້າງຂະບວນທ່າມວຍ ຕ່າງໆ ສຳລັບຕົນເອງຄື: ການໃຊ້ໄມ້ຄ້ອນເທົ້າຮັບມີດຊຸຍ, ໃຊ້ ໄມ້ຄ້ຳ, ໄມ້ກະບອງສອງຕອນ, ສາມຕອນ… ທັງເພື່ອປ້ອງກັນ ຕົວທັງໄດ້ແນະນຳໃຫ້ຜູ້ອື່ນທີ່ເສຍອົງຄະຮ່າງກາຍຄືກັບຕົນເອງ.

ພາຍຫຼັງ 30 ປີກວ່າທີ່ໝົກໝົ້ນກັບການເຝິກຊ້ອມກັບອາຊີບມວຍ, ບັດນີ້, ຕ້າແອງຢຸ້ງໄດ້ກາຍເປັນຄູມວຍແຖວໜ້າໃນວົງການມວຍຫວຽດນາມ, ເປັນທີ່ຮູ້ຈັກກັນແຜ່ຫຼາຍ ແລະ ໄດ້ ຮັບຄວາມນິຍົມຊົມຊອບເມື່ອກ່າວເຖິງທ່ານ “ຄູມວຍຂາດຽວ”. ຄະຕິເຕືອນໃຈຂອງທ່ານແມ່ນ: “ຊີວິດຍິ່ງຫຍຸ້ງຍາກພຽງໃດເຮົາຍິ່ງຕ້ອງພະຍາຍາມຜ່ານຜ່າ ແລະ ຢືນຢັນຄວາມຫຼົງໄຫຼ ຂອງຕົນເອງ”.

ແຕ່ລະມື້, ທ່ານຕ້ອງຕື່ນແຕ່ 5 ໂມງເຊົ້າເພື່ອໄປສົ່ງໜັງສືພິມ ເຖິງເມືອງ 5, ເມືອງ 6, ເຂດຕະຫຼາດບິ່ງໄຕ, ເຈີ້ເລີ້ນເພື່ອຫາ ລ້ຽງຊີບ.  ຕອນຄ່ຳ, ທ່ານຜັດປ່ຽນໄປເຝິກມວຍ 2 ແຫ່ງໂຮງ ຮຽນມັດ ທະຍົມຕອນຕົ້ນ ຫຼີ້ຟອງ (ເມືອງ 5) ແລະ ສາລາຫຽບ ເອີນ (ເມືອງ 8). ນອກຈາກສອນມວຍປະເພນີ, ທ່ານຍັງມີ ຄວາມຊຳນິຊຳນານກິລາ ປະເພດຕ່າງໆເຊັ່ນ: Boxing, ມວຍ ໄທ ແລະ Pencak Silat, ປະກອບສ່ວນເຝິກສ້າງລູກມວຍທີ່ເປັນຕົວແທນໃຫ້ທີມລຸ້ນ ໄວໜຸ່ມນະຄອນເຂົ້າຮ່ວມ ງານແຂ່ງ ຂັນຫຼາຍປະເພດໃນພາກພື້ນ ແລະ ຍາດໄດ້ລາງວັນຂັ້ນສູງ. ລູກທັງ 4 ຄົນຂອງທ່ານຕ່າງກໍປະສົບຜົນສຳເລັດ ແລະ ມີຊີວິດ ການເປັນຢູ່ປົກກະຕິດີ. ມີພຽງລູກ ສາວຜູ້ທີສອງຊື່ ຕ້າມິງຕູ້ຈິງ ໄດ້ກາຍເປັນຜູ້ສືບທອດອາຊີບຂອງພ່ໍເປັນຄູນັກມວຍຍິງ./.


ຄູມວຍຕ້າແອງຢຸ້ງແນະນຳບົດ “ກິມເກໄຕເຊີນຍ້ານ” ທີ່  ຫ້ອງຮຽນມວຍຂອງໂຮງຮຽນມັດທະຍົມຕອນຕົ້ນຫຼີ້ຟອງ-ເມືອງ5


ບັນດາລູກສິດດຸໝັ່ນ ແລະ ພາກພຽນເຝິກແອບ ພາຍໃຕ້ການ ຊີ້ນຳ ຂອງທ່ານຢຸ້ງ.


ຄູມວຍພ້ອມລູກສາວຕ້າມິງຕູ້ຈິງ (ອາຍຸ 31 ປີ)ທຳການປະຄັບ ປະຄອງລູກສິດເຝິກແອບ.


ແນະນຳການແອບທ່າບຸກໃຫ້ລູກສິດ.


ແນະນຳທ່າຈັ້ງໃຫ້ແກ່ລູກສິດ.


ລູກມວຍຫຼາຍຄົນຫຼັ່ງໄຫຼໄປຮຽນຍ້ອນນິຍົມຄວາມສາມາດ ແລະ ພະລັງຈິດຂອງຄູມວຍຕ້າແອງຢຸ້ງ. 
 
ບົດ: ເຊີນເງ້ຍ - ພາບ:  ຫງວຽນລວນ

ນັກສິລະປິນ ລະນາດຫີນ ອາຮີວນ

ນັກສິລະປິນ ລະນາດຫີນ ອາຮີວນ

ອາຮີວນ ບໍ່ໄດ້ຮຽນດົນຕີໃນໂຮງຮຽນໃດ, ບໍ່ໄດ້ຮັບການສິດສອນ ຈາກໃຜ, ແຕ່ຍ້ອນສຽງ ເຕີຣຶງ, ຕີງນິງ, ກະນີ, ລະນາດຫີນ... ຄືດັ່ງເວດມົນ ທີ່ບໍ່ມີຕົວຕົນ ດຶງດູດຫົວໃຈ ຂອງ ລາວ, ປຸກແປວໄພ ແຫ່ງຄວາມຫຼົງໄຫຼ ແລ້ວນຳພາ ໃຫ້ລາວ ກາຍເປັນນັກສິລະປິນ ໜຸ່ມດີເດັ່ນ ທີ່ສາມາດປະດິດສ້າງ ແລະ ຫຼິ້ນເຄື່ອງດົນຕີ ບູຮານທຸກປະເພດ ຂອງ ຊາວເຜົ່າ ຢາຣາຍ.

Top