• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

ຜູ້ອຳນວຍການໃຫຍ່ Vinamilk - ໜຶ່ງໃນຈຳນວນ ນັກທຸລະກິດຍິງ 50 ຄົນ ທີ່ມີອິດທິພົນ ທີ່ສຸດ ອາຊີ

ນັກທຸລະກິດຍິງ ມາຍກ່ຽວລຽນ, ປະທານສະພາບໍລິຫານ ທັງເປັນ ຜູ້ອຳນວຍ ການໃຫຍ່ ບໍລິສັດຫຸ້ນສ່ວນ ນ້ຳນົມຫ ວຽດນາມ (Vinamilk) ໄດ້ຮັບເລືອກ ເປັນໜຶ່ງໃນຈຳນວນ ນັກທຸລະກິດ ຍິງ 50 ຄົນ ທີ່ມີອິດທິພົນ ທີ່ສຸດ ອາຊີ ຈາກ ວາລະສານ Forber (ວາລະສານແຖວໜ້າຂອງອາເມລິກາ ເລືອກເຟັ້ນ ສະ ເພາະ ບຸກຄົນທີ່ມີຊື່ສຽງ ແລະ ຊົງອິດທິພົນຢູ່ໃນໂລກ). ວາລະສານ Forber ໄດ້ເຊີດຊູລາວ ເໝືອນດັ່ງ ຜູ້ອຳນວຍການໃຫຍ່ຜູ້ໜຶ່ງ ທີ່ ຂະຫຍັນຂັນແຂງ ໄດ້ ເຮັດໃຫ້ ບໍລິສັດກາຍເປັນ ວິສາຫະກິດ ຫຼັກແຫຼ່ງ ຂອງພື້ນຖານເສດຖະກິດ ຫວຽດນາມ ແລະ ກໍ່ສ້າງ Vinamilk ບໍ່ພຽງແຕ່ ເປັນໜຶ່ງໃນບັນດາ ເຄື່ອງ ໝາຍ ການຄ້າ ຂອງຫວຽດນາມ ທີ່ມີລາຍຮັບສູງສຸດເທົ່ານັ້ນ ຫາກຍັງໄດ້ຮັບ ຄວາມເຄົາລົບນັບຖື ໃນທົ່ວ ທະວີບອາຊີອີກດ້ວຍ.
 
ທ່ານນາງ ມາຍກ່ຽວລຽນ ເກີດປີ 1953 ທີ່ປະເທດຝຣັ່ງ ແລະ ຮຽນຈົບຈາກ ຂະແໜງການປຸ້ງແຕ່ງຊີ້ນ ແລະ ນ້ຳນົມ ມະຫາ ວິທະຍາໄລມົສກູ(ສະໄໝ ສ.ໂຊວ໋ຽດເກ່ົາ) ເມື່ອປີ 1976. ກັບເມືອ ບ້ານເກີດເມືອງນອນ, ລາວໄດ້ເຮັດວຽກ ເປັນ ນັກວິສະວະກອນ ຢູ່ບໍລິສັດນ້ຳນົມຂຸ້ນ ແລະ ກາເຟພາກໃຕ້ (ແມ່ນຕົ້ນກຳເນີດຂອງ Vinamilk) ແລະ ໄດ້ມີການປະກອບ ສ່ວນ ຢ່າງຫຼວງຫຼາຍ ເຂົ້າໃນວຽກງານ ຫັນວິສາຫະກິດລ້າຫຼັງນີ້ ເປັນທັນສະໄໝ.

ຈາກນັກວິສະວະກອນຜູ້ໜຶ່ງ, ລາວໄດ້ຮັບເລື່ອນຊັ້ນຢ່າງໄວວາຄື ເປັນຫົວໜ້າຜຽນ ແລ້ວ ຮອງຜູ້ອຳນວຍການເຕັກນິກ, ຮອງ ຜູ້ອຳນວຍການໃຫຍ່ ແລະ ກາຍເປັນ ຜູ້ອຳນວຍການໃຫຍ່ Vinamilk ແຕ່ປີ 1992 ມາເຖິງປັດຈຸບັນ. ຫຼັງຈາກ ການ ຫັນເປັນ ຫຸ້ນສ່ວນ Vinamilk ໃນເມື່ອປີ 2003, ລາວດຳລົງຕຳແໜ່ງ ເປັນປະທານ ສະພາບໍລິຫານ ຂອງບໍລິສັດ.
 
