• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

ຜູ້ຊອກຫາ ອາຫານເຍື່ອງທີ່ແຊບໆ ຂອງຊາວຫວຽດນາມ

ໃນວົງການຊ່າງປຸງແຕ່ງອາຫານຂອງຫວຽດນາມ, ທ່ານ ຈຽມແທ່ງລອງ, ຜູ້ອຳນວຍການ ໝູ່ບ້ານທ່ອງທ່ຽວບີ່ນເກີ໋ວ ເປັນຜູ້ ມີຊື່ສຽງຮຽງນາມ ຍ້ອນມີ ຜົນງານໃນການເກັບກຳ ວິທີການ ປຸງແຕ່ງ ອາຫານພື້ນເມືອງ ພ້ອມກັບ ເຫຼົ້າປະມານ 50 ຊະນິດ ເພື່ອໂຄສະນາເຜີຍແຜ່ ກ່ຽວກັບ ດ້ານສິລະປະອາຫານການກິນຂອງຫວຽດນາມ ອອກສູ່ໂລກພາຍນອກ.

 

 
ທ່ານ ຈຽມແທ່ງລອງ ໄດ້ສືບທອດຄວາມເມົາມົວ ດ້ານສິລະປະອາຫານການກິນ ຈາກແມ່ຂອງລາວ, ຜູ້ທີ່ມີຄວາມຊຳນິຊຳນານໃນການປຸງແຕ່ງ ອາຫານທີ່ແຊບໆ ໃນໂອກາດປີໃໝ່ ຫຼື ວັນບຸນຂອງຄອບຄົວ ແລະ ຍາດຕິພີ່ນ້ອງ. ຍ້ອນວ່າ, ແມ່ຂອງແທ່ງລອງເປັນຄົນກິນເຈຕະຫຼອດຊີວິດ, ດັ່ງນັ້ນ ລາວມັກຮ້ອງ ແທ່ງລອງ ຊິມລົດຊາດຂອງອາຫານ ທີ່ລາວໄດ້ປຸງແຕ່ງຂຶ້ນມາ. ໃນຄາວນັ້ນ, ແທ່ງລອງໄດ້ສະແດງໃຫ້ເຫັນວ່າ ເປັນຄົນ ຮັກມັກກັບດ້ານສິລະປະ ອາຫານການກິນແລ້ວ.   

ທ່ານຈຽມແທ່ງລອງ, ຜູ້ອຳນວຍການ ເຂດທ່ອງທ່ຽວບີ່ນເກີ໋ວ ເມື່ອເດືອນກັນຍາ 2012. ພາບ: ເລມິນ

ທ່ານ ຈຽມແທ່ງລອງ(ຜູ້ທີ 2 ຈາກຊ້າຍ) ເປັນຜູ້ກວດສອບ ການສອບເສັງປຸງແຕ່ງອາຫານ ໃນຄັ້ງໜ່ຶງ. ພາບ: ເອກະສານ

ທ່ານ ຈຽມແທ່ງລອງ ພ້ອມກັບຊ່າງຄົວກິນ ຂອງ ເຂດທ່ອງທ່ຽວບີ່ນເກີ໋ວ. ພາບ: ເອກະສານ

ທ່ານ ຈຽມແທ່ງລອງ ພ້ອມກັບ ຫົວໜ້າພໍ່ຄົວແມ່ຄົວ ປຶກສາກ່ຽວກັບ ວິທີປຸງແຕ່ງອາຫານຂອງເຂດພາກທີ່ຕ່າງກັນ. ພາບ: ເລມິນ

