• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

ນັກສິລະປິນປະຊາຊົນ ແທງຮວ່າຍ - ຜູ້ຮັກສາຄຸນຄ່າ ໃຫ້ແກ່ສິລະປະການ ຂັບແຈ່ວ ຫວຽດນາມ

ຫຼັງຈາກການເຄື່ອນໄຫວ ແລະ ປະກອບສ່ວນໃຫ້ແກ່ສິລະປະການຂັບແຈ່ວໃນ 40 ກວ່າປີທີ່ ຜ່ານມາ, ປະຈຸບັນ, ເຖິງວ່າ ອາຍຸສູງແລ້ວກໍຕາມ, ແຕ່ຄວາມຮັກເມົາມົວກັບສິລະປະການ ຂັບແຈ່ວຍັງເໝືອນເດີມໃນຫົວໃຈ ຂອງນັກສິລະປິນປະຊາຊົນ ແທງຮວ່າຍ, ຜູ້ທີ່ໄດ້ຮັບການ ຂະໜານນາມວ່າແມ່ນ “ນາງສາວ ຊຸຍເວີນ” ຂອງວົງການຂັບແຈ່ວຫວຽດນາມ.

 

 
ເຖິງວ່າ ພັກກິນເບ້ຍບຳນານໄດ້ເກືອບ 10 ປີແລ້ວ, ແຕ່ນັກສິລະປິນປະຊາຊົນ ແທງຮວ່າຍ ຄືວ່າມີວຽກຫຼາຍກວ່າຕອນທີ່ຍັງເປັນນັກສະແດງ ຂອງໂຮງລະຄອນແຈ່ວຫວຽດນາມ (ສິລະປະພື້ນເມືອງຫວຽດນາມປະເພດໜຶ່ງ), ຍ້ອນເພິ່ນຄາໄປສະແດງ ແລະ ໄປສອນຂັບແຈ່ວຢູ່ທົ່ວທຸກ ແຫ່ງ ໃນປະເທດ. ສະນັ້ນ ເວລາຂ້າພະເຈົ້າໂທຂໍສຳພາດເພື່ອຂຽນບົດສາລະຄະດີສະບັບນີ້, ເພິ່ນໄດ້ຮັບປາກຢູ່ແລ້ວແຕ່ຕ້ອງເສຍເວລາ ກວ່າໜຶ່ງເດືອນ, ພວກຂ້າພະເຈົ້າຈິ່ງໄດ້ພົບກັນ.
ມື້ທີ່ພົບກັນກໍເປັນມື້ທີ່ເພິ່ນຫາກໍສຳເລັດການສະແດງຢູ່ ຝລັ່ງ ພາຍໃນ 30 ວັນ. ສະນັ້ນ, ໃນເລື່ອງລາວຂອງເພິ່ນເຕັມໄປດ້ວຍສິ່ງທີ່ລະນຶກ ກ່ຽວກັບການສະແດງດັ່ງກ່າວ. ໃນການໄປສະແດງຄັ້ງນັ້ນ, ນັກສິລະປິນປະຊາຊົນ ແທງຮວ່າຍ ໄດ້ຮັບຜິດຊອບຮ້ອງເພງຄົນດຽວໃນບົດລະຄອນ ຕຸກກະຕານ້ຳ “ອາຈານຂອງຕຸກກະຕາ”. ນີ້ເປັນໂຄງການສິລະປະຂອງໂຮງ ລະຄອນຕຸກກະຕາແຫ່ງຊາດຫວຽດນາມ ສົມທົບກັບສະມາຄົມ ສະແດງລະຄອນສາກົນ ແລະ ໂຮງລະຄອນແຫ່ງຊາດ Bordeaux, ຝລັ່ງ ທີ່ໄດ້ຈັດໂດຍຜູ້ກຳກັບການສະແດງຊາວຝລັ່ງ Dominique Pitoiset, ຜູ້ອຳນວຍການໂຮງລະຄອນແຫ່ງຊາດ Bordeaux. ດ້ວຍຄວາມສາມາດ ແລະ ນ້ຳສຽງພິເສດຂອງຕົນ, ນັກສິລະປິນປະຊາຊົນ ແທງຮວ່າຍ ບໍ່ພຽງແຕ່ສ້າງຄວາມປະທັບໃຈໃຫ້ແກ່ຊາວຝລັ່ງຜ່ານການຂັບແຈ່ວຂອງຕົນ, ເພິ່ນຍັງຂັບ ກວານຮໍ້, ກາຈູ່, ເຈົ່າວັນ (ສິລະປະ ພື້ນເມືອງຫວຽດນາມ) ອີກດ້ວຍ… ບົດລະຄອນຕຸກກະຕາທີ່ສະແດງປະກອບສຽງຂັບຂອງນັກສິລະປິນປະຊາຊົນ ແທງຮວ່າຍ ໄດ້ສຳເລັດເໝືອນ ດັ່ງຄວາມມຸ່ງຫວັງ ແລະ ສ້າງຊື່ສຽງທີ່ໂດ່ງດັງຢູ່ຝລັ່ງ.
 