ທ່ານນາງ ມາຍກ່ຽວລຽນ, ປະທານສະພາຄຸ້ມຄອງ ແລະ CEO ຂອງ Vinamilk ເມື່ອເດືອນເມສາ 2014.
ພາບ: Forbes ຫວຽດນາມ


ມູມໜຶ່ງໃນຕ່ອງໂສ້ຫຸ້ມຫໍ່ ແບບອັດຕະໂນມັດ ໃນໂຮງງານແຫ່ງທີ 2 ຂອງ Vinamilk ຢູ່ແຂວງ ບິ່ງເຢືອງ. ພາບ: ເຖ໋ແອງ/VNA

ຕ່ອງໂສ້ຜະລິດນ້ຳນົມຂອງ Vinamilk. ພາບ: ດັ້ງກິມເຟືອງ/VNP

ລະບົບ robot ເຄື່ອນໄຫວແບບອັດຕະໂນມັດ ໃນຕ່ອງໂສ້ຜະລິດຂອງ Vinamilk. ພາບ: ເຖ໋ແອງ/VNA
 
ນາມມະຍົດຈຳນວນໜຶ່ງທີ່ Vinamilk ໄດ້ຮັບມອບຈາກລັດ:
- ຫຼຽນໄຊແຮງງານ ຊັ້ນສອງ(ປີ 2001)
- ວິລະຊົນແຮງງານ ໃນສະໄໝ ປ່ຽນແປງໃໝ່(ປີ 2005)
- ຫຼຽນໄຊແຮງງານ ຊັ້ນໜຶ່ງ(ປີ 2006)
ໃນຊ່ວງເວລາແຫ່ງການເຮັດວຽກ ແລະ ດຳລົງຫຼາຍຖານະ ຕຳແໜ່ງ, ທ່ານນາງ ມາຍກ່ຽວລຽນ ໄດ້ຮັບຖືວ່າ ເປັນບຸກຄົນ ມີການ ປະກອບສ່ວນ ຢ່າງຫຼວງຫຼາຍ ເຂົ້າໃນ ການເຕີບໃຫຍ່ ຂະຫຍາຍຕົວຂອງ Vinamilk ບໍ່ພຽງແຕ່ ເປັນໜຶ່ງໃນບັນດາ ເຄື່ອງ ໝາຍການຄ້າ ທີ່ມີລາຍຮັບສູງສຸດຂອງ ຫວຽດນາມ ເທົ່ານັ້ນ ຫາກຍັງໄດ້ຮັບການ ເຄົາລົບນັບຖື ໃນທົ່ວ ທະວີບອາຊີ ອີກດ້ວຍ.

Vinamilk ກໍເປັນຫົວໜ່ວຍນຳໜ້າ ໃນການຕອບສະໜອງ ຄວາມ ຮຽກຮ້ອງຕ້ອງການ ກ່ຽວກັບນົມ ຂອງຊາວຫວຽດນາມ ແລະ ເປີດກວ້າງແຫຼ່ງວັດຖຸດິບ ໃຫ້ແກ່ຂະແໜງການຜະລິດ ບັນດາ ຜະລິດຕະພັນ ຈາກນ້ຳນົມ ຂອງຫວຽດນາມ.