ທ່ານ ຈຽມແທ່ງລອງ ພ້ອມກັບພໍ່ຄົວ ເຮັດອາຫານເຍື່ອງໃໝ່. ພາບ: ເລມິນ
ແຕ່ວ່າ, ຈົນກວ່າເມື່ອ ແທ່ງລອງເຂົ້າເຮັດວຽກຢູ່ໝູ່ບ້ານທ່ອງທ່ຽວບີ່ນເກີ໋ວ ແລະ ເຂົ້າຮ່ວມການກະກຽມ ໂຕະອາຫານທີ່ມີຫົວເລື່ອງ: “ອາຫານ ການກິນພາກໃຕ້ແຕ່ສະໄໝບຸກເບີດດິນແດນ” ກັບອາຫານພື້ນເມືອງເຍື່ອງຕ່າງໆ ເມື່ອປີ 1998 ເນື່ອງໃນໂອກາດ ສະເຫຼີມສະຫຼອງ ວັນ ຄົບຮອບ 300 ປີ ແຫ່ງວັນສ້າງຕັ້ງ ໄຊງ່ອນ(ນະຄອນໂຮ່ຈີມິນ ໃນປັດຈຸບັນ) ຈຶ່ງນຳລາວໄປສູ່ດ້ານສິລະປະອາຫານການກິນແບບມືອາຊີບ.
ເພື່ອກະກຽມໃຫ້ແກ່ງານລ້ຽງທີ່ມີລັກສະນະພິເສດຄືດັ່ງກ່າວ, ທ່ານ ລອງພ້ອມກັບ ພໍ່ຄົວ, ແມ່ຄົວມືອາຊີບ ແລະ ບັນດານັກຊ່ຽວຊານ ດ້ານ ອາຫານການກິນ ຂອງແຂວງບີ່ນເກີ໋ວ ໄດ້ ເກືອກບວກລຸຍຕົມໄປເຖິງທຸກ ແຫ່ງຫົນຂອງປະເທດຊາດ ເພື່ອທ້ອນໂຮມສະສົມຫຼັກຕຳລາຂອງ ອາຫານເຍື່ອງຕ່າງໆທີ່ແຊບໆ. ຊ້ຳບໍ່ໜຳ ເຂົາເຈົ້າໄດ້ຊອກເຖິງຮ້ານອາຫານ ແລະ ພົບກັບຊາວທ້ອງຖິ່ນເພື່ອຊອກຮູ້ເຄັດລັບຂອງການປຸງແຕ່ງ ເຍື່ອງອາຫານທີ່ພິເສດຂອງເຂົາເຈົ້າ. ຫຼັງຈາກນັ້ນ ກັບມາເຂດທ່ອງທ່ຽວແລ້ວກໍ ປຸງແຕ່ງອາຫານເຍື່ອງນັ້ນ ໃຫ້ຖືກຕາມວິທີທີ່ຊອກຮູ້ມາໄດ້. ຖ້າຫາກວ່າ ຍັງບໍ່ທັນໄດ້, ລາວ ກໍກັບຄືນທ້ອງຖິ່ນນັ້ນຫຼາຍເທ່ືອ ເພື່ອສອບຖາມ ແລະ ປະຕິບັດໃຫ້ໄດ້ຈຶ່ງພໍໃຈ. ລາວກໍເປັນຜູ້ຊິມ ອາຫານ ທີ່ໄດ້ ປຸງແຕ່ງ ຈາກຊ່າງຄົວກິນໂດຍກົງ ເພື່ອກວດກາດ້ານລົດຊາດ ແລະ ຄຸນນະພາບຂອງມັນ. ອາໄສສິ່ງດັ່ງກ່າວ, ງານອາຫານບຸບເຟ ທີ່ມີຫົວເລື່ອງ “ອາຫານການກິນພາກໃຕ້ແຕ່ສະໄໝບຸກເບີດດິນແດນ” ໄດ້ປະສົບຜົນສຳເລັດຢ່າງເກີນຄາດຫວັງ ກ່ຽວກັບດ້ານລາຍຮັບ ກໍຄືສ້າງຊື່ສຽງ ຮຽງນາມ ໃຫ້ແກ່ ເຄື່ອງໝາຍການຄ້າ ຂອງໝູ່ບ້ານທ່ອງທ່ຽວບີ່ນເກີ໋ວອີກດ້ວຍ.
ນັບແຕ່ນັ້ນເປັນຕົ້ນມາ, ທ່ານລອງໄດ້ມີການໃສ່ໃຈຄົ້ນຄວ້າ ແບບລົງເລິກກວ່າ ກ່ຽວກັບອາຫານພື້ນເມືອງ ເຍື່ອງຕ່າງໆ ທີ່ມີກົກເຄົ້າມາຈາກ ເຂດຊົນນະບົດ. ຫຼັງຈາກການເດີນທາງ ມາເປັນຫຼາຍມື້ ຜ່ານແຂວງຕ່າງໆຢູ່ທາງທິດຕາເວັນຕົກ ຂອງພາກໃຕ້, ລາວສະສົມ ວິທີການປຸງແຕ່ງ ອາຫານພື້ນເມືອງ ຂອງພາກໃຕ້ ໄດ້ ກວ່າ 30 ເຍື່ອງ ແລະ ນຳມາປະກອບເພີ່ມເຕີມ ເຂົ້າໃນລາຍການອາຫານ ຂອງ ໝູ່ບ້ານທ່ອງທ່ຽວ ບີ່ນເກີ໋ວ. ດ້ວຍເຫດນັ້ນ, ມາຮອດປະຈຸບັນ, ລາວຮຽບຮຽງ ອາຫານພື້ນເມືອງ ໄດ້ 110 ເຍື່ອງ ຈາກພາກເໜືອ-ພາກກາງ ແລະ ພາກໃຕ້ ຫວຽດນາມ.
ນອກຈາກອາຫານແລ້ວ, ທ່ານລອງກໍສະສົມເຫຼົ້າພື້ນເມືອງໄດ້ປະມານ 50 ປະເພດ ຈາກໝູ່ບ້ານຕົ້ມເຫຼົ້າທີ່ມີຊື່ສຽງຕ່າງໆຄື: ໝູ່ບ້ານເວີນ (ແຂວງບັກຢາງ), ບໍ໋ນ້ຳ(ແຂວງບັກກ້ານ), ຊານລຸ່ງ(ແຂວງລາວກາຍ), ກິມເຊີນ(ແຂວງນິງບີ່ນ), ເບົ່າດ໋າ(ແຂວງບີ່ນດິ້ງ), ຮົ່ງດ່າວ(ແຂວງກວ່າງນາມ), ເຫຼົ້າໄຫ(ແຂວງໄຕ່ງວຽນ) ແລະ ອື່ນໆ… ປະຈຸບັນ, ທ່ານລອງພວມມີຄວາມໃຈຈົດຈໍ່ກັບແນວຄວາມຄິດທີ່ວ່າ ຊອກຫາ ເຫຼົ້າປະເພດໃດໜຶ່ງເຊີ່ງເປັນທີ່ສຸດຍອດຂອງຫວຽດນາມ ເພື່ອໄດ້ຮັບຮອງເອົາເປັນ “ເຫຼົ້າແຫ່ງຊາດ”.