ນັກສິລະປິນປະຊາຊົນ ແທງຮວ່າຍ ສວມບົດຕົວລະຄອນແຈ່ວ. (ພາບ: ເຈີ່ນແທງຢາງ).

ນັກສິລະປິນປະຊາຊົນ ແທງຮວ່າຍ ກະກຽມເຄື່ອງສະແດງ. (ພາບ: ເຈີ່ນແທງຢາງ).
ການສະແດງດັ່ງກ່າວ ບໍ່ພຽງແຕ່ເຮັດໃຫ້ເພ່ິນມີຄວາມປະທັບໃຈທີ່ຍາກຈະລືມໄດ້ກ່ຽວກັບຜູ້ຊົມຊາວ ຝລັ່ງຕໍ່ສິລະປະພື້ນເມືອງຂອງຫວຽດນາມ, ຫາກຍັງມີຫຼາຍສິ່ງທີ່ເປັນອະນຸສອນຕໍ່ນ້ຳໃຈຂອງຊາວຫວຽດນາມຢູ່ຝລັ່ງສະຫງວນໃຫ້ແກ່ຄະນະອີກດ້ວຍ. ເພິ່ນໃຫ້ຮູ້ວ່າ “ຊາວຫວຽດນາມ ຢູ່ຝລັ່ງມີຄວາມຮັກບ້ານເກີດເມືອງນອນ, ຂັບແຈ່ວ ແລະ ສິລະປະດົນຕີພື້ນເມືອງ. ພໍ່ເຖົ້າ, ແມ່ເຖົ້າຫຼາຍຄົນບໍ່ໄດ້ກັບມາຢາມບ້ານເກີດ ເມືອງນອນເປັນເວລາຫຼາຍປີແລ້ວ, ສະນັ້ນເມື່ອເຫັນຂ້າພະເຈົ້ານຸ່ງເສື້ອ ຕືເທິນ (ເສື້ອຂອງແມ່ຍິງຊົນນະບົດທາງພາກເໜືອ ຂອງຫວຽດນາມ ໃນສະໄໝກ່ອນ), ຫົວໃສ່ຜ້າຄາດຫົວພື້ນເມືອງ ກໍເລີຍເກີດຄວາມ ຄິດຮອດບ້ານເກີດເມືອງນອນ, ຂ້າພະເຈົ້າຮູ້ສຶກຕື້ນຕັນໃຈຫຼາຍ”.
ຍາມນ້ອຍ, ນັກສິລະປິນປະຊາຊົນ ແທງຮວ່າຍ ມີຄວາມຮັກເມົາມົວກັບການຂັບແຈ່ວຈົນລັກໜີໄປເບິ່ງຂັບແຈ່ວແລ້ວລັກຮຽນວິທີການ ຂັບແຈ່ວຈາກອາວອາຢູ່ວົງຂັບແຈ່ວຖາຍບິ່ງ. ເພິ່ນໄດ້ເຂົ້າຮ່ວມໃນກອງສິລະປະກອນຂອງແຂວງ ແລ້ວກ້າວເຂົ້າສູ່ອາຊີບແຈ່ວເມື່ອປີ 1965. ເພິ່ນມີການເຄື່ອນໄຫວດ້ານສິລະປະພື້ນເມືອງເກືອບຕະຫຼອດຊີວິດດ້ວຍການປະກອບສ່ວນ 40 