ໃນນະໂຍບາຍແຫ່ງການຜະລິດ, ທ່ານນາງ ມາຍກ່ຽວລຽນ ຍາມໃດກໍມຸ່ງສູ່ ຈຸດໝາຍ ຜະລິດອອກ ບັນດາຜະລິດຕະພັນ ໃໝ່ ເພື່ອຢຶດຄອງຕະຫຼາດພາຍໃນ. ພົ້ນເດັ່ນຄື ປິ 1993, ເປັນຄັ້ງ ທຳອິດ Vinamilk ໄດ້ ນຳຜະລິດຕະພັນນົມສົ້ມ ແລະ ກະແລມ ອອກສູ່ຕະຫຼາດ ຊຶ່ງສ້າງເປັນ ພະລັງຈູງໃຈ ໂດຍທັນທີ ສຳລັບ ຜູ້ບໍລິໂພກ ຢ່າງແຮງ ແລະ ມີໄລຍະໜຶ່ງ, ລູກຄ້າ ຕ້ອງ ລຽນແຖວ ເພື່ອລໍຖ້າຊື້ ຜະລິດຕະພັນໃໝ່ຂອງ Vinamilk. ປີ 1987, Vinamilk ລົງທຶນກໍ່ສ້າງ ໂຮງງານຜະລິດ ນົມຜົງ Dielac ສຳລັບເດັກນ້ອຍ ແລະ ກໍໄດ້ຮັບຜົນສຳເລັດເປັນຢ່າງໄວ. ໃນ ເບື້ອງຕົ້ນ, ຜູ້ບໍລິໂພກບໍ່ເຊື່ອປານໃດ ຕໍ່ ຜະລິດຕະພັນ Dielac ຂອງບໍລິສັດ ຍ້ອນເຂົາເຈົ້າ ໄດ້ລຶ້ງເຄີຍກັບ ຜະລິດຕະພັນນົມຜົງ ນຳເຂົ້າຈາກຕ່າງປະເທດແລ້ວ. ພາຍຫຼັງສອງສາມປີ, ຜະລິດຕະພັນດັ່ງກ່າວຂອງ Vinamilk ໄດ້ກາຍເປັນສິນຄ້າທົ່ວໄປ ແລະ ປັດຈຸບັນ ກວມເອົາ 30% ສ່ວນຕະຫຼາດພາຍໃນ ແລະ ຈຸດໝາຍ ຕໍ່ໄປຂອງບໍລິສັດແມ່ນກວມເອົາ 50% ອັດຕາສ່ວນຕະຫຼາດ. ລາຍຮັບ ຈາກການ ສົ່ງອອກນົມຜົງ Dielac ຂອງ Vinamilk ໄດ້ບັນລຸເຖິງ ຫຼາຍຮ້ອຍລ້ານໂດລາສະຫະລັດ ໃນແຕ່ລະປີ.

ຫຼັງຈາກ 40 ປີ ທີ່ສະໜິດຕິດພັນກັບບໍລິສັດ ແລະ 20 ກວ່າປີ ດຳລົງຕຳແໜ່ງເປັນ ຜູ້ອຳນວຍການໃຫຍ່ Vinamilk, ສິ່ງທີ່ ເຮັດໃຫ້ລາວ ພາກພູມໃຈທີ່ສຸດ ນັ້ນແມ່ນ ລາວສາມາດ ລວມ ສະມາຊິກໝົດທຸກຄົນ ໃນບໍລິສັດຕົນເອງ ເປັນກຸ່ມອັນໜຶ່ງ ອັນດຽວ. ໃຜໆກໍຖື Vinamilk ເປັນຄອບຄົວ ທີສອງຂອງຕົນ, ເຂົາເຈົ້າ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຜ່ານຜ່າຄວາມ ຫຍຸ້ງ ຍາກ ທຸກປະການ ໃນຊີວິດ ກໍຄືການງານ.

ກາຍເປັນນັກທຸລະກິດຍິງໜຶ່ງໃນ 50 ຄົນທີ່ຊົງອິດທິພົນທີ່ສຸດ ທະວີບອາຊີ, ທ່ານນາງ ມາຍກ່ຽວລຽນ ເອກອ້າງທະນົງໃຈ ທີ່ໄດ້ມີ ຊື່ ຢູ່ໃນບັນຊີລາຍຊື່ ນັກທຸລະກິດຍິງ ຜູ້ມີຊື່ສຽງ ຂອງບັນດາກຸ່ມ ບໍລິສັດລາຍໃຫຍ່ໃນໂລກຄື: HSBC, Singapore Telecom, Temasek, Morgan Stanley, Huyndai, Nomura, JP Morgan ແລະ Horizons Ventures.