ເຮັດເຂົ້າໜົມ “ຂອດ” (khot) ຢູ່ ໝູ່ບ້ານທ່ອງທ່ຽວບີ່ນເກີ໋ວ. ພາບ: ເລມິນ

ຈັດວາງອາຫານ ຢູ່ໝູ່ບ້ານທ່ອງທ່ຽວບີ່ນເກີ໋ວ. ພາບ: ເລມິນ

ເຮັດເຂົ້າໜົມ “ແຊວ” (xeo) ຢູ່ໝູ່ບ້ານທ່ອງທ່ຽວບີ່ນເກີ໋ວ. ພາບ: ເລມິນ

ຮ້ານອາຫານເຮັດເຂົ້າໜົມພື້ນເມືອງພາກໃຕ້. ພາບ: ເລມິນ

ແນມ ບີ່ນເກີ໋ວ. ພາບ: ເລມິນ

ເຂົ້າໜົມກຸ້ງ. ພາບ: ເລມິນ


ຫອຍໂຂ້ງຕຸ໋ນ. ພາບ: ເລມິນ

ເຂົ້າໜົມ “ຂອດ” ກຸງ. ພາບ: ເລມິນ

ເຂົ້າໜົມເຜັດ. ພາບ: ເລມິນ

ນັກທ່ອງທ່ຽວສາມາດເລືອກອາຫານໂດຍຕົນເອງ ໃນ ງານອາຫານບຸບເຟທີ່ມີຫົວເລື່ອງ
“ອາຫານການກິນພາກໃຕ້ແຕ່ສະໄໝບຸກເບີດດິນແດນ”. ພາບ: ເລມິນ