ກວ່າປີ, ອາດເວົ້າໄດ້ວ່າ ນັກສິລະປິນປະຊາຊົນ ແທງຮວ່າຍ ມີຄວາມສະໜິດຕິດພັນກັບ “ຊາຕາກຳ” ຂອງສິລະປະຂັບແຈ່ວ ແລະ ຮັບຮູ້ໄດ້ພາລະໜ້າທີ່ຂອງຕົນກັບການຂັບແຈ່ວເຖິງວ່າ ແຈ່ວບໍ່ໄດ້ “ຮັບຄວາມນິຍົມ” ຢູ່ບົນເວທີສະແດງອີກແລ້ວ.
ຊີວິດການເຄື່ອນໄຫວດ້ານສິລະປະຂອງເພິ່ນໄດ້ສ້າງຊື່ສຽງໂດ່ງດັງຜ່ານຕົວລະຄອນ ຊຸຍເວີນ ໃນຕອນ “ຊຸຍເວີນທຳທ່າເປັນບ້າ” ຂອງບົດ ລະຄອນ “ກິມຍາມ”. ສຳລັບຕົວລະຄອນດັ່ງກ່າວ ເພິ່ນເຄີຍສະແດງຫຼາຍຈັກສິບເທື່ອແລ້ວ, ແຕ່ຜູ້ຊົມບໍ່ຮູ້ສຶກເບື່ອໜ່າຍຈັກເທື່ອ. ເບິ່ງນັກສິລະປິນປະຊາຊົນແທງຮວ່າຍ ແຕ່ງຕົວເປັນສາວຊຸຍເວີນປອມເປັນຄົນບ້າຜ່ານແຕ່ລະວາດຊົງ, ກິລິຍາທ່າທາງ, ແວວຕາ ແລະ ພິເສດ ແມ່ນສຽງຫົວຄືສະແດງໃຫ້ເຫັນຄວາມໃນໃຈຂອງຕົວລະຄອນຢ່າງຊັດເຈນທີ່ສຸດ. ອາດເວົ້າໄດ້ວ່າ ຕົວລະຄອນຂອງເພິ່ນບັນລຸໄດ້ຄວາມ ຍອດຢ້ຽມທີ່ສຸດຂອງສິລະປະຂັບແຈ່ວ ແລະ ໄດ້ຮັບຖືເປັນຕົວລະຄອນແບບຢ່າງເພື່ອໃຫ້ ນັກສິລະປິນລຸ່ນຕໍ່ໆ ໄປຮ່ຳຮຽນນຳ.
ນອກຈາກຕົວລະຄອນ ຊຸຍເວີນປອມເປັນຄົນບ້າ, ເພິ່ນຍັງຢັ້ງຢືນຊື່ສຽງຂອງຕົນໃນວົງການຂັບແຈ່ວຫວຽດນາມຜ່ານຕົວລະຄອນຕ່າງໆ ຄື: “ຕື່ຖືກພົບກັບນາງຟ້າ”, “ກ່ຽວຢູ່ຫໍ ງຶງບິກ”, “ກວານເອີມທິກິງ”, “ເຈົ້າຍິງ ລຽວ”…ເພິ່ນຍັງໄດ້ຮັບຫຼາຍລາງວັນຍິ່ງໃຫຍ່ໃນງານປະກວດ ແລະ ງານສະໂຫລານຢູ່ພາຍໃນປະເທດ ແລະ ສາກົນອີກດ້ວຍ.