ພາຍໃຕ້ການນຳພາຂອງ ທ່ານນາງ ມານກ່ຽວລຽນ, ມາບັດນີ້, ຜະລິດຕະພັນ ຂອງ Vinamilk ໄດ້ຮັບການສົ່ງອອກ ເຖິງ 31 ປະເທດຢູ່ໃນໂລກ. ພິເສດວ່າ, ນັບແຕ່ເມື່ອໄດ້ແຈ້ງປະກາດ ໃນລາຍການ ຂອງ ຕະຫຼາດຫຼັກຊັບ ເມື່ອປີ 2006, ໃບ ຫຸ້ນຂອງ Vinamilk ຍາມໃດ ກໍໄດ້ຮັບວ່າເປັນໃບຫຸ້ນ blue-chip (ໃບຫຸ້ນຂອງບໍລິສັດແຖວໜ້າ ແລະ ໄດ້ຮັບຄວາມ ນິຍົມ ກັນຫຼາຍ ໃນວົງການນັກລົງທຶນຫຼັກຊັບ).

ນອກຈາກເລື່ອງໄດ້ຮັບການເຊີດຊູ ຈາກວາລະສານ Forbes, ເມື່ອເດືອນກໍລະກົດ 2012, ທ່ານນາງ ມາຍກ່ຽວລຽນ ກໍໄດ້ ຮັບນາມມະຍົດເປັນ “ຜູ້ນຳວິສາຫະກິດດີເດັ່ນ ຂອງທະວີບອາຊີ ໃນຂົງເຂດພົວພັນກັບນັກລົງທຶນ” ຈາກວາລະສານ ຄຸ້ມຄອງ ວິສາຫະກິດຂອງທະວີບອາຊີ ແລະ ນີ້ແມ່ນເທື່ອທີສອງ, ລາວໄດ້ ຮັບການເຊີດຊູຈາກວາລະສານນີ້. ກ່ອນນີ້ ເມື່ອເດືອນ ພຶດສະພາ 2012, ລາວໄດ້ຮັບ ນາມມະຍົດ ເປັນ “ຜູ້ນຳວິສາຫະກິດ ດີເດັ່ນ ທີ່ສຸດທະວີບອາຊີ ໃນຂົງເຂດ ຄຸ້ມຄອງວິສາຫະກິດ”. 
 


ທ່ານນາຍົກລັດຖະມົນຕີ ຫງວຽນເຕິນຢຸງ ແລະ ທ່ານນາງ ມາຍກ່ຽວລຽນ ທີ່ພິທີສະຫຼອງການສຳເລັດ ກິດຈະການ ໂຮງງານ ນົມຜົງເດັກນ້ອຍ ຫວຽດນາມ
ຂອງບໍລິສັດຫຸ້ນສ່ວນນ້ຳນົມ ຫວຽດນາມ(Vinamilk) ທີ່ແຂວງບິ່ງເຢືອງ ເມື່ອເດືອນເມສາ 2013. ພາບ: ເອກະສານ


ທ່ານຮອງນາຍົກລັດຖະມົນຕີ ຮວ່າງຈຸງຫາຍ ເຂົ້າຮ່ວມພິທີ ສະຫຼອງການສຳເລັດ ໂຮງງານນົມຫວຽດນາມ ຂອງບໍລິສັດ
ຫຸ້ນສ່ວນນ້ຳນົມຫວຽດນາມ ທີ່ແຂວງບິ່ງເຢືອງ ເມື່ອເດືອນ ກັນຍາ 2013. ພາບ: ດັ້ງກິມເຟືອງ/VNP


ທ່ານນາງ ມາຍກ່ຽວລຽນ(ຂວາ) ພ້ອມກັບທ່ານນາງ ຮອງປະທານ ປະເທດ ຫງວຽນທິຢວານ ມອບຂອງຂວັນໃຫ້ແກ່ ເດັກນ້ອຍ
ຜູ້ທຸກຍາກ ຢູ່ເມືອງເກາະຫຼີເຊີນ, ແຂວງກວ່າງຫງາຍ. ພາບ: ເອກະສານ