ບັນຍາກາດໃນຫ້ອງອາຫານ. ພາບ: ເລມິນ
ຕາມທ່ານລອງແລ້ວ, ໃນວຽກງານເຮັດທຸລະກິດ, ການຊອກຫາໄດ້ຜະລິດຕະພັນທີ່ເປັນເອກະລັກ ຈະສ້າງຄວາມແຕກຕ່າງ, ຍ້ອນແນວນັ້ນ ບີ່ນເກີ໋ວ ໄດ້ມຸ່ງໄປສູ່ອາຫານຂອງຊາວຫວຽດນາມ. ລາວກໍໃຫ້ຮູ້ຕື່ມອີກວ່າ, ອາຫານພື້ນເມືອງ ເຄີຍມີວິທີປຸງແຕ່ງທີ່ບໍ່ປ່ຽນແປງ ຕາມການ ເວລາ. ມັນແລ້ວແຕ່ພູມີປະເທດ ແລະ ເຂດພາກ ຈະມີການ ປຸງແຕ່ງອາຫານ ທີ່ແຕກຕ່າງກັນ. ຍົກຕົວຢ່າງຄື: ຢູ່ເຂດພູດອຍທາງພາກເໜືອ ແລະ ໄຕ່ງວຽນ ກໍມີຊື່ສຽງເລື່ອງລືກັບ ເຍື່ອງອາຫານປິ້ງ ຢູ່ໃນປ້ອງໄມ້ໄຜ່. ອາຫານພາກເໜືອທີ່ມີລັກສະນະສົດພ້ອມກັບລົດຊາດດີພໍຄວນ. ອາຫານພາກກາງມັກເຜັດ ແລະ ມີລັກສະນະລະອຽດກວ່າໃນການປຸງແຕ່ງ. ສ່ວນພາກໃຕ້ ແລະ ເຂດແມ່ນ້ຳລຳເຊ ກໍຂຶ້ນຊື່ລືສຽງກັບອາຫານປິ້ງ ກິນແກ້ມກັບຜັກດິບຫຼາຍຊະນິດ ແລະ ເຂົ້າໜົມບ້ານນາອີກຫຼາຍຊະນິດ ແລະ ອື່ນໆ…
ໃນຊີວິດການເຄື່ອນໄຫວທຸລະກິດ ແລະ ວັດທະນະທຳ ດ້ານອາຫານການກິນມາເປັນເວລາຫຼາຍປີແລ້ວ, ທ່ານລອງກໍເຄີຍມີອະນຸສອນທີ່ບໍ່ອາດ ຈະຫຼົງລືມໄດ້ງ່າຍ. ສົມມຸດຄື ໃນການເຂົ້າຮ່ວມ ຄະນະໂຄສະນາ ອາຫານຫວຽດນາມ ຢູ່ປະເທດຝຣັ່ງ ເມື່ອປີ 2004, ທ່ານລອງໄດ້ມີຄວາມ ຮູ້ສຶກພາກພູມໃຈ ແລະ ເອກອ້າງທະນົງໃຈຫຼາຍ ເມື່ອອາຫານຂອງຫວຽດນາມ ໄດ້ເຮັດໃຫ້ ແຂກຄົນຊາວຝຣັ່ງເພີ່ງພໍໃຈຮ້ອຍສ່ວນຮ້ອຍ. ໃນໄລຍະມໍ່ໆນີ້, ທ່ານລອງ ພ້ອມກັບຄະນະຜູ້ແທນ ຊາວຫວຽດນາມຈະຈັດຕັ້ງ ການໂຄສະນາອາຫານຫວຽດນາມ ຢູ່ປະເທດນີ້ອີກຄັ້ງໃໝ່.
ທ່ານຈຽມແທ່ງລອງເປັນໜຶ່ງໃນຫຼາຍຄົນ ທີ່ມີການ ປະກອບສ່ວນຫຼາຍທີ່ສຸດໃນການພັດທະນາ ເຂດທ່ອງທ່ຽວບີ່ນເກີ໋ວ. ປະຈຸບັນ, ໝູ່ບ້ານ ດ່ັງກ່າວລວມມີ 5 ໜ່ວຍສະມາຊິກ ກັບພະນັກງານ, ລັດຖະກອນ 760 ຄົນ. ເຖິງແມ່ນວ່າຕິດເຄືອງກັບວຽກງານຄຸ້ມຄອງ ຂອງຜູ້ເປັນ ຜູ້ ອຳນວຍການໝູ່ບ້ານທ່ອງທ່ຽວບີ່ນເກີ໋ວແລ້ວ, ແຕ່ ຄວາມເມົາມົວກັບການຊອກຄົ້ນ ເຍື່ອງອາຫານພື້ນເມືອງ ຂອງຊາວຫວຽດນາມ ຍັງຄົງ ເລັ່ງລັດໃນດວງໃຈ ຂອງລາວ ຢູ່ບໍ່ເຊົາ.
ບົດ: ເວີນກຸຍ - ພາບ: ເລມິນ ແລະ ເອກະສານ

bichlien

ນັກສິລະປິນ ລະນາດຫີນ ອາຮີວນ

ນັກສິລະປິນ ລະນາດຫີນ ອາຮີວນ

ອາຮີວນ ບໍ່ໄດ້ຮຽນດົນຕີໃນໂຮງຮຽນໃດ, ບໍ່ໄດ້ຮັບການສິດສອນ ຈາກໃຜ, ແຕ່ຍ້ອນສຽງ ເຕີຣຶງ, ຕີງນິງ, ກະນີ, ລະນາດຫີນ... ຄືດັ່ງເວດມົນ ທີ່ບໍ່ມີຕົວຕົນ ດຶງດູດຫົວໃຈ ຂອງ ລາວ, ປຸກແປວໄພ ແຫ່ງຄວາມຫຼົງໄຫຼ ແລ້ວນຳພາ ໃຫ້ລາວ ກາຍເປັນນັກສິລະປິນ ໜຸ່ມດີເດັ່ນ ທີ່ສາມາດປະດິດສ້າງ ແລະ ຫຼິ້ນເຄື່ອງດົນຕີ ບູຮານທຸກປະເພດ ຂອງ ຊາວເຜົ່າ ຢາຣາຍ.

Top