ນັກສິລະປິນປະຊາຊົນ ແທງຮວ່າຍ ກຳລັງແນະນຳໃຫ້ນັກສະແດງໜຸ່ມຂອງໂຮງລະຄອນແຈ່ວຫວຽດນາມ (ຫງວຽນອາ).

ນັກດົນຕີ ຫວູດິງກວັນ ຫຼິ້ນດົນຕີໃຫ້ນັກສິລະປິນປະຊາຊົນ ແທງຮວ່າຍ ສະແດງໃນບົດລະຄອນ “ ລືວບິ່ງ -ເຢືອງເລ”. (ພາບ: ເຈີ່ນແທງຢາງ).

ນັກສິລະປິນປະຊາຊົນ ແທງຮວ່າຍ ຂັບແຈ່ວໃຫ້ຜົວ ແລະ ລູກຟັງຢູ່ເຮືອນ. (ພາບ: ຫງວຽນອາ).
ດ້ວຍນ້ຳໃຈ ແລະ ບົດບາດໜ້າທີ່ຂອງນັກສິລະປິນ,ເພິ່ນບໍ່ພຽງແຕ່ມີການປະກອບສ່ວນໃຫ້ແກ່ສິລະປະຂັບແຈ່ວຜ່ານບັນດາຕົວລະຄອນດີເດັ່ນ ໃນເວລາ ທີ່ຍັງເປັນນັກສະແດງຂອງໂຮງລະຄອນຂັບແຈ່ວຫວຽດນາມເທົ່ານັ້ນ, ເມື່ອໄດ້ພັກກິນເບ້ຍບຳນານແລ້ວ ເພິ່ນຍັງອອກເຫື່ອເທແຮງ ເພື່ອຖ່າຍທອດຄວາມຮັກເມົາມົວນັ້ນ ໃຫ້ແກ່ໄວໜຸ່ມຢູ່ທຸກແຫ່ງໃນທົ່ວປະເທດ. ຍ້ອນແນວນັ້ນ, ທຸກໆເດືອນເພິ່ນກໍໄປສະແດງຢູ່ບັນດາ  ແຂວງຄື: ຖາຍບິ່ງ, ນາມດິງ, ຮ່ານາມ, ຫາຍເຢືອງ ແລະ ແຂວງອື່ນໆ. ເພິ່ນຫວນຄືນວ່າ ໃນການສະແດງຢູ່ແຂວງ ຝູ໋ເຖາະ ເທື່ອໜຶ່ງ, ເຖິງວ່າ ການສະແດງຈົບລົງໃນເວລາຄຳ່ແລ້ວແຕ່ເດັກນ້ອຍຈຳນວນໜຶ່ງຢາກຮຽນວິທີການຂັບແຈ່ວ, ສະນັ້ນ ເພິ່ນຈຶ່ງຄ້າງຄືນເພື່ອສອນໃຫ້ເຂົາເຈົ້າ. ພວກເດັກນ້ອຍຮຽນຮອດຍາມເດິກກໍບໍ່ຍອມເມືອເຮືອນ, ບາງຄົນຍັງ ຂໍຮ້ອງວ່າ “ອາຈານສອນເພີ່ມໃຫ້ລູກແດ່ເດີ, ມື້ອື່ນອາຈານກໍກັບໄປ ແລ້ວ”. “ເຫັນເຂົ້າເຈົ້າມັກຮຽນ, ຂ້າພະເຈົ້າຮູ້ສຶກຕື້ນຕັນໃຈຫຼາຍ ແລະ ຍິ່ງຮູ້ສຶກຮັກ, ມັກອາຊີບນີ້ກວ່າ”.
ເຊັ່ນຄົນລຸ່ນຫຼັງ, ເຖິງວ່າ ມີຫຼາຍເຫດຜົນທີ່ເຮັດໃຫ້ໄວໜຸ່ມບໍ່ມີຄວາມຕິດພັນກັບຂັບແຈ່ວອີກແລ້ວ, ແຕ່ນັກສິລະປິນປະຊາຊົນແທງຮວ່າຍ ຍັງມີການປະກອບສ່ວນ ແລະ ຮັກສາຄຸນຄ່າຂັບແຈ່ວເພື່ອຫວັງຈະໄດ້ຖ່າຍທອດການຂັບແຈ່ວໃຫ້ຄົນລຸ່ນຫຼັງ. ແນ່ນອນວ່າ ຄວາມຮັກເມົາມົວ ສິລະປະຂັບແຈ່ວ ຈະໄດ້ຮັບການຮັກສາໄວ້ໃນດວງໃຈຂອງນັກສິລະປິນດີເດັ່ນຄົນນີ້ ຕະຫຼອດການ.
ບົດ: ຖາບວີ-ພາບ: ເຈີ່ນແທງຢາງ, ຫງວຽນອາ
 

bdLao

ນັກສິລະປິນ ລະນາດຫີນ ອາຮີວນ

ນັກສິລະປິນ ລະນາດຫີນ ອາຮີວນ

ອາຮີວນ ບໍ່ໄດ້ຮຽນດົນຕີໃນໂຮງຮຽນໃດ, ບໍ່ໄດ້ຮັບການສິດສອນ ຈາກໃຜ, ແຕ່ຍ້ອນສຽງ ເຕີຣຶງ, ຕີງນິງ, ກະນີ, ລະນາດຫີນ... ຄືດັ່ງເວດມົນ ທີ່ບໍ່ມີຕົວຕົນ ດຶງດູດຫົວໃຈ ຂອງ ລາວ, ປຸກແປວໄພ ແຫ່ງຄວາມຫຼົງໄຫຼ ແລ້ວນຳພາ ໃຫ້ລາວ ກາຍເປັນນັກສິລະປິນ ໜຸ່ມດີເດັ່ນ ທີ່ສາມາດປະດິດສ້າງ ແລະ ຫຼິ້ນເຄື່ອງດົນຕີ ບູຮານທຸກປະເພດ ຂອງ ຊາວເຜົ່າ ຢາຣາຍ.

Top