ທ່ານນາງ ມາຍກ່ຽວລຽນ ມອບນົມຜົງ ລວມມູນຄ່າ 1 ຕື້ດົ່ງ ໃຫ້ແກ່ກອງທຶນປົກປ້ອງເດັກນ້ອຍຂອງຫວຽດນາມ. ພາບ: ແທງຫວູ/VNA

ໂອ້ລົມກັບພວກຂ້າພະເຈົ້າ, ທ່ານນາງ ມາຍກ່ຽວລຽນ ໄດ້ສະແດງ ຄວາມປາດຖະໜາ ຢາກນຳ Vinamilk ກາຍເປັນ ກຸ່ມ ບໍລິສັດ ນານາຊາດ ແລະ ເປັນໜຶ່ງໃນ 50 ວິສາຫະກິດຜະລິດນົມໃຫຍ່ ທີ່ສຸດໂລກ ໃນປີ 2017 ດ້ວຍລາຍຮັບ 3 ຕື້ ໂດລາ ສະຫະລັດຕໍ່ປີ. ຄຽງຂ້າງນັ້ນ, Vinamilk ກໍຈະສືບຕໍ່ ກໍ່ສ້າງ ບັນດານິຄົມໃຫຍ່ ເພື່ອຮອດປີ 2017 ສາມາດ ກຸ້ມຕົນເອງ ໃນ ດ້ານແຫຼ່ງວັດຖຸດິບພາຍໃນ ໄດ້ 40% ແລະ ລົດການນຳເຂົ້າ ແຫຼ່ງວັດຖຸດິບ ຈາກຕ່າງປະເທດ.

ໃນຫວ່າງມໍ່ໆນີ້, ນິຄົມລ້ຽງງົວພັນນົມ Vinamilk ທີ່ແຂວງເງ້ອານ ໄດ້ກາຍເປັນນິຄົມ ແຫ່ງທຳອິດ ທີ່ອາຊີຕາເວັນອອກ ສຽງໃຕ້ ແລະ ເປັນນິຄົມລ້ຽງງົວພັນນົມ ໜຶ່ງ ໃນ 3 ແຫ່ງ ຂອງທະວີບອາຊີ ໄດ້ ມອບໃບຮັບຮອງ ບັນລຸມາດຕະຖານສາກົນ ປະຕິບັດກະສິກຳທີ່ດີ ໃນທົ່ວໂລກ(Global G.A.P) ຈາກ Global G.A.P ConTrolUnion(ໂຮນລັງ).

ບົດ: ຫງວຽນຫວູແທ່ງດາດ-ພາບ: ດັ້ງກິມເຟືອງ, Forbes ຫວຽດນາມ ແລະ ເອກະສານ 

bichlien

ນັກສິລະປິນ ລະນາດຫີນ ອາຮີວນ

ນັກສິລະປິນ ລະນາດຫີນ ອາຮີວນ

ອາຮີວນ ບໍ່ໄດ້ຮຽນດົນຕີໃນໂຮງຮຽນໃດ, ບໍ່ໄດ້ຮັບການສິດສອນ ຈາກໃຜ, ແຕ່ຍ້ອນສຽງ ເຕີຣຶງ, ຕີງນິງ, ກະນີ, ລະນາດຫີນ... ຄືດັ່ງເວດມົນ ທີ່ບໍ່ມີຕົວຕົນ ດຶງດູດຫົວໃຈ ຂອງ ລາວ, ປຸກແປວໄພ ແຫ່ງຄວາມຫຼົງໄຫຼ ແລ້ວນຳພາ ໃຫ້ລາວ ກາຍເປັນນັກສິລະປິນ ໜຸ່ມດີເດັ່ນ ທີ່ສາມາດປະດິດສ້າງ ແລະ ຫຼິ້ນເຄື່ອງດົນຕີ ບູຮານທຸກປະເພດ ຂອງ ຊາວເຜົ່າ ຢາຣາຍ.